ຮຽກຮ້ອງໃຫ້ ຣັຖບານເປີດປະເທດ ເພື່ອກະຕຸ້ນ ເສຖກິຈລາວ
ທຸຣະກິຈລາວ ຫຼາຍພາກສ່ວນ ໂດຍສະເພາະ ພາການທ່ອງທ່ຽວ ຢາກໃຫ້ຣັຖບານ ເປີດປະເທດ ແລະ ຍົກເລີກ ລະບຽບ, ຂໍ້ບັງຄັບ ແລະ ມາດຕະການ ຕ່າງໆ ທີ່ເປັນອຸປະສັກ ຕໍ່ການທ່ອງທ່ຽວ ໂດຍສະເພາະ ເພື່ອກະຕຸ້ນ ນັກທ່ອງທ່ຽວ ຈາກຕ່າງປະເທດ.
-
ຈຳປາທອງ
2022-04-13 -
-
-
Your browser doesn’t support HTML5 audio
ນັກທຸຣະກິຈລາວຜູ້ນຶ່ງ ຢູ່ນະຄອນຫລວງວຽງຈັນເວົ້າວ່າ ເຫັນດີໃຫ້ທາງການລາວ ເປີດປະເທດຢ່າງເຕັມຮູບແບບ ເພາະຈະເຮັດໃຫ້ຜູ້ປະກອບການທ່ອງທ່ຽວ ແລະການບໍຣິການກັບມາດໍາເນີນ ທຸຣະກິຈໄດ້ດີຂຶ້ນກວ່າເກົ່າ ແລະຈະເຮັດໃຫ້ເງິນຕຣາຕ່າງປະເທດ ໄຫລເຂົ້າມາ ແລະກະຕຸ້ນເສຖກິຈຂອງປະເທດ ໄດ້ດີຂຶ້ນ.
ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ເມສານີ້ວ່າ:
“ຄິດວ່າຖ້າເຮົາເປີດບ້ານ ເປີດເມືອງມານີ້ ກະເປັນອີກໂອກາດນຶ່ງ ທີ່ຈະໄດ້ຮັບການຟື້ນຟູ ພວກເຮົາໃນຖານະຜູ້ລົງທຶນ ກະຊິໄດ້ຮັບຜົນປໂຍດ ຊິໄດ້ຮັບໂອກາດໂຕນັ້ນເຊັ່ນດຽວກັນ.”
ແລະເຈົ້າຂອງຮ້ານອາຫານ ຢູ່ນະຄອນປາກເຊ ແຂວງຈໍາປາສັກ ກໍເວົ້າໃນມື້ດຽວກັນນີ້ວ່າ ຍັງບໍ່ຮູ້ເທື່ອວ່າ ຣັຖບານລາວ ຈະມີມາຕການແນວໃດ ຖ້າມີການເປີດປະເທດຢ່າງເຕັມຮູບແບບ ແຕ່ຢາກຂໍໃຫ້ຣັຖບານເປີດດ່ານສາກົນລາວ-ໄທຍ ເປັນປົກກະຕິ ຈະເປັນການດີກວ່າ ບໍ່ໄດ້ເຮັດຫຍັງ ເພາະຄົນໄທຍ ແລະຄົນຕ່າງປະເທດ ກໍຢາກຂ້າມດ່ານມາທ່ອງທ່ຽວລາວ ເປັນຈໍານວນຫລາຍ. ຫາກເປີດດ່ານສາກົນໄດ້ ກໍຈະເປັນໂອກາດດີ ສໍາລັບຜູ້ປະກອບການທ່ອງທ່ຽວ ແລະການບໍຣິການ ແລະວ່າມາຮອດມື້ນີ້ ທຸກຄົນກໍປັບໂຕ ເຂົ້າກັບສະພາບການຣະບາດ ຂອງໂຄວິດ-19 ໄດ້ເປັນຢ່າງດີແລ້ວ ແລະການຣະບາດນັ້ນ ກໍບໍ່ຮຸນແຮງຄືກັນກັບຢູ່ປະເທດອື່ນ, ຈຶ່ງບໍ່ຈໍາເປັນທີ່ຈະປິດປະ ເທດຢູ່ຕໍ່ໄປ.
ດັ່ງທີ່ທ່ານກ່າວວ່າ:
“ໂຕນີ້ກໍຍັງບໍ່ຮູ້ເທື່ອວ່າ ຣັຖບານຊິເຮັດຈັ່ງໃດ. ແຕ່ວ່າຄັນວ່າຣັຖບານເປີດດ່ານ ກະເອື້ອຍ ກະຄິດວ່າແຂກຊິມີມາບໍ໋ ເພາະວ່າປະເທດລາວ ກະຮູ້ວ່າປອດພັຍດີຢູ່ແລ້ວຫັ້ນນ່າ ແລ້ວໂຣກມັນກໍບໍ່ໄດ້ຣະບາດຫລາຍຫັ້ນນ່າ.”
ຄົນຂັບຣົຖທ່ອງທ່ຽວ ໃນນະຄອນຫລວງວຽງຈັນເວົ້າວ່າ ຂໍພຽງແຕ່ຣັຖບານເປີດດ່ານສາກົນລາວ-ໄທຍ ກໍຈະຊ່ວຍໃຫ້ຜູ້ປະກອບການຫລາຍພາກສ່ວນ ມີລາຍໄດ້ເພີ່ມຂຶ້ນ ເພາະຄົນໄທຍຈໍານວນຫລາຍ ຕ້ອງການເດີນທາງຂ້າມມາທ່ອງທ່່ຽວໃນລາວ ແລະອາຈມີຄົນຕ່າງປະເທດໃນໄທຍ ຂ້າມມາທ່ອງທ່ຽວລາວນໍາອີກ.
