ທາງການລາວ ຍັງສືບຕໍ່ ລ໊ອກດາວນ໌ ແຕ່ຜ່ອນຜັນ
ຕັດສິນໃຈຍາກວ່າຈະເປີດຫຼືປິດປະເທດ ເວລາຜ່ານຫຼາຍຫຼັງຈາກລາວເຣີ່ມປິດບ້ານ ປິດເມືອງ ແລະ ປິດປະເທດມາ ເຮັດໃຫ້ທຸກພາກສ່ວນໄດ້ຮັບຄວາມທຸກ ແຕ່ມີທ່າທີວ່າ ຈະສາມາດຄວບຄຸມໂຣກຣະບາດນີ້ໄດ້ ຕາມມາຕການທີ່ວ່າງໄວ້ຕັ້ງແຕ່ຕົ້ນ.
-
ໄຊຍາ
2021-11-15 -
-
-
Your browser doesn’t support HTML5 audio
ທາງການລາວໄດ້ແຈ້ງການສືບຕໍ່ລ໊ອກດາວນ໌ ຕັ້ງແຕ່ວັນທີ 15 ພຶສຈິກາ ເປັນຕົ້ນໄປ ຊຶ່ງມາຕການຕ່າງໆ ບໍ່ໄດ້ແຕກຕ່າງຈາກຜ່ານມາ ເພາະຍັງມີຜູ້ຕິດເຊື້ອໂຄວິດ-19 ສູງຂື້ນ ຢູ່ພາຍໃນຊຸມຊົນ ແລະມີຜູ້ເສຽຊີວິດເກີນ 100 ຄົນ, ແຕ່ມີການຜ່ອນຜັນໃຫ້ການຂົນສົ່ງພາຍໃນປະເທດ ແລະຕ່າງປະເທດໄດ້ໂດຍມີໃບຢັ້ງຢືນສັກວັກຊີນຄົບໂດສ.
ຍານາງ ທິບພະກອນ ຈັນທະວົງສາ ຮອງຣັຖມົນຕຣີ ຮອງຫົວໜ້າຫ້ອງວ່າການ ສຳນັກງານນາຍົກຣັຖມົນຕຣີ ຮອງຫົວໜ້າຄນະສະເພາະກິຈ ກ່າວຖແລງຂ່າວໃນວັນທີ 14 ພຶສຈິກາວ່າ:
“ສອງສືບຕໍ່ອະນຸຍາດໃຫ້ດຳເນີນການ ຂົນສົ່ງສິນຄ້າພາຍໃນປະເທດແລະລະຫວ່າງປະເທດ ຊຶ່ງຄົນຂັບຣົດແລະຜູ້ຊ່ອຍຜູ້ຂັບຣົດຕ້ອງໄດ້ຮັບການສັກວັກຊີນ ຄົບສາມອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານທາງບົກ ທາງນໍ້າ ແລະ ທາງອາກາດ ພາຍໃນປະເທດໂດຍບໍ່ຈຳເປັນຕ້ອງມີໃບຢັ້ງຢືນຈາກຕົ້ນທາງ ແລະປາຍທາງແຕ່ໃຫ້ມີການຢັ້ງຢືນການຮັບການສັກວັກຊີນຄົບ.”
ກ່ຽວກັບການຜ່ອນຜັນການຂົນສົ່ງສິນຄ້າ ດັ່ງກ່າວນີ້ຜູ້ຂັບຣົດຂົນສົ່ງ ບໍ່ຕ້ອງກັກໂຕ ແລະຕ້ອງ ບໍ່ຈຳກັດເວລາໃນການສັນຈອນ. ສ່ວນຣົດໂດຍສານ ແລະຜູ້ໃຊ້ບໍຣິການກໍເຊັ່ນກັນ ຕ້ອງມີໃບສັກວັກຊີນປ້ອງກັນໂຄວິດ-19 ຄົບໂດສ ຍົກເວັ້ນຜູ້ຖືພາ ແລະຜູ້ທີ່ບໍ່ທັນອາຍຸເຖິງ ໃນການສັກວັກຊີນປ້ອງກັນໂຄວິດ-19.
