ເຂດຫ່າງໄກສອກຫຼີກ ຂ. ຜົ້ງສາລີ ໄຟຟ້າ ຍັງເຂົ້າບໍ່ເຖິງ

ໄຊຍາ
2023.12.24
ເຂດຫ່າງໄກສອກຫຼີກ ຂ. ຜົ້ງສາລີ ໄຟຟ້າ ຍັງເຂົ້າບໍ່ເຖິງ ເສົາສາຍສົ່ງໄຟຟ້າ ໃນປະເທດລາວ ທີ່ເນັ່ງຂ້າມທົ່ງນາຊາວບ້ານ, (TS) ເດືອນຕຸລາ 2020
RFA

ວັນທີ 20-21 ທັນວາ 2023 ຜ່ານມາ, ທ່ານ ທອງພັດ ອິນທະວົງ, ຮອງຣັຖມົນຕຣີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວໃນກອງປະຊຸມ ສຣຸບການຈັດຕັ້ງປະຕິບັດ ແຜນພັທນາວຽກງານ ພະລັງງານ ແລະ ບໍ່ແຮ່ ປະຈຳປີ 2023 ວ່າ ມາຮອດປັດຈຸບັນ ການເຂົ້າເຖິງໄຟຟ້າ ຂອງຄົວເຮືອນ ທົ່ວປະເທດ ສາມາດຈັດຕັ້ງປະຕິບັດໄດ້ 95.27% ແລະ ມີພຽງແຕ່ແຂວງຜົ້ງສາລີ, ອຸດົມໄຊ, ຫົວພັນ, ຫຼວງນໍ້າທາ ແລະ ເຊກອງ ທີ່ຍັງມີການເຂົ້າເຖິງໄຟຟ້າ ຂອງຄົວເຮືອນ ຕໍ່າກວ່າໝູ່.

ແຂວງຜົ້ງສາລີ ແມ່ນເປັນແຂວງນຶ່ງ ທີ່ມີອັດຕຣາ ການເຂົ້າເຖິງໄຟຟ້າ ຂອງຄົວເຮືອນ ຕໍ່າ ຢູ່ໃນລະດັບ 66% ເທົ່ານັ້ນ ແລະ ສ່ວນທີ່ເຫຼືອ ທີ່ບໍ່ສາມາດເຂົ້າເຖິງໄດ້ ຍ້ອນພວກເຂົາເຈົ້າ ອາໃສຢູ່ ໃນພື້ນທີ່ຫ່າງໄກ ທີ່ທາງການລາວ ຍັງບໍ່ທັນຂຍາຍ ຕາຂ່າຍໄຟຟ້າ ໃຫ້ເຂົ້າເຖິງໄດ້. ດັ່ງຜູ້ທີ່ຮູ້ ກ່ຽວກັບເຣື່ອງນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ທັນວາ 2023 ນີ້ວ່າ:

“30-40 ຫຼັງຄາເຮືອນບໍ່ ແບບນີ້, ຫັ້ນນ່າ. ຖ້າເຮົາຊິລົງທຶນ ດຶງໄຟຟ້າເຂົ້າໄປ ມັນກໍລາຄາສູງ ແລ້ວກໍຣັຖບານ ກໍບໍ່ມີງົບພຽງພໍເທື່ອ. ແລ້ວບາງບ້ານ, ກໍກຽມຊິໂຍກຍ້າຍ, ຫັ້ນນ່າ. ທີ່ຢູ່ອາໃສ ກໍມີແບບນັ້ນ, ແລ້ວກໍໂຍກຍ້າຍ ທີ່ວ່າເຂດຫ່າງໄກສອກຫຼີກ ຖືວ່າຫຍັບເຂົ້າມາ ໃຫ້ມີບ່ອນທີ່ວ່າ ເຮັດການຜລິຕໄດ້, ຫັ້ນນ່າ. ຣັຖບານ ກໍຈັດສັນບ່ອນໃໝ່ໃຫ້ ທີ່ວ່າ ມີບ່ອນເຮັດການຜລິຕ ແລ້ວກໍເພື່ອໃຫ້ປະຊາຊົນ ໂຍກຍ້າຍ ເພື່ອມີບ່ອນຫາກິນ.”

