ມ. ຈັນທະບູຣີ ມີຄົນຈີນ-ວຽດນາມ ຢູ່ແບບຜິດກົດໝາຍຫຼາຍ

ການສັນຈອນໃນຕອນກາງຄືນ ຂອງປະຊາຊົນໃນເຂດ ນະຄອນຫຼວງວຽງຈັນ, ວັນທີ 3 ກັນຍາ 2021.
ການສັນຈອນໃນຕອນກາງຄືນ ຂອງປະຊາຊົນໃນເຂດ ນະຄອນຫຼວງວຽງຈັນ, ວັນທີ 3 ກັນຍາ 2021. (RFA)

0:00 / 0:00

ຄົນ​ຈີນ ແລະ ຄົນວຽດ​ນາມ ລັກ​ເຂົ້າ​ມາ​ອາ​ສັຍ​ຢູ່ ເຂດ​ບ້ານຂົວ​ຫລວງ ເມືອງ​ຈັນ​ທະ​ບູ​ລີ ນະ​ຄອນ​ຫລວງວຽງ​ຈັນ ແບບ​ຜິດ​ກົດ​ໝາຍ ໂດຍ ບໍ່​ແຈ້ງ​ໃຫ້​ອຳ​ນາດ​ການ​ປົກ​ຄອງ ​ຂັ້ນ​ບ້ານ​ຮັບ​ຮູ້​ວ່າ ມີ​ການ​ເຂົ້າ​ມາ​ອາ​ສັຍຢູ່​ບ້ານ​ຂົວ​ຫລວງ ເຮັດ​ໃຫ້ ຄະ​ນະ​ບ້ານ ບໍ່​ສາ​ມາດຮັບ​ຮູ້​ໄດ້ ຄັກ​ແນ່​ວ່າ ມີ​ປາ​ກົດ​ການ​ແນວ​ໃດ ເນື່ອງ​ຈາກ ບໍ່​ມີ​ທີ່​ມາ​ທີ່​ໄປ​ບຸກ​ຄົນ​ກຸ່ມນີ້.

ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ບ້ານ​ຂົວ​ຫລວງ ເມືອງ​ຈັນ​ທະ​ບູລີ ນະ​ຄອນ​ຫລວງວຽງ​ຈັນ ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 4 ກຸມ​ພາ ວ່າ:

“ເວ​ລາ​ໄປ​ພັກ​ເຊົາ​ຢູ່​ບ້ານ​ນັ້ນ ບໍ່​ເຂົ້າ​ໄປ​ແຈ້ງ​ຫ້ອງ​ການ​ບ້ານ​ຫັ້ນ​ນ່າ ແລ້ວ ມັນ​ເຮັດ​ໃຫ້​ເຮົາ ເກັບ​ກຳ​ສ​ຖິ​ຕິ ຄົນ​ຕ່າງ​ປະ​ເທດ​ຫັ້ນຍາກ ຄັນ​ເວ​ລາ​ມັນ​ເກີດ​ບັນ​ຫາ​ມາ​ແລ້ວ ເຮົາ​ບໍ່​ຮູ້​ຫັ້ນ​ນ່າ ຄັນ​ຊິເວົ້າ ເຂົາ​ເຈົ້າ​ມາ​ລີ້​ຊ້ອນ ຫັ້ນ​ແຫຼະ ຄື ກັມ​ກອນ ບາງ​ຄົນ ກໍ​ບໍ່​ພັດ​ສ​ະ​ປອດ ຈັ່ງ​ຊີ້​ນ່າ ເຂົາ​ຈ້ຳ​ໃບ​ຜ່ານ​ແດນ 4,000 ກີບ ແລ້ວ​ເຂົ້າ​ມາ​ເລີຍ ບໍ່​ມີ​ພັດ​ສະ​ປອດ ບໍ່​ມີ​ບັດ​ແຮງ​ງານ​ຈັ່ງ​ຊີ້​ນ່າ.”

