ນາຍທຶນຈີນ ໄດ້ປຽບທຸກດ້ານ ໃນແຜ່ນດິນລາວ
ຄົນລາວ ຈຳນວນຫລາຍ ຕັ້ງຄຳຖາມແບບເຄືອງໃຈວ່າ ເປັນຫຍັງຄົນຈີນ ມັກລົງມືທຳຮ້າຍ ຄົນງານລາວ, ທຳຮ້າຍຄົນລາວ ທັງທີ່ວ່າ ຄົນຈີນເຫຼົ່ານັ້ນ ມາອາສັຍດິນລາວຫາກິນ, ແຕ່ຄົນລາວ ກັບຖືກເອົາປຽບທຸກດ້ານ ແລະເມື່ອຄົນຈີນເຮັດຜິດ ກໍບໍ່ເຫັນເຈົ້າໝ້າທີ່ ດຳເນີນຄະດີ ຕາມກົດໝາຍລາວ.
-
ໄຊຍາ
2022-03-08 -
-
-
Your browser doesn’t support HTML5 audio
ຄົນງານລາວທີ່ເຄີຍເຮັດວຽກກັບຄົນຈີນ ຫລື ຮ່ວມທຸຣະກິຈກັນຕອນເຣີ້ມຕົ້ນ ເບິ່ງຄືວ່າເປັນຣະບົບຣະບຽບແຕ່ພໍເຂົ້າໄປເບິ່ງສະພາບໂຕຈິງແລ້ວ ບໍ່ເປັນຄືດັ່ງຄິດເອົາໄວ້. ເບິ່ງຮວມແລ້ວຄົນລາວເສັຽປຽບ ແລະບໍ່ທັນຫລ່ຽມຂອງນາຍທຶນຈີນ ຊຶ່ງເຫດການເລົ່ານັ້ນ ຕາມຄວາມເປັນຈິງເກີດຂຶ້ນຫລາຍ ແຕ່ຂແນງການທີ່ກ່ຽວຂ້ອງ ບໍ່ສາມາດຈະແກ້ໄຂ ບັນຫາທັນທີໄດ້ໃຫ້ກັບຄົນລາວ.
ດັ່ງເຫດການກຸ່ມຄົນຈີນ ຂັບຣົຖຂົນສົ່ງທີ່ຍົກພວກມາຕີ ຄົນຂັບຣົຖຄົນລາວ ເປັນເຫດການທີ່ເກີດຂຶ້ນເມື່ອວັນທີ 2 ມີນາ 2022 ຈົນໄດ້ຮັບອາການ ບາດເຈັບສາຫັດ ແລະຄົນລາວກໍຍົກພວກ ໄປຕີຄືນນັ້ນບົ່ງບອກໄດ້ເປັນຢ່າງດີ ວ່າການທີ່ຄົນຈີນມາຫາກິນ ໃນດິນແດນລາວ ແຕ່ພັດໃຊ້ກົດໝູ່ມາທຳຮ້າຍ ຮ່າງກາຍ ຊຶ່ງເຮັດໃຫ້ຄົນໃນກຸ່ມອາຊີບ ດຽວກັນຍອມບໍ່ໄດ້.
ດັ່ງຜູ້ທີ່ຕິດຕາມເຫດ ການດັ່ງກ່າວໄດ້ໃຫ້ຄວາມເຫັນຜ່ານ RFA ເມື່ອວັນທີ 4 ມີນານີ້ວ່າ:
“ດັ່ງໃນຄຣິບຫລ້າສຸດຕຳຣວດ ກາແຄ່ໄປຫ້າມຄັນເຫດການທີ່ມັນເກີດຂຶ້ນ ໃນບ້ານເຮົາແບບນີ້ນ່າເຮົາຕ້ອງເອົາຄົນຂອງເຮົາໄວ້ກ່ອນ ການທີ່ເຂົາມາທຳລາຍຫລືມາທຸບຕີ ຄົນລາວເຮົາມາ ສ້າງຄວາມເດືອດຮ້ອນໃຫ້ຄົນລາວເຮົາ ເຂົາບໍ່ມີສິດທີ່ຈະມາຮຽກຮ້ອງຂໍ ຄວາມເປັນທັມ ເຂົາມາໃນຖານະເປັນຜູ້ອາສັຍ ເຂົາບໍ່ມີສິດທີ່ຈະມາສ້າງຄວາມເດືອດຮ້ອນ ໃຫ້ກັບຄົນລາວເຮົາເກີດບັນຫາຂຶ້ນ ຄົນລາວຖືກຄົນຈີນລັງແກ ຖືກຄົນຈີນຕີກສາຍ້ອນວ່າ ພວກເຮົາບໍ່ມີການຈັດການໃຫ້ ຮຽບຮ້ອຍດັ່ງເຈົ້າໜ້າທີ່ບໍ່ຈັດ ການກັບບັນຫາທີ່ເກີດຂຶ້ນ.”