ການສືບຕໍ່ການລ໊ອກດາວນ໌ນີ້ ເຂດບ້ານແດງ ຍັງໃຫ້ປະຊາຊົນທົ່ວໄປ ເດີນທາງເຂົ້າ-ອອກ ຄືເກົ່າສ່ວນເຂດບ້ານສີຂຽວ ສາມາດໄປມາຫາສູ່ກັນໄດ້ ແລະ ຮ້ານອາຫານສາມາດເປີດໄດ້ ແຕ່ບໍ່ໃຫ້ໜັ່ງກິນ ແລະຍັງບໍ່ໃຫ້ຂາຍພວກເຄື່ອງດື່ມແອວລ໌ກໍຮໍລ໌ (alcohol). ເຈົ້າໜ້າທີ່ທີ່ກ່ຽວຂ້ອງໃນນະຄອນຫຼວງວຽງຈັນໄດ້ກ່າວວ່າ:
“ບາງມາຕການທີ່ວ່າອັນນັ້ນໄດ້ເພິ່ນກໍຜ່ອນເນາະ ບາງມາຕການຄືເກົ່າຍັງມີຍັງມີຜູ້ຕິດເຊື້ອຢູ່ເດ້ ປິດກໍບໍ່ໄດ້ປິດໝົດບ້ານດອກ ເພິ່ນກໍປິດແຕ່ສະເພາະອ້ອມເຮືອນໃດຕິດກໍປິດສະເພາະອ້ອມທາງຊອຍ ທາງອ້ອມເຂົ້າຂັ້ນບ້ານຂຽວກໍຖືວ່າເປັນປະເພດພວກຮ້ານອາຫານ ຮ້ານຂາຍເຄື່ອງຕ່າງໆ ເປີດໄດ້ພຽງແຕ່ວ່າຮ້ານບັນເທີງຮ້ານທີ່ວ່າມີຂາຍທາດເຫຼົ້າໂຕນີຖືວ່າເພິ່ນຫ້າມບໍ່ໃຫ້ຂາຍ.”
ທ່ານກ່າວຕື່ມວ່າສ່ວນແຜນການທີ່ຈະມີການເປີດປະເທດນັ້ນທາງການລາວກໍມີແຜນຈະເປີດຢູ່ໂດຍສະເພາະເປີດໃຫ້ນັກທ່ອງທ່ຽວເຂົ້າມາພຽງແຕ່ວ່າຍັງປຶກສາຫາລືກັນຢູ່ເພາະຕ້ອງ ຕຽມຄວາມພ້ອມຫຼາຍດ້ານຊຶ່ງເບື້ອງຕົ້ນອາດຈະທົດລອງນໍາເຂົ້າແບບລັກສະນະເປັນກຸ່ມທີ່ທາງການອະນຸຍາດແລະໃຫ້ໄປທ່ຽວຕາມຈຸດທີ່ກຳນົດເທົ່ານັ້ນ:
“ຕອນນີ້ເພິ່ນກໍຢູ່ໃນມາຕການ ເພິ່ນກໍວ່າພິຈາຣະນາເນາະນີ້ມາຕການ ຂອງເພິ່ນນີ້ ເພິ່ນຈະເຮັດສະເພາະຮອງຮັບ ນັກທ່ອງທ່ຽວ ທີ່ຮັບເຂົ້າມາທີ່ໄດ້ຜ່ານການຄົ້ນຄ້ວາ ຂອງພາກສ່ວນທີ່ກ່ຽວຂ້ອງ ແລ້ວຫັ້ນນ້າເພິ່ກໍຈະມີນະໂຍບາຍ ແຕ່ວ່າວິຊ້າທີ່ມາທ່ຽວດ້ວຍຕົນເອັງ ເພິ່ນຍັງບໍ່ເປີດໃຫ້ດອກ.”
