ໃນຕົ້ນ ເດືອນ ຕຸລາ ທີ່ ຜ່ານມາ ມີການ ເຊັນ ສັນຍາ ສຳປະທານ ເຂດ ເດີ່ນ ທາດຫລວງ ເມືອງ ຫຼວງພຣະບາງ ແຂວງ ຫຼວງພຣະບາງ ເພື່ອ ພັທນາ ເຂດ ດັ່ງກ່າວ ເປັນສວນ ສາທາຣະນະ ຂອງ ແຂວງ ຫຼວງພຣະບາງ. ອີງຕາມ ຣາຍງານ ຂ່າວ ຈາກ ແຂວງ ຫຼວງພຣະບາງ.
ໃນນັ້ນ ບໍຣິສັດ ດວງປະເສີດ ກໍ່ສ້າງ ຂົວທາງ ຈຳກັດ ເປັນຜູ້ ທີ່ ໄດ້ຮັບ ສຳປະທານ ເຂດ ດັ່ງກ່າວ ຊຶ່ງ ມີເນື້ອທີ່ ທັງໝົດ ເກືອບ 50,000 ຕາແມັດ. ພິທີ ເຊັນສັນຍາ ສຳປະທານ ໄດ້ມີຂຶ້ນ ໃນ ວັນທີ 6 ຕຸລາ ທີ່ ຜ່ານມາ ໂດຍ ແມ່ນ ບໍຣິສັດ ກັບ ຜແນກ ແຜນການ ແລະ ການ ລົງທຶນ ແຂວງ ເປັນຜູ້ ລົງນາມ ໂດຍມີ ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງ ຫລວງ ພຣະບາງ ເປັນ ສັກຂີ ພິຍານ.
ລະຍະ ການ ສຳປະທານ ແມ່ນ 30 ປີ ມູນຄ່າ ການ ກໍ່ສ້າງ ແມ່ນ 3 ລ້ານ ໂດລາ ສະຫະຣັດ ເປັນ ການລົງທຶນ ພາຍໃນ 100 ສ່ວນຮ້ອຍ ແລະ ຈະໃຊ້ ເວລາ ໃນການ ກໍ່ສ້າງ 2 ປີ. ໃນການ ສຳປະທາ ນັ້ນ ຜູ້ ສຳປະທານ ຈະຕ້ອງ ຈ່າຍຄ່າ ສຳປະທານ ໃຫ້ ທາງ ແຂວງ ປະມານ 400,000 ໂດລາ ສະຫະຣັດ ຕໍ່ປີ.
ຂ່າວຍັງ ຣາຍງານ ອີກວ່າ ເມື່ອສ້າງ ສຳເຣັດ ແລ້ວ ຈະເປັນບ່ອນ ວາງ ສະແດງ ສິລປະ ວັທນະທັມ ຮ້ານ ອາຫານ ບ່ອນ ຈັດງານລ້ຽງ ຕ່າງໆໆ ຕລາດ ກາງຄືນ ສວນ ສາທາຣະນະ. ແຕ່ວ່າ ທາງແຂວງ ໃຫ້ ນະໂຍບາຍ ຍົກເວັ້ນ ອາກອນ ກຳໄຣ ກັບ ບໍຣິສັດ 2 ປີ ຊຶ່ງ ໝາຍຄວາມ ວ່າ ພາກ ຣັຖບານ ຈະຕ້ອງ ບໍ່ເກັບເງິນ ອາກອນ ຣາຍໄດ້ ຈາກ ບໍຣິສັດ ດວງປະເສີດ ແຕ່ຢ່າງໃດ.