ເຖິງແນວໃດກໍຕາມຕໍ່ກັບ ເຫດການທີ່ເກີດຂຶ້ນທາງເຈົ້າໜ້າທີ່ ປກສ ແຂວງຫລວງນໍ້າທາ ໄດ້ກ່າວຕໍ່ສື່ມວນຊົນລາວເມື່ອວັນທີ 5 ມີນາ ຜ່ານມາວ່າ ກໍຣະນີນີ້ກຳລັງຢູ່ລະຫວ່າງການສືບ ສວນ-ສອບສວນ ຫາສາເຫດທີ່ເກີດຂຶ້ນ ແລະ ພ້ອມທີ່ຈະໃຫ້ຄວາມເປັນທັມ ທັງສອງຝ່າຍ ແລະ ຄະດີນີ້ຍັງຢູ່ໃນລະຫວ່າງການສືບສວນ-ສອບສວນຢູ່.
ເຈົ້າຂອງທຸຣະກິຈ ຣົຖຂົນສົ່ງສິນຄ້າ ທີ່ນໍາໃຊ້ບໍຣິການ ດ່ານສາກົລ ບໍເຕັນ-ບໍ່ຫານ ແຂວງຫລວງນໍ້າທາໄດ້ກ່າວວ່າ ນັບແຕ່ມື້ເປີດຈົນເຖິງປັຈຈຸບັນ ພວກເຮົາມາໃຊ້ບໍຣິການ ຢູ່ດ່ານນີ້ບໍ່ມີມື້ໃດທີ່ຈະ ບໍ່ພົບບັນຫາ. ກ່ອນໜ້າໂຄວິດ-19 ຣະບາດ ກໍພົບບັນຫາເຣື່ອງ ການບໍຣິການແຕ່ພໍໂຄວິດ-19 ຣະບາດ ກໍພົບບັນຫາປິດດ່ານ.
“ຖ້າວ່າທາງພາກຣັຖບານລາວ ເຮົາແກ້ໄຂບັນຫານີ້ໃຫ້ໄດ້ ຢາກຂໍໃຫ້ຂ່ຽນຖ່າຍສິນຄ້າ ລະຫວ່າງຊາຍແດນລາວກັບຈີນເລີຍເພາະວ່າ ຄົນຢູ່ບ້ານເຮົາກໍຈະບໍ່ຫວ່າງວຽກອີກຕື່ມ ເຈົ້າຄຶດເບິ່ງວ່າເວລາໂທໄປເຂົາກາວ່າກັມມະກອນໜ້ອຍ ກັມມະກອນບໍ່ພໍ. ລາວເຮົາ ອ້າປາກຕາກເຫືອກກິນ ຂີ້ຝຸ່ນ ແລະພວກຣົຖເຮົາເຫັນເປັນຕາອີຕົນ ບໍ່ໄດ້ວຽກລະກາແມ່ນເອົາໝີ່ໃຫ້ຜູ້ 10 ຫໍ່ ຜູ້ 5 ຫໍ່ ເປັນເຂົ້າເປັນຫຍັງເອົາໃຫ້ຄຶດ ອີຕົນເຂົາຖາມວ່າເຈົ້າມາແຕ່ໃສ ມາແຕ່ບ່ອນນັ້ນບໍ່ນີ້ບັກໄກໆ ຄຶດວ່າມານີ້ຈະມີວຽກເຮັດ.”
ຄົນງານຍິງຢູ່ເຂດເສຖກິຈພິເສດ ແຫ່ງນຶ່ງທີ່ຂໍສງວນຊື່ ແລະສຽງໄດ້ເວົ້າເຖິງຄວາມລຳບາກ ຂອງຕົນເອງທີ່ປະສົບມາໃນການ ເຮັດວຽກຂາຍເຄື່ອງອ໋ອນລາຍນ໌ ກັບນາຍທຶນຈີນກໍຄືຕ້ອງຫາລາຍໄດ້ ເຂົ້າບໍຣິສັດຖ້າຫາບໍ່ໄດ້ຈະຖືກຕັດເງິນ ແລະ ນອກຈາກນີ້ຍັງຕ້ອງເຮັດວຽກເກີນຊົ່ວໂມງ ແລະ ມື້ພັກນັ້ນເກືອບວ່າບໍ່ມີ ແລະ ບໍ່ສາມາດໄປໃສ ມາໃສໄດ້ ຢູ່ແຕ່ພາຍໃນບໍຣິເວນ ຂອງບໍຣິສັດກຳນົດໃຫ້.
