ຊາວບ້ານພອນໄຊຂໍຄວາມ ເປັນທັມ
2017.07.20

ຊາວບ້ານພອນໄຊ ແຂວງຫລວງພຣະບາງ ຈຳນວນ 55 ຄອບຄົວ ໄດ້ພາກັນ ຮ້ອງທຸກ ຜ່ານສື່ສັງຄົມອອນລາຍ ຮຽກຮ້ອງຂໍຄວາມເປັນທັມ ຫຼັງຈາກທີ່ ບໍຣິສັດ ດວງປະເສີດ ກໍສ້າງ ໄດ້ເອົາຣົດຈົກດີນ 5 ຄັນ ພ້ອມທັງພະນັກງານ 20 ປາຍຄົນ ເຂົ້າມາທຸບມ້າງ ບ້ານເຮືອນ ຂອງ ພວກຂະເຈົ້າ ໃນມື້ວັນທີ 15 ກໍຣະກະດາ ຜ່ານມາ.
ກ່ອນຫນ້ານີ້ ປະຊາຊົນໄດ້ຍື່ນຄຳຮຽກຮ້ອງ ຕໍ່ສະພາ ຫ້ອງການ ນາຍົກຣັຖມົນຕຣີ ຮ່ວມດ້ວຍ ການຕໍ່ສູ້ຄະດີ ໃນສານ ແຕ່ບໍ່ມີໜ່ວຍງານ ໃດເຂົ້າມາຊ່ອຍເຫຼືອ ຂະເຈົ້າ ໃນທີ່ສຸດ ບໍຣິສັດ ດວງປະເສີດ ກໍ່ສ້າງ ກໍເອົາຣັດຈົກ ມາມ້າງເຮືອນຂະເຈົ້າ ໃນວັນທີ 15 ກໍຣະກະດາ ປີນີ້. ດັ່ງຊາວບ້ານ ທ່ານນຶ່ງ ໄດ້ເວົ້າໃນສື່ສັງຄົມ ເຟສບຸກວ່າ:
"ເບີ່ງເດີ ຂະເຈົ້າມາດຸດເຮືອນນີ້ນະ ເບີ່ງເດີພັກຣັດ ບໍຣິສັດ ດວງປະເສີດ ມາດຸດເຮືອນ ປະຊາຊົນ".
ຄຳເວົ້າທີ່ລົງໃນເຟສບຸກ ບອກວ່າ ດິນຕອນດັ່ງກ່າວ ປະຊາຊົນ ບ້ານພອນໄຊ ຈຳນວນ 55 ຄອບຄົວ ນີ້ເປັນພະນັກງານ ບຳນານ ຊຶ່ງ ທາງຣັຖ ໄດ້ມອບທີ່ດິນ ໃຫ້ສ້າງບ້ານເຮືອນ ຂອງຂະເຈົ້າ ໃນປີ 2010 ແບບຖືກຕ້ອງ ມີເອກສານ ເສັຽພາສີ ທີ່ດິນຄົບຖ້ວນ ແຕ່ບໍ່ມີ ໃບຕາດິນ.
ຕົກມາໃນປີ 2011 ບໍຣິສັດດວງປະເສີດກໍສ້າງ ໄດ້ທວງ ການເປັນເຈົ້າຂອງ ກຳມະສິດ ທີ່ດິນ ໂດຍມີ ໃບຕາດິນ ຂອບທອງ ແລະ ຂູ່ວ່າ ຈະເຂົ້າມາທຸບມ້າງ ບ້ານເຮືອນຂະເຈົ້າ ເພາະປະຊາຊົນ ບໍ່ຍອມຍ້າຍອອກ ຍ້ອນບໍ່ມີ ຄ່າຊົດເຊີຍ ແລະ ບໍ່ມີບ້ານຈັດສັນ ໃຫ້ໃຫມ່ ຜ່ານມາ ກໍມີການ ສູ້ຄະດີກັນ ໃນສານ ແຕ່ບໍ່ໄດ້ຜົລ ແລະ ບໍ່ມີພາກສ່ວນໃດ ເຂົ້າມາ ຊ່ອຍເຫລືອຂະເຈົ້າ. ໃນທີ່ສຸດ ບໍຣິສັດ ດັ່ງກ່າວ ກໍເຂົ້າມາ ທຸບມ້າງ ບ້ານເຮືອນ ຂອງພວກຂະເຈົ້າ ຕາມຄຳຂູ່.