ສໍາລັບພື້ນທີ່ ທີ່ບໍ່ທັນມີຕາຂ່າຍເຂົ້າເຖິງ ສ່ວນຫຼາຍ ແມ່ນເປັນພື້ນທີ່ ຫ່າງໄກສອກຫຼີກ ແລະ ພື້ນທີ່ເຂດນອກເທສບານ ເປັນພື້ນທີ່ ທີ່ເຂົ້າເຖິງຍາກ ແລະ ຈຳເປັນຕ້ອງໃຊ້ໄລຍະເວລາ ໃນການເດີນທາງ ຂ້ອນຂ້າງດົນ, ເຊິ່ງກະຈາຍຢູ່ທຸກເມືອງ ພາຍໃນແຂວງຜົ້ງສາລີ. ດັ່ງຜູ້ຮູ້ ກ່ຽວກັບເຣື່ອງນີ້ ກ່າວຕື່ມວ່າ:

“ມີ, ມີຢູ່ໄດ໋ ເປັນຊົນນະບົດ ທີ່ວ່າຫ່າງໄກສອກຫຼີກເນາະ. ບາງບ້ານ ກໍພໍແຕ່ເສັ້ນທາງຣົຖຈັກ ບາງບ້ານ ກໍເສັ້ນທາງຣົຖໃຫຍ່ໄປເຖິງ ກໍມີແຕ່ວ່າ ໄຟຟ້າ ກໍຍັງບໍ່ທັນເຂົ້າເຖິງ, ຫັ້ນນ່າ ເປັນຊົນນະບົດ. ແມ່ນແຫຼະ ເກືອບທຸກເມືອງເລີຍ, ແຕ່ລະເມືອງ ກໍມີຊົນນະບົດ ແລ້ວກໍມີບ້ານ ທີ່ວ່າຫ່າງໄກສອກຫຼີກ ກໍບໍ່ບາງເຂດ ກໍບໍ່ຮອດ 100 ຫຼັກດອກ ຫ່າງກັນປະມານ 40 ຫຼືວ່າ 50 ກິໂລ ຫຼືວ່າ 30 ກິໂລ, ແຕ່ວ່າ ເສັ້ນທາງມັນອັນນັ້ນ ມັນກັນດານເນາະ. ແຕ່ວ່າເຮົາໄປ ກໍຄືເປັນ 2-3 ຊົ່ວໂມງ ແບບນັ້ນ, ຫັ້ນນ່າ.”

ປັດຈຸບັນ, ຕາຂ່າຍໄຟຟ້າ ນໍາໃຊ້ຢູ່ຫຼາຍບ້ານ ແລະ ຫຼາຍເມືອງ ພາຍໃນແຂວງຜົ້ງສາລີ ສ່ວນໃຫຍ່ ເປັນໄຟຟ້າ ທີ່ມາຈາກເຂື່ອນ ຂນາດໃຫຍ່ ແລະ ຂນາດນ້ອຍ ຈຳນວນ 5 ແຫ່ງ. ໃນນີ້, ເປັນເຂື່ອນຂນາດໃຫຍ່ 3 ແຫ່ງ ຄື ເຂື່ອນນໍ້າອູ 5, 6 ແລະ 7, ເຊິ່ງມີສາຍສົ່ງແຮງສູງ 230 ກິໂລໂວນ. ສ່ວນທີ່ເຫຼືອ ອີກ 2 ເຂື່ອນ ແມ່ນມີຂນາດນ້ອຍ ຄື ເຂື່ອນນໍ້າອູ 4 ແລະ 9, ເຊິ່ງມີສາຍສົ່ງແຮງສູງ 115 ກິໂລໂວນ ແລະ  35 ກິໂລໂວນ ຕາມລຳດັບ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ບາງຂົງເຂດ ອັນນ່າ ບ່ອນຫ່າງໄກສອກຫຼີກ ມີແຕ່ 2-3 ຫຼັງຄາ, ແຕ່ລະເມືອງ ແຕ່ລະບ້ານ ກໍມີແບບທາງເຂົ້າ ມັນກໍບໍ່ກຸ້ມ, ຫັ້ນນ່າ. ຄ່າລົງທຶນເນາະ ໄລຍະມັນໄກ ແລ້ວກໍມີແຕ່ເຮືອນ 4-5 ຫຼັງ, ຫັ້ນນ່າ. ບາງບ່ອນ ເຂົາບໍ່ມີໄຟໃຊ້ ຢູ່ໄກຫຼາຍ ເພາະວ່າ ຂຍາຍຕາຂ່າຍໄປ ມັນກໍບໍ່ຄຸ້ມຄ່າ, ຫັ້ນນ່າ. ໄຟຟ້ານີ້, ສ່ວນຫຼາຍ ມີຢູ່ນີ້ ມີອັນນ່າຕາຂ່າຍ ມີແບບວົງແຫວນເນາະ. ຢູ່ແຂວງຜົ້ງສາລີ ກໍມີເຂື່ອນໄຟຟ້າ ມີເຂື່ອນໃຫຍ່ໆ ມີ 3 ແຫ່ງເນາະ, ເຂື່ອນໂຕນ້ອຍ ມີ 2 ແຫ່ງ.”

