ໂຄງການປັບປຸງວິຊາຊີພ ຊາວບ້ານ

ປະຊາຊົນ ແຂວງຫລວງນໍ້າທາ ທີ່ເຂົ້າຮ່ວມ ໂຄງການ ປັບປຸງ ຊີວິດ ການເປັນຢູ່ ຍັງມີໜ້ອຍ ຍ້ອນຫລາຍ ຄອບຄົວ ບໍ່ມີທີ່ດິນ ປູກຝັງ.

ພື້ນທີ່ ທົ່ງນາ ໃນແຂວງ ຫຼວງນໍ້າທາ ທີ່ກໍາລັງ ມີຣາຄາ RFA

 

ຊາວຊົນນະບົດແຂວງຫລວງນໍ້າທາ ທີ່ເຂົ້າຮ່ວມໂຄງການປັບປຸງຊີວິດ ການເປັນຢູ່ນັ້ນ ຍັງມີຈໍານວນໜ້ອຍຢູ່ ຍ້ອນຫລາຍຄອບຄົວບໍ່ມີທີ່ດິນ ໃນການຜລິດ ອັນເປັນຂໍ້ຈໍາກັດ ໃນການເຂົ້າຮ່ວມໂຄງການ. ຕາມຄໍາ ເວົ້າຂອງເຈົ້າໜ້າທີ່ແຂວງຫລວງນໍ້າທາ ໃນວັນທີ 14 ກຸມພາ 2014 ນີ້:

"ສ່ວນຫລາຍແມ່ນຂະເຈົ້າ ແນເຂົ້າຄືວ່າ ບ້ານທີ່ມີຄອບຄົວທຸກຍາກ ບໍ່ມີດິນທໍາການຜລິດຫຍັງຫລາຍນະ ໃຫ້ຊາວບ້ານຊອກເອົາ".

ມາຮອດປັຈຈຸບັນນີ້ ຕາມເມືອງຕ່າງໆຍັງມີຊາວບ້ານ ເຂົ້າຮ່ວມໜ້ອຍຢູ່ ເວົ້າສະເພາະເມືອງນໍ້າທາມີພຽງ 30 ກວ່າຄອບຄົວທີ່ເຂົ້າຮ່ວມ. ຜ່ານ ມາຊາວບ້ານທີ່ເຂົ້າຮ່ວມໂຄງການ ແຕ່ບໍ່ມີທີ່ດິນເປັນຂອງຕົນເອງນັ້ນ ກໍຕ້ອງໄປເຊົ່າດິນຂອງຜູ້ອື່ນ ແລະເມື່ອເກັບກ່ຽວຜົລຜລິດໄດ້ແລ້ວ ກໍ ຕ້ອງໄດ້ແບ່ງ ໃຫ້ເຈົ້າຂອງທີ່ດິນ ຕາມສັນຍາ.

ອີກສາເຫດໜຶ່ງ ທີ່ເຮັດໃຫ້ຊາວບ້ານ ເຂົ້າຮ່ວມໂຄງການມີໜ້ອຍ ແມ່ນຍ້ອນ ຜູ້ທີ່ມີດິນເພື່ອການຜລິດ ມັກໃຫ້ຊາວຈີນມາເຊົ່າປູກໝາກໂມ ແລະ ພືດອື່ນໆ ເພາະເຫັນວ່າ ໄດ້ເງິນຫລາຍກວ່າ ແລະຈະສາມາດຊ່ວຍໃຫ້ຕົນເອງ ລຸດພົ້ນຈາກຄວາມທຸກຍາກໄດ້ໄວຂຶ້ນ.

ໂຄງການປັບປຸງຊີວິດຄວາມເປັນຢູ່ ຂອງປະຊາຊົນໃນແຂວງຫລວງນໍ້າທາ ເປັນໂຄງການທີ່ໄດ້ຮັບທຶນຈາກຕ່າງປະເທດ ຊຶ່ງມີມາໄດ້ 3 ປີແລ້ວ. ເປົ້າໝາຍສໍາຄັນ ຂອງໂຄງການນີ້ຄື ການສົ່ງເສີມ ໃຫ້ປະຊາຊົນມີວຽກເຮັດ ມີລາຍໄດ້ ແລະຊ່ວຍໂຄງການ ຫລຸດຜ່ອນບັນຫາ ຄວາມທຸກຍາກ ຂອງ ຊາວບ້ານນໍາດ້ວຍ. ນັບແຕ່ມີໂຄງການນີ້ມາ ເຈົ້າໜ້າທີ່ ວ່າຍັງບໍ່ທັນມີບັນຫາ ຫຍຸ້ງຍາກຫຍັງເກີດຂຶ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org