ເຖິງວ່າ ຫ້ອງວ່າການ ຣັຖບານ ສປປລາວໄດ້ ອອກແຈ້ງການ ວ່າດ້ວຍ ການຫ້າມ ສົ່ງອອກ ໄມ້ທ່ອນ ໃນ ເດືອນ ສິງຫາ ປີ 2015, ແຕ່ ກໍຍັງ ພົບເຫັນວ່າ ມີການ ຕັດໄມ້ ຢູ່ເຂດ ເມືອງກະລຶມ ແຂວງ ເຊກອງ ແລະ ແກ່ອອກໄປ ທາງຊາຍແດນ ວຽດນາມ ຢູ່. ດັ່ງ ເຈົ້າໜ້າທີ່ ຈາກ ຂະແໜງການ ສິ່ງແວດລ້ອມ ທ່ານນຶ່ງ ຜູ້ທີ່ໄປ ເຮັດວຽກຢູ່ ແຂວງເຊກອງ ໄດ້ກ່າວຕໍ່ ເອເຊັຽ ເສຣີ ວ່າ:
"ໂຕແກ່ນີ້ບໍ່ ເຮົາ ກະບໍ່ແນ່ໃຈວ່າ ຈັກຄັນລົດ ແຕ່ວ່າ ເຫັນທຸກມື້ ເນາະ ເພາະວ່າ ເຫັນທຸກມື້ ທີ່ເຮົາ ໄດ້ໄປໄດ້ມາ ໄປວຽກ ມາວຽກ ບໍ່ ຫລື ເຮົາໄດ້ ມີໂອກາດ ໄດ້ມາ ມື້ໃດ ກໍເຫັນທຸກມື້ ຫັ້ນນ່າ".
ໄມ້ ທີ່ຕັດແລ້ວ ແມ່ນຖືກແກ່ ອອກໄປ ທາງຊາຍແດນ ລາວ-ວຽດນາມ ລາໄລ ຢູ່ ເມືອງສະໝ້ວຍ ແຂວງ ສາຣະວັນ. ດັ່ງ ເຈົ້າໜ້າທີ່ ກ່າວຕໍ່ ເອເຊັຽ ເສຣີ ຕື່ມອີກວ່າ:
"ໂຕນີ້ ເບິ່ງແລ້ວ ຕາມເສັ້ນທາງ ທີ່ ເຂົາເຈົ້າແກ່ນີ້ ແມ່ນອອກໄປທາງ ອາ ເບິ່ງນີ້ ມຸ້ງໜ້າໄປ ທາງ ສະໜາມໄມ້ ຫລື ວ່າທາງ ຊາຍແດນ ລາໄລ".
ສະເພາະ ຢູ່ແຂວງ ຈໍາປາສັກ ໃນທ້າຍເດືອນ ທັນວາ ປີ 2015 ທີ່ ຜ່ານມາ ກໍເກີດມີ ອຸບັດຕິເຫດ ຣົດໄມ້ ປີ້ນ ຢູ່ ຂົວຂ້າມນໍ້າ ເມືອງ ມູນລະປະມົກ ໃນຂະນະທີ່ ຣົດຄັນ ດັ່ງກ່າວ ກໍາລັງ ຂົນໄມ້ ເຖື່ອນ. ນອກຈາກ ນີ້ ຢູ່ ແຂວງ ສະຫວັນນະເຂດ ກໍມີການ ສົ່ງ ໄມ້ຕັບ ໄປ ວຽດນາມ ໂດຍ ໃຊ້ຣົດ ຂົນສົ່ງ ໃຫຍ່ ຫຼາຍກວ່າ 100 ຄັນ ຂົນ ຜ່ານດ່ານ ສາກົນ ລາວບາວ ແລະ ມີ ຣົດມ້າຂາວ ເປີດທາງ ໃຫ້ ໃນ ວັນທີ 15 ທັນວາ 2015 ເວລາ ປະມານ 13 ໂມງ.