ແຕ່ໃນ ເວລາ ດຽວກັນ ປະຊາຊົນ ຢູ່ ແຂວງ ຫລວງ ພຣະບາງ ກໍໃຫ້ ທັສນະ ວ່າ ເຂົາເຈົ້າ ບໍ່ເຫັນດີ ກັບການ ສຳປະທານ ດັ່ງກ່າວ ເພາະວ່າ ສິ່ງ ດັ່ງກ່າວ ມີຜົນ ປະໂຫຍດ ແອບແຝງ. ແຫລ່ງຂ່າວ ຈາກ ແຂວງ ຫລວງ ພຣະບາງ ໄດ້ກ່າວ ຕໍ່ ນັກຂ່າວ ເອເຊັຽ ເສຣີ ວ່າ ການໃຫ້ ສໍາປະທານ ດັ່ງກ່າວ ແມ່ນ ມີ ເບື້ອງໜ້າ ເບີື້ອງຫລັງ ຣະຫວ່າງ ພນັກງານ ຂັ້ນສູງ ຂອງແຂວງ ກັບ ບໍຣິສັດ ດວງປະເສີດ. ແຫລ່ງຂ່າວ ຍັງກ່າວອີກ ວ່າ ການໃຫ້ ສໍາປະທານ ແມ່ນ ຮູບແບບ ຖື ຫຸ້ນຮ່ວມ ຣະຫວ່າງ ພນັກງານ ຂັ້ນສູງ ຂອງ ແຂວງ ກັບ ບໍຣິສັດ ແລະ ມີຄ່າ ຕອບແທນ ທີ່ເປັນເງິນ.
ດັ່ງ ທ່ານ ກ່າວ ຕອນນຶ່ງ ວ່າ: ມັນກະເວົ້າ ເຣື້ອງຄ່າ ຕອບແທນ ຫັ້ນແຫລະ ເພື່ອ ເງິນມາ ເທົ່າໃດ ມັນກະໄດ້ ດອກ ຊິກິນ ແຕ່ ມໍລະດົກ ບໍ່ມີ ຊິສ້າງຮັ່ງ ໃຫ້ຕົນເອງ ໄດ້ວ່າ ຊັ້ນຊາ ຄິດໃນ ແງ່ ຂອງ ການ ສໍາປະທານ ນີ້ ໂອເຄ ບາດດຽວ ໄດ້ ກະໄດ້ ຫລາຍ.
ນອກຈາກນີ້ ການ ໃຫ້ເຊົ່າ ແລະ ສໍາປະທານ ມັນກໍສ້າງ ຄວາມ ບໍ່ພໍໃຈ ໃຫ້ແກ່ ປະຊາຊົນ ຜູ້ທີ່ ເຫັນວ່າ ຄວນ ອະນຸຮັກ ເດີ່ນ ທາດຫລວງ ເອົາໄວ້. ແລະ ບໍ່ເຫັນດີ ກັບການ ເອົາ ເດີ່ນ ທາດຫລວງ ໃຫ້ ສໍາປະທານ. ດັ່ງ ປະຊາຊົນ ອີກ ທ່ານ ນຶ່ງ ເວົ້າອີກ ວ່າ: ເລື້ອງບໍ່ເຫັນດີ ກະບໍ່ເຫັນດີຫັ້ນແຫລ ຍ້ອວ່າປະ ຊາຊົນຍັງທຸກຢູ່ ເລື້ອງຫັ້ນດີ ກະເຫັນ ດີ ແຕ່ ຄົນທີ່ເຂົາມີ ແຕ່ຄົນທຸກ ຄົນທົ່ວປະໄປ ກໍບໍ່ເຫັນດີ ຄືອ້າຍເວົ້າ ມັນປາກບໍ່ໄດ້ ມັນປາກບໍ່ໄດ້ ມືນຕາເບິ່ງເຂົາລ້າຫັ້ນລະ.
ແຂວງ ຫລວງ ພຣະບາງ ໄດ້ຖືກ ປະກາດ ເປັນເມືອງ ມໍຣະດົກ ໂລກ ໃນປີ 1995 ເຮັດໃຫ້ ນັກ ທ່ອງທ່ຽວ ຫລັ່ງໄຫລ ເຂົ້າມາ ແລະ ຖືວ່າເປັນ ເມືອງ ທ່ອງທ່ຽວ ອັນດັບ ນຶ່ງ ຂອງ ປະເທດລາວ ສິ່ງ ດັ່ງກ່າວ ເຮັດໃຫ້ ນັກລົງທຶນ ຍາດແຍ່ງ ຈັບຈອງ ທີ່ດິນ ເພື່ອ ປຸກສ້າງ ເປັນ ອະສັງຫາ ຣິມະຊັບ ຫລາຍ ແລະ ເປັນທີ່ ຕ້ອງການ ຂອງ ນັກລົງທຶນ ທັງ ພາຍໃນ ແລະ ຕ່າງ ປະເທດ.
