ຄົນງານລັກໄປເຮັດວຽກນອກ ປະເທດ ຈະຖືກ ປັບໃໝ
2017.10.17

ເຈົ້າຫນ້າທີ່ ແຂວງໄຊຍະບູຣີ ທ່ານນຶ່ງເວົ້າວ່າ ຄົນງານລາວ ທີ່ລັກລອບ ເຂົ້າປະເທດໄທ ໂດຍຜ່ານດ່ານ ທັມມະຊາດ ແລະ ບໍ່ມີເອກສານ ນັ້ນເມື່ອກັບຄືນມາ ສປປລາວ ຈະຖືກເອົາໄປອົບຮົມ ແນວຄິດໃຫມ່ ໃນຂນະທີ່ ຫຼາຍຄົນທີ່ໄປ ໂດຍມີໃບ ຜ່ານແດນ ແລະໄປໃນນາມ ນັກ ທ່ອງທ່ຽວແລ້ວລັກເຮັດວຽກນັ້ນ ກໍຈະຖືກປັບໃຫມ ເມື່ອກັບບ້ານ ເຊັ່ນກັນ ເນື່ອງຈາກບໍ່ ປະຕິບັດຕາມກົດຫມາຍ. ດັ່ງທ່ານກ່າວ ໃນມື້ວັນທີ 16 ຕຸລາ ນີ້ວ່າ:
"ອຳນາດປົກຄອງບ້ານຂະເຈົ້າມີລາຍຊື່ວ່າ ທ້າວກໍ ນາງຂໍ ຜູ້ນີ້ມັນໄປແຮງງານ ຢູ່ຕ່າງປະເທດ ວັນເດືອນປີເຂົ້າໄປ ຖືກຕ້ອງມັນກໍມີເອກສານ ຢັ້ງຢືນ ສ່ວນທີ່ລັກໄປແບບ ບໍ່ມີເອກສານ ການຈັດຕັ້ງງບ້ານ ບໍ່ຮູ້ນະ ກັບຄືນມາຈໄດ້ ໄປສືກສາອົບຮົມຫັ້ນແຫຼະ ສືກສາອົບຮົມ ການເມືອງ ແນວຄີດ ໄປດັດສ້າງວ່າຊັ້ນນໍ".
ທ່ານກ່າວຕື່ມວ່າ ໃນຣະຍະຜ່ານມາ ແຂວງໄຊຍະບູຣີ ເຈົ້າຫນ້າທີ