ແຜນພັທນາປະເທດລຸ່ມນໍ້າຂອງ
2015.08.25
ຍີ່ປຸ່ນ ແລະ ບັນດາ 5 ປະເທດ ລຸ່ມ ແມ່ນ້ຳຂອງ, ໄດ້ຕົກລົງ ເຫັນພ້ອມ ໃນການ ຮັບເອົາ ແມ່ບົດ ແຜນການ ພັທນາ ອຸດສາຫະກັມ ຂອງຍີ່ປຸ່ນ, ໃນ ປະເທດ ລຸ່ມ ແມ່ນ້ຳຂອງ ໃນ ວັນຈັນ.
ແຜນແມ່ບົດ ດັ່ງກ່າວ ມີຊື່ວ່າ ວິສັຍທັສ ການພັທນາ ອຸດສາຫະກັມ ໃນເຂດ ແມ່ນ້ຳຂອງ, ໄດ້ຮັບ ຄວາມ ເຫັນພ້ອມ ໃນຊ່ວງ ການພົບປະ ກັບ ຣັຖມົນຕຣີ ເສຖກິດ ການຄ້າ ແລະ ອຸດສາຫະກັມ ຂອງ ຍີ່ປຸ່ນ ທ່ານ ຢົວຈິະ ມິຢາຊາວະ ກັບຄູ່ຮ່ວມ ຕຳແຫນ່ງ ຈາກ ໄທ, ກຳພູຊາ, ສປປລາວ, ພະມ້າ, ແລະ ວຽດນາມ ທີ່ ກຸງ ກົວລາລຳເປີ ນອກ ກອງປະຊຸມ ປະຈຳປີ ຣັຖມົນຕຣີ ການຄ້າ ອາຊຽນ ແລະ ຄູ່ຮ່ວມ ເຈຣະຈາ ອັນ ຮ່ວມດ້ວຍ ຍີ່ປຸ່ນ.
ໃນແຜນ ແມ່ບົດນີ້ ຍັງໄດ້ ບົ່ງບອກເຖີງ ນະໂຍບາຍ ຊ່ອງທາງ ການທຳງານ, ດັ່ງ ການ ຍົກຣະດັບ ມາຕຖານ ແລະ ການ ຫລຸດຜ່ອນ ການຫຼັ່ງໄຫຼ ຂອງ ສິນຄ້າ ການສ້າງ ເຂດ ເສຖກິດ ພິເສດ ຕາມແນວ ຊາຍແດນ ຮ່ວມດ້ວຍ ການພົວພັນ ກັບ ມະຫາວິທຍາໄລ ຍີ່ປຸ່ນ ແລະ ອຸດສາຫະກັມ ຕ່າງໆ ໃນການ ຍົກຣະດັບ ຄຸນນະພາບ ແຮງງານ ແລະ ສົ່ງເສີມ ການຄົ້ນຄວ້າ ແລະ ການພັທນາ ອຸດສາຫະກັມ. ແຜນການ ນີ້ ຈະເລີ້ມ ບັງຄັບໃຊ້ ໃນ ປີ 2020.
ບັນດາ ປະເທດ ຂົງເຂດ ລຸ່ມ ແມ່ນ້ຳຂອງ ຍັງຕ້ອງ ໄດ້ປັບປຸງ ໂຄງຮ່າງ ພື້ນຖານ ແລະ ຄ້ຳປະກັນ ພລັງງານ ໃຫ້ກຸ້ມຕົວ, ໃນແຜນ ການນີ້ ນາຍົກ ຣັຖມົນຕຣີ ຊີນໂຊ ອາເບ ໄດ້ ປະກາດ ໃນ ເດືອນ ພືສພາ ຜ່ານມາ ວ່າ, ຈະໃຫ້ເງິນ ຊ່ອຍເຫຼືອ ບັນດາ ປະເທດ ເຫຼົ່ານີ້ ເຖີງ 110 ຕື້ ໂດລາ ເພື່ອ ພັທນາ ໂຄງຮ່າງ ພື້ນຖານ ທີ່ມີ ຄຸນນະພາບ ໃນ ຣະຍະ 5 ປີ. ແຜນການ ດັ່ງກ່າວ ທັງໝົດ ເປັນການ ຕ້ານການ ເຊື່ອມ ອຳນາດ ຂອງຈີນ ໃນ ຂົງເຂດ.