ຖນົນເລຂ 9 ເພຍ້ອນຣົດຂົນໄມ້

ຖນົນເລກ 9 ໃນເຂດ ແຂວງ ສວັນະເຂດ ຢູ່ໃນ ສະພາບ ເປ່ເພ ຍ້ອນມີ ຣົດ ຂົນສົ່ງ ບັນທຸກ ໄມ້ ເກີນນໍ້າໜັກ ແລ່ນຜ່ານໄປ ວຽດນາມ ຢູ່ຕລອດ.

ຣົດຂົນສົ່ງໄມ້ ຢູ່ ແຂວງ ສວັນນະເຂດ RFA/NY

ສະພາບ ຖນົນເລກທີ 9 ເປ່ເພ ຢູ່ໃນຫຼາຍຈຸດ ໃນແຂວງ ສວັນນະເຂດ ແມ່ນ ເນື່ອງມາຈາກ ມີການ ອະນຸມັດ ໃຫ້ ຣົດບັນທຸກ ໄມ້ ເກີນ ນໍ້າໜັກ ທີ່ ທາງກະຊວງ ໄດ້ ວາງອອກ ໂດຍໃຊ້ ພາຫະນະ ດັດແປງ ລວງຍາວ ແລະ ລວງກວ້າງ ເປັນເວລາ ດົນນານ ແລ້ວ ແລະ ປັດຈຸບັນ ນີ້ ກໍຍັງມີການ ອະນຸຍາດ ອີກເທື່ອໃໝ່ ໃຫ້ ບໍຣິສັດ ປຸງແຕ່ງໄມ້ 5 ບໍຣິສັດ ສືບຕໍ່ ບັນທຸກໄມ້ ເກີນນໍ້າໜັກ ທີ່ ທາງກະຊວງ ໂຍທາທິການ ໄດ້ ວາງອອກ ເພື່ອ ຂົນໄມ້ ຕົກຄ້າງ ອອກ ຕ່າງປະເທດ, ຕາມ ແຫລ່ງຂ່າວ ຈາກກະຊວງ ໂຍທາ ທິການ ທີ່ ອ້າງຕາມ ເອກກະສານ ຣາຍງານ ຂອງ ແຂວງ ເລກທີ 0585 ລົງວັນທີ 20 ມົກກະຣາ ປີ 2016 ນີ້.

ເອກກະສານ ຣາຍງານ ທີ່ ຜແນກ ໂຍທາທິການ ແລະ ຂົນສົ່ງ ແຂວງ ສວັນນະເຂດ ໄດ້ສົ່ງເຖິງ ກະຊວງນັ້ນ ແມ່ນເພື່ອ ຂໍທິດຊີ້ນໍາ ຈັດຕັ້ງ ປະຕິບັດ ການບັນທຸກ ນໍ້າໜັກ ຂອງ ຣົດຂົນສົ່ງໄມ້ ທີ່ຈະໃຊ້ ຖນົນເລກທີ 9 ເກີນກໍານົດ ຕໍ່ໄປ ຫລືບໍ ຕາມ ຄໍາສະເໜີ ຂອງ ສະມາຄົມ ອຸດສາຫະກັມ ປຸງແຕ່ງໄມ້ ແຂວງ ສວັນນະເຂດ ທີ່ອ້າງວ່າ ໄມ້ຕົກຄ້າງ ທີ່ ຕ້ອງສົ່ງອອກ ນອກປະເທດ ນັ້ນ ຍັງມີຫຼາຍ.

ທາງຜແນກໂຍທາ ແຂວງ ເຫັນວ່າ ຫຼາຍປີ ຜ່ານມານີ້ ການບັນທຸກ ຂົນສົ່ງ ໄມ້ທ່ອນ ແລະ ໄມ້ແປຮູບ ຕາມຖນົນ ເລກທີ 9 ຂອງ 5 ບໍຣິສັດ ປຸງແຕ່ງໄມ້ ໄດ້ຣະເມີດ ຣະບຽບ ຫລັກການ ການຂົນສົ່ງ ເຮັດໃຫ້ ຫົນທາງ ເປ່ເພ ຫຼາຍແລ້ວ. ທາງຜແນກ ກໍວ່າໄດ້ ເຊື້ອເຊີນ ຝ່າຍ ທຸຣະກິຈ ກ່ຽວຂ້ອງ ມາໂອ້ລົມ ແລະ ຕັກເຕືອນ ເຣື້ອງ ຣະບຽບ ການບັນທຸກ ນໍ້າໜັກ ແລ້ວ, ແຕ່ ກົງກັນຂ້າມ ທາງ ສະມາຄົມ ອຸດສາຫະກັມ ປຸງແຕ່ງໄມ້ ໄດ້ ສົ່ງຄໍາຮ້ອງ ເພື່ອ ຂໍບັນທຸກໄມ້ ເກີນນໍ້າໜັກ ຕໍ່ໄປ ໂດຍໃຊ້ ຣົດດັດແປງ ທາງເທັກນິກ ຄວາມກວ້າງ ຂອງ ຖັງບໍ່ເກີນ 2 ແມັດ 50 ເຊັນ, ຄວາມຍາວ ບໍ່ເກີນຝາ ທ້າຍລົດ 8 ຫາ 10 ແມັດ, ຖ່ວງນໍ້າໜັກ ບໍ່ເກີນ 12 ຫາ 15 ແມັດ, ແລະ ຫຸ້ມຫໍ່ ຢ່າງໄວ້ຢ່າງດີ.

ແຕ່ເຖິງຢ່າງໃດ ກໍດີ ປະຊາຊົນ ເຫັນວ່າ ໃນ ແຕ່ລະມື້ ຣົດຂົນໄມ້ທ່ອນ ແລະ ໄມ້ແປຮູບ ອອກໄປ ວຽດນາມ ມີຢູ່ ເປັນປະຈໍາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org