ຫຼາຍແຂວງຂອງລາວ ກຳລັງປັບປຸງສະຖານທີ່ທ່ອງທ່ຽວ ດຶງດູດນັກທ່ອງທ່ຽວ

ຫລາຍແຂວງໃນລາວ ເຣີ່ມມີແຜນຟື້ນຟູ ເພື່ອດຶງດູດໃຫ້ນັກທ່ອງທ່ຽວ ເຂົ້າມາທ່ຽວລາວຫລາຍຂຶ້ນ ຍ້ອນ ຣັຖບານລາວ ຕັ້ງເປົ້າໝາຍ ຈະໃຫ້ມີ ນັກທ່ອງທ່ຽວໃນປີ 2024 ບໍ່ຫລຸດ 4.6 ລ້ານຄົນ.

ຮູບປະກອບ: ນ້ຳຕົກຕາດກວາງຊີ ແຫຼ່ງທ່ອງທ່ຽວ ຂອງແຂວງຫຼວງພຣະບາງ ເດືອນສິງຫາ ປີ 2023. ນັກຂ່າວ ພົລເມືອງ

ທີ່ຜ່ານມາ ອຸດສາຫະກັມ ການທ່ອງທ່ຽວໃນລາວ ໄດ້ຮັບຜົລກະທົບຈາກໂຄວິດ-19 ບໍ່ຕ່າງຈາກທົ່ວໂລກ ໂດຍສະເພາະ ນັກທ່ອງທ່ຽວຫລຸດລົງໄປຫລາຍ ແລະ ເພື່ອສ້າງຄວາມສົນໃຈ ດຶງດູດໃຫ້ນັກທ່ອງທ່ຽວ ເຂົ້າມາທ່ຽວໃນປະເທດລາວ ຫລາຍຂຶ້ນ ຣັຖບານລາວກໍໄດ້ມີການ ຕັ້ງເປົ້າໝາຍໄວ້ ຢ່າງໜ້ອຍ ຈະໃຫ້ມີນັກທ່ອງທ່ຽວ 4.6 ລ້ານຄົນ. ຍ້ອນວ່າ ການເປີດທ່ອງທ່ຽວປີ 2024 ນີ້ ເປັນໂອກາດສໍາຄັນ ຕໍ່ເສຖກິຈລາວ ເພາະ ຂແນງການທ່ອງທ່ຽວລາວ ກວມເອົາປະມານ 5% ຂອງລວມຍອດຜລິຕພັນ ພາຍໃນປະເທດ GDP ໃນຂະນະທີ່ທນາຄານໂລກ ຄາດຄະເນໄວ້ວ່າ ການທ່ອງທ່ຽວລາວ ສາມາດເຕີບໂຕໄດ້ ປະມານ 10% ຂອງ GDP ຖ້າມີການລົງທຶນ ປະຕິຮູບທີ່ຖືກຕ້ອງ. ຂະນະດຽວກັນ ຫລາຍແຂວງໃນລາວ ກໍເຣີ່ມມີການວາງແຜນ ຟື້ນຟູ ການທ່ອງທ່ຽວ ເພື່ອດຶງດູດຄວາມສົນໃຈ ໃຫ້ນັກທ່ອງທ່ຽວ ເຂົ້າມາທ່ຽວລາວຫລາຍຂຶ້ນ ເປັນຕົ້ນ ໃນແຂວງຫລວງພຣະບາງ ໄດ້ຕຽມຈັດງານ ເພື່ອເປີດການທ່ອງທ່ຽວ ໃນວັນທີ 15 ມົກຣາ 2024 ນີ້ ແລະ ມີພິທີ ສເລີມສລອງ ຫລວງພຣະບາງເປັນມໍຣະດົກໂລກ ຄົບຮອບ 28 ປີ ແລະ ໃນຕໍ່ໜ້າຈະມີການຕຣຽມກິຈກັມຫລາຍຢ່າງ ເຊັ່ນ ການສົ່ງເສີມສິນຄ້າໂອດ໋ອບ ທັງຍັງມີ ການໂຄສະນາ ໃຫ້ຫລາຍຂຶ້ນຕື່ມ ແລະ ແຂວງຫລວງພຣະບາງ ມີເປົ້າໝາຍດຶງດູດ ນັກທ່ອງທ່ຽວຕ້ອງ ບໍ່ຫລຸດ 1 ລ້ານ 5 ແສນ ຄົນ ໃນປີ 2024 ນີ້. ເນື່ອງຈາກ ປັດຈຸບັນນີ້, ການເດີນທາງທ່ອງທ່ຽວຫລວງພຣະບາງ  ມີຄວາມສະດວກສະບາຍ ຫລາຍກວ່າເກົ່າ ເພາະມີຣົຖໄຟລາວ-ຈີນ.

