ຊາວສວນຢາງຢາກໃຫ້ຣັຖ ຊ່ອຍເຫຼືອ
2016.03.14
ຊາວສວນ ຢາງພາລາ ທີ່ ບ້ານຫາດຍາວ ແຂວງ ຫຼວງນ້ຳທາ ທີ່ ຮວມກັນເປັນສະຫະກອນ ຢາງພາລາ ຢາກໃຫ້ ພາກຣັດ ຊ່ອຍ ຊື້ຢາງ ເພື່ອໃຫ້ ຣາຄາ ຄົງຕົວ ໃນຂນະທີ່ ຣາຄາ ຢາງພາລາ ຕົກຕ່ຳ ຊຶ່ງ ໃນເວລານີ້ ກຳລັງ ຕໍ່ລອງ ກັບ ຈີນ ທີ່ ມາຮັບ ຊື້ ຢາງ ຢູ່. ດັ່ງ ຊາວສວນ ຢາງພາລາ ທ່ານນຶ່່ງ ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 11 ມິນາ ນີ້ວ່າ:
"ຖ້າວ່າພາກຣັຖ ເຮົາພໍ ມີທຶນມີຮອນ ກໍຢາກໃຫ້ ພາກຣັຖ ນຳຊື້ຊ່ອຍ ປະຊາຊົນ ຢາກໃຫ້ ຣາຄາ ໃຫ້ມັນຄົງທີ່ ເວລາ ຢາງ ຣາຄາຕົກ ກໍຈັດຕັ້ງ ເປັນກຸ່ມ ຂາຍ ສະຫະກອນ ຢາງພາລາ ໂດຍສະເພາະ ພຍາຍາມ ເວົ້ານຳ ບໍຣິສັດ ໃຫ້ ບໍຣິສັດ ຊື້ຣາຄາ ສູງ ນ້ອຍນຶ່ງ ຢູ່".
ທ່ານກ່າວ ຕື່ມວ່າ ຢາງພາລາ ທີ່ເຄີຍໃຫ້ຜົລ ກຳໄຣ ກວ່າ ພືດອື່ນໆ ທີ່ເຄີຍປູກ ແຕ່ຖ້າຫາກ ປ່ອຍໃຫ້ ຣາຄາຢາງ ຕົກຕ່ຳ ໄປເລື້ອຍໆ ກໍອາດ ຈະບໍ່ສາມາດ ປູກໄດ້ ທ່ານກ່າວ ເພີ້ມວ່າ:
"ກໍຍັງທັນ ຮູ້ເທື່ອ ເພາະວ່າ ຣາຄາຢາງ ມັນຕົກຫຼາຍ ຖ້າທຽບໃສ່ ແນວອື່ນມັນ ກໍດີຫັ້ນແຫຼະ ເພາະວ່າ ຣາຍໄດ້ ມັນ ແຕ່ລະເດືອນ ແຕ່ລະມື້ ຣາຍໄດ້ ມັນ ປົກກະຕິ ຖ້າວ່າ ຢາງຣາຄາ ບໍ່ຕົກ".
ຕາມຣາຍງານ ຂອງ ທາງການລາວ ໃນປີ 2015 ຢາງພາລາ ເປັນພືດ ທີ່ ປູກ ຫຼາຍທີ່ສຸດ ໃນ ພາກເຫນືອ ຂອງລາວ ໂດຍສະເພາະ ທີ່ ຫຼວງນ້ຳທາ ອຸດົມໄຊ ແລະ ຫຼວງພຣະບາງ ໃນເນື້ອທີ່ ປະມານ 60% ຂອງ ເນື້ອທີ່ ປູກຝັງ ທັງຫມົດ ນອກນັ້ນ ກໍຍັງມີ ການປູກ ຢູ່ແຂວງ ພາກກາງ ດັ່ງ ບໍຣິຄຳໄຊ ຄຳມ່ວນ ແລະ ສວັນນະເຂດ ສວນ ຢາງພາລາ ເກືອບ ທັງຫມົດ ເປັນຂອງຈີນ ແລະ ວຽດນາມ.
ການຕົກຕ່ຳ ຂອງ ຣາຄາຢາງ ເຮັດໃຫ້ ຊາວສວນ ຢາງພາລາ ໃນຫຼາຍເຂດ ປ່ຽນໄປ ປູກພືດ ຊນີດອື່ນ ແລະ ໃນປີ 2013 ຣັຖບານ ໄດ້ອອກ ຄຳສັ່ງ ໃຫ້ໂຈະ ການ ປູກ ຢາງພາລາ ເນື່ອງຈາກ ບໍ່ກຸ້ມຄ່າ ໃນການປູກ ແລະ ພື້ນທີ່ ປູກ ຢາງພາລາ ກໍ ບໍ່ຂຍາຍ ແຕ່ ນັ້ນມາ.