ທ່ານ ກ່າວ​ຕື່ມ​ວ່າ ນອກ​ຈາກນີ້ ບາງ​ກໍ​ລະ​ນີ ຄົນຈີນ ແລະ ຄົນວຽດ​ນາມ ກໍ​ຈະ​ມີ​ເຣື່ອງ​ມັກ​ຜິດ​ກັນ​ເອງ ຫຼື ກັບ​ຄົນ​ລາວ ຫຼັງ​ຈາກກິນ​ເຫຼົ້າ-ເບັຽ ນຳ​ກັນ ກໍ​ເຮັດ​ໃຫ້​ການ​ແກ້​ໄຂ ​ມີ​ຄວາມ​ຫຍຸ້ງ​ຍາກ ອີກ​ຢ່າງ​ນຶ່ງ ເວ​ລາ​ ຄົນຈີນ ແລະ ວຽດ​ນາມ ແຈ້ງ​ການ​ບ່ອນ​ພັກ​ເຊົາ ໃຫ້​ຄະ​ນະ​ບ້ານ​ຮັບ​ຮູ້ ກໍ​ເຮັດ​ໃຫ້​ບ້າ​ນເອງ ບໍ່​ສາ​ມາດ​ເກັບ​ກຳ​ຈຳ​ນວນ​ໄດ້​ນຳ​ອີກ.

ຄົນຈີນ ແລະ ວຽດ​ນາມ ​ລັກ​ມາອາ​ສັຍ ຢູ່​ເຂດ​ບ້ານ​ຂົວ​ຫລວງ ແລະ ບາງ​ຄົນ​ກໍ​ມາ​ຢູ່ເປັນ​ເວ​ລາ​ຫຼາຍ​ປີ​ແລ້ວ ຊຶ່ງບໍ່​ໄດ້​ພຽງ​ແຕ່ອາ​ສັຍ ຢູ່ແບບບໍ່​ຖືກ​ກົດ​ໝາຍ​ເທົ່າ​ນັ້ນ ເຂົາ​ເຈົ້າຍັງ​ມີ​ການ​ປະ​ກອບ​ອາ​ຊີບ ທີ່​ສະ​ຫງວນໄວ້​ໃຫ້ ​ຄົນ​ລາວ​ນຳ​ອີກ ໂດຍ​ສະ​ເພາະ ອາ​ຊີບບໍ​ຣິ​ການ​ຕັດ​ຜົມ, ທາ​ເລັບ, ​ເສີມ​ສວຍ ແຕ່ ​ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງບໍ່​ສາ​ມາດ​ເຮັດ​ຫຍັງ​ໄດ້.

ຊາວ​ບ້ານ ຂົວ​ຫລວງ ເມືອງ​ຈັນ​ທະ​ບູ​ລີ ອີກ ທ່ານ​ນຶ່ງ ໄດ້​ກ່າວ​ໃນ​ວັນ​ທີ 4 ກຸມ​ພາ ວ່າ:

“ບາງ​ເທື່ອ​ເນາະ ຄື ບ້ານ​ເຮົາ​ນີ້ ກໍ​ມີ​ຄົນ​ວຽດ ມາ​ເຮັດ​ແຕ່​ກໍ​ມີ ໃນ​ບ້ານ ບໍ່​ໄດ້​ອະ​ນຸ​ຍາດດອກ ແຕ່ ເຂົາ​ກໍ​ເຮັດ​ໂລດ​ຫັ້ນ​ແຫຼະ ແຕ່​ວ່າ ເຂົາ​ກໍ​ເຮັດ​ໄປ​ຕາມ​ແບບ​ທັມ​ດາ ຊື່ໆ ນ່າ ຮ້ານ​ນ້ອຍໆ ເລັກໆ ຫັ້ນ​ໄດ້, ຖ້າ​ຜູ້​ໃດ ຢູ່​ບ້ານ​ໃດ ຊິ​ແມ່ນ​ຄົນ​ລາວ ຄົນ​ຕ່າງ​ປະ​ເທດ ຄົນ​ຫຍັງ​ກໍ​ຢ່າ ຕ້ອງ​ໄດ້ ບ້ານ​ຮູ້​ໝົດ ເຈົ້າ​ມາ​ດີ ຫຼື ມາ​ຮ້າຍ​ຊັ້ນ​ເດ້.”