ບາງຄັງ ກໍ່ ໃຫ້ເກີດ ບັນຫາ ຂໍ້ຂັດແຍ່ງ ທາງດ້ານ ທີ່ດິນ ຣະຫວ່າງ ນັກ ລົງທຶນ ກັບ ປະຊາຊົນ ທ້ອງຖິ່ນ ແລະ ຣະຫວ່າງ ເຈົ້າໜ້າທີ່ ຂອງຣັດ ກັບ ປະຊາຊົນ. ຕົວຢ່າງ: ໃນປີ 2009 ເກີດມີ ບັນຫາ ການ ສຳປະທານ ທີ່ດິນ ສ້າງ ສະໜາມ ກອຟ ຢູ່ແຂວງ ຫລວງ ພຣະບາງ ຊຶ່ງ ບັນຫາ ດັ່ງກ່າວ ແມ່ນເກີດຂຶ້ນ ຣະຫວ່າງ ເຈົ້າ ແຂວງ ຫລວງ ພຣະບາງ ກັບ ປະຊາຊົນ ຜູ້ທີ່ ເປັນ ເຈົ້າຂອງ ທີ່ດິນ. ໃນເວລາ ນັ້ນ ທ່ານ ບຸນເຮືອງ ດວງພະຈັນ ເປັນ ເຈົ້າແຂວງ ທີ່ ຕ້ອງການ ເອົາ ທີ່ດິນ ໃຫ້ ບໍຣິສັດ ຂອງ ເກົາຫລີໃຕ້ ມາ ສຳປະທານ ສ້າງ ສະໜາມ ກອຟ ແຕ່ ປະຊາຊົນ ຜູ້ທີ່ ເປັນ ເຈົ້າຂອງ ທີ່ດິນ ບໍ່ເຫັນດີ ເພາະວ່າ ເຂົາເຈົ້າ ໄດ້ ຄ່າຊົດເຊີຍ ໜ້ອຍ. ອີງຕາມ ແຫລ່ງຂ່າວ ທີ່ ບໍ່ປະສົງ ອອກຊື່ ຈາກ ແຂວງ ຫລວງ ພຣະບາງ.
ແຫລ່ງຂ່າວ ຍັງໄດ້ບອກ ໃຫ້ຮູ້ ອີກວ່າ ທ່ານ ບຸນເຮືອງ ດວງພະຈັນ ໄດ້ ສັ່ງໃຫ້ ເຈົ້າໜ້າທີ່ ຕຳຣວດ ຈັບ ຊາວບ້ານ ຜູ້ທີ່ ຄັດຄ້ານ ໂຄງການ ກໍ່ສ້າງ ສະໜາມ ກອຟ ຂອງ ເກົາຫລີໃຕ້ ໃນ ເວລາ ນັ້ນ ມີ ຊາວບ້ານ 3 ຄົນ ຖືກຈັບ ນຶ່ງ ໃນ ສາມ ທ່ານ ນັ້ນ ແມ່ນ ພນັກງານ ທີ່ເຮັດວຽກ ຢູ່ ກະຊວງ ຍຸຕິທັມ. ສາເຫດ ຫລັກ ຂອງ ຂໍ້ຂັດແຍ່ງ ທີ່ດິນ ເກີດຂຶ້ນ ສ່ວນນຶ່ງ ກໍເປັນຍ້ອນ ພນັກງານ ຈຳນວນ ນຶ່ງ ບໍ່ມີ ຫລັກໝັ້ນ.
