ເຂດທ້ອງຖິ່ນລໍຖ້າ ງົປມານສ້າງສາ
2013.04.30

ຫລາຍເຂດ ປົກຄອງ ທ້ອງຖິ່ນ ຂອງລາວ ບໍ່ໄດ້ຮັບ ສ່ວນແບ່ງ ງົບປະມານ ພັທນາ ຕາມທີ່ ຂໍໄປ ຍັງຣັຖບານ.
ການຂໍ ງົບປະມານ ສໍາລັບ ການພັທນາ ໃນເຂດ ຊົນນະບົດ ຫ່າງໄກ ຍັງມີບາງ ທ້ອງຖີ່ນ ບໍ່ໄດ້ຮັບ ເງິນ ງົບປະມານ ຈາກສູນກາງ ຕາມຈໍານວນ ທີ່ຂໍໄປ ຫລືໄດ້ຮັບ ກໍເປັນ ຈໍານວນໜ້ອຍ ຈົນບໍ່ສາມາດ ປະຕິບັດ ໂຄງຮ່າງພື້ນຖານ ແນວໃດໄດ້ ເຮັດໃຫ້ ປະຊາຊົນ ຖາມວ່າ ເປັນດ້ວຍ ເຫດໃດ? ຕໍ່ບັນຫານີ້ ເຈົ້າໜ້າທີ່ ຫ້ອງການ ເມືອງ ໄຊບູຣີ ແຂວງ ສະຫວັນນະເຂດ ເວົ້າວ່າ:
"ຂຶ້ນກັບ ການບິແບ່ງ ຂອງ ຂັ້ນທ້ອງຖິ່ນ ມັນຈະຂຶ້ນ ຂັ້ນເມືອງ ມັນຈະຂຶ້ນກັບ ຂັ້ນ ແຂວງ ຂັ້ນນະຄອນ ແຂວງນະຄອນ ຈະແບ່ງເປັນ ຕົວເລກ ຈັດສັນໄປຕາມ ຂແນງການ ຄັນວ່າມັນ ຈະບໍ່ໄດ້ຕາມ ເຂົາເອີ້ນວ່າ ຕາມຈິດໃຈ ທີ່ເຮົາ ຢາ່ກໄດ້ ງົບປະມານ ພື້ນຖານ ໂຄງຮ່າງ ມັນຈະມີ ແຕ່ວ່າຂັ້ນ ແຂວງ ຂັ້ນນະຄອນ ຕົກລົງ ແລະ ໝາຍຄວາມວ່າ ໃຫ້ຂັ້ນ ທ້ອງຖີ່ນ ແລະ ຂັ້ນເມືອງກໍ ຖືວ່າຢູ່ໃນ ຂອບເຂດ".
ທ່ານເວົ້າ ຕໍ່ໄປວ່າ ງົບປະມານ ແຕ່ລະຄັ້ງ ທີ່ໄດ້ມາ ຈະມີ ຈໍານວນໜ້ອຍ ດັ່ງນັ້ນ ການພັທນາ ໂຄງຮ່າງພື້ນຖານ ເປັນຕົ້ນ ເສັ້ນທາງ ກໍຈະໃຊ້ ຮູບການ ທີ່ວ່າ ຣັຖ ແລະ ປະຊາຊົນ ຮ່ວມກັນ ພັທນາ ເສັ້ນທາງ ຢູ່ໃນອັຕຣາ 70-30. ໝາຍຄວາມວ່າ ເງິນຣັຖບານ 70 ສ່ວນຮ້ອຍ ແລະ ເງິນ ປະຊາຊົນ ປະກອບສ່ວນ ອີກ 30 ສ່ວນ ຮ້ອຍ ໃນການ ບູຣະນະ ເສັ້ນທາງ ຂອງ ແຕ່ລະບ້ານ.
ຂະນະດຽວກັນ ເຈົ້າໜ້າທີ່ ກົມ ງົບປະມານ ກະຊວງ ການເງິນ ໃນ ນະຄອນຫລວງ ວຽງຈັນ ອະທິບາຍ ເຖິງເຣື່ອງທີ່ ປະຊາຊົນ ສົງສັຍນັ້ນວ່າ:
"ອັນນີ້ມັນຂຶ້ນ ກັບການຈັດແບ່ງ ຂອງ ແຕ່ລະ ທ້ອງຖີ່ນ ພວກເຮົາມີແຕ່ ຈັດແບ່ງ ເປັນຕົວເລກ ຮວມໃຫ້ ຄືວ່າການ ຈັດຕັ້ງ ປະຕິບັດ ພວກເຮົາ ກໍອະນຸມັດ ເປັນຕົວເລກ ເຂດນີ້ເທົ່ານັ້ນ ເທົ່ານັ້ນ ແລະ ເຂົາກໍໄປ ແຈກຈ່າຍ".
ເຣື່ອງ ງົບປະມານ ນີ້ ແຕ່ລະແຂວງ ຈະຕ້ອງຂຶ້ນ ແຜນ ແລະສົ່ງໃຫ້ ຣັຖບານ ເພື່ອສັງລວມ ແລ້ວຂຶ້ນແຜນ ສົ່ງໃຫ້ ສະພາ ແຫ່ງຊາດ ເພື່ອ ພິຈາຣະນາ ແລະ ອະນຸມັດ ໃຫ້.