ຊາວຫຼວງພຣະບາງລໍຖ້າ ຄ່າ ຊົດເຊີຍ

ຈຳປາທອງ
2017.06.26
f-railway ຂົງເຂດ ການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ເມືອງໄຊ ແຂວງອຸດົມໄຊ
Citizen Journalist

ປະຊາຊົນ ເມືອງຫລວງພຣະບາງ ທີ່ສູນເສັຽເຮືອນຊານ ໃຫ້ແກ່ໂຄງການ ທາງຣົດໄຟ ລາວ-ຈີນ ແລະຈຳເປັນ ຕ້ອງໄດ້ຍ້າຍອອກ ໄປເຊົ່າ ເຮືອນຢູ່ບ່ອນໃໝ່ນັ້ນ ຮຽກຮ້ອງໃຫ້ ທາງການທີ່ກ່ຽວຂ້ອງ ໃຊ້ຄ່າເສັຍຫາຍ ທັງເຮືອນແລະດິນ ໃຫ້ຂະເຈົ້າ ເພາະໄດ້ຮັບ ຄວາມເດືອດຮ້ອນ ຫຼາຍ, ຕ້ອງໄດ້ເສັຽ ຄ່າເຊົ່າເຮືອນ. ຕາມຄຳເວົ້າ ຂອງ ຊາວເມືອງຫລວງພຣະບາງ ເມື່ອວັນທີ 23 ມິຖຸນາ ນີ້:

"ຄົນຫັ້ນ ຍ້າຍລົງມາແລ້ວ ມາພັກຢູ່ພີ້ເຊົ່າຢູ່ ຍ້າຍປີນີ້ຫນີ້ແຫລະ ຍ້າຍໄດ້ຮອດເດືອນປາຍແລ້ວ ເພິ່ນສິຊົດເຊີຍ ແຕ່ວ່າບໍ່ຮູ້ເທື່ອ ກະຢາກໃຫ້ ເພິ່ນ ມາຊົດເຊີຍ ຄ່າມູນຄ່າເຮືອນ ຫັ້ນເນາະ ແລ້ວກະດິນ".

ທ່ານເວົ້າຕື່ມວ່າ ກ່ອນຖືກໃຫ້ໂຍກຍ້າຍ ໄປຢູ່ບ່ອນໃໝ່ ຕົນໄດ້ຮຽກຮ້ອງ ຂໍຄ່າຊົດເຊີຍ ຈາກທາງການຈຳນວນ 300 ລ້ານກີບ ສຳລັບຕັ້ງຕົ້ນ ຊີວິດຢູ່ບ່ອນໃໝ່, ແຕ່ມາຮອດ ດຽວນີ້ ຍັງບໍ່ໝັ້ນໃຈວ່າ ຈະໄດ້ຮັບເງິນນັ້ນ ເມື່ອໃດ ແລະ ຈະໄດ້ຕາມຈຳນວນທີ່ ຂໍໄປຫລືບໍ່. ຄັນເປັນໄປໄດ້ ຢາກໄດ້ຄຳຕອບ ຈາກພວກເພິ່ນ ພາຍໃນເດືອນນີ້.

ຊາວເມືອງຫລວງພຣະບາງ ອີກຄົນນຶ່ງ ທີ່ຈະຖືກໃຫ້ໂຍກຍ້າຍ ຈາກທາງຣົດໄຟ ລາວ-ຈີນ ເຊັ່ນດຽວກັນນັ້ນ ເວົ້າວ່າໂຕເອງ ແລະຊາວບ້ານ ອີກຫຼາຍຄອບຄົວ ຍັງຄອງຖ້າເງິນ ຄ່າຊົດເຊີຍ ແລະບ້ານຈັດສັນ ແລະວ່າພວກຕົນ ຈະຍອມຍ້າຍ ອອກທັນທີ ເມື່ອໄດ້ຮັບ ຄຳຕອບທີ່ພໍໃຈ:

"ປັດຈຸບັນນີ້ ຍັງບໍ່ຮູ້ວ່າຍ້າຍ ເພິ່ນຈັດສັນຢູ່ບ່ອນໃດ ກະບໍ່ຮູ້ປັດຈຸບັນນີ້ ຢາກໄດ້ເງິນຄ່າຊົດເຊີຍແຫລະ ໄດ້ເງິນຄ່າຊົດເຊີຍ ແລ້ວກະສິໄດ້ ພາກັນຍ້າຍ ບໍ່ຮູ້ວ່າເພິ່ນຄິດໄລ່ແນວໃດ ຍັງບໍ່ຮູ້ເທື່ອເດ໊".

ກ່ຽວກັບ ເຣຶ່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ພຍາຍາມ ຕິດຕໍ່ໄປຍັງຜແນກ ການເງິນ ແຂວງຫລວງພຣະບາງ ເພື່ອຂໍຮູ້ ຣາຍລະອຽດ ກ່ຽວກັບ ແຜນການຊົດເຊີຍ ຄວາມເສັຍຫາຍນັ້ນ, ແຕ່ເຈົ້າໜ້າທີ່ ບອກວ່າ ຍັງບໍ່ສະດວກ ທີ່ຈະໃຫ້ຕຳຕອບ.

ປະຊາຊົນຫຼວງພຣະບາງ ທີ່ຈະສູນເສັຽເຮືອນ ແລະທີ່ດິນ ໃຫ້ໂຄງການ ທາງຣົດໄຟ ລາວ-ຈີນ ມີຢ່າງໜ້ອຍ 100 ຄອບຄົວ ຢູ່ເມືອງຫຼວງ ພຣະບາງ, ຈອມເພັດ ແລະ ເມືອງຊຽງເງິນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.