ຫຼວງນ້ຳທາ ຂາດນ້ຳມັນ ຫຼາຍປ້ຳ ປິດຊົ່ວຄາວ

0:00 / 0:00

ຕັ້ງ​ແຕ່ ວັນ​ທີ 27 ມີ​ນາ 2022 ນ້ຳ​ມັນ​ເຊື້ອ​ໄຟ ໃນ​ແຂວງ​ຫລວງ​ຫລວງ​ນ້ຳ​ທາ ຂາດ​ແຄນ ໃນ​ສອງວັນ​ທີ່ ຜ່ານ​ມາ ທົ່ວ​ແຂວງ​ຫລວງ​ນ້ຳ​ທາ ມີ​ພຽງ​ແຕ່ປ້ຳ​ນ້ຳ​ມັນ ປ​ຕ​ທ ພຽງ​ແຫ່ງ​ດຽວ ​ທີ່​ເປີດ​ໃຫ້​ບໍ​ຣິ​ການ.

ປະ​ຊາ​ຊົນ ຫຼາຍ​ຄົນ ຕ້ອງ​ພາ​ກັນໄປ​ຕໍ່​ຄິວໃສ່​ນ້ຳ​ມັນ ແລະ ບາງ​ຄົນ ຈຳ​ເປັນ​ຕ້ອງ​ໄດ້​ພາ​ກັນ​ໄປ​ຊື້​ນ້ຳ​ມັນ ທີ່​ວາງ​ຂາຍ​ຕາມ​ແຄມ​ທາງ ໃນ​ລາ​ຄາ 1 ລິດ​ປາຍ ຕໍ່ 40,000 ກີບ.

ຊາວ​ບ້ານ​ເມືອງ​ຫລວງ​ນ້ຳ​ທາ ໄດ້​ກ່າວ​ຕໍ່ ວິທຍຸ​ເອ​ເຊັຽ​ເສ​ຣ ໃນ​ວັນ​ທີ 29 ມີ​ນາ ວ່າ:

" ຕັ້ງ ແຕ່ ວັນ ອາ ທິດ ເນາະ ນ້ຳ ມັນ ບໍ່ ມີນີ້ ບໍ່ ໄດ້ ໃສ່ ຊ້ຳ ຕາມ ທາງ ເນາະເຫັນ ເຂົາ ຂາຍ ຕຸກ ນ້ຳ ດື່ມ ຫັ້ນ ນ່າ ຕຸກ ນຶ່ງ ລິດ ເຄິ່ງ ຫັ້ນ ແຫຼະ ເຂົາ ຂາຍ 40,000 ກີບ ຈຳ ເປັນ ຊື້ ອັນ ນັ້ນ ໄປ ຕອນນີ້ ກໍ ຢູ່ ວຽງ ພູ ຄາ ຂຶ້ນ ກັບ ຫລວງ ນ້ຳ ທາ ຄື ກັນ . ວຽງ ພູ ຄາ ກໍ ໝົດ ຄື ກັນ ເດີ ທົ່ວ ແຂວງ ຫັ້ນ ນ້ຳ ມັນ ເຫຼືອ ແຕ່ ປ້ຳ ດຽວ ຫັ້ນ ແຫຼະ ແຕ່ ລະ ຄົນ ຍາດ ກັນ ເຕີມ ຢູ່ ຫັ້ນ ກໍ ຢາກ ໃຫ້ ພາກ ຣັ ມາ ຊ່ວຍ ແກ້ ໄຂເນາະ ເຣື່ອງ ນ້ຳ ມັນນີ້ ຂາດ ກໍ າດ ແທ້ ພະ ນັກ ງານ ແມ່ນ ຫຍັງກໍ ບໍ່ ໄດ້ ໄປ ວຽກ ການ ແດ່ນີ້ ."

ສອງມື້​ທີ່​ຜ່ານ​ມາ ເປີດ​ພຽງ​ແຕ່​ປ້ຳ​ດຽວ ແຕ່ ໃນ​ມື້ນີ້ ວັນ​ທີ 29 ມີ​ນາ ກໍ​ມີ​ໄດ້​ເປີດ​ໃຫ້​ບໍ​ຣິ​ການ​ອີກ 2-3 ປ້ຳ ແຕ່ນ້ຳ​ມັນ​ກໍ​ຍັງ​ບໍ່​ພຽງ​ພໍຢູ່.

ຊາວ​ແຂ​ວງ​ຫລວງ​ຊ້ຳ​ທາ ອີກທ່ານນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ:

" ແມ່ນ ແລ້ວ ເຂົາ ເປັນ ປ້ຳ ໝົດ ນ່າ ກໍ ໄປ ເອົາ ຢູ່ ປ້ຳ ຫັ້ນ ແຫຼະ ແຕ່ ວ່າ ມື້ນີ້ ກໍ ເຫັນ ເລີ່ມ ທະ ຍອຍ ເປີດ ແລ້ວ ເປີດ 2-3 ປ້ຳ ມື້ນີ້ ແຕ່ ວ່າ ມື້ນີ້ ກໍ ຍັງ ໄດ້ ຕໍ່ ຄິວ ຢູ່ ປ້ຳ ຈຳ ກັດ ບໍ່ ໃຫ້ ຫຼາຍ ແກ້ ໄຂ ໃຫ້ ຜູ້ ລະ ສູງສຸດ ກໍ 3 ລິດນີ້ ແຫຼະ ."

