ເດັກນ້ອຍນັກຮຽນລາວ ຢູ່ຕາມເຂດຊົນນະບົດ ມັກອອກໂຮງຮຽນ ກ່ອນຮຽນຈົບຊັ້ນປະຖົມ ຍ້ອນຄອບຄົວ ທຸກຍາກຂາດເຂີນ ຊຶ່ງສ່ວນຫລາຍ ແມ່ນເດັກນ້ອຍແມ່ຍິງ ອາຍຸ 7-8 ປີ ທີ່ຮຽນຊັ້ນ ປ. 2, ປ. 3 ທີ່ພໍ່ແມ່ ຄອບຄົວທຸກຍາກ ໃຫ້ອອກໂຮງຮຽນ ໄປເອົານ້ອງຢູ່ເຮືອນ ຫລືໄປ ເຮັດວຽກຊ່ອຍພໍ່ແມ່ ຫາຢູ່ຫາກິນ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ດ້ານການສຶກສາລາວ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 10 ກຸມພານີ້:
“ຢູ່ທາງລາວນີ້ ຄວາມນິຍົມຮຽນນີ໊ ມັນບໍ່ຄ່ອຍຢາກຮຽນ ໜັງສືດອກ ມັນກໍຕ້ອງໄປ ຫາຢູ່ຫາກິນ ຄັນພໍ່ແມ່ຍ້າຍວຽກ ແລ້ວກະໄປນໍາພໍ່ນໍາແມ່ ແລ້ວກະໄດ້ອອກ ສ່ວນຫຼາຍ ກໍສະພາບຄອບຄົວນີ້ແຫລະ ຄອບຄົວທຸກຍາກ ພໍ່ແມ່ ໃຫ້ໄປເອົານ້ອງແບບຊີ້ ເພາະມັນໃຫຍ່ເຕີບເດ໊ ເດັກນ້ອຍ ປ.2 ປ.3 ປະມານ 7-8 ປີມັນເອົານ້ອງໄດ້ແລ້ວ.”
ທ່ານກ່າວຕື່ມອີກວ່າ ເດັກນ້ອຍ ທີ່ໄດ້ຮຽນໜັງສື ກໍພໍອ່ານອອກ ຂຽນໄດ້້ແດ່. ເພື່ອຊຸກຍູ້ ໃຫ້ເດັກນ້ອຍ ໄດ້ຮຽນໜັງສື ໄດ້ມີການຣະດົມ ໃຫ້ຜູ້ ເປັນພໍ່ແມ່ ອົບລົມສັ່ງສອນ ລູກຂອງຕົນ ໄປເຂົ້າໂຮງຮຽນ, ບໍ່ໃຫ້ພາໄປ ເຮັດວຽກນໍາ ດັ່ງເຈົ້າໜ້າທີ່ ທີ່ກ່ຽວເວົ້າວ່າ:
“ໂຕໄປຣະດົມ ກໍຄື ໄປຣະດົມ ພໍ່ແມ່ເຂົາຫັ້ນ ບໍ່ໃຫ້ເດັກນ້ອຍ ໄປເຮັດວຽກນໍາ ໄປຫາກິນນໍາ ໄປເຂົ້າປ່ານໍາ ບໍ່ໃຫ້ເອົານ້ອງ ເວລາມາຮຽນ ກະມາ ຮຽນສະ ເຂົາຂາດວ່າ ເອົານ້ອງຢູ່ເຮືອນແຫລະ ສ່ວນຫລວງ ຫລາຍ.”
ເວົ້າເຖິງເດັກນ້ອຍ ອອກໂຮງຮຽນປະຖົມ ຢູ່ ສປປລາວ, ເມື່ອທ້າຍເດືອນມົກກະຣາ ທີ່ຜ່ານມາ ກະຊວງສຶກສາທິການແລະກິລາ ໄດ້ຣາຍງານ ວ່າ ໃນປີ 2019 ຢູ່ທົ່ວປະເທດ ນັກຮຽນ ທີ່ອອກໂຮງຮຽນ ແຕ່ຍັງນ້ອຍ ຫລື ໃນໄລຍະຮຽນຢູ່ຊັ້ນປະຖົມ ມີທັງໝົດ 3,659 ຄົນ ໃນ 70 ປາຍ ເມືອງ ເປັນຕົ້ນແມ່ນ ຢູ່ແຂວງສວັນນະເຂດ, ໄຊຍະບູຣີ ແລະ ແຂວງເຊກອງ.