“ຈະກົດດັນໃນການເຮັດວຽກ ຈະຕ້ອງຫາເງິນເຂົ້າບໍຣິສັດ ໃຫ້ມັນໄດ້ຖ້າຫາບໍ່ໄດ້ເຂົາເຈົ້າ ກໍຈະກົດດັນເຮັດຫຍັງກໍຕ້ອງຕັດແຕ່ເງິນ ອ້າຍຄຶດເບິ່ງວ່າເຮົາຫາເງິນ ຖ້າກເຮົາຫາລູກຄ້າບໍ່ໄດ້ ເຂົາຈະຕັດລົງເປັນເຄິ່ງ 2.500 ຢວນເຮົາກາຕ້ອງມາເບິ່ງອີກວ່າ ໄປວຽກທັນບໍ່ຫລືວ່າຜິດກົດຣະບຽບ ທີ່ເຂົາວາງອອກບໍ່ເຮົາກາຖືກຕັດໄປເທື່ອລະ 100 200 ຢວນ ໄປມາກາບໍ່ມີຮອດເງິນ ເຮົາມາເຮັດວຽກຫາເງິນເຮົາ ກາຢາກໄດ້ເງິນແມ່ນບໍ່.”
ພ້ອມກັນນີ້ ຍັງມີໜຸ່ມຄົນນຶ່ງທີ່ເຮັດວຽກຢູ່ ໂຮງງານແຫ່ງນຶ່ງຂອງຈີນ ໃນນະຄອນຫລວງວຽງຈັນ ກໍໄດ້ອອກມາເຕືອນຄົນລາວຜ່ານ ທາງເຟສບຸກ ເມື່ອທ້າຍເດືອນກຸມພາ ຜ່ານມາວ່າ ຢ່າຫລົງເຊື່ອຄຳໂຄສະນາວ່າ ໄດ້ເງິນເດືອນຫລາຍ ແຕ່ພໍເຂົ້າມາເຮັດວຽກແລ້ວ ຄວາມປອດພັຍ, ສວັດດີການບໍ່ມີ ແຕ່ກົງກັນຂ້າມ ຄົນຈີນທີ່ມາເຮັດວຽກຢູ່ນີ້ ພັດໄດ້ເງິນເດືອນຫລາຍກວ່າ ຄົນລາວ10 ເທົ່າ ສ່ວນຄົນລາວນັ້ນ ກໍໄດ້ເງິນພຽງແຕ່ 2 ລ້ານ ຫາ 3 ລ້ານກີບເທົ່ານັ້ນ ແຕ່ວ່າເຮັດວຽກໜັກຫລາຍ ຂາດມື້ດຽວຖືກຕັດເງິນ ແລະຂາດສາມມື້ຖືກໄລ່ອອກ. ແຕ່ກົງກັນຂ້າມ ຖ້ານາຍຈ້າງຈີນບໍ່ຈ່າຍເງິນເດືອນ ໃຫ້ຄົນງານລາວ ກັບບໍ່ມີເຈົ້າໜ້າທີ່ພາກສ່ວນໃດລົງມາກວດສອບ ນາຍທຶນຈີນເລົ່ານີ້.
“ສ່ວນເຈົ້າໜ້າທີ່ ຂແນງການທີ່ກ່ຽວຂ້ອງ ໃນການຄຸ້ມຄອງແຮງງານທີ່ຂໍສງວນຊື່ ແລະສຽງໄດ້ ເວົ້າເຖິງບັນຫາການຄຸ້ມຄອງ ແຮງງານວ່າ ພວກເຮົາປະຕິບັດເທົ່າທຽມກັນ ທຸກປະເທດທີ່ເຂົ້າມາລົງທຶນໃນລາວກໍຕ້ອງຢູ່ພາຍໃຕ້ ກົດໝາຽການລົງທຶນຂອງລາວ ບໍ່ມີການຖືສິດທິພິ ເສດໃດໆ ຖ້າເຮັດບໍ່ຖືກຕາມກົດໝາຽກໍຖືກປັບໄໝໃສ່ໂທດ ຕາມຂໍ້ຫາໃນກົດໝາຽກຳນົດ.”
