ຕຳຣວດນໍາຫາພີ່ນ້ອງ ຄົນງານ ມາຮັບເງິນ
ເຈົ້າໜ້າທີ່ຕຳຣວດ ຫລວງພຣະບາງ ຕິດຕາມ ຫາຍາດພີ່ນ້ອງ ຂອງຄົນງານ ທີ່ເສັຽຊີວິດ ຍ້ອນອ່າງນ້ຳແຕກ ຢູ່ ສວນກ້ວຍຈີນ ໃຫ້ມາຮັບເອົາ ຄ່າຊົດເຊີຍ.
-
ມະນີຈັນ
2018-11-22 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ຕຳຣວດ ແຂວງຫລວງພຣະບາງ ຕິດຕາມຫາຍາດພີ່ນ້ອງຄົນງານ 4 ຄົນ ທີ່ເສັຍຊີວິດ ຍ້ອນອ່າງນ້ຳແຕກໃສ່ ຢູ່ສວນກ້ວຍຂອງ ບໍຣິສັດ ເຄພີ ຂອງຈີນ ທີ່ເມືອງນານ ເມື່ອບໍ່ດົນມານີ້ ເພື່ອມາຮັບ ເອົາຄ່າຊົດເຊີຍ; ຍ້ອນຍາດພີ່ນ້ອງ ຂອງຜູ້ເສັຍຊີວິດ ຊຶ່ງເປັນຊາວມົ້ງ ທີ່ຢູ່ເຂດອື່ນ ຍັງບໍ່ມາຮຽກຮ້ອງ ຂໍຄ່າຊົດເຊີຍ ຄວາມເສັຍຫາຍນັ້ນແຕ່ຢ່າງໃດ, ດັ່ງ ເຈົ້າໜ້າທີ່ ແຂວງຫລວງພຣະບາງ ທ່ານນຶ່ງ ກ່າວຕໍ່ RFA ໃນວັນທີ 21 ພຶສຈິກາ ນີ້ວ່າ:
"ບໍ່ ເພິ່ນບໍ່ມາພົວພັນແມ່ນຫຍັງເລີຍ ພີ່ນ້ອງຂອງຄົນຕາຍ ຢູ່ 2 ແຂວງ ມີຫລວງພຣະບາງ ກັບແຂວງວຽງຈັນ ພາຍຫລັງຂະເຈົ້າປະຕິບັດ ສໍາເຣັດແລ້ວ ທາງເຈົ້າໜ້າທີ່ ເພິ່ນຈະຣາຍງານໃຫ້ ຕາມຫລັງ ເພິ່ນວ່າກະສິຕິດຕໍ່."
ທ່ານກ່າວຕື່ມວ່າ ອາດເປັນໄປໄດ້ ທີ່ຜູ້ເປັນຍາດພີ່ນ້ອງຂອງຄົນງານ ທີ່ເສັຍຊີວິດນັ້ນ ຍັງບໍ່ມາຮຽກຮ້ອງເອົາຄ່າຊົດເຊີຍ ຍ້ອນວ່າພວກເຂົາ ເຈົ້າບໍ່ຮູ້ຈັກ ຣະບຽບກົດໝາຍ ວ່າສາມາດຮຽກຮ້ອງເອົາຄ່າ ຊົດເຊີຍ ຄວາມເສັຍຫາຍໄດ້ ຫລືຍ້ອນວ່າ ພວກເຂົາເຈົ້າບໍ່ມີເງິນຄ່າເດີນທາງ ກໍເປັນໄດ້. ແຕ່ເຖິງຢ່າງໃດກໍຕາມ ທາງເຈົ້າໜ້າທີ່ ກໍຈະເຮັດໃຫ້ຍາດພີ່ນ້ອງ ຂອງຄົນງານທີ່ເສັຍຊີວິດໄປນັ້ນ ໄດ້ຮັບຄວາມເປັນທັມ.
ປັດຈຸບັນ ເຈົ້າໜ້າທີ່ຕຳຣວດ ແຂວງຫລວງພຣະບາງ ກຳລັງສວບສວນເຈົ້າຂອງສວນກ້ວຍຈີນຢູ່ ແລະຍັງບໍ່ທັນໄດ້ເວົ້າເຖິງເຣຶ່ອງຄ່າຫົວຂອງ ຄົນງານ ທີ່ເສັຍຊີວິດນັ້ນເທື່ອ ວ່າຈະໄດ້ຜູ້ລະເທົ່າໃດ. ແຕ່ກົດໝາຍຄຸ້ມຄອງຄົນງານ ໄດ້ຣະບຸເຣຶ່ອງຄ່າຊົດເຊີຍນັ້ນໄວ້ ຢ່າງຄັກແນ່ແລ້ວ.
ເພື່ອຂໍຮູ້ຣາຍລະອຽດກ່ຽວກັບເຣຶ່ອງນີ້ RFA ໄດ້ຕິດຕໍ່ໄປຍັງ ກອງບັນຊາການຕຳຣວດ ປ້ອງກັນຄວາມສງົບ ແຂວງຫລວງພຣະບາງ ແຕ່ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສາມາດໃຫ້ຄວາມເຫັນໄດ້.
ອ່າງນ້ຳຂອງບໍຣິສັດ ເຄພີ ຂອງຈີນ ທີ່ສ້າງບໍ່ໄດ້ມາຕຖານແຕກໃສ່ຄົນງານ ທີ່ກຳລັງອາບນ້ຳຢູ່ໃນສວນກ້້ວຍ ເມື່ອວັນທີ 27 ຕຸລາ 2018 ເຮັດໃຫ້ມີຜູ້ເສັຍຊີວິດ 4 ຄົນ ແລະ ບາດເຈັບອີກ 6 ຄົນ. ໃນເບື້ອງຕົ້ນ ເຈົ້າຂອງສວນກ້ວຍຈີນ ໃຫ້ການຊ່ອຍເຫລືອ ພຽງແຕ່ຄ່າສົ່ງສະການ ຜູ້ເສັຍຊີວິດ ຈຳນວນ 28 ລ້ານປາຍກີບ.