ອີງຕາມ ບົດ ຣາຍງານ ການເຊົ່າ ແລະ ສຳປະທານ ທີ່ດິນ ໃນປີ 2010 ຂອງ ແຂວງ ຫລວງ ພຣະບາງ ໄດ້ຮູ້ວ່າ ບັນຫາ ທີ່ ຍັງຄ້າງຄາ ທີ່ ແຂວງ ບໍ່ສາມາດ ແກ້ໄຂ ໄດ້ ແມ່ນ ການໃຫ້ເຊົ່າ ແລະ ສຳປະທານ ທີ່ດິນ ມີ ລັກສນະ ເພື່ອ ຜົນ ປໂຍດ ກຸ່ມຄົນ ໃດນຶ່ງ ໂດຍ ສະເພາະ ນັກລົງທຶນ ແລະ ພນັກງານ ຈຳນວນ ນຶ່ງ ທີ່ບໍ່ມີ ຫລັກໝັ້ນ ທີ່ ບໍ່ຄຳນຶງ ເຖິງ ຜົນກະທົບ ຕໍ່ ສະພາບ ແວດລ້ອມ ທັງ ໃນ ລະຍະ ສັ້ນ ແລະ ລະຍະ ຍາວ.
ສະເພາະ ການໃຫ້ ສຳປະທານ ທີ່ດິນ ຢູ່ເຂດ ທາດຫລວງ ແຂວງ ຫລວງ ພຣະບາງ ໂດຍ ຜິວເຜີນ ກໍເບິ່ງ ຄືວ່າ ເພື່ອສ້າງ ສວນ ສາທາຣະນະ ເພື່ອ ປໂຍດ ສ່ວນລວມ ແຕ່ ໃນຄວາມຈິງ ມັນ ກໍແມ່ນ ການເຮັດ ທຸຣະກິດ ເພື່ອ ສ້າງ ປໂຍດ ສ່ວນຕົວ ຫລາຍກວ່າ.
ດັ່ງນັກ ວິເຄາະ ທ່ານນຶ່ງ ກ່າວວ່າ: ຄັນເຮົາ ເບິ່ງຄັກໆ ມັນກະຊິມີ ຫັ້ນແຫລ ເນາະ ໂດຍ ສະເພາະ ຄົນທີ່ເປັນ ເຈົ້າຂອງ ບໍຣິສັດ ກໍ່ສ້າງ ຄື ຊ່ຽນ ດວງປະເສີດ ລາວ ກໍຕ້ອງມີ ແຜນວ່າ ລາວຊິໄດ້ ຜົນປໂຍດ ຈາກນີ້ ຫລາຍ ປານໃດ ຄົນທີ່ ຈະມາ ຈັດງານ ຕ່າງໆໆ ມັນກໍຕ້ອງ ຜ່ານລາວ ແນ່ແ່ນ ມັນຕ້ອງມີ ຣະບົບ ນາຍທຶນ ຂຶ້ນມາ. ທັງໆໆ ທີ່ ບ່ອນນີ້ ມັນ ເປັນບ່ອນ ສາທາຣະນະ ຄັນເຈົ້າ ປັບປຸງ ແນ່ນອນ ຖ້າເຈົ້າ ໃຊ້ເງິນຣັຖ ເຮັດ ຈະໄດ້ຊົມໃຊ້ ຮ່ວມກັນ ບໍ່ບໍ່ ມີການ ໃຊ້ຈ່າຍ ແພງຂຶ້ນ.
ທີ່ດິນ ເຂດ ເດີ່ນ ທາດຫລວງ ບັດຈຸບັນ ທາງທິດໃຕ້ ຂອງ ເດີ່ນ ທາດຫລວງ ຖືກໃຊ້ ເປັນບ່ອນ ຈອດລົດ ໃຫຍ່ ຂອງ ພນັກງານ ການເງິນ ແຂວງ, ສ່ວນທາງ ທິດເໜືອ ເປັນ ຮ້ານ ອາຫານ ແລະຮ້ານ ຂາຍດອກໄມ້ ຂອງ ບໍຣິສັດ ດວງປະເສີດ.