ສວນ​ວ່າ ຊາວ​ບ້ານ ຂົວ​ຫລວງ ອີກ​ທ່າ​ນ​ນຶ່ງ ພັດ​ເວົ້າ​ວ່າ ການ​ເຂົ້າ​ມາ ອາ​ສັຍ​ພັກ​ເຊົາຂອງ​ຄົນ​ຈີນ ແລະ ວຽດ​ນາມ ບໍ່​ໄດ້​ສ້າງ​ຜົ​ລ​ກະ​ທົບ​ຕໍ່​ການ​ດໍ​າ​ເນີນ ຊີ​ວິດ​ຂອງ​ຄົນ​ລາວ​ໃນ​ເຂດ​ນັ້ນ ເນື່ອງ​ຈາກ ຄົນ​ລາວ ພາຍ​ໃນ​ເຂດ​ບ້ານ​ຂົ​ວ​ຫລວງ ກໍ​ໄປ​ຊື້ ເຄື່ອງ​ຂອງ​ຄົນຈີນ ແລະ ວຽດ​ນາມ ກຸ່ມ​ດັ່ງ​ກ່າວ ມາ​ຄ້າ​ຂາຍ​ໃນ​ຮ້ານ​ໂຕ​ເອງ ກໍ​ເປັນ​ການ​ຊື້ ຂາຍ ລ​ະ​ຫວ່າງກັນ.

ຊາວ​ບ້ານ​ຂົວ​ຫລວງ​ອີກ ຜູ້​ນຶ່ງ ກ່າວ​ວ່າ:

“ສ່ວນ​ຫຼາຍ ເຂົ້າ​ເຈົ້າ​ກໍ​ມາ​ຄ້າ​ຂາຍ ເຮັດ​ຂາຍ​ເຄື່ອງ​ຫັ້ນ​ແຫຼະ ນຳ​ຮ້ານ​ໄປ​ຊັ້ນ ແຫຼະ ໂອ້ຍ ບ້ານ​ອ້າຍ​ເຂົາ​ກໍ​ມາ​ຂາຍ​ເຄື່ອງ ຄຸກ​ກະ​ດອກ ຕຸກ​ກະ​ຕາ ໄປ​ຫັ້ນ​ແຫຼະ ນຳ​ທາງ​ໄປ​ຫັ້ນ ແຫຼະ​ຂາຍ​ປີນ​ປອກ ປືນ​ນ້ຳ ຫັ້ນ​ແຫຼະ ຢູ່​ນຳ​ກັນ​ໄປ​ຈັ່ງ​ຊີ້​ແຫຼະ ບໍ່​ມີ​ອາ​ຫານ​ລ້ຽງ ຢາກ​ຂາຍ ອັນ​ນັ້ນ ນີ້ ກໍ​ບໍ່​ມີ​ເດ້​ນ່າ.”

ຫຼ້າ​ສຸດ ເມື່ອ​ວັນ​ທີ 1 ກຸມ 2022 ສ​ະ​ມາ​ຊິກ​ສ​ະ​ພາ​ແຫ່ງ​ຊາດ ຫຼື ສ​ສ​ຊ ປະ​ຈຳ​ເຂດ​ເລືອກ​ຕັ້ງທີ 1 ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ ນະ​ຄອນ​ຫລວງວຽງ​ຈັນ ໄດ້​ລົງ​ພື້ນ​ພົບ​​ກັບຜູ້​ມີ​ສິດ​ເລືອກ​ຕັ້ງ ຢູ່​ວັດຂົວ​ຫລວງ ບ້ານ​ຂົວ​ຫລວງ ເມືອງ​ຈັນ​ທະ​ບູ​ລີ ນະ​ຄອນ​ຫລວງວຽງ​ຈັນ.

