ໂຈະ-ຖອນ ໃບອະນຸຍາດ ວາຣະສານ 36 ສຳນັກ
2020.09.23

ກະຊວງຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ໄດ້ສັ່ງໂຈະ ແລະ ຖອນໃບອະນຸຍາດ ວາຣະສານ 36 ສຳນັກ ຍ້ອນວ່າ ວາຣະສານ ຈຳນວນ ດັ່ງກ່າວ ບໍ່ມີການເຄື່ອນໄຫວ ແລະ ບໍ່ມີຕົວຕົນໄປແລ້ວ, ໂດຍບໍ່ມາຕໍ່ ໃບອະນຸຍາດ ໄດ້ 4-5 ປີ ແລ້ວ.
ສະນັ້ນ, ວາຣະສານດັ່ງກ່າວ ບໍ່ມີສິດເຄື່ອນໄຫວ ວຽກງານສື່ມວນຊົນ ຖ້າພົບເຫັນ ເຈົ້າໜ້າທີ່ຈະປະຕິບັດ ຕາມຣະບຽບກົດໝາຍ ຢ່າງເຄັ່ງຄັດ, ອີງຕາມແຈ້ງການ ສບັບເລຂທີ 243/ທກ ນະຄອຫຼວງວຽງຈັນ ລົງວັນທີ 9 ກັນຍາ 2020.
ເຈົ້າໜ້າທີ່ ກະຊວງຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ໄດ້ກາວຕໍ່ເອເຊັຽເສຣີ ໃນວັນທີ 21 ກັນຍາ ວ່າ:
"ໝາຍຄວາມວ່າ ປີນຶ່ງ ເຈົ້າຕ້ອງເຮັດບົດຣາຍງານ ແລະ ມາຕໍ່ອະນຸຍາດ ແລ້ວ 36 ສບັບນີ້ ເຂົາເຈົ້າບໍ່ມາເປັນໄລຍະ 4-5 ປີແລ້ວ, 1. ເຮົາ ຕິດຕໍ່ໄປກໍບໍ່ໄດ້, 2. ເຂົາເຈົ້າບໍ່ມາພົວພັນ, ໂຈະຖາວອນ ເຮົາຖອນໃບອະນຸຍາດພ້ອມ ເພາະວ່າເຮົາໄດ້ເຮັດແຈ້ງການ 3 ສບັບ ເພື່ອໃຫ້ມາຕໍ່ ຫຼື ມາພົວພັນ ແຕ່ 36 ສບັບນີ້ ເຂົາເຈົ້າບໍ່ມາ, ບາງຄົນຍັງຜລິຕຢູ່ ບາງຄົນ ອາຈບໍ່ມີຕົວຕົນເລີຍ ແຕ່ວ່າເຮົາຖອນ ຖືວ່າເຮົາບໍ່ແມ່ນ ຢູ່ໃນການ ຄຸ້ມຄອງ ຂອງເຮົາແລ້ວ ຖືວ່າ ຜູ້ກ່ຽວຜລິຕໄປ ຜູ້ກ່ຽວເຮັດ ກໍຖືວ່າຜິດ.”
ທ່ານກ່າວຕື່ມວ່າ ວາຣະສານໃດກໍຕາມ ນອກເໜືອຈາກ ວາຣະສານ 36 ສບັບ ຖ້າຍັງມີຄວາມປະສົງ ຈະເຄື່ອນໄຫວ ວຽກງານສື່ມວນຊົນ ແລ້ວຍັງບໍ່ໄດ້ມາຕໍ່ ໃບອະນຸຍາດ ທຸກ 1 ປີ ໃຫ້ຕິດຕໍ່ມາຫາ ກົມສື່ມວນຊົນ ດ່ວນ ເພື່ອຈະບໍ່ຖືກໂຈະ ແລະ ຖອນໃບອະນຸຍາດ ຄືກັບວາຣະສານ 36 ສຳນັກ.