ນ້ຳ​ມັ​ນ​ຂ​າດ​ປ້ຳ ກໍ​ຍ້ອນ​ວ່າ ບໍ​ຣິ​ສັດ ​ສົ່ງ​ນ້ຳ​ມັນບໍ່​ສົ່ງ​ນ້ຳ​ມັນໃຫ້ ສະ​ນັ້ນປ້ຳ​ນ້ຳ​ມັນ ​ກໍຕ້ອງ​ປິດ​ຊົ່ວ​ຄາວ. ເຈົ້າ​ຂອງ​ປ້ຳ​ນ້ຳ​ມັນ ຢູ່​ແຂວງ​ຫລວງ​ນ້ຳ​ທາ ໄດ້​ກ່າວ​ວ່າ:

" ນ້ຳ ມັນ ໝົດ ນ່າ ຊ້ວງນີ້ ເຂົາ ເຈົ້າ ລະ ບໍ່ ເອົາ ມາ ສົ່ງ ເຮົາ ຫັ້ນ ນ່າ ອັ ໂທ ຫາ ບໍ ຣິ ສັດ ສົ່ງ ຫັ້ນ ເຂົາ ເຈົ້າ ລະ ບໍ່ ເອົາ ເຂົ້າ ມາ ຫັ້ນ ນ່າ ເຂົາ ເຈົ້າ ວ່າ ຍັງ ບໍ່ ມີ ເທື່ອນ້ຳ ມັນ ບໍ່ ເຂົ້າ ເທື່ອ ວ່າ ແນວ ນີ້ ຂາດ ທຶນ ກໍ ບໍ່ ເປັນ ຫຍັງ ຖ້າ ວ່າ ມັນ ມີ ຫັ້ນ ນ່າ ເຮົາ ກໍ ຕ້ອງ ໄດ້ ຂາຍ ຊ້ວງ ໃດ ກະ ມີ ຊ້ວງ ຫຼຸດ ກະ ມີ ຫັ້ນ ນ່າ ເຮົາ ເຮັດ ການ ຄ້າ ຫັ້ນ ນ່າ ."

ອີກ​ສາ​ເຫດ​ນຶ່ງ ຢູ່ ແຂວງ​ຫລວງ​ນ້ຳ​ທາ ກໍ​ຄື ລາ​ຄາ​ນ້ຳ​ມັນ ທີ່​ຮັບ​ມາແພງກວ່າ ລາ​ຄາ​ຂາຍ​ໃນ​ແຂວງ ເຮັດ​ໃຫ້​ບາງ​ປ້ຳ​ຂາດ​ທຶນ​ເປັນ​ຈຳ​ນວນ​ຫຼາຍ.

ເຈົ້າ​ຂອງ​ປ້ຳ​ນ້ຳ​ມັນ ​ອີກ​ທ່ານນຶ່ງ ຢູ່ແຂວງ​ຫລວງ​ນ້ຳ​ທາ ກ່າວ​ວ່າ:

"ແມ່ນໆ ນ້ຳ ມັນ ມັນ ບໍ່ ມີ ຂາຍ ເດ້ ລາ ຄາ ນ້ຳ ມັນ ຊື້ ບໍ່ ໄດ້ ເດ້ ດຽວນີ້ ມັນ ລາ ຄາ ແບບ ວ່າ ລາ ຄາ ເຮົາ ຊື້ ແພງກວ່າ ລາ ຄາ ເຮົາ ຂາຍນີ້ ຖ້າ ວ່າ ຜູ້ ໃດ ມີ ກໍ ຍັງ ຂາຍ ໄດ້ຢູ່ ແຕ່ ວ່ານ້ຳ ມັນ ບໍ່ ມີ ກະ ປິດ ໄວ້ ເດ້ ."

ກ່ຽວ​ກັບ​ບັນ​ຫາ​ນ້ຳ​ມັນ​ ຂາດ​ແຄນ ໃນ​ແຂວງ​ຫລວງ​ນ້ຳ​ທາ, ຜ​ແນກ​​ອຸດ​ສາ​ຫະ​ກັມ ແລະ ການ​ຄ້າ ກຳ​ລັງ​ດຳ​ເນີນ​ການ​ແກ້​ໄຂ ແລະ ໃນ​ປັດ​ຈຸ​ບັນ ມີ​ແຕ່​ປ້ຳ ປ​ຕ​ທ ແລະ ປ້ຳ​ນ້ຳ​ມັນ​ເຊື້ອ​ໄຟເປີດ​ໃຫ້​ບໍ​ຣິ​ການ.