ອຳ​ນາດ​ການ​ປົກ​ຄອງ​ຂັ້ນ​ບ້ານ ຢູ່​ບ້ານ​ຂົວ​ຫລວງ ກໍ​ໄດ້​ລາຍ​ງານ​ສະ​ພາບ​ບັນ​ຫາ​ຂ້ອງ​ໃຈ ທີ່​ຄົນ​ຈີນ ແລະ ຄົນວຽດ​ນາມ ມາ​ລັກ​ຢູ່​ແບບ​ຜິດ​ກົດ​ໝາຍ​ໃຫ້ ສ​ສ​ຊ ໄດ້​ຮັບ​ຟັງ.

ພ້ອມ​ດຽວ​ກັນ ສ​ສ​ຊ ກໍ​ໄດ້​ສັ່ງ​ໃຫ້ ອຳ​ນາດ​ການ​ປົກ​ຄອງ​ຂັ້ນ​ທ້ອງ​ຖິ່ນ ຢູ່​ບ້ານ​ຂົວ​ຫລວງ ເກັບ​ກຳ​ຂໍ້​ມູນ ແລ້ວ​ເຮັດ​ບົດ​ຣາຍ​ງານ ສົ່ງ​ຫາ​ພາກ​ສ່ວນ​ກ່ຽວ​ຂ້ອງ ເພື່ອ​ຫາ​ນິ​ຕິ​ກຳ ທີ່​ມີ​ຄວາມ​ເຄັ່ງ​ຄັດ ປະ​ຕິ​ບັດ​ຕໍ່​ຊາວ​ຈີນ ແລະ ວຽດ​ນາມ ທີ່​ລັກ​ຢູ່​ພາຍ​ໃນ​ເຂດ​ບ້ານ ບໍ່​ຖືກ​ຕ້ອງ ເປັນ​ລຳ​ດັບ​ຕໍ່​ໄປ.

ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ຢູ່​ບ້ານ​ຂົວ​ຫລວງ ເມືອງ​ຈັນ​ທະ​ບູ​ລີ ກ່າວ​ວ່າ:

“ຜູ້​ແທນ​ຫັ້ນ ເພິ່ນ​ກໍ​ໃຫ້​ກວດ​ສອບ​ຫັ້ນ​ແຫຼະ ກໍ​ເຮັດ​ຕາມ​ລະ​ບຽບ ເພິ່ນ​ກໍ​ວ່າ ຄັນ​ຢູ່​ບ້ານ​ເຮົາ ບ້ານ​ເຮົາ ກໍ​ຄຸ້ມ​ຄອງ ກໍ​ຕິດ​ຄາມ​ໃຫ້​ມັນ ໄດ້ ຖ້າ​ມີ​ຄົນ​ເຂົ້າ ຄົນ​ອອກ​ກໍ ພະ​ຍາ​ຍາມ​ໃຫ້​ໄປ​ເບິ່ງ​ຫັ້ນ​ແຫຼະ ວ່າ ຢູ່​ຈຸດ​ໃດ ໜ່ວຍ​ໃດ ກໍ​ມີ​ແຕ່​ເຮົາ​ເອົາ​ຂໍ້​ມູນ ແລ້ວ ສ​ເນີ​ຂັ້ນ​ເທິງ ໃຫ້​ຂັ້ນ​ເທິງ ແກ່​ໄຂ​ຫັ້ນ​ແຫຼະ ເຣື່ອງ​ນິ​ຕິ​ກັມ ໃຫ້​ເພິ່ນ​ໄປ​ຄົ້ນ​ຄວ້າ.”