ອະດີດບັນນາທິການ ປະຈຳວາຣະສານ ທຸຣະກິຈລາວ, ເຊິ່ງເປັນນຶ່ງ ໃນວາຣະສານ 36 ສຳນັກ ຖືກຖອນ ໃບອະນຸຍາດ ຜູ້ທີ່ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ໄດ້ກ່າວວ່າ ວາລະສານນີ້ ໄດ້ປິດຕົວລົງ ປະມານ 4 ປີແລ້ວ ຍ້ອນວ່າ 4 ປີ ທີ່ຜ່ານມາ ການຜລິຕ ວາຣະສານ ອອກໄປຂາຍ ຕາມບ່ອນຕ່າງໆ ຫົວລະ 10-20 ພັນກີບ ບໍ່ມີຄົນຊື້ ເຮັດໃຫ້ຂາດທຶນ ແລະ ກຸ່ມທຸຣະກີຈ ຫຼື ບຸກຄົນ ທີ່ເຄີຍສນັບສນູນ ກໍໄດ້ຖອນຕົວ ໄປອ່ານຂໍ້ມູນ ຂ່າວສານ ຢູ່ໃນໂທຣະສັບມືຖື:
"ເວລາພິມອອກແລ້ວ ການສນອງ ໃຫ້ສັງຄົມຫັ້ນນ່າ ສັງຄົມບໍ່ໄດ້ຮັບ ຄ່ານິຍົມຈາກວາຣະສານນັ້ນໆ ມັນກໍເລີຍຂາດ ຜູ້ສນັບສນຸນ ຕົວຢ່າງ ໃຫ້ເອົາ ໄປບໍຣິສັດ ຫຼືວ່າ ກຸ່ມຄົນໜ່ວຍນຶ່ງອ່ານ ເກັບຫົວນຶ່ງເທົ່າໃດ ຫົວລະ 10 ພັນ 20 ພັນບໍ່, ຈັ່ງຊີ້ນ່າ. ຍົກຕົວຢ່າງວ່າ ຄົນອ່ານໄປ ແຕ່ຫົວຂໍ້ຂ່າວນະ ເພິ່ນກໍເບື່ອ ເພິ່ນກໍເຊົາເອົາ, ເຂົາບໍ່ສນອງທຶນໂຕນັ້ນ ໃຫ້ເຮົາ ມັນກໍຊິຂາດເນາະ, ຜູ້ທີ່ຮັບ ສນັບສນຸນ ແລ້ວເຂົາກໍຖອນໄປ.”
ອະດີດບັນນາທິການ ວາຣະສານ ກ່ຽວກັບຄອບຄົວ ຂອງຄົນລາວ, ເຊິ່ງເປັນນຶ່ງ ໃນວາລະສານ 36 ສຳນັກ ທີ່ຖືກຖອນ ໃບອະນຸຍາດ ໄດ້ກ່າວວ່າ ວາຣະສານນີ້ ໄດ້ປິດຕົວລົງໄດ້ 4-5 ປີແລ້ວ ຍ້ອນວ່າ 4-5 ປີ ທີ່ຜ່ານມາ ກຸ່ມຄົນອ່ານ ຫັນໄປອ່ານຂ່າວ ທາງໂທຣະສັບມືຖື ຫຼາຍຂຶ້ນ, ໂດຍສະເພາະ ເຟສບຸຄ ເຮັດໃຫ້ການຂາຍໂຄສະນາ ແລະ ຍອດຈຳໜ່າຍ ວາຣະສານ ຂາດທຶນ ແລະ ບໍ່ສາມາດ ເນີນທຸຣະກິຈໄປຕໍ່ໄດ້.
