ລ້ຽງປາກະຊັງ ຕາມນໍ້າຂອງ


2013.03.12
F-fish ການຫາລ້ຽງຊີພ ຕາມລໍານໍ້າຂອງ
RFA/Viengsay

ນໍ້າຂອງ ບົກແຫ້ງລົງ ອາດສົ່ງ ຜົນກະທົບ ໃສ່ການລ້ຽງ ປາກະຊັງ ຕາມ ລໍານໍ້າຂອງ.

ນັກທຸຣະກິດ ລ້ຽງປາກະຊັງ ຂອງໄທ ເວົ້າຕໍ່ ວິທຍຸ ເອເຊັຍເສຣີ ວ່າ ປັດຈຸບັນ ນໍ້າ ໃນແມ່ນໍ້າຂອງ ບົກລົງຫລາຍ ເຮັດໃຫ້ ການລ້ຽງ ປາກະຊັງ ໄດ້ຮັບຜົນ ກະທົບແລ້ວ ຍ້ອນວ່າ ເມື່ອນໍ້າຂອງ ບົກລົງຫລາຍ ອຸນນະພູມ ຂອງນໍ້າ ສູງຂຶ້ນ ເຮັດໃຫ້ ປາຕາຍ ເພາະມັນ ບໍ່ສາມາດ ປັບຕົວໄປ ນໍາໄດ້. ເຈົ້າຂອງລ້ຽງ ປາກະຊັງ ທີ່ແຂວງ ນະຄອນພະນົມ ຜູ້ນຶ່ງ ເວົ້າວ່າ:

"ເວລາ ນໍ້າມັນຕື້ນ ການລ້ຽງປາ ກໍຍາກ ມັນເຮັດ ໃຫ້ປາຕາຍ ເມື່ອກ່ອນ ເທົ່າທີ່ເຫັນມາ ນໍ້າຂອງ ບໍ່ລົດລົງ ຫລາຍ ຂນາດນີ້, ແຕ່ ຕອນນີ້ ນໍ້າມັນລົດລົງ ຫລາຍ, ເຮັດໃຫ້ ນໍ້າຮ້ອນຂຶ້ນ".

ເລົາເວົ້າ ຕໍ່ໄປວ່າ ໃນຊ່ວງນີ້ ຣະດັບນໍ້າຂອງ ລົດລົງໄວ ກວ່າ ປົກກະຕິ ແລະ ອາກາດ ກໍຮ້ອນຂຶ້ນ, ເມື່ອນໍ້າຂອງ ລົດລົງຫລາຍ ອຸນນະພູມ ຂອງດິນໃຕ້ນໍ້າ ຈະສູງຂຶ້ນ ເຮັດໃຫ້ ທັງການລ້ຽງ ປາກະຊັງ ຢູ່ປະເທດລາວ ໄດ້ຮັບຜົນ ກະທົບນໍາດ້ວຍ.

ເພື່ອແກ້ໄຂ ບັນຫາ ດັ່ງກ່າວ ນັກຊ່ຽວຊານ ລ້ຽງປາ ເວົ້າວ່າ ວິທີແກ້ໄຂ ນໍ້າ ໃນແຫລ່ງນໍ້າ ທັມມະຊາດ ທີ່ບົກລົງ ຈົນສົ່ງ ຜົນກະທົບ ໃສ່ການລ້ຽງ ປາກະຊັງ ນັ້ນ ຜູ້ລ້ຽງຕ້ອງ ເຝົ້າສັງເກດ, ຖ້າເຫັນນໍ້າບົກ ລົງຫລາຍ ຕ້ອງໄດ້ຍ້າຍປາ ໄປລ້ຽງໃສ່ ກະຖັງແທນ.

ປັດຈຸບັນ ອາຊີບລ້ຽງ ປາກະຊັງ ຖືວ່າເປັນ ອາຊີບ ທີ່ມີຄົນ ສົນໃຈຫລາຍ, ໃນຊ່ວງ 10 ປີມານີ້ ມີຜູ້ລ້ຽງ ເພີ່ມຫລາຍຂຶ້ນ ກວ່າ 1,000 ກະຊັງ. ສໍາລັບຢູ່ ປະເທດລາວ ມີຜູ້ລ້ຽງ ຕາມແຄມຝັ່ງ ແມ່ນໍ້າຂອງ ແລະ ແຄມນ້າງື່ມ ຫລາຍ ກວ່າ 2,000 ກະຊັງ ພາຍຫລັງ ທີ່ມີການ ສົ່ງເສີມ ຊາວ ກະສິກອນ ມານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.