ທ່ານ ກ່າວ​ຕື່ມ​ວ່າ ຈຳ​ນວນ​ຄົນຈີນ ວຽດ​ນາມ ທີ່​ເຂົ້າ​ມາ​ອາ​ສັຍ ຢູ່ພາຍ​ໃນ​ບ້ານ​ຂົວ​ຫລວງນີ້ ແມ່ນ​ເວົ້າ​ພາ​ສາ​ລາວ ໄດ້​ສະ​ເພາະ ລະ​ດັບ​ຫົວ​ໜ້າ ຮັບ​ເໝົາ​ກໍ່​ສ້າງ ຫຼື ເຈົ້າຂອງ​ຮ້າ​ນ​ຂາຍ​ເຄື່ອງ ເນື່ອງ​ຈາກ ພວກ​ເຂົາ​ເຈົ້າ ຢູ່ພາຍ​ໃນ​ບ້ານ​ ມາ​ເປັນ​ເວ​ລາ​ດົນ​ກວ່າ 10-20 ປີ​ແລ້ວ.

ເຣື່ອງ​ການ​ຄຸ້ມ​ຄອງ​ຄົນ​ຕ່າງ​ປະ​ເທດ ມາອາ​ສັຍ​ພັກ​ເຊົາ ຢູ່​ພາຍ​ໃນ​ແຕ່​ລະ​ບ້ານ ແຕ່​ລະ​ເມືອງ ແຕ່​ລະ​ແຂວງ​ແມ່ນ​ເປັນ​ວ​ຽກ​ງານ​ຂອງ ເຈົ້າ​ໜ້າ​ທີ່ຕຳ​ຣວດ ປະ​ຈຳ​ກຸ່ມ​ບ້ານ ໃນ​ຂັ້ນ​ທຳ​ອິດ, ຖ້າ​ປະ​ຊາ​ຊົນ ພົບ​ເຫັນ ປາ​ກົດ​ການ ຊາວ​ຕ່າງ​ປະ​ເທດ​ລັກ​ອາ​ສັຍ ​ພັກ​ເຊົາ ໂດຍບໍ່​ໄດ້​ແຈ້ງ​ຂັ້​ນ​ບ້ານ ພາຍ​ໃນ 24 ຊົ່ວ​ໂມງ ໃຫ້​ໄປ​ແຈ້ງ​ເຈົ້າ​ໜ້າ​ທີ່ຕຳ​ຣວດ ປະ​ຈຳ​ກຸ່ມ​ບ້ານ​ທັນ​ທີ.

ເຈົ້າ​ໜ້າ​ທີ່​​ເມືອງ ກ່າວ​ໃນ​ມື້​ດຽວ​ກັນ​ວ່າ:

“ທີ່​ຈິງ​ແລ້ວ ໂຕນີ້ ເຮົາ​ມີ​ລະ​ບຽບ​ເນາະ ເຮົາ​ມີ​ລະ​ບຽບ ໃນ​ການ​ແກ້ໄຂ ສະ​ນັ້ນ​ໂຕນີ້​ຫັ້ນ​ນ່າ ຫຼັກໆ ຕ້ອງ​ຫາ​ກຸ່ມ​ບ້ານ​ກ່ອນ​ເນາະ ຄັນ​ວ່າ ມັນ​ເກີດ​ຢູ່​ໃສ ເຈົ້າ​ຕ້ອງ​ໄປ​ຫາ​ຢູ່ ຫັ້ນ​ກ່ອນ​ຄັນ​ຖ້າ​ວ່າ ຢູ່​ຫັ້ນ​ແກ້ບໍ່​ໄດ້​ນ່າ ໄປ​ຄາມ​ສາຍ​ຂອງ​ມັນ ໄປ​ຫາ​ຢູ່​ເມືອງ​ຢູ່ ແຂວງ​ມັນ​ຈະ​ມີ​ສາຍ​ຂອງ​ມັນ​ແນວນີ້.”

