ຂ.ຫຼວງນໍ້າທາກວດລ້າງພະນັນ ເຖື່ອນ

ສົມເນ
2016.03.10
F-Slot ຕົວຢ່າງຕູ້ເກມຢອດຫລຽນ ທີ່ໃຊ້ໃນບ່ອນການພະນັນ ຂອງຈີນ
RFA/VD

ເຈົ້າໜ້າທີ່ ຕໍາຣວດ ແຂວງ ຫຼວງນໍ້າທາ ພ້ອມດ້ວຍ ເຈົ້າໜ້າທີ່ ຜແນກຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ, ສຶກສາ ທິການ ແລະ ກິລາ, ແລະ ການຄ້າ ໄດ້ອອກ ກວດລ້າງ ບ່ອນຫລິ້ນ ການພະນັນ ປະເພດ ເກມຢອດຫຼຽນ ທີ່ເປັນ ຂອງຄົນຈີນ ໃນວັນທີ 4 ມິນາ ຢູ່ເທສບານ ແຂວງ, ເມືອງສິງ ແລະ ເມືອງລອງ ແລະ ສາມາດຍຶດ ຂອງກາງ ປະເພດ ຕູ້ເກມຢອດຫຼຽນ ກວ່າ 1 ຮ້ອຍເຄື່ອງ ແລະ ເຈົ້າໜ້າທີ່ ໄດ້ອາຍັດ ໄວ້ ເປັນຂອງກາງ. ຕາມການ ເປີດເຜີຍຂອງ ທ່ານ ພັນຕີ ສົມພອນ ສຸວັນນະກາສີ ຫົວໜ້າໜ່ວຍ ສະເພາະກິຈ ຕໍ່ ເອເຊັຽເສຣີ ໃນວັນທີ 8 ມິນາ ວ່າ:

"ກໍສາມາດ ກໍສັ່ງໃຫ້ ຢຸດເຊົາກ່ອນ ຈໍານວນນຶ່ງ ທີ່ບໍ່ມີ ໃບ ອະນຸຍາດ ພວກເຮົາ ກໍໄດ້ເກັບ ໄດ້ອາຍັດໄວ້ ເພື່ອລໍຖ້າ ການແກ້ໄຂ ຈາກ ທາງແຂວງ ອາດຈະໃຫ້ ດໍາເນີນ ຕໍ່ ບໍ່, ພາກສ່ວນ ທີ່ມີໃບ ຢູ່ແລ້ວບໍ່ ຫລືວ່າ ຈະຢຸດເຊົາ ຖາວອນ ອັນນີ້ ກະຍັງຢູ່ໃນ ຂັ້ນຕອນ ແຂວງ ຈະໄດ້ຊີ້ນໍາ ຕື່ມ".

ການປະຕິບັດງານ ຂອງ ເຈົ້າໜ້າທີ່ ໃນຄັ້ງນີ້ ແມ່ນ ອີງໃສ່ ຄໍາສັ່ງຂອງ ເຈົ້າແຂວງ ຫຼວງນ້ໍາທາ ທີ່ອອກມາ ໃນເດືອນ ມົກກະຣາ ຫລັງຈາກ ມີຂ່າວວ່າ ຊາວຈີນ ເປີດບ່ອນ ຫຼິ້ນ ການພະນັນ ຜິດກົດໝາຍ ຫຼາຍແຫ່ງ ໃນແຂວງ:

"ມີຄໍາສັ່ງ ຈາກ ທ່ານເຈົ້າແຂວງ ໃຫ້ກວດກາ ຄືນກ່ຽວກັບ ທຸຣະກິຈ ເຄື່ອນໄຫວ ບໍຣິການ ຕູ້ເກມ ທົ່ວແຂວງ ຫຼວງນ້ໍາທາ".

ບ່ອນຫລິ້ນ ການພະນັນ ໃນ 3 ເມືອງນີ້ ໄດ້ເປີດຫລິ້ນ ມາແຕ່ ປີ 2015 ຊຶ່ງ ໃນເບ໋ື້ອງຕົ້ນ ນັກທຸຣະກິຈ ຈີນ ກໍຈະເປີດເປັນ ທຸຣະກິຈ ບ້ານພັກ, ຮ້ານອາຫານ ບັງໜ້າ, ແລະ ຈາກນັ້ນ ກໍເປີດໃຫ້ຫຼິ້ນ ການພະນັນ ໂດຍອາໄສ ເສັ້ນສາຍ ຂອງ ເຈົ້າໜ້າທີ່. ອີງຕາມ ການບອກເລົ່າ ຂອງ ປະຊາຊົນ ຢູ່ ເມືອງສິງ.

ຜູ້ທີ່ເຂົ້າໄປຫລິ້ນ ການພະນັນ ສ່ວນຫຼາຍ ແມ່ນຄົນຈີນ, ພວກວັຍລຸ້ນ ແລະ ນັກຮຽນລາວ ທີ່ ປະປົນຢູ່ນໍາ. ເຈົ້າໜ້າທີ່ ພົບເຫັນ ບ່ອນຫລິ້ນ ການພະນັນ ຢູ່ ໂຮງແຮມ ຮວງຈິງ ເມືອງ ຫຼວງນໍ້າທາ ເປີດມາໄດ້ ປະມານ 1 ປີ, ສ່ວນວ່າ ຢູ່ໂຮງແຮມ ເຊີນຈືເຕີ ຢູ່ ເມືອງສີງ ແລະ ຢູ່ ໂຮງແຮມ ໂຊກດີ ຢູ່ ເມືອງລອງ ເປີດມາໄດ້ ປະມານ 3 ເດືອນ. ໂມງເປີດ ໃຫ້ເຂົ້າຫຼິ້ນ ເລີ້ມແຕ່ 7 ໂມງເຊົ້າ ຫາ 11 ໂມງ ກາງຄືນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.