ດັ່ງ ເຈົ້າໜ້າທີ່ ທ່ອງທ່ຽວ ໃນແຂວງຫລວງພຣະບາງ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 11 ມົກຣາ ນີ້ວ່າ:

ປີ 2024 ນີ້ ຫລວງພຣະບາງຕັ້ງເປົ້າສູງເດ້ ຮອດ 1 ລ້ານ 5 ແສນ ພຸ້ນເດ້ ແລະ ສະເພາະ ກິຈກັມໃນຫລວງພຣະບາງ ຖືວ່າ ມີຫລາຍກິຈກັມທີ່ຈະເກີດຂຶ້ນ ເສີມໃຫ້ມີສີສັນຂຶ້ນຕື່ມ ໂດຍສະເພາະແມ່ນ ບຸນປີໃໝ່ລາວຊີ້ເນາະ. ໄລຍະນີ້ ແຮງສົ່ງເສີມທີ່ສຸດແຫລະ ສິນຄ້າຜລິຕພັນພາຍໃນປະເທດ ຄືພວກເຮົາຜ່ານມານີ້ ເງິນເຟີ້ເງິນຫຍັງນີ້ນ່າ.”

ພ້ອມດຽວກັນນີ້ ໃນແຂວງວຽງຈັນ ກໍມີການວາງໂຕເລຂ ນັກທ່ອງທ່ຽວເຂົ້າມາທ່ຽວພາຍໃນແຂວງ ບໍ່ຫລຸດ 1 ລ້ານຄົນ. ສ່ວນ ໃນເມືອງວັງວຽງ ທີ່ຖືວ່າເປັນ ເມືອງທ່ອງທ່ຽວທີ່ມືຊື່ສຽງ ແລະ ເຣີ່ມມີແຜນຟື້ນຟູແລ້ວ ໂດຍສ້າງກິຈກັມ ການທ່ອງທ່ຽວ ຫລາຍຢ່າງ ເປັນຕົ້ນ ການເປີດງານໜາກກ້ຽງຫວານ ການຈັດກິຈກັມ ບຸນປີໃໝ່ລາວ ແລະ ງານອື່ນໆ ຕາມເທສການ ໃຫ້ມີຄວາມ ຫລາກຫລາຍສີສັນຂຶ້ນ ລວມເຖິງການສົ່ງເສີມສິນຄ້າ ໂອດ໋ອບ ໂດຍຈະມີຕລາດໃຫ້ວາງຂາຍ.

ພວກເຮົາ ກໍມີແຜນກິຈກັມ ຫລາຍຢ່າງ ເຮັດເປັນກິຈກັມ ເປັນເທດສການ ຊິເຮັດອັນນ່າ. ງານໝາກກ້ຽງຫວານ ກະປີໃໝ່ລາວ ກະຍັງມີ ກະຍັງມີງານ ແລ່ນ ມາຣາທອນ ວາງຂາຍສິນຄ້າກະສິກັມ ສິນຄ້າໂອດ້ອບ ເພື່ອວ່າ ເປັນການດຶງດູດນັກທ່ອງທ່ຽວ ຂອງແຂວງ ວາງໂຕເລຂໄວ້ ລ້ານນຶ່ງ ແຕ່ວ່າເມືອງວັງວຽງນີ້ ແປດແສນ ລວມທັງຄົນລາວ ຄົນຕ່າງປະເທດ.”

