ຂົວມິຕພາບລາວ-ພະມ້າຈະ ຊ່ອຍ ພັທນາ

ສິດນີ
2015.04.07
F-default2 ຂົວມິຕພາບລາວ-ພະມ້າຈະ ຊ່ອຍ ພັທນາ
RFA

ຊາວ ແຂວງ ຫລວງ ນໍ້າທາ ເຊື່ອວ່າ ຂົວ ມິຕພາບ ລາວ-ພະມ້າ ຣະຫວ່າງ ແຂວງ ຫລວງ ນໍ້າທາ ກັບ ແຂວງ ທ່າ ຂີ້ເຫລັກ ຂອງ ພະມ້າ ທີ່ ຈະເປີດ ໃຊ້ ຢ່າງເປັນ ທາງການ ໃນ ເດືອນ ພຶສພາ ນີ້ ຈະສົ່ງ ຜົນດີ ຕໍ່ ການຄ້າ ແລະ ການ ທ່ອງທ່ຽວ ຂອງ ແຂວງ ໃຫ້ມີ ຄວາມ ກ້າວໜ້າ ຂຶ້ນ. ດັ່ງ ຊາວ ຫລວງ ນໍ້າທາ ທ່ານນຶ່ງ ກ່າວວ່າ:

"ເປີດໄດ້ ກະເປັນ ການດີ ແຫລະ ເພາະວ່າ ເປັນເຂດ ທີ່ວ່າ ຕິດກັບ ພະມ້າ ຜົນດີ ຫລາຍ ຢູ່ ຄາດຄະເນ ຫລາຍປີ ຕໍ່ໜ້າ ຫັ້ນນະ ເພາະ ເສັ້ນທາງ ຂົນສົ່ງ ຫຍັງ ດີຂຶ້ນ ມັນກໍ ແຜ່ນດິນ ຈະ ຫຍໍ້ເຂົ້າ ຫັ້ນນະ ມັນໃກ້ ກັນ ຂຶ້ນມາ ມັນກໍ ຈະດີ ຫລາຍ ຫັ້ນ ແຫລະ".

ນາງ ຍັງກ່າວ ອີກວ່າ ໃນ ເວລາ ທີ່ ມີການ ເປີດໃຊ້ ຂົວ ແຫ່ງນີ້ ແລ້ວ ເຊື່ອວ່າ ນັກ ທ່ອງທ່ຽວ ພະມ້າ ຈະມີ ຫລາຍ ແລະ ນັກ ທ່ອງທ່ຽວ ສາກົນ ກໍ ຈະມາ ທ່ຽວ ໂດຍ ຜ່ານ ຂົວ ແຫ່ງນີ້ ເພື່ອ ມາທ່ຽວ ແຂວງ ຫລວງ ນໍ້າທາ. ໃນ ເວລາ ດຽວກັນ ນັກ ທ່ອງທ່ຽວ ລາວ ທີ່ ຈະ ເດີນທາງ ໄປ ທ່ຽວ ພະມ້າ ກໍຈະມາ ແວ່ ພັກ ຢູ່ ແຂວງ ຫລວງ ນໍ້າທາ ນໍາ.

ນອກຈາກ ນີ້ ຊາວ ແຂວງ ຫລວງ ນໍ້າທາ ອີກ ທ່ານ ນຶ່ງ ກໍ ຕ້ອງການ ໃຫ້ ເຈົ້າໜ້າທີ່ ກວດຄົນ ເຂົ້າເມືອງ ເຂັ້ມງວດ ເພາະວ່າ ກຸ່ມຄົນ ບໍ່ດີ ອາດຈະໃຊ້ ເສັ້ນທາງ ດັ່ງກ່າວ ຂົນສົ່ງ ສິ່ງ ຜິດ ກົດໝາຍ ຫລື ສິ່ງ ຜິດ ກົດໝາຍ ຈາກ ພະມ້າ ເຂົ້າມາ ປະເທດ ລາວ. ດັ່ງ ທ່ານ ກ່າວວ່າ:

"ຕໍາຣວດ ເນາະ ກວດກາ ເຂົ້າເມືອງ ເນາະ ກວດກາ ໃຫ້ມັນ ເຂັ້ມງວດ ຫັ້ນແຫລະ ກໍມີ ບັນຫາ ຫັ້ນ ແຫລະ ຄົນ ຂ້າມໄປ ຂ້າມມາ ຫລາຍຄົນ ແນວໃດ ກະມີ ໝົດ ຫັ້ນ ແຫລະ".

ຂົວ ມິຕພາບ ລາວ-ພະມ້າ ມີຄວາມ ຍາວ ເກືອບ 700 ແມັດ ກວ້າງ 10 ແມັດ ປັດຈຸບັນ ໄດ້ ກໍ່ສ້າງ ສໍາເຣັດ ແລ້ວ ແລະ ລໍຖ້າ ພຽງແຕ່ ທາງການ ລາວ ແລະ ພະມ້າ ຈະ ມີ ພິທີ ເປີດ ຢ່າງເປັນ ທາງການ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.