ນັກສຶກສາຂ້ອງໃຈຄ່າຮຽນ
ນັກສຶກສາ ທີ່ຮຽນ ໃນແຜນ ຢູ່ ວິທຍາໄລຄຣູ ຫຼວງພຣະບາງ ຂ້ອງໃຈ ການເສັຽຄ່າຮຽນ ທີ່ແພງຂຶ້ນ ທຸກປີ ໃນຂນະທີ່ ກະຊວງ ສຶກສາ ບໍ່ມີ ຣະບຽບການ ໃຫ້ນັກຮຽນ ເສັຽຄ່າຮຽນ.
-
ສິດນີ
2016-10-07 -
-
-
ນັກສຶກສາ ທີ່ຮຽນ ໃນແຜນ ຢູ່ ວິທຍາໄລຄຣູ ຫຼວງພຣະບາງ ຂ້ອງໃຈ ການເສັຽຄ່າຮຽນ ທີ່ແພງຂຶ້ນ ທຸກປີ ໃນຂນະທີ່ ກະຊວງ ສຶກສາ ບໍ່ມີ ຣະບຽບການ ໃຫ້ນັກຮຽນ ເສັຽຄ່າຮຽນ. ນັກສຶກສາ ວິທຍາໄລ ສ້າງຄຣູ ແຂວງ ຫຼວງພຣະບາງ ຄົນນຶ່ງ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນ 5 ຕຸລາ ວ່າ: ຕົນເອງ ບໍ່ເຂົ້າໃຈ ຄືກັນວ່າ ເປັນຫຍັງ ນັກຮຽນທີ່ຮຽນ ໃນແຜນ ຕ້ອງໄດ້ ເສັຽຄ່າຮຽນ.
ອີງຕາມ ຂໍ້ມູນ ຈາກນັກສຶກສາ ຜູ້ນີ້ ໄດ້ຮູ້ວ່າ ສະເພາະ ຄ່າຮຽນຢູ່ ວິທຍາໄລ ສ້າງຄຣູ ແຂວງ ຫຼວງພຣະບາງ ແມ່ນ ນັກສຶກສາ ໃນແຜນ ປີທີ 1 ຈະຕ້ອງເສັຽ ຄ່າຮຽນ ປະມານ 2 ແສນກີບ ຕໍ່ປີ, ປີທີ 2 ຕ້ອງເສັຽ 4 ແສນກີບ, ປີທີ 3 ຕ້ອງເສັຍ 6 ແສນກີບ ແລະ ປີທີ 4 ຕ້ອງເສັຽເກືອບ 9 ແສນກີບ.
ໃນຂນະດຽວກັນ ນັກສຶກສາ ທີ່ຮຽນໃນແຜນ ຢູ່ ວິທຍາໄລ ສ້າງຄຣູ ຫຼວງພຣະບາງ ແມ່ນໄດ້ ເບັ້ຽລ້ຽງ 70 ພັນກີບ ຕໍ່ເດືອນ. ໃນ ມະຫາ ວິທຍາໄລ ສຸພານຸວົງ ແຂວງ ຫຼວງພຣະບາງ ນັກສຶກສາ ໃນແຜນ ຈະໄດ້ເບັ້ຽລ້ຽງ 2 ແສນກີບ ຕໍ່ເດືອນ, ແຕ່ກໍຍັງຕ້ອງ ໄດ້ເສັຽຄ່າຮຽນ 5 ແສນກີບ ຕໍ່ປີ ສຳລັບ ນັກຮຽນປີທີ 4. ອີງຕາມ ຂໍ້ມູນ ຈາກ ນັກສຶກສາ.
ນອກຈາກນີ້ ນັກສຶກສາ ທີ່ຮຽນນອກແຜນ ຕ້ອງໄດ້ ເສັຽຄ່າຮຽນ ເກືອບ 1 ລ້ານ 9 ແສນກີບຕໍ່ປີ. ແຕ່ກໍມີ ອາຈານ ທີ່ສອນຢູ່ ວິທຍາໄລ ສ້າງຄຣູ ຫຼວງພຣະບາງ ກໍໃຫ້ ເຫດຜົນວ່າ ຄ່າຮຽນແພງ ຍ້ອນ ຣາຄາໜ່ວຍກິດ ມັນຂຶ້ນ ແຕ່ລະປີ. ດັ່ງທ່ານກ່າວຕໍ່ ເອເຊັຽເສຣີ ໃນວັນທີ 5 ຕຸລາ ນີ້ວ່າ:
"ຖືວ່າ ກະເປັນນຳໜ່ວຍກິດ ຂອງມັນ ໜ່ວຍກິດຂອງມັນ ກໍຈະເພີ້ມຂຶ້ນ ໜ່ວຍກິດ ທຸກສິ່ງ ທຸກຢ່າງເອີ ຈາກປີນີ້ ເປັນປີໜ້າ ປີໜ້າ ເປັນປີໃນ ເປັນຊັ້ນລະ ໜ່ວຍກິດ ມັນກະເພີ້ມຂຶ້ນ".
ເຖີງຢ່າງໃດກໍຕາມ ກະຊວງ ສຶກສາທິການ ແລະກິລາ ບໍ່ໄດ້ມີ ຣະບຽບການ ອອກມາວ່າ ນັກຮຽນໃນແຜນ ຈະຕ້ອງເສັຽ ຄ່າຮຽນ ນອກຈາກ ຈະເສັຽສະເພາະ ແຕ່ຄ່າ ລົງທະບຽນ ເທົ່ານັ້ນ. ດຣ ກອງສີ ແສງມະນີ ຣັຖມົນຕຼີ ຊ່ວຍວ່າການ ກະຊວງສຶກສາ ແລະ ກິລາ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 6 ຕຸລາ ວ່າ: ນັກຮຽນໃນແຜນ ກະໄດ້ເສັຽແຕ່ຄ່າ ລົງທະບຽນ ມັນມີຣະບຽບ ມັນຢູ່ແລ້ວ, ນັກຮຽນໃນແຜນ ແມ່ນໄດ້ ເບັ້ຽລ້ຽງ ແຕ່ຈະບໍ່ໄດ້ ເສັຽຄ່າຮຽນ.