ທ່ານກ່າວຕື່ມວ່າ ປັດຈຸບັນ ອະດີດບັນນາທິການ ຂອງວາຣະສານ 36 ສຳນັກ ທີ່ຖືກໂຈະ ແລະ ຖອນໃບອະນຸຍາດນັ້ນ, ຈຳນວນນຶ່ງ ກໍຫັນໄປ ປະກອບອາຊີບ ທຸຣະກິຈສ່ວນຕົວ, ອີກຈຳນວນນຶ່ງ ກໍໄປເປັນນັກຂ່າວອອນລາຍ ເປີດເພດເຟສບຸຄ ເພື່ອປັບຕົວ ແລະ ເພື່ອຄວາມຢູ່ລອດ ໃນຍຸກທີ່ ສື່ສັງຄົມອອນລາຍ ເຂົ້າມາມີອິດທິພົລ ແບບນີ້.
ກ່ຽວກັບເຣື່ອງນີ້, ຊາວບ້ານ ຢູ່ນະຄອນຫຼວງວຽງຈັນ ເວົ້າວ່າ ປັດຈຸບັນ ຕົວເອງ ຕິດຕາມຂໍ້ມູນ ຂ່າວສານ ຢູ່ໃນສື່ສັງຄົມອອນລາຍ ຄືເຟສບຸຄ ຫຼາຍກ່ວາ ວາຣະສານ ຫຼື ໜັງສືພິມ ຍ້ອນວ່າ ຂໍ້ມູນຂ່າວສານ ຢູ່ໃນສື່ສັງຄົມອອນລາຍ ມັນໄວກວ່າ ໜັງສືພິມ ບໍ່ວ່າຈະກິນ ຈະຍ່າງ ຈະນອນ ຈະນັ່ງ ກໍສາມາດເປີດ ໂທຣະສັບມືຖື ເພື່ອໃຊ້ງານເຟສບຸຄ ໄດ້ຢ່າງສະດວກ, ສະນັ້ນ ຫາກໜັງສືພິມ ຢາກຢູ່ໃຫ້ລອດ ຢູ່ໃນຍຸກນີ້ ຕ້ອງປັບຕົວ ໃຫ້ມີຂໍ້ມູນຂ່າວສານ ປ້ອນໂທຣະສັບມືຖືໃຫ້ໄດ້:
"ມັນລຶ້ງແລ້ວ ໃຜກໍລຶ້ງເດ້ ໂທຣະສັບ ມີທຸກຢ່າງ ໃນເຟສບຸຄ ມັນໄວກວ່າ ວາຣະສານ. ສມັຍນີ້ ບໍ່ມີຜູ້ໃດ ໄປນັ່ງອ່ານວາລະສານແລ້ວ ບາງທີ ຕ້ອງອ່ານ ຕ້ອງເບິ່ງ ໂທຣະສັບ ເພາະວ່າ ທຸກສິ່ງໆ ທຸກຢ່າງ ຈະຢູ່ໃນໜ້າຈໍ ໂທຣະສັບເຮົາ. ວາຣະສານ ຕ້ອງປັບວິທີໃໝ່ ໃຫ້ອ່ານໄດ້ ຢູ່ໃນໂທຣະສັບ ເປັນສິ່ງທີ່ດີ ເພາະວ່າ ຄົນທຸກມື້ນີ້ ເຂົາເຈົ້າບໍ່ຄ່ອຍລືມຢິບໂທຣະສັບ.”
