2 ແຂວງຈະປະມູນໄມ້ຍຶດໄດ້
2016.12.01
ແຂວງເຊກອງ ແລະ ແຂວງຫຼວງພຣະບາງ ກຳລັງນັບໄມ້ ທີ່ຍຶດໄດ້ ໃນເວລານີ້ ເພື່ອລໍຖ້າ ການປະມູນ ຂາຍ ຕາມຄຳສັ່ງ ຂອງທາງການ ໃຫ້ທຸກແຂວງ ປະມູນໄມ້ ທີ່ຍຶດໄດ້ ທົ່ວປະເທດ ເພື່ອສ້າງ ຣາຍໄດ້ ເຂົ້າຣັດ. ຕາມການເປີດເຜີຍ ຂອງ ເຈົ້າຫນ້າທີ່ ປ່າໄມ້ ຕໍ່ ເອເຊັຽເສຣີ ໃນໃນທີ 1 ທັນວາ ນີ້ວ່າ:
"ປະມູນໄມ້ຫວາ ກໍດຽວນີ້ ລົງທະບຽນ ກໍສ່ວນໃຫຍ່ ນີ້ໄມ້ຍາງ ມີໄມ້ຍາງ ໄມ້ເປືອຍ ຈຳນວນນຶ່ງ ໄມ້ແຄນຫີນ ຈຳນວນນຶ່ງ 3 ພັນກວ່າໆ ນີ້ແຫຼະ 3 ພັນປາຍກວ່າ ແມັດກ້ອນ ແມ່ນວ່າ 10 ຣິດ".
ທ່ານກ່າວຕື່ມວ່າ ໄມ້ທີ່ຍຶດໄດ້ ພາຍໃນ ແຂວງເຊກອງ ຍັງບໍ່ຮູ້ຕົວເລກ ທີ່ແນ່ນອນ ເທື່ອ ຮູ້ແຕ່ວ່າ ສ່ວນຫຼາຍ ເປັນໄມ້ ເນື້ອປະສົມ ແລະ ໄມ້ເນື້ອອ່ອນ ເປັນຕົ້ນ ໄມ້ເປືອຍ ໄມ້ຍາງ ໄມ້ແຄນຫີນ ຊຶ່ງ ການປະມູນ ໄມ້ເທື່ອນີ້ ຈະມີໄມ້ ຢູ່ປະມານ 10 ຣິດ ໃນຈຳນວນ 10 ປະເພດ. ສຳລັບ ແຂວງຫຼວງພຣະບາງ ແລ້ວ ກໍຈະປະມູນ ເຊັ່ນກັນ ຫລັງຈາກ ເສັດສິ້ນ ຄະດີ ກ່ຽວກັບ ໄມ້ທີ່ຍຶດໄດ້ ຕາມຄຳສັ່ງ ຂອງຣັຖບານ:
"ຕອນນີ້ຫັ້ນ ຍັງບໍ່ທັນໄດ້ ປະມູນເທື່ອ ເພາະວ່າ ຄນະສະເພາະ ເສຖກິດເພິ່ນມີໄມ້ ຢູ່ປະມານ 20 ປາຍຄີວ ແຕ່ວ່າຄະດີ ເພິ່ນຍັງບໍ່ທັນ ແລ້ວວ່າຊັ້ນ ເພິ່ນຍຶດໄວ້ ແລ້ວ ແຕ່ວ່າຄະດີ ມັນຍັງ ບໍ່ທັນແລ້ວ ກໍບໍ່ສາມາດ ຈະປະມູນໄດ້ ແຕ່ວ່າຄື ຈະມີເພາະວ່າ ຢ່າງໃດ ກໍຕ້ອງປະມູນ ຫັ້ນແຫຼະ ຕາມແຈ້ງການ ຂອງກະຊວງ ນໍ".
ເຖິງຢ່າງໃດກໍຕາມ ກ່ຽວກັບ ການປະມູນໄມ້ ຂອງຣັຖບານ ກໍມີການ ວິພາກ ວິຈານ ຈາກ ສື່ສັງຄົມ ອອນລາຍ ແລະ ຈາກ ປະຊາຊົນ ທ້ອງຖິ່ນ ກຸ່ມດັ່ງກ່າວ ຕ້ອງການ ຢາກໃຫ້ ຣັຖບານ ເອົາໄມ້ນັ້ນ ໄປປຸກໂຮງຮຽນ ໂຮງຫມໍ ໃຫ້ປະຊາຊົນ ໃນເຂດ ຊົນນະບົດ ໃຊ້ຈະດີ ກວ່າ ຍ້ອນວ່າ ປັດຈຸບັນ ໂຮງຮຽນ ຫຼາຍແຫ່ງ ໃນລາວ ຍັງຕ້ອງການ ໄມ້ມາປຸກ ແລະສ້ອມແປງ ຫຼາຍຢູ່.