ຍັງມີການຕັດໄມ້ໃນລາວ


2014.02.11
f-logging ຍັງມີການຕັດໄມ້ ຈາກປ່າ ໃນ ສປປລ ເຖິງຈະມີຄຳສັ່ງ ໃຫ້ຢຸດແລ້ວກໍຕາມ
RFA/LX

 

ຍັງມີການ ຕັດໄມ້ ຢູ່ໃນເຂດປ່າຜລິດຫຼາຽແຫ່ງ ຂອງລາວ ເຖິງວ່າຈະມີຄຳສັ່ງ ຈາກນາຍົກຣັຖມົນຕຣີ ສະບັບເລກທີ 31 ນຍ ລົງວັນທີ 5 ເດືອນ ພຶສຈິກາ 2013 ວ່າດ້ວຍການ ຢຸດຊົ່ວຄາວ ການຂຸດຄົ້ນໄມ້ ໃນເຂດປ່າຜລິດ ແລ້ວກໍ່ຕາມ. ໃນແຂວງພາກໃຕ້ ຂອງລາວ ຄື ແຂວງເຊກອງ ແຂວງ ຈຳປາສັກ ແລະ ແຂວງ ອັດຕະປື ແມ່ນຍັງ ປະກົດເຫັນ ມີຣົດແກ່ໄມ້ ຂົນໄມ້ ອອກຈາກເຂດປ່າ ຜລິດຢູ່ ແລະ ຍາກທີ່ຈະ ສະກັດກັ້ນ ເພາະວ່າມັນ ມີຫລາຍຮູບແບບ. ດັ່ງເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ຜູ້ຂໍສງວນຊື່ ທ່ານໜຶ່ງ ໄດ້ກ່າວຕໍ່ ນັກຂ່າວ ວິທຍຸເອເຊັຍເສຣີ ວ່າ:

“ມັນມີຫຼາກຫຼາຍ ຮູບແບບເນາະ, ແຕ່ວ່າບັນຫາ ຕ່າງໆ ຣັຖບານ ກະພຍາຍາມ ຄວບຄຸມຢູ່, ແຕ່ວ່າມັນ ກະຢາກຍາກເນາະ. ແມ້ກະທັ້ງຮາກ ກະນຳໃຊ້ ໂດຽສະເພາະ ຮາກໄມ້ ທີ່ມີ ຣາຄາແພງ, ຢູ່ໃສກະໄປ ເອົາມາຈົນໄດ້".

ຄໍາສັ່ງ ຂອງນາຍົກຣັຖມົນຕຣີ ມີເນື້ອໃນ ບາງຕອນວ່າ: “ຜ່ານມາ ຍັງມີຂະແໜງການ ແລະ ທ້ອງຖິ່ນຍັງບໍ່ທັນ ເປັນເຈົ້າການ ໃນການ ປະຕິບັດ ໜ້າທີ່ ຄວາມຮັບ ຜິດຊອບ ຂອງຕົນ, ຂາດຄວາມເປັນ ເອກພາບ ແລະ ບໍ່ເຂັ້ມງວດ ໃນການ ປະຕິບັດ ຣະບຽບ ກົດໝາຽ".

ເປັນທີ່ວິພາກວິຈານກັນ ໃນສື່ສັງຄົມ ອອນລາຍນ໌ ໂດຍສະເພາະ ແມ່ນ ເຟັສບຸກ ວ່າ: ເຖິງຣັຖບານ ຈະມີຄຳສັ່ງ ຫຼື ມາຕການໃດໆອອກມາກໍ ຕາມ ການ ທີ່ຈະໃຫ້ ຄົນ ຫຼື ນິຕິບຸກຄົນ ຢຸດ ການຂຸດຄົ້ນໄມ້, ຢຸດການເກັບກູ້ໄມ້, ຢຸດການ ລັກລອບ ຕັດໄມ້ຄ້າໄມ້ ຄົງເປັນໄປ ໄດ້ຍາກທີ່ ສຸດເພາະໃນຄວາມເປັນ ຈິງແລ້ວຍັງມີການ ແກ່ໄມ້ອອກໄປຂາຽຍັງປະເທດ ເພື່ອນບ້ານຕາມຊາຽແດນ ລາວ-ໄທ ແລະ ລາວ ວຽດນາມ.

ນອກຈາກນີ້ ທີ່ຜ່ານມາຍັງ ມີການບຸກລຸກ ຕັດໄມ້ ຢູ່ປ່າສງວນ ແຫ່ງຊາດ ດົງຫົວສາວ ເມືອງບາຈຽງ ຈະເຣີນສຸກ ແຂວງ ຈຳປາສັກ. ປັດຈຸບັນ ເນື້ອທີ່ ປ່າໄມ້ ເຫລືອພຽງ 40 ສ່ວນຮ້ອຍ ຫລຸດຈາກ 70 ສ່ວນຮ້ອຍ ໃນຊຸມປີ 1940. ອີງຕາມ ຂໍ້ມູນ ຈາກກະຊວງ ກະສິກັມ ແລະປ່າໄມ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.