“ຖ້າວ່າສາມາດເປີດດ່ານ ຊັ້ນເຮົາໂອເຄແລ້ວ ອັນນັກທ່ອງທ່ຽວເຮົາກະ ຜູ້ໂດຍສານກະໄດ້ມາຈາກໄທຍກ່ອນໝູ່ ແຕ່ວ່າຄົນຝຣັ່ງນີ້ ກະມັນກະມີ.”
ໃນກອງປະຊຸມຣັຖບານ ປະຈໍາເດືອນເມສາ 2022 ນີ້ ທ່ານ ພັນຄໍາ ວິພາວັນ ນາຍົກຣັຖມົນຕຣີ ໄດ້ສເນີໃຫ້ມີການເປີດປະເທດ ຢ່າງເຕັມຮູບແບບ ໃຫ້ໄວທີ່ສຸດ ເພື່ອຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ, ເພື່ອການຄ້າ ແລະການລົງທຶນ ໂດຍໃຫ້ກະຊວງຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ພິຈາຣະນາເງື່ອນໄຂໃນການເຂົ້າປະເທດ ບໍ່ໃຫ້ຫຍຸ້ງຍາກ ແລະຊັກຊ້າ.
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ທະນາຄານພັທນາເອເຊັຽ ຫລື Asian Development Bank (ADB) ປະຈໍາປະເທດລາວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ເມສານີ້ວ່າ ພ້ອມສນັບສນູນຣັຖບານລາວ ໃນການເປີດປະເທດ ຢ່າງເຕັມຮູບແບບ ເພາະການເປີດປະເທດ ຈະເປັນຫົນທາງດຽວ ທີ່ຈະຊ່ອຍກະຕຸ້ນເສຖກິຈລາວໃຫ້ຟື້ນໂຕໄດ້ ຫລັງຈາກເກີດການຣະບາດຂອງ ໂຄວິດ-19 ມາ.
“ກະຄິດວ່າຈັ່ງໃດ ກະຕ້ອງໄດ້ເປີດ ເຮັດມັນງ່າຍຂຶ້ນ ໂດຍສະເພາະລາວກັບໄທຍນີ້ແຫລະ. ຄັນບໍ່ເປີດມັນກະຈັ່ງໃດກະຕາຍຢູ່ໃນໂຕນີ້ ຄົນມັນອຶດອັດ ເປັນຈຸດຣິເຣີ່ມອັນນຶ່ງ ໃຫ້ມີຜົນທາງບວກຕໍ່ ເສຖກິຈການທ່ອງທ່ຽວເນາະ ການຄ້າການຂາຍ, ການລົງທຶນ, ການໄປ-ການມາ.”
ທ່ານກ່າວຕື່ມວ່າ ເກືອບທຸກປະເທດໃນພູມີພາກນີ້ ໄດ້ກັບມາເປີດປະເທດແລ້ວ ແລະກໍມີນັກທ່ອງທ່ຽວຕ່າງປະເທດ, ນັກລົງທຶນ ເດີນທາງເຂົ້າມາປະເທດເປັນຈໍານວນຫລາຍ ຊຶ່ງສົ່ງຜົລໃຫ້ເສຖກິຈຂອງປະເທດເຫລົ່ານັ້ນ ເຣີ່ມກັບມາຟື້ນຕົວໄດ້ດີຂຶ້ນ. ດັ່ງນັ້ນຈຶ່ງບໍ່ຈໍາເປັນ ທີ່ຈະໃຊ້ມາຕການເຂັ້ມງວດເກີນໄປ ຈົນເຮັດໃຫ້ເສຖກິຈຂອງປະເທດຕົກຕໍ່າ.
ເມື່ອກ່ອນໜ້ານີ້ ກະຊວງຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ໄດ້ສເນີໃຫ້ຣັຖບານ ເປີດການທ່ອງທ່ຽວເຕັມຮູບແບບ ຄືເປີດຮັບນັກທ່ອງທ່ຽວຕ່າງປະເທດ ທີ່ໄດ້ສັກວັກຊິນປ້ອງກັນ ໂຄວິດ-19 ຄົບກໍານົດແລ້ວ, ໃຫ້ກວດຫາເຊື້ອໂຄວິດ-19 ພຽງລໍຖ້າ 2 ຊົ່ວ ໂມງ ໂດຍບໍ່ຕ້ອງກັກຕົວ, ບໍ່ຈໍາກັດບໍຣິເວນ ແລະສາມາດໄປທ່ອງທ່ຽວໄດ້ 8 ແຂວງ ຈາກເດີມທີ່ອະນຸຍາດໃຫ້ພຽງແຕ່ 3 ແຂວງເທົ່ານັ້ນ ແລະເປີດຮັບນັກທ່ອທ່ຽວຕ່າງ ປະເທດ ທີ່ບໍ່ທັນໄດ້ສັກວັກຊິນຄົບກໍານົດ, ແຕ່ໃຫ້ຈໍາກັດບໍຣິເວນບໍ່ເກີນ 7 ມື້ ແລະໃຫ້ຊື້ປະກັນໂຄວິດ-19 ທີ່ມີວົງເງິນປະກັນພັຍບໍ່ຕໍ່າກວ່າ 10,000 ໂດລາຣ໌ສະຫະຣັຖ.
ແຕ່ເຖິງຢ່າງໃດກໍຕາມ ຂໍ້ສເນີດັ່ງກ່າວ ກໍຍັງບໍ່ທັນມີການສລຸບອອກມາເທື່ອວ່າ ຣັຖບານລາວຈະເປີດປະເທດໃນຮູບແບບໃດ ແລະຍັງອີກດົນປານໃດຈຶ່ງຈະປະກາດ ເປີດປະເທດເຕັມຮູບແບບນັ້ນ.