ນັກ ວິເຄາະ ທ່ານ ນັ້ນ ກ່າວວ່າ: ການ ເອົາຊັບສິນ ທີ່ ເປັນດິນ ສາທາຣະນະ ໄປໃຫ້ ນັກ ລົງທຶນ ສຳປະທານ ມັນບໍ່ແມ່ນ ເພື່ອ ປໂຍດ ສາທາຣະນະ ແຕ່ມັນ ເປັນປໂຍດ ຂອງ ເອກກະຊົນ ຫລາຍກວ່າ ປໂຍດ ສາທາຣະນະ ແຕ່ຖ້າ ນຳໃຊ້ ເພື່ອ ສ່ວນລວມ ມັນກໍຕ້ອງ ຄຳນຶງ ເຖິງ ຜົນປໂຍດ ທີ່ ທຸກໆຄົນ ຢູ່ພາຍໃນ ແຂວງ ຈະໄດ້ຮັບ. ດັ່ງທ່ານ ກ່າວວ່າ: ທີ່ ຈິງແລ້ວ ຂັ້ນຖ້າ ຊິເຮັດ ເອື້ອ ຜົນປໂຍດ ແກ່ບຸກຄົນ ມັນກະບໍ່ດີ ຫັ້ນລະ ເນາະ ຄັນເພື່ອ ສາທາຣະນະ ລະ ມັນ ກະດີ ຫັ້ນແຫລ ເນາະ ຂັ້ນຖ້າວ່າ ມັນເປັນ ປໂຍດ ສາທາຣະນະ ມັນກະ ໂອເຄ ບ່ອນນີ້ ມັນກະເປັນ ບ່ອນຫາຢູ່ ຫາກິນ ຂອງ ຊາວເມືອງ ເວລາ ມີບຸນ ມີສິນ ກະຢູ່ບ່ອນ ຫັ້ນ ເປັນ ບ່ອນຈັດ ເປັນບ່ອນ ວາງສະແດງ ຫັ້ນນ່າ.
ເດີ່ນ ທາດຫລວງ ແຂວງ ຫລວງ ພຣະບາງ ໃນ ອະນາຄົດ ມັນກໍຄົງ ກາຍເປັນ ບ່ອນທີ່ ເຮັດ ການຫາ ຜົນປໂຍດ ຫລາຍກວ່າ ການສົ່ງເສີມ ຮີດຄອງ ປະເພນີ. ດັ່ງ ນັກ ວິຈານ ທ່ານ ນັ້ນ ກ່າວຕື່ມອີກວ່າ: ກະຄື ທາດຫລວງ ຫັ້ນແຫລະ ເຈົ້າ ໄປປ່ອຍໃຫ້ ເອກກະຊົນ ສຳປະທານ ໝົດ ບາດ ສຸດທ້າຍ ຄ່າອີ່ຫຍັງ ກະແພງ ແພງ ແພງ ກະມີ ຫາງສຽງ ທັງເຣື້ອງ ຝາກລົດ ທັງ ເຣື້ອງ ຄ່າຮ້ານ ລະກະ ບໍ່ມີຫຍັງ ບຸນກະເກີດ ເປັນການຄ້າ ໄປ ຫລາຍກວ່າ ອັນໜ້າ ຮີດຄອງ ປະເພນີ.
ກົດໝາຍ ວ່າດ້ວຍ ການ ລົງທຶນ ແລະ ກົດໝາຍ ວ່າດ້ວຍ ການຕ້ານ ການ ສໍ້ຣາສ ຍັງຄົງ ບໍ່ຖືກ ປະຕິບັດ ຢ່າງ ເຄັ່ງຄັດ ເພື່ອ ລົງໂທດ ພນັກງານ ຂັ້ນສູງ ບາງຄົນ ທີ່ ມີສ່ວນ ໃນການ ພົວພັນ ການ ສຳປະທານ ທີ່ດິນ ເຂດ ຕົວເມືອງ ແບບ ບໍ່ໂປ່ງໄສ.
ກໍຣະນີ ການ ສຳປະທານ ທີ່ດິນ ຢູ່ເດີ່ນ ທາດຫລວງ ແຂວງ ຫລວງ ພຣະບາງ ກໍເປັນນຶ່ງ ໃນ ຫລາຍໆໆ ຕົວຢ່າງ ທີ່ກຳລັງ ເກີດຂຶ້ນ ແລະ ເຣື້ອງນີ້ ກໍກາຍ ເປັນເຣື້ອງ ທີ່ ນິຍົມກັນ ໃນບັນດາ ພນັກງານ ຂັ້ນສູງ ຈຳນວນ ນຶ່ງ ໄປແລ້ວ ໃນ ຕອນ ນີ້.