ຕໍ່ກັບເຫດການເລົ່ານີ້ ນັກວິຊາການທ່ານນຶ່ງໄດ້ເຜີຍແຜ່ ບົດຄວາມຜ່ານເຟສບຸກວ່າ ບັນຫາທີ່ນາຍທຶນຈີນເອົາປຽບ ຄົນງານລາວ ແມ່ນມີຫລາຍ ໂດຍສະເພາະຕາມໂຄງການໃຫຍ່ໆ ເຊັ່ນ ການເຮັດວຽກແບບບໍ່ມີສວັດດີການ, ຈ່າຍເງິນເດືອນຊ້າ, ຕີຄົນງານລາວ ໂດຍບໍ່ຢ້ານກົດໝາຽ. ການກະທຳດັ່ງກ່າວຍັງບໍ່ເຫັນເຈົ້າໜ້າທີ່ ພາກສ່ວນໃດເຂົ້າໄປແກ້ໄຂ ຢ່າງຈິງຈັງ.
ນອກຈາກນີ້ ຍັງມີເຣື່ອງບັນຫາການຄ້າມະນຸດ ທີ່ມາໃນຫລາຍຮູບແບບ ທັງຮູບແບບແຕ່ງດອງ ແລະຕົວະຍົວະໄປເຮັດວຽກ ໂດຍອ້າງວ່າຈະໄດ້ເງິນເດືອນ ຫລາຍແຕ່ພໍໄປຢູ່ກັບຖືກຂາຍຕໍ່, ຖືກກັກຂັງໃຫ້ຢູ່ແຕ່ໃນບ້ານ ແລະບາງຄົນກໍຖືກທຳຮ້າຍຮ່າງກາຍ. ຜ່ານມາກໍມີບາງຄົນ ທີ່ໜີກັບມາໄດ້ ໂດຍໄດ້ຮັບການຊ່ອຍເຫລືອ ຈາກເຈົ້າໜ້າທີ່.
ທ່ານ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕຳຣວດ ກະຊວງ ປ້ອງກັນຄວາມສງົບ ທັງເປັນຫົວໜ້າກອງເລຂາ ຄະນະກັມມະການ ຕ້ານການຄ້າມະນຸດຣະດັບຊາດ ກ່າວໃນກອງປະຊຸມວຽກງານ ຕ້ານການຄ້າມະນຸດ ປະຈຳປີ 2021 ເມື່ອວັນ 18 ກຸມພາຜ່ານມາ ບາງຕອນວ່າ.
ນັບແຕ່ເດືອນມົກກະຣາ ປີ 2021 ມີຄະດີເກີດຂຶ້ນ ແລະແກ້ໄຂໄດ້ 25 ເຣື່ອງ ສານຕັດສິນໄປແລ້ວ 5 ເຣື່ອງ, ນອກຈາກນີ້ຍັງໄດ້ສັມພາດ ຜູ້ເຄາະຮ້າຍ ແລະກຸ່ມຊ່ຽງຈາກການຄ້າມະນຸດ ແລະ ໃຫ້ການຊ່ອຍເຫລືອ ຜູ້ເຄາະຮ້າຍທາງດ້ານສະຖານທີ່ພັກ ເຊົາຊົ່ວຄາວ, ດ້ານກົດໝາຽ, ດ້ານການແພດ, ການສຶກສາ ແລະ ຝຶກວິຊາຊີບ ແລ້ວສົ່ງກັບຄືນຄອບຄົວ ແລະ ສັງຄົມຈຳນວນ 37 ຄົນ.
ນັກວິຊາການ ດ້ານການຈັດຫາງານໄດ້ກ່າວ ຕໍ່ກັບການລົງທຶນຂອງຈີນວ່າ ໂຄງການລົງທຶນຍັງບໍ່ຕອບໂຈດຕໍ່ ການແກ້ໄຂບັນຫາວຽກເຮັດງານທຳ ຂອງຄົນລາວ. ສ່ວນຫລາຍບັນດາທຸຣະກິຈຕ່າງໆ ຄົນຈີນຈະເຂົ້າມາລາວ ດຳເນີນທຸຣະກິຈດ້ວຍຕົນເອງ ແລະນຳເອົາແຮງງານຈີນເຂົ້າມາ ແຕ່ໄດ້ເງິນເດືອນສູງກວ່າຄົນລາວຫລາຍ ແຕ່ຄົນລາວນັ້ນສ່ວນຫລາຍ ຈະຖືກຈ້າງໃນຕຳ ແໜ່ງຣະດັບຕໍ່າຫລາຍ ແລະ ກໍໄດ້ເງິນເດືອນໜ້ອຍປະມານ 2 ລ້ານ ຫາ 3 ລ້ານກີບ ສ່ວນຄົນຈີນຈະໄດ້ປະມານ 30 ລ້ານກີບຂຶ້ນໄປ.