ມາເຖິງປັຈຈຸບັນ ຫຼາຍຄົນກໍເຣີ້ມໃຊ້ຊີວິດປົກກະຕິແລ້ວ ເຖິງແມ່ນວ່າ ຈະມີການລ໊ອກດາວນ໌ ຫຼືຜ່ອນຜັນກໍຕາມ ເພາະຫຼາຍຄົນຮຽນຮູ້ທີ່ຈະຢູ່ກັບເຊື້ອໂຄວິດ-19 ມີການປ້ອງກັນຕົນເອງ ດັ່ງປະຊາຊົນ ໄດ້ກ່າວວ່າ:
“ກາຖືວ່າປົກກະຕິແລ້ວນີ້ນ່າ ເພິ່ນກໍເຮັດໄປຕາມມາຕການຂອງເພິ່ນ ເຮົາກໍບໍ່ຮຽກຮ້ອງເພິ່ນອີ່ຫຍັງດອກພະຍາຍາມໃຊ້ຊີວິດ ໃຫ້ມັນປົກກະຕິຢູ່ໄດ້ກັບໂຄວິດວ່າຊັ້ນສາ ມັນກໍຄ່ອຍເປັນໄປທາງນັ້ນແລ້ວ ເຮົາຄິດວ່າຮ້ານບັນເທີງບັນດາຮ້ານອາຫານຕ່າງໆ ນີ້ກໍຈະເຣີ້ມປະຕິບັດແລ້ວລະ.”
ປະຊາຊົນອີກທ່ານນຶ່ງໄດ້ກ່າວວ່າ ປັຈຈຸບັນກໍເຫັນທາງການມີມາຕການຜ່ອນຜັນ ການຂົນສົ່ງແລ້ວໃນທົ່ວປະເທດສ່ວນໂຕຢາກໃຫ້ ທາງການມີມາຕການຫຼຸດລາຄາສິນຄ້າ ນຳອີກເປັນຕົ້ນນໍ້າມັນກໍຍັງແພງຫຼາຍ:
“ເພິ່ນກໍຜ່ອນຜັນໄດ້ແລ້ວເນາະ ຄືວ່າການຂົນສົ່ງໄປຫັ້ນໄປນີ້ຄືວ່າ ໄດ້ແລ້ວຄືການຄ້າການຂາຍນີ້ນ່າສິນຄ້າຄືວ່າແຮງຂື້ນດຽວນີ້ຍັງມີລາຄາຂື້ນສູງຢູ່ ນໍ້າມັນແມ່ນຫຍັງນີ້ນ່າ ສິນຄ້າທຸກປະເພດຜ່ອນຜັນລົງອີກໄດ້ບໍ່.”
ນອກຈາກນີ້ທາງການລາວ ຍັງເຫັນດີອະນຸຍາດໃຫ້ເປີດການຮຽນການສອນ ທຸກຊັ້ນແບບຊຶ່ງໜ້າປົກກະຕິຢູ່ນະຄອນຫຼວງວຽງຈັນ ແລະບັນດາແຂວງອື່ນໆ ໃນທົ່ວປະເທດນັ້ນໂດຍຕ້ອງໃຫ້ກະຊວງສຶກສາທິການ ປຶກສາຫາລືກັນກັບໜ່ວຍງານທີ່ກ່ຽວຂ້ອງ.