ນັກສຶກສາ ຢູ່ແຂວງວຽງຈັນ ເວົ້າວ່າ ລາວມັກ ຕິດຕາມຂ່າວສານ ບ້ານເມືອງ ຜ່ານສື່ອອນລາຍ ໂດຍສະເພາະ ເຟສບຸຄຄືກັນ ຍ້ອນວ່າສະດວກ ຕໍ່ການອ່ານ ແລະ ສາມາດສືບຄົ້ນຂໍ້ມູນ ຫຼ້າສຸດ ໄດ້ງ່າຍ, ໄວ ແລະ ທັນເຫດການ ອີກທັງ ບໍ່ຈຳເປັນຕ້ອງເສັຽເງິນ ໄປຊື້ວາຣະສານ ມາອ່ານ ຍ້ອນສາມາດ ອ່ານໄດ້ຟຣີ ຈາກສື່ອອນລາຍ:
"ຄືວ່າ ຢູ່ເຟສນີ້ ເຂົາມັກຈະປ່ອຍ ຂ່າວສານໃໝ່ໆ ເຂົ້າມາ ແລ້ວເຮົາກໍເລີຍມັກ ເຂົ້າໄປເບິ່ງ ເຮົາກໍມັກ ຕັ້ງເຂົ້າຢູ່ໃນເຟສບຸກຄ໌ ນີ້ແຫຼະ ມັນກໍທັນ ແລະ ມັນກໍສະດວກ ສບາຍດີ ຕໍ່ການອ່ານ ຂອງເຮົາ ໃນການຫາຂໍ້ມູນ ຂອງເຮົານີ້ ມັນຈະງ່າຍຂຶ້ນ. ຖ້າມີຂໍ້ມູນ ຂ່າວສານໃໝ່ເຂົ້າມາ ທີ່ເຂົາປ້ອນຂໍ້ມູນ ມາຫາເຮົານະ.”
ຣາຍຊື່ ວາຣະສານ ທີ່ຖືກສັ່ງໂຈະ ແລະ ຖອນໃບອະນຸຍບາດ ຮວມມີ:
1. ວາຣະສານ ຊື້ຂາຍ
2. ວາຣະສານ ວຽງຈັນທິດນີ້
3. ວາຣະສານ ຕລາດລາວ
4. ວາຣະສານ ຊີວິດທຸຣະກິຈ
5. ວາຣະສານ ມິຕພາບ
6. ວາຣະສານ ວັທນະທຳລາວ
7. ວາຣະສານ ບັນເທີງ Lifestyle
8. ວາຣະສານ ໂທຣະພາບຄອບຄົວບັນເທີງ
9. ວາຣະສານ ສ້າງສັນ
10. ວາຣະສານ ຣີເທີນ
11. ວາຣະສານ ສະບາຍດີ
12. ວາຣະສານ ທຸຣະກິຈໂຄສະນາ
13. ວາຣະສານ ມີໄຟ
14. ວາຣະສານ ຄອບຄົວ
15. ວາຣະສານ ມວນຊົນ
16. ວາຣະສານ ຊາໂດ
17. ວາຣະສານ ສະບາຍດີລາວ
18. ວາຣະສານ ເພື່ອຊາວກະສິກອນ
19. ວາຣະສານ ນັກທຸຣະກິຈໜຸ່ມ
20. ວາຣະສານ ທ່ອງທ່ຽວລາວ
21. ວາຣະສານ ຈຳປາເມືອງລາວ
22. ວາຣະສານ ໂຊກດີ
23. ວາຣະສານ ວິໄສທັດ
24. ວາຣະສານ ຢູ່ສະບາຍເຮືອນ ແລະ ສວນ
25. ວາຣະສານ ລູກ
26. ວາຣະສານ ໂອ້
27. ວາຣະສານ ດີສຄາເວີລາວ
28. ວາຣະສານ ລານຄຳ
29. ວາຣະສານ ໄອຊີທີ ລາວ
30. ວາຣະສານ ຄູ່ມືແຫຼ່ງທ່ອງທ່ຽວ
31. ວາຣະສານ ເທສ ອອຟ ລາວ
32. ວາຣະສານ ສູນລວມແບບລາວ
33. ວາຣະສານ ລາວກ້າວໄປ
34. ວາຣະສານ ປຶ້ມຄູ່ມືນຳທ່ຽວ
35. ວາຣະສານ ທຸຣະກິຈລ້ຽງງົວ
36. ວາຣະສານ ຍິນດີຕ້ອນຮັບສູ່ປະເທດລາວ