ແລະເມື່ອເວົ້າເຖິງ ຄຸນນະພາບ ການສຶກສາຢູ່ລາວ ເຈົ້າໜ້າທີ່ ດ້ານການພັທນາ ເວົ້າວ່າ ຄຸນນະພາບ ການສຶກສາ ຂອງນັກຮຽນ ຊັ້ນປະຖົມ ຍັງຕໍ່າກວ່າ ມາຕຖານ ຍ້ອນຂາດແຄນຄຣູ ແລະຄຸນນະພາບ ຂອງຄຣູຕໍ່າ ຍັງບໍ່ທັນໄດ້ຮັບການ ຝຶກອົບຮົມ ໃນດ້ານການສິດສອນ ແລະ ຫລັກສູດ ການຮຽນການສອນຢູ່ລາວ ກໍຍັງບໍ່ສອດຄ່ອງ ກັບຍຸກ ປັດຈຸບັນ ດັ່ງທີ່ທ່ານກ່າວວ່າ:
“ຮຽນມ 7 ມາແລ້ວ ກະໄປ ຝຶກອົບຮົມໜ່ອຍນຶ່ງ ແບບວ່າ ຂ້ອຍບໍ່ໄດ້ຈົບມາ ຈາກຕ່າງປະເທດ ບໍ່ໄດ້ຈົບມາຈາກໃສ ບໍ່ໄດ້ມີຄວາມຮູ້ຫລາຍ ຫັ້ນນະ ແລ້ວມາສອນກັນເອງຫັ້ນນະ ແບບເດັກນ້ອຍ ສອນເດັກນ້ອຍຫັ້ນນະ ມັນກະເລີຍບໍ່ ມີຄຸນນະພາບ ມັນກະເລີຍ ເຮັດໃຫ້ວ່າ ການສຶກສາ ຢູ່ໃນລາວບໍ່ເກັ່ງ ວ່າຊັ້ນສະ ບໍ່ໄດ້ຄຸນນະພາບ.”
ແຕ່ເຖິງຢ່າງໃດກໍຕາມ ທ່ານກໍເວົ້າວ່າ ຄຸນນະພາບ ການສຶກສາຂອງລາວ ຈະດີຂຶ້ນດ້ວຍການ ຍົກຣະດັບ ຄຸນນະພາບຄຣູ ໃຫ້ມີຄວາມຮູ້ ທີ່ຫລາກຫລາຍ ທີ່ສາມາດສອນເດັກນ້ອຍນັກຮຽນໄດ້.
ແລະວ່າ ຄຣູຕ້ອງໄດ້ຜ່ານການຝຶກອົບຮົມການສອນ ແລະ ເປັນມືອາຊີບ ໃນການພັທນາ ຫລັກສູດ ທີ່ສາມາດ ເປີດໂລກກວ້າງ ໃຫ້ເດັກນ້ອຍ ເຫັນໄດ້ ເປັນຕົ້ນ ໃຫ້ມີກິຈກັມຕ່າງໆ ຢູ່ໃນໂຮງຮຽນ, ສ້າງຄວາມ ຫຼາກຫຼາຍ ທີ່ສອດຄ່ອງ ກັບຍຸກປັດຈຸບັນ.
ກະຊວງສຶກສາທິການ ແລະ ກິລາ ປະກາດ ໃນມື້ວັນທີ 10 ກຸມພາ 2020 ນີ້ວ່າ ທາງກະຊວງ ຈະເພິ່ມຈໍານວນຄຣູ ຢູ່ເຂດຊົນນະບົດ ໃຫ້ຫຼາຍກວ່າປີທີ່ຜ່ານມາ.