ບໍ​ຣິ​ສັດ ​ນ້ຳ​ມັນ ກຳ​ລັງນຳ​ເຂົ້ານ້ຳ​ມັນ ​ເຂົ້າ​ມາ​ພາຍ​ໃນ​ແຂວງ ແລະ ກຳ​ລັງທະ​ຍອຍ​ຂົນ​ສົ່ງ ນ້ຳ​ມັນ​ໃຫ້​ແຕ່​ລະ​ປ້ຳ ຄາດ​ວ່າ ໃນ​ວັນ​ທີ 30 ມີ​ນາ 2022 ກໍ​ຈະ​ກັບ​ເປັນ​ປົກ​ຕິ. 2-3 ວັນ​ທີ່​ຜ່ານ​ມາ ບໍ​ຣິ​ສັດ​ຂົນ​ສົ່ງ​ນ້ຳ​ມັນ ມີ​ຄວາມ​ຫຍຸ້ງ​ຍາກ​ ໃນ​ການ​ນຳ​ເຂົ້າ​ນ້ຳ​ມັນ​ເຊ໋ື້ອ​ໄຟ ຍ້ອນ​ວ່າ ອັດ​ຕ​ຣາ​ແລກ​ປ່ຽນ​ເງິນ ມີ​ການ​ແໜງ​ຕີງ​ຂຶ້ນ.

ເຈົ້າ​ໜ້າ​ທີ່​ອຸດ​ສາ​ຫະ​ກັມ ແລະ ການ​ຄ້າ ​ແຂວງ​ຫລວງ​ນ້ຳ​ທາ ທ່ານ​ນຶ່ງ ທີ່​ຂໍ​ສງວນ​ຊື່ ແລະ ຕຳ​ແໜ່ງ ໄດ້​ກ່າວ​ວ່າ:

" ຍ້ອນ ວ່າ ບໍ ຣິ ສັດ ນ້ຳ ມັນ ເຊື້ອ ໄຟ ມັນ ເປັນ ບໍ ຣິ ສັດ ຂອງ ເອກ ຊົນເນາະ ການ ນຳເຂົ້າ ເບື້ອງ ຕົ້ນ ກະ ຍາກ ຍ້ອນ ວ່າ ອັດ ຣາ ແລກ ປ່ຽນ ມັນ ມີ ການ ເໜັງ ຕີງຫັ້ນ ນ່າ ແລ ປ່ຽນ ເງິນບໍ່ ທັນ ສາງ ນ້ຳ ມັນ ເຂົ້າ ມາບໍ່ ທັນ ປັດ ຈຸ ບັນດຽວນີ້ ເຣີ່ມ ທະ ຍອຍ ເຂົ້າ ມາ ແລ້ວ ນໍ້າມັນ ມາ ສນອງ ແລ້ວ ແຂວງ ຫລວງ ນ້ຳ ທາ ເນາະ ."

ທ່ານ ກ່າວ​ຕື່ມ​ວ່າ ຫຼັງ​ຈາກ​ເຫັນ​ວ່າຫຼາຍ​ປ້ຳ ປິດ​ຊົ່ວ​ຄາວ ກໍ​ມີ​ການ​ລົງ​ກວດ​ກາວ່າ ມີ​ກາ​ນັກ​ຕຸນ​ນ້ຳ​ມັນ​ໄວ້ ​ຫຼື ບໍ່ ແລະ ກໍ​ພົບ​ວ່າ ບໍ່​ມີ​ນ້ຳ​ມັນ​ຢູ່​ໃນ​ປ້ຳແທ້ ແຕ່ຖ້າ​ວ່າພົບ​ປ້ຳ​ໃດ ກັກ​ຕຸ​ນ​ນ້ຳ​ມັນ​ເອົາ​ໄວ້ ຫຼື ເຫັນ​ຂາຍ​ນ້ຳ​ມັນ​ເກີນ​ລາ​ຄາ ທີ່​ທາງ​ການ​ໄດ້​ກຳ​ນົດ ກໍ​ຈະ​ມີ​ການ​ລົງ​ໂທດ​ປັບ​ໃໝ​ຕາມ​ຣະ​ບຽບ​ການ.

ກະ​ຊວງ​ອຸດ​ສາ​ຫະ​ກັມ ແລະ ການ​ຄ້າ ໄດ້​ແຈ້ງ​ປັບ​ລາ​ຄາ ນ້ຳ​ມັນ​ໃນ​ທົ່ວ​ປະ​ເທດ ໃນ​ວັນ​ທີ 18 ມີ​ນາ 2022 ທີ່​ຜ່ານ​ມາ ລາ​ຄາ​ນ້ຳ​ເຊື້ອ​ໄຟ ໃນ​ແຂວງ​ຫລວງ​ນ້ຳ​ທາ ໃນ​ປັດ​ຈຸ​ບັນ​ ນ້ຳ​ມັນ​ແອັດ​ຊັງ​ພິ​ເສດ 20,530 ກີບ ຕໍ່​ລິດ, ແອັດ​ຊັງ​ທັມ​ມະ​ດາ 18,010 ກີບ ຕໍ່​ລິດ, ກາ​ຊ້ວງ ລາ​ຄາ 16,600 ກີບ ຕໍ່​ລິດ.