ເອ​ເຊັຽ​ເສ​ຣີ ໄດ້​ຕິດ​ຕໍ່​ໄປຫາ ເຈົ້າ​ໜ້າ​ທີ່ ປກ​ສ ກຸ່ມ​ບ້ານ 2 ຊຶ່ງ​ເປັນ​ກຸ່ມ​ບ້ານ​ທີ່​ມີ​ບ້ານ​ຂົວຫລວງ ຢູ່​ໃນ​ຄວາ​ມຮັບ​ຜິ​ດ​ຊອບ ເພື່ອ​ຖາມ​ເຖິງ​ຈຳ​ນວນ​ຊາວ​ຈີນ ແລະ ຄົນວຽດ​ນາມ ແຕ່ກໍ​ບໍ່​ສາ​ມາດ​ຕິດ​ຕໍ່​ໄດ້ ລວມ​ເຖິງ​ເຈົ້າ​ໜ້າ​ທີ່​ຕຳ​ຣວດ ຂັ້ນ​ເມືອງ ກໍ​ບໍ່​ຮັບ​ຮູ້​ລາຍ​ລະ​ອຽດ ​ກ່ຽວ​ກັບ​ຄົນ​ຈີນ ແລະຄົນວຽດ​ນາມ ທີ່ເຂົ້າ​ມາ​ມາ​ອາສັຍ​ພັກ​ເຊົາ ໂດຍບໍ່​ໄດ້​ແຈ້ງ​ຂັ້ນບ້ານ ໃນ​ເຂດ​ບ້ານ​ຂົວ​ຫລວງ​ ແຕ່​ຢ່າງ​ໃດ.

ບ້ານ​ຂົວ​ຫລວງ ເມືອງ​ຈັນ​ທະ​ບູ​ລີ ແມ່ນ​ເປັນ​ບ້ານ ທີ່​ມີ​ຄົນ​ຈີນ ແລະວຽດ​ນາມ ເຂົ້າ​ມາ​ມາ​ຢູ່​ແບບ​ຜິດ​ກົດ​ໝາຍຫຼາຍ ເປັນ​ຕົ້ນໃນ​ເຂດ​ກຸ່ມ​ບ້ານ 2 ຂອງ​ເມືອງ​ຈັນ​ທະ​ບູ​ລີ ໃນ​ຂະ​ນະ​ທີ່ບ້ານ​ອື່ນໆ ທີ່​ມີ​ຊາຍ​ແດນ​ຕິດ​ຈອດ​ກັບ​ບ້ານຂົວ​ຫລວງ ເປັນ​ຕົ້ນ​ ບ້ານ​ດົງ​ໝ້ຽງ, ບ້າ​ນ​ທົ່ງ​ຕູມ ແລະ ບ້ານ​ຮ່ອງ​ຄ້າ ກໍ​ມີ​ຊາວ​ຈີນ ແລະ​ ວຽດ​ນາມ ເຂົ້າ​ມາ​ອາ​ສັຍ ພັກ​ເຊົາ​ຄື​ກັນ ແຕ່​ເຂດ​ບ້ານ​ດັ່ງ​ກ່າວ​ນີ້ ຄົນ​ຈີນ ແລະ ວຽດ​ນາມ ແມ່ນອາ​ສັຍ​ພັກ​ເຂົາ ແບບ​ຖືກ​ຕ້ອງ, ອີ​ງ​ຕາມ​ຂໍ້​ມູນ ຈາກ​ອຳ​ນາດ​ການ​ປົກ​ຄອງບ້ານ ບ້ານ​ດົງ​ໝ້ຽງ, ບ້າ​ນ​ທົ່ງ​ຕູມ ແລະ ບ້ານ​ຮ່ອງ​ຄ້າ.