ຫຼາຍບ້ານ ຫຼາຍເມືອງ ພາຍໃນແຂວງອຸດົມໄຊ, ຫົວພັນ, ຫຼວງນໍ້າທາ ແລະ ເຊກອງ ຈະມີຕາຂ່າຍໄຟຟ້າເຂົ້າເຖິງແລ້ວ, ແຕ່ຍັງເປັນອີກ 4 ແຂວງ ທີ່ມີຈຳນວນຄົວເຮືອນ ເຂົ້າເຖິງການນໍາໃຊ້ໄຟຟ້າ ໜ້ອຍທີ່ສຸດ ເມື່ອທຽບໃສ່ແຂວງອື່ນໆ ພາຍໃນປະເທດ.

ສໍາລັບຄົວເຮືອນ ທີ່ອາໃສຢູ່ ໃນເຂດຊົນນະບົດ ສ່ວນນຶ່ງ ບໍ່ມີການນໍາໃຊ້ໄຟຟ້າ ໃນການດໍາລົງຊີວິຕ ປະຈຳວັນເທື່ອ ແລະ ອີກສ່ວນນຶ່ງ ພັດນຳໃຊ້ຕະກຽງໄຟ ເພື່ອໃຫ້ແສງສະຫວ່າງ ຍາມກາງຄືນ. ສ່ວນການນຳໃຊ້ ໂຊລ້າເຊວ ຍັງບໍ່ທັນເປັນທີ່ນິຍົມ ຍ້ອນມີລາຄາແພງ ນໍາໃຊ້ບໍ່ສະດວກ ແລະ ຈຳເປັນ ຕ້ອງໄດ້ຊື້ດ້ວຍໂຕເອງ. ດັ່ງຊາວບ້ານ ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ກ່າວວ່າ:

“ອຸດົມໄຊນີ້ ກໍຍັງຫຼາຍຢູ່ ແຖວຢູ່ປະເທດລາວນີ້ ກໍາລັງໄຟຟ້າ ກໍຍັງບໍ່ທັນໄດ້ເຂົ້າເຖິງເທື່ອ. ສ່ວນຫຼາຍ ຂະເຈົ້າກໍໃຊ້ໂຊລ້າເຊວ ຫັ້ນແຫຼະ. ສ່ວນຫຼາຍ ປະຊາຊົນ ເຂົາຊື້ໄປໃຊ້ເອງດອກ ຄັນວ່າລາຄາ ກໍຢູ່ປະມານ ໝ້ອງ 6-7 ແສນກີບ. ຖ້າວ່າເປັນອັນນັ້ນ, ກໍເຮັດເປັນອັນໃຫຍ່ ກໍແພງຢູ່ ປະມານໝ້ອງລະ 6-7 ລ້ານກີບພຸ້ນແຫຼະ. ແມ່ນ, ເຣື່ອງວ່າປະຢັດ ມັນກໍປະຢັດຢູ່, ແຕ່ວ່າ ຄົນລາວ ກໍບໍ່ຍັງໄດ້ຫຍິບໃຊ້ປານໃດ.”

