ຄົນງານຈີນ ຈະເຂົ້າມາ ຫຼວງນໍ້າທາຫຼາຍຂຶ້ນ

ໄມຊູລີ
2017.08.16
f-railway ການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ເຂດບ້ານ ນາເຕີຍ ແຂວງ ຫລວງນໍ້າທາ
RFA

ເຈົ້າໜ້າທີ່ ແຂວງຫລວງນໍ້າທາ ທ່ານນື່ງ ກ່າວເມື່ອວັນອັງຄານ ທີ່ 15 ສິງຫານີ້ວ່າ ຄົນຈີນ ຈໍານວນຫຼາຍຮ້ອຍຄົນ ຈະຫຼັ່ງໄຫຼ ເຂົ້າມາ ປະຈໍາຢູ່ ແຄ້ມຄົນງານ ບ້ານນາເຕີຍ ແຂວງຫຼວງນໍ້າທາ ຫລັງ​ຈາກ ອອກພັນສາປີນີ້ ເພື່ອເຣີ້ມລົງມື ເຮັດວຽກ ໂຄງການ ສ້າງທາງຣົດໄຟ ລາວ-ຈີນ.

“ດຽວນີ້ ມັນກໍຝົນຕົກ ແດ່ເນາະ ເຂົາເຈົ້າ ກໍາລັງຕັ້ງແຄ້ມ ກັມມະກອນ ກໍຍັງບໍ່ທັນມາຫລາຍ ກໍຊິແມ່ນ ອອກພັນສາພຸ້ນລະ ຄັນເຂົາ ຕັ້ງແຄ້ມ ຕັ້ງອັນນັ້ນແລ້ວ ກໍມີ ບ່ອນຮອງຮັບ ກັມມະກອນ ເຂົາເຈົ້າ ກໍຊິ ຮັບກັມມະກອນ ເຂົ້າມາ.”

ທ່ານກ່າວຕື່ມວ່າ ປັດຈຸບັນ ຫຼາຍພາກສ່ວນ ທີ່ກ່ຽວຂ້ອງ ເປັນຕົ້ນ ເຈົ້າໜ້າທີ່ ດ່ານກວດຄົນເຂົ້າອອກ, ເຈົ້າໜ້າທີ່ ຕໍາຣວດ ແລະ ເຈົ້າໜ້າທີ່ ຜແນກແຮງງານ ແລະ ສັວດດີການ ສັງຄົມ ແຂວງຫລວງນໍ້າທາ ກໍາລັງຕຽມ ແຜນຄຸ້ມຄອງ ແຮງງານຈີນ ຄື ມີການກວດກາປວັດ ຢ່າງລະອຽດ.

ເພື່ອຮັບປະກັນວ່າ ຄົນງານ ທີ່ເຂົ້າມາເຮັດວຽກ ໃນໂຄງການດັ່ງກ່າວ ແມ່ນຄົນງານແທ້ ບໍ່ແມ່ນຄົນບໍ່ດີ ແອບແຝງເຂົ້າມາ, ສ່ວນຈໍານວນ ຄົນງານ ທັງໝົດ ທີ່ຈະເຂົ້າມາ ແຂວງຫຼວງນໍ້າທາ ເທື່ອນີ້ ທາງການ ຍັງບໍ່ສາມາດ ສລຸບໂຕເລກ ໄດ້ເທື່ອ ພຽງແຕ່ ຄາດເອົາໄວ້ວ່າ ຄົງຈະຫຼາຍກວ່າ 1,000 ຄົນ.

ທ່ານກ່າວວ່າ ທຸກມື້ນີ້ ສເລັ່ຍແລ້ວ ຄົນງານ ທີ່ເປັນ ວິສະວະກອນຈີນ ແລະ ຄົນງານ ທີ່ເປັນ ກັມມະກອນຈີນ ໃນໂຄງການທາງຣົຖໄຟ ຢູ່ ແຂວງຫຼວງນໍ້າທາ ມີປະມານ 300 ຄົນ, ຊຶ່ງປັດຈຸບັນນີ້ ກໍາລັງເຮັດວຽກ ເຈາະອຸໂມງ ແລະ ສ້າງເສັ້ນທາງນ້ອຍ ໄປຫາ ບ່ອນເຈາະອຸໂມງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.