ມາຕການຄຸ້ມຄອງຄົນງານຈີນ

ສິດນີ
2015.12.18
F-Raiway ຫລັກໝາຍ ຂອງ ແລວທາງ ຣົດໄຟ ລາວ-ຈີນ
RFA/LX

ເຈົ້າຫນ້າທີ່ ແຂວງ ຫຼວງນ້ຳທາ ເວົ້າວ່າ ທາງການ ແຂວງ ຫຼວງນ້ຳທາ ກຳລັງວາງ ມາຕການ ຄຸ້ມຄອງ ຄົນງານ ຈີນ ທີ່ຈະ ເຂົ້າມາ ເຮັດກໍ່ສ້າງ ເສັ້ນທາງ ຣົດໄຟ ລາວ-ຈີນ ໃນເດືອນໜ້າ ນີ້, ໂດຍ ຈະມອບໃຫ້ ເຈົ້າຫນ້າທີ່ ຜແນກແຮງງານ ແລະ ສວັດດີການ ສັງຄົມ ເປັນຜູ້ ຕິດຕາມ ການປະພຶດ ຂອງ ຄົນງານຈີນ ດັ່ງກ່າວ ເພື່ອ ຄວາມເປັນ ຣະບຽບ ຮຽບຮ້ອຍ, ຖ້າຜູ້ໃດ ຫາກຝ່າຝຶນ ກົດຣະບຽບ ກໍຈະຖືກ ສົ່ງກັບບ້ານ ທັນທີ. ດັ່ງ ທ່ານກ່າວ ໃນຕອນນື່ງ ວ່າ:

"ແຜນຄຸ້ມຄອງ ເຮົາ ກໍມີແຕ່ ເຮົາ ນັ້ນຕິດຕາມ ເນາະ ການປະຕິບັດ ບໍ່ວ່າ ຮີດຄອງ ປະເພນີ ຂອງລາວ ອິສັງຕ່າງໆ ນີ້ນະ ຫລືວ່າມັນ ຂັດກັບ ຣະບຽບ ກົດມຫາຍ ເຮົາບໍ ເປັນແນວໃດ ການປະພຶດ ເຂົາຫັ້ນນະ ຖ້າວ່າຜິດ ຮີດຄອງ ນີ້ ກໍແມ່ນຳ ສົ່ງກັບ".

ທ່ານກ່າວ ຕື່ມວ່າ ປັດຈຸບັນ ມີຄົນງານ ຈີນ ຢູ່ແຂວງ ຫຼວງນ້ຳທາ ປະມານ 800 ຄົນ ຍັງບໍ່ມີ ຜູ້ໃດ ຖືກສົ່ງກັບ ປະເທດ ແຕ່ຖ້າ ໂຄງການສ້າງ ເສັ້ນທາງ ຣົດໄຟ ເລີ້ມ ລົງມືສ້າງ ມື້ໃດ ຄາດວ່າ ຈະມີຄົນງານ ຈາກ ຈີນ ເຂົ້າມາເພີ້ມ ອີກຢ່າງໜ້ອຍ 10 ພັນຄົນ ຫລື ຫຼາຍກວ່ານັ້ນ. ຖ້າບໍ່ມີການ ເບິ່ງແຍງ ແລະ ຄວບຄຸມ ກໍອາດເຮັດໃຫ້ ມີບັນຫາ ໃນສັງຄົມ ເກີດຂຶ້ນ.

ກ່ອນຫນ້ານີ້ ເຈົ້າຫນ້າທີ່ ກະຊວງ ແຜນການ ແລະ ການລົງທຶນ ສປປລາວ ກ່າວວ່າ ໂຄງການ ສ້າງທາງຣົດໄຟ ລາວ-ຈີນ ຈະນຳເອົາ ຄົນງານຈີນ ເຂົ້າມາລາວ ກວ່າ 2 ແສນ ຄົນ ແລະ ຈະກະຈາຍ ໄປຕາມ ເຂດແຂວງ ທີ່ ເສັ້ນທາງ ຣົດໄຟ ຜ່ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.