ເຈົ້າໜ້າທີ່ດ້ານການສຶກສາ ໃນນະຄອນຫຼວງວຽງຈັນ ທີ່ຂໍສງວນຊື່ແລະຕຳແໜ່ງກ່າວວ່າ ຍັງບໍ່ຮູ້ເຫດຜົລວ່າເປັນຫຍັງຄືໃຫ້ມີການເປີດ ແຕ່ກໍຕ້ອງລໍຖ້າທາງ ກະຊວງສຶກສາທິການ ແລະກິລາແຈ້ງການອອກມາກ່ອນວ່າ ຈະເປີດໃນໄລຍະໃດ ຖ້າຫາກເປີດທາງໂຮງຮຽນກໍຕ້ອງມີ ມາຕການເຂັ້ມງວດ ເພາະຍັງມີຄວາມຊ່ຽງຢູ່ໂດຍສະເພາະ ກຸ່ມເດັກນ້ອຍຍັງບໍ່ໄດ້ຮັບການສັກວັກຊີນປ້ອງກັນໂຄວິດ-19:
“ຍັງບໍ່ຮູ້ຣະອຽດເນາະພວກເຮົາຕ້ອງໄດ້ລໍຖ້າ ຄຳສັ່ງແຈ້ງການຈາກກະຊວງ ຫຼື ວ່າຈາກທຸກຜແນກເຮົາກ່ອນ ພວກເຮົາຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບ ສູງກ່ຽວກັບມາຕການນີ້ແຫຼະ ເຣື່ອງການຮັກສາໄລຍະຫ່າງເນາະຫຼືວ່າການລ້າງມືໃສ່ຜ້າອັດປາກ ສຳຄັນທີ່ສຸຸດລະແມ່ນຕ້ອງໄດ້ຮັບການສັກວັກຊີນ.”
ກ່ຽວກັບເຣື່ອງດັ່ງກ່າວນີ້ ພໍ່-ແມ່ ຜູ້ປົກຄອງນັກຮຽນ ກໍຍັງເປັນກັງວົນກັນຢູ່ ເພາະວ່າ ຍັງມີຜູ້ຕິດເຊື້ອ ໂຄວິດ-19 ຈຳນວນຫຼາຍ ຖ້າຫາກເດັກນ້ອຍໄປຮຽນ ກໍມີຄວາມສ່ຽງສູງ ເນື່ອງຈາກວ່າຍັງບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ-19. ດັ່ງຜູ້ປົກຄອງໄດ້ກ່າວວ່າ:
“ຢ້ານຢູ່ຫັ້ນແຫຼະ ມັນກໍມີເປີເຊັນຫຼາຍເນາະ ອັນນີ້ກໍຍັງຄິດຢູ່ຊິໄດ້ຊ່ຽງຫັ້ນແຫຼະ ແຕ່ວ່າພວກເດັກນ້ອຍມັນກໍບໍ່ໄດ້ສັກວັກຊີນແດ່ເນາະ.”
ຜູ້ປົກຄອງອີກທ່ານນຶ່ງ ກ່າວວ່າກໍມີຄວາມກັງວົນ ເພາະເດັກນ້ອຍຍັງບໍ່ຮູ້ວິທີປ້ອງກັນຕົນເອງດີ ຂນາດຜູ້ໃຫຍ່ປ້ອງກັນດີຍັງຕິດກັນໄດ້:
“ແນ່ນອນແຫຼະ ເຣື່ອງນັ້ນນ່າກາຕ້ອງກັງວົນກັນຢູ່ແລ້ວ ເດັກນ້ອຍແຮງບໍ່ຮູ້ ອີ່ຫຍັງຈັບຫັ້ນຈັບນີ້ຍັດໃສ່ປາກ ຈະກິນຫຍັງກໍກິນເດັກນ້ອຍເນາະ ແຕ່ຜູ້ໃຫ້ຍ່ຊໍ່ານີ້ຍັງຕິດກັນ ແຫຼະ.”
ວັນທີ 15 ພຶສຈິກາ ນີ້ໂຕເລຂກໍຢູ່ຫຼັກພັນຊຶ່ງທາງການລາວ ໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ທັງໝົດ 826 ຄົນ, ຕິດເຊື້ອໃນຊຸມຊົນ 825 ຄົນ, ຕິດເຊື້ອຈາກກໍຣະນີນຳເຂົ້າ 1 ຄົນ, ເສັຽຊີວິດສະສົມ 104 ຄົນ, ແລະ ຕິດເຊື້ອສະສົມທັງໝົດ 55,018 ຄົນ.