ຕລາດໂພນຕ້ອງມີການຍາດບ່ອນ ຂາຍຂອງ

ໄມໂຊລີ
2014.04.30
f-default ຕລາດໂພນຕ້ອງມີການຍາດບ່ອນ ຂາຍຂອງ
RFA

 

ຫລັງຈາກ ເກີດ ເຫຕການ ໄຟໄໝ້ ຕລາດ ທົ່ງຂັນຄໍາ ທີ່ເຮັດໃຫ້ ພໍ່ຄ້າ ແມ່ຄ້າ ຫລາຍຄົນ ບໍ່ມີບ່ອນ ຂາຍເຄື່ອງ ແລະ ຕ້ອງຍ້າຍ ໄປຂາຍ ຢູ່ຕລາດ ໂພນຕ້ອງ ແທນນັ້ນ ເລີຍເກີດມີ ເຣື້ອງ ຂັດແຍ້ງ ກັບ ພໍ່ຄ້າແມ່ຄ້າ ປະຈໍາຢູ່ ຕລາດ ໂພນຕ້ອງ ຍ້ອນການ ຍາດແຍ່ງ ບ່ອນນັ່ງ ຂາຍເຄື່ອງ ຈົນມີ ປາກສຽງ ກັນ. ດັ່ງ ເຈົ້າໜ້າທີ່ ກ່າວວ່າ:

“ກໍເຣຶ້ອງ ແມ່ຄ້າ ມັນຂັດແຍ້ງ ກັນຫັ້ນລະ ມັນແອອັດ ຈາກໄຟໃໝ້ ຕລາດ ທົ່ງຂັນຄໍາ ແລ້ວມາຂາຍ ຢູ່ຕລາດ ໂພນຕ້ອງ ກໍຍາດແຍ່ງກັນ ຫັ້ນແຫລະ ກະມີສົບ ມີສຽງ ຕໍ່ກັນ”.

ເຈົ້າໜ້າທີ່ ທ່ານນີ້ ອະທິບາຍ ວ່າ ການທີ່ ພໍ່ຄ້າ ແມ່ຄ້າ ເກິດຜິດຖຽງ ກັນ ກໍເປັນເຣື້ອງ ເລັກໆ ນ້ອຍໆ ຖືເປັນຂອງ ທັມມະດາ ຍັງບໍ່ມີ ເຫດການ ຮ້າຍແຮງ, ສ່ວນເຣື້ອງ ທີ່ວ່າ ພໍ່ຄ້າ ແມ່ຄ້າ ຕ້ອງເສັຍຄ່າ ເຊົ່າບ່ອນນັ່ງ ຂາຍເຄື່ອງ ໃຫ້ ເຈົ້າຂອງ ຕລາດໂພນຕ້ອງ ນັ້ນ ກໍເປັນ ເຣື້ອງ ປົກກະຕິ ຈະຕ້ອງເສັຍ ຢູ່ແລ້ວ ແຕ່ຖ້າ ພວກເຂົາເຈົ້າ ຄິດວ່າ ມັນເປັນເຣື້ອງ ບໍ່ເປັນທັມ ເພາະ ຄ່າເຊົ່າແພງ ຫລາຍ ກໍສາມາດ ຮ້ອງຣຽນ ເຖີງ ເຈົ້າໜ້າທີ່ ກ່ຽວຂ້ອງ ໄດ້.

ຜ່ານມາມໍ່ໆນີ້ ໜັງສືພິມ “ລາວພັທນາ” ຣາຍງານ ວ່າ ມາຮອດ ປັຈຈຸບັນ ແມ່ຄ້າ ຊາວຂາຍ ສ່ວນນື່ງ ທີ່ຂາຍ ຊິ້ນ, ຂາຍປາ, ເຄື່ອງແຫ້ງ ແລະ ພຶດພັກ ຕ່າງໆ ທີ່ແຕ່ກ່ອນ ເຄີຍຂາຍ ຢູ່ຕລາດ ທົ່ງຂັນຄໍາ ມາແລ້ວ ໄດ້ຍ້າຍມາ ຂາຍຢູ່ ຫລັງຕລາດ ບ່ອນທີ່ ບໍ່ຖືກ ໄຟໄໝ້ ນັ້ນ ກໍຖືກ ເຈົ້າໜ້າທີ່ ຜູ້ຈັດສັນ ສວຍ ໂອກາດ ຂື້ນຣາຄາ ຄ່າເຊົ່າ ເຊັ່ນ ດຽວກັນ ເກັບຄ່າເຊົ່າ ແລ້ວ ຍັງບໍ່ພໍ ຍັງ ບັງຄັບໃຫ້ ເຂົາເຈົ້າ ເສັຍຄ່າບ່ອນ ຂາຍ ປະມານ 2 ລ້ານ ກິບ ຕໍ່ປີ ຊື່ງ ສ້າງ ຄວາມໜັກໃຈ ໃຫ້ແກ່ ພໍ່ຄ້າ ແມ່ຄ້າ ຈົນພວກ ເຂົາເຈົ້າ ຕ້ອງໄດ້ ຮ້ອງຮຽນ ເຖີງ ພາກສ່ວນ ກ່ຽວຂ້ອງ ອອກມາ ກວດສອບ ບັນຫາ ດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.