ສໍາລັບຫຼາຍບ້ານ ແລະ ຫຼາຍເມືອງ ພາຍໃນແຂວງອຸດົມໄຊ ພື້ນທີ່ ທີ່ມີກະແສໄຟຟ້າເຂົ້າເຖິງ ສ່ວນໃຫຍ່ ເປັນການນຳໃຊ້ ກະແສໄຟຟ້າ ຈາກເຂື່ອນນໍ້າອູ 3 ແລະ 4 ທີ່ມີສາຍສົ່ງແຮງສູງຕ່າງກັນ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ກ່າວວ່າ:

“ຢູ່ແຖວແຂວງ, ຫັ້ນນ່່າ ເຂື່ອນນໍ້າອູ 3 ນໍ້າອູ 4 ພຸ້ນນ່າ, ເຂື່ອນນໍ້າອູ 4 ນໍ້າອູ 3. ແມ່ນແຫຼະ ມັນຈະມີເຂື່ອນໄຟຟ້າໃຫຍ່ ໂຕເຂື່ອນໍ້າອູ 3 ຫັ້ນແຫຼະ ສໍ່າໆກັນ. ນໍ້າອູ 3 ກັບນໍ້າອູ 4 ຖືວ່າມີ ຖືວ່າຈະສົ່ງອອກໄປຫຼວງພຣະບາງ, ວຽງຈັນ ພຸ້ນນ່າ ເພາະວ່າ ມັນຈະຂະໜານກັນເບິດນ່າ ເຂື່ອນໂຕຢູ່ວຽງຈັນເດນີ້.”

ທ່ານ ຈັນທະບູນ ສຸກອາລຸນ, ຜູ້ອໍານວຍການໃຫຍ່ ຣັຖວິສາຫະກິຈໄຟຟ້າລາວ ລະບຸວ່າ ກ່ອນທີ່ຈະສາມາດນຳໄຟຟ້າ ເຊື່ອມຕໍ່ໄປຍັງ ບ້ານເຮືອນປະຊາຊົນ ໃນພື້ນທີ່ຫ່າງໄກສອກຫຼີກໄດ້ ຈຳເປັນຕ້ອງໄດ້ ມີການພັທນາ ສາຍສົ່ງແຮງສູງ ທັງແບບ 115 ກິໂລໂວນ, 230 ກິໂລໂວນ ແລະ 500 ກິໂລໂວນ ໃຫ້ສຳເຣັດ ພາຍໃນປີ 2024 ລວມເຖິງການຂຍາຍ ສະຖານີໄຟຟ້າຕ່າງໆ ເພີ່ມຕື່ມ ເພື່ອແຈກຢາຍໄຟ, ເຊິ່ງປັດຈຸບັນ ມີປະມານ 76 ແຫ່ງ ໃນຂອບເຂດທົ່ວປະເທດ, ເຊິ່ງຊ່ອຍໃຫ້ພໍ່ແມ່ປະຊາຊົນ ພາຍໃນປະເທດລາວ ສາມາດເຂົ້າເຖິງໄຟຟ້າໄດ້ແລ້ວ ປະມານ 95% ໃນປີ 2023.

ທ່ານລະບຸຕື່ມວ່າ ປັດຈຸບັນ, ການນໍາໃຊ້ໄຟຟ້າ ໃນຂອບເຂດທົ່ວປະເທດ ແມ່ນກວມເອົາ 95% ສ່ວນເຫຼືອ 5% ທີ່ຍັງບໍ່ທັນເຂົ້າເຖິງ ແມ່ນມີຄວາມທ້າທາຍ, ເຊິ່ງປະກອບມີ ສະພາບເສຖກິຈ-ການເງິນ ພາຍໃນປະເທດ ຍັງມີຄວາມຫຍຸ້ງຍາກຫຼາຍ. ສະນັ້ນ, ການລົງທຶນເພີ່ມຕື່ມ ເພື່ອໃຫ້ໄດ້ 100% ຈຶ່ງເປັນໄປໄດ້ຍາກ. ນອກນີ້, ໃນຈຳນວນ 5% ດັ່ງກ່າວນີ້ ແມ່ນເປັນເຂດຫ່າງໄກສອກຫຼີກ ແຮງພື້ນຖານໂຄງຮ່າງ ຍັງບໍ່ທັນພ້ອມ ຍ້ອນບາງບ່ອນ ເສັ້ນທາງຍັງບໍ່ທັນມີ ແລະ ບາງບ່ອນ ທຽວໄດ້ແຕ່ພຽງຣະດູດຽວ ແລະ ປະຊາຊົນ ຍັງຕັ້ງພູມລຳເນົາ ຢູ່ກະແຈກກະຈາຍ, ໂດຍສະເພາະພາກເໜືອ ທີ່ເປັນເຂດພູດອຍ, ບາງບ້ານ ມີແຕ່ພຽງ 20-30 ຄອບຄົວເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.