ສໍາລັບແຂວງຊຽງຂວາງ ທີ່ຖືວ່າ ເປັນເມືອງມໍຣະດົກໂລກ ອີກແຫ່ງໃນລາວ ທາງການແຂວງ ວາງເປົ້າໝາຍເບື້ອງຕົ້ນ ບໍ່ຢາກໃຫ້ນັກທ່ອງທ່ຽວຫລຸດ 5 ໝື່ນຄົນ, ຍ້ອນຍັງ ມີບັນຫາເຣື່ອງເສັ້ນທາງ ຍັງເດີນທາງຫຍຸ້ງຍາກລໍາບາກຢູ່ ແຕ່ທາງແຂວງ ກໍຈະມີການໂຄສະນາ ທົ່ງໄຫຫິນ ໃຫ້ຫລາກຫລາຍຂຶ້ນຕື່ມ ເພື່ອດຶງດູດໃຫ້ນັກທ່ອງທ່ຽວ ເຂົ້າມາທ່ຽວພາຍໃນແຂວງຫລາຍຂຶ້ນ.

ກະບໍ່ໜ້າຈະຫລຸດ 5 ໜື່ນຄົນດອກ ເພາະວ່າ ສະພາບເສັ້ນທາງ ການຄະມະນາຄົມນີ້ ມັນກໍລໍາບາກ ເສັ້ນທາງ ກໍບໍ່ໄດ້ມີການປັບປຸງອີ່ຫຍັງຫລາຍ ຄັນຖ້າເຮົາສາມາດເຮັດໄດ້ຄື ຫລວງພຣະບາງ ເສັ້ນທາງຣົຖໄຟ ຫລື ວັງວຽງ ມີເສັ້ນທາງດ່ວນ ນີ້ແນ່ນອນ ແຕ່ວ່າດຽວນີ້ ໂອ້ຍບໍ່ງ່າຍປານໃດດອກ ຫລັກໆກໍຈະໃຊ້ ມໍຣະດົກ ໄຫຫີນ ທີ່ເປັນມໍຣະດົກໂລກນີ້ແຫລະ ເປັນໂຕໂຄສະນາ.”

ສ່ວນຢູ່ແຂວງຈໍາປາສັກ ຖືວ່າ ເປັນແຂວງທີ່ມີແຫລ່ງທ່ອງທ່ຽວ ສໍາຄັນທາງປະຫວັດສາດ ຄື ວັດພູ ເຊິ່ງທາງການແຂວງ ຈະມີການເປີດປີທ່ອງທ່ຽວ ໃນໄລຍະ ວັນທີ 22-23 ເດືອນກຸມພາ 2024 ຢູ່ວັດພູ, ເປັນງານນະມັສການຜະສາດຫິນວັດພູ ເຊິ່ງປີນີ້ຈະຈັດຢ່າງຍິ່ງໃຫຍ່.

ເບື້ອງຕົ້ນ ຈະມີການປັບປຸງ ພື້ນຖານໂຄງຮ່າງໂດຍສະເພາະ ການຈະຣາຈອນ ເພາະເວລາຈັດງານ ຈະມີບັນຫາຣົຖຕິດຫຼາຍ ແລະ ປີ 2024 ນີ້ ແຂວງຈໍາປາສັກ ຄາດວ່າ ຈະມີນັກທ່ອງທ່ຽວ ບໍ່ເຖິງ 1 ແສນຄົນ.

ເປີດການທ່ອງທ່ຽວຂອງລາວ ແຕ່ວ່າຈໍາປາສັກກໍແມ່ນ ງານນະມັດສະການ ພຣະທາດຫີນວັດພູ ເພິ່ນຊິມີການປັບປຸງ ຖນົນຫົນທາງ ລະບົບພື້ນຖານ ໂຄງຮ່າງໃນການຮັບຮອງ ກ່ຽວກັບການຈຣາຈອນນີ້ແຫລະ ອັນເປັນບັນຫາຫລັກໆ. ປີນີ້ ຄາດໝາຍຫລັກໆ ຄາດໝາຍສູ້ຊົນ ປະມານຈະບໍ່ເຖິງແສນ ເພາະວ່າ ເຮົາກໍອີງໃສ່ໂຕປີຜ່ານມາເນາະ ມາສະເລັ່ຍໃສ່ຫັ້ນນ່າ.”

ເຈົ້າຂອງຮ້ານອາຫານແຫ່ງນຶ່ງ ໃນແຂວງຫລວງພຣະບາງ ກ່າວວ່າ ປັດຈຸບັນນີ້ ນັກທ່ອງທ່ຽວຕ່າງປະເທດ ເຣີ່ມເຂົ້າມາຫລາຍແລ້ວ ບໍ່ວ່າຈະເປັນ ຈີນ, ເກົາຫລີ, ໄທຍ, ອັງກິດ, ອາເມຣິກາ, ຍີ່ປຸ່ນ ເບື້ອງຕົ້ນ ເຫັນເຮືອນພັກ, ໂຮງແຮມ, ຮ້ານອາຫານ ສະຖານທີ່ທ່ອງທ່ຽວ ມີການປັບປຸງຫລາຍຢ່າງຢູ່ ເພື່ອໄວ້ຮອງຮັບນັກທ່ອງທ່ຽວ.

ເພິ່ນກໍປັບປຸງຫລາຍຢູ່ ຊິເປີດຮັບການທ່ອງທ່ຽວເນາະ ເຮືອນພັກ ໂຮງແຮມ ຮ້ານອາຫານ ແຫລ່ງທ່ອງທ່ຽວ ເພິ່ນກໍາລັງ ບູຣນະສ້ອມແປງ ເຂົາເຈົ້າສ່ວນຫລາຍ ມາເດືອນນີ້ ມາກັບຣົຖໄຟແລ້ວ ສະດວກສະບາຍ ມີຈີນ ມີເກົາຫລີ ມີຝຣັ່ງ ມີອັງກິດ ມີອາເມຣິກາ ຍີ່ປຸ່ນ.”

ດ້ານເຈົ້າໜ້າທີ່ໂຮງແຮມ ໃນເມືອງວັງວຽງ ທ່ານນຶ່ງ ກ່າວວ່າ ປີນີ້ ນັກທ່ອງທ່ຽວ ຕ່າງຊາດ ເຣີ່ມເຂົ້າມາທ່ຽວຫລາຍຂຶ້ນ ໂດຍສະເພາະ ຄົນເກົາຫລີ, ຈີນ, ຝຣັ່ງ, ໄທຍ ແລະເຫັນທາງການ ມີການປັບປຸງ ສະຖານທີ່ທ່ອງທ່ຽວອີກໃໝ່ ອີກຫລາຍແຫ່ງ ເພື່ອຈະໃຫ້ນັກທ່ອງທ່ຽວ ເຂົ້າມາທ່ຽວຫລາຍຂຶ້ນ ໄດ້ຕາມເປົ້າໝາຍ ເຊັ່ນ ການປັບປຸງ ໂຮງງານຊີມັງເກົ່າ ຈະເປີດໃຫ້ນັກທ່ອງທ່ຽວເຂົ້າຊົມ ສນາມບິນເກົ່າ ກໍມີການປັບປຸງ ລວມເຖິງອື່ນໆອີກຫລາຍຢ່າງ.

ຫລາຍປະເທດມາ ກະຫລາຍຂຶ້ນ ເກົາຫລີ ເຊິ່ງເປັນສ່ວນຫລາຍ. ຝຣັ່ງກໍມີຫລາຍ. ຈີນ ຄົນໄທຍ ກໍມາ ຕາມເທສການ ເຂົາຊິໃຫ້ໝົດປະເທດລາວນີ້ ມີນັກທ່ອງທ່ຽວ. ໂອ້ ຫລາຍລ້ານເດ້ ປີນີ້ເພິ່ນມາຫລາຍລ້ານ ມີປັບປຸງ ມັນມີໂຮງງານຊີມັງ ມີສນາມບິນເກົ່າ ມີເດີ່ນກັອບ. ໂອ້ຫລາຍຢ່າງ.”

ເຖິງຢ່າງໃດກໍຕາມ, ອີງຕາມບົດຣາຍງານຫລ້າສຸດ ຂອງທນາຄານໂລກ ກໍໄດ້ໃຫ້ຂໍ້ມູນທີ່ດີ ແລະ ຄໍາແນະນໍາ ກ່ຽວກັບວິທີສ້າງຄວາມສົນໃຈ ໃຫ້ນັກທ່ອງທ່ຽວ ເຂົ້າໄປທ່ຽວໃນປະເທດລາວຫລາຍຂຶ້ນ ແລະ ແນະນໍາ ປັບປຸງຊ່ອງຫວ່າງ ດ້ານທັກສະ ການຕ້ອນຮັບນັກທ່ອງທ່ຽວໄວ້ວ່າ ຄວນດໍາເນີນການສໍາຣວດ ເປັນປົກກະຕິ ເກັບຂໍ້ມູນສະຖິຕິ ກ່ຽວກັບຄວາມຕ້ອງການທ່ອງທ່ຽວ ການຕອບສນອງ ການບໍຣິການທ່ອງທ່ຽວ ແລະ ຜົລກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ຈາກ ການທ່ອງທ່ຽວ ເຊິ່ງຄວນມີ ຂະບວນການເກັບຂໍ້ມູນ ທີ່ທັນສໄມ, ມີການພັທນາ ແລະ ຈັດຕັ້ງ ຫລັກສູດຝຶກອົບຮົມ ໃນການຕ້ອນຮັບນັກທ່ອງທ່ຽວ ໂດຍການສືສານກັບລູກຄ້າ ສ້າງຂີດຄວາມສາມາດ ດ້ານບຸກຄະລາກອນ, ເຣີ່ມຕົ້ນໃໝ່ ແລະ ຂະຍາຍແຜນງານ ຝືກອົບຮົມ ດ້ານການຕລາດ ການທ່ອງທ່ຽວ ຈາກປະເທດຈີນ ເພື່ອຮັບປະກັນ ການດຳເນີນ ທຸຣະກິຈທ່ອງທ່ຽວ ທີ່ຕອບສນອງຄວາມຕ້ອງການຂອງຕລາດຈີນ ທີ່ກຳລັງຂຍາຍໂຕ, ໂຄສະນາການຕລາດ ທ່ອງທ່ຽວ ສຸມໃສ່ການທ່ອງທ່ຽວ ແບບອະນຸຮັກທັມມະຊາຕ ແລະ ເພີ່ມການນໍາໃຊ້ສື່ທາງສັງຄົມ ແລະ ອິນເຕີເນັດ ເພື່ອໂຄສະນາ ຕລາດການທ່ອງທ່ຽວ ແລະ ການຄຸ້ມຄອງທ່ອງທ່ຽວທີ່ດີ, ຈະສາມາດຊ່ວຍປັບປຸງ ການຕລາດທ່ອງທ່ຽວ ໃຫ້ດີຂຶ້ນ. ຈະເປັນຈຸດໝາຍປາຍທາງ ຂອງນັກທ່ອງທ່ຽວ ຈໍານວນຫລາຍ ຈາກທົ່ວໂລກ, ຈະເຮັດໃຫ້ປະເທດລາວ ສ້າງລາຍຮັບ ໃຫ້ແກ່ປະຊາຊົນ ບັນດາເຜົ່າ ແບບກະຈາຍທົ່ວປະເທດ ໂດຍບໍ່ມີຜົລກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ, ມີແຕ່ຜົລປະໂຍດ ຈາກການທ່ອງທ່ຽວ ແບບຢືນນານ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org