ຊາວລາວເປັນຫ່ວງເຣື້ອງຕ່າງດ້າວ ນອກກົດໝາຍ
2013.08.23

ຊາວລາວ ເປັນຫ່ວງ ກ່ຽວກັບ ການ ບໍ່ປະຕິບັດ ຕາມ ກົດລະບຽບ ກົດໝາຽ ລາວ ຂອງພວກຊາວ ຕ່າງຊາດ ໂດຽສະເພາະ ຄົນຈີນ ແລະ ຄົນຫວຽດນາມ ທີ່ມາອາສັຍ ຢູ່ໃນລາວ.
ເຈົ້າໜ້າທີ່ກະຊວງແຮງງານ ແລະ ສວັດດີການ ສັງຄົມ ຜູ້ຂໍສງວນຊື່ ທ່ານໜຶ່ງຍອມຮັບວ່າ: ປະຈຸບັນປະຊາຊົນລາວຈຳນວນຫຼວງຫລາຍ ມີຄວາມກັງວົນ ແລະ ເປັນຫ່ວງນຳ ພຶດຕິກັມ ການບໍ່ ປະຕິບັດ ກົດລະບຽບ ແລະກົດໝາຽລາວ ຂອງພວກຊາວ ຕ່າງຊາດ, ໂດຽສະເພາະ ຄົນຈີນ ແລະຄົນຫວຽດນາມ ທີ່ມາດຳເນີນ ທຸຣະກິດ, ຄ້າຂາຽ ແລະອາສັຍ ຢູ່ໃນລາວ.
ເນື່ອງຈາກວ່າ ໃນປັດຈຸບັນ ມີຊາວຈີນ ແລະຊາວຫວຽດນາມ ຈຳນວນບໍ່ໜ້ອຽ ໄດ້ເຂົ້າມາ ດຳເນີນທຸຣະກິດ ຜິດລະບຽບກົດໝາຽ ຂອງລາວ ເຊັ່ນ:ຊາວຈີນເລາະຫິ້ວ ກະຕ່າເອົາເຄື່ອງ ມາຂາຽ ໂດຽທີ່ບໍ່ຮູ້ວ່າ ພວກ ເຂົາເຫຼົ່ານີ້ ເຂົ້າເມືອງຖືກ ກົດໝາຽຫຼືບໍ່? ເສັຽພາສີ ອາກອນ ໃຫ້ລັຖບານບໍ່? ກຸ່ມຊາວຫວຽດນາມ ທີ່ມາຊອກເລາະ ເກັບເສດເຫຼັກ ຢ່າງເປັນຂະບວນ ໂດຍຂີ່ລົດຈັກ ມັດຕິດກັບລໍ້ ທີ່ໃສ່ປ້າຽ ທະບຽນ ໃນປະເທດລາວ ທັງທີ່ເຂົາ ບໍ່ມີໜັງສື ຫຼື ໃບຂັບຂີ່ ພະຫະນະ ແລະເວົ້າ ພາສາລາວ ກໍ່ບໍ່ເປັນ. ພວກທີ່ມາຊອກ ຮັບຈ້າງ ຂາຽແຮງງານ ທີ່ບໍ່ມີໜັງສື ແບບຄໍ່າບ່ອນໃດ ນອນບ່ອນນັ້ນ. ບາງກຸ່ມ ກໍ່ເຂົ້າມາ ໃນຮູບແບບ ແຮງງານພາຽໃຕ້ ໂຄງການກໍ່ສ້າງ ພາຽຫຼັງໂຄງການ ໝົດກຳນົດ ກໍ່ບໍ່ກັບເມືອບ້ານ. ແຕ່ປະກົດວ່າ, ບໍ່ເຫັນທາງການ ມີການກວດກາ ແລະຈັບກຸມ ພວກເຂົາ ແຕ່ຢ່າງໃດເລີຽ ທັງທີ່ພວກເຂົາ ເຫຼົ່ານັ້ນ ລະເມີດລະບຽບ ກົດໝາຽ ຢ່າງຊັດເຈນ.
ເຂດເສຖກິດພິເສດ ທີ່ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ກໍໄດ້ມີ ປະກົດການ ເປີດໃຫ້ຄົນລາວ ເຂົ້າໄປຫຼິ້ນ ການພະນັນ ໃນກາສິໂນ KingRoman, ທັງໆທີ່ກ່ອນໜ້າ ມີການອະນຸຍາດ ໃຫ້ສ້າງສະຖານທີ່ ແຫ່ງນີ້ ໄດ້ມີການລະບຸ ໄວ້ວ່າ ທາງກາສິໂນ KingRomanຈະບໍ່ ອະນຸຍາດ ໃຫ້ຄົນລາວ ເຂົ້າໄປຫຼິ້ນ ການພະນັນ ໃນສະຖານທີ່ ດັ່ງກ່າວ ຢ່າງເດັດຂາດ. ນອກຈາກນີ້, ເງິນກີບ ຍັງເປັນເງິນ ທີ່ຕ້ອງຫ້າມ ໃນເຂດເສຖກິດພິເສດ ດັ່ງກ່າວ ນຳອີກ, ມີແຕ່ ເງິນບາດ, ເງິນຢວນ ແລະ ເງິນໂດລາ ເທົ່ານັ້ນ ທີ່ສາມາດ ໃຊ້ໄດ້ ແລະເປັນທີ່ຍອມຮັບ.
ມີການວິພາກວິຈານ ຢ່າງກວ້າງຂວາງວ່າ ເຖິງທາງການລາວ ຈະໄດ້ມີ ມາດຕະການ ຕໍ່ບັນຫາ ຊາວຕ່າງປະເທດ ມາແຕ່ປີ2011, ທີ່ເປັນມະຕິ ຕົກລົງ ຂອງຣັຖບານ ກ່ຽວກັບທິດທາງ ແລະ ວິທີການ ແກ້ໄຂບັນຫາ ຊາວຕ່າງປະເທດ ທີ່ທຳມາຫາກິນ ດ້ວຽການຄ້າຂາຽ ແລະ ອອກແຮງງານ ຮັບຈ້າງຢູ່ ສປປລາວ, ສະບັບ ເລກທີ 03/ລບ, ລົງວັນທີ 16 ເດືອນ ມີນາ 2013 ລົງລາຽເຊັນ ຮັບຮອງໂດຽ ນາຍົກຣັຖມົນຕຼີ ທອງສິງ ທຳມະວົງ ແລ້ວກໍ່ຕາມ, ແຕ່ປະກົດວ່າ ບັນຫາຕ່າງໆ ຍິ່ງທະວີ ຄວາມຮຸນແຮງ ຂຶ້ນອັນເປັນສິ່ງທີ່ ຊາວລາວຫຼາຽ ຄົນເຊື່ອວ່າ ມາດຕະການ ດັ່ງກ່າວ ແມ່ນບໍ່ມີນ້ຳຢາ ແລະ ໃຊ້ການບໍ່ໄດ້ດີ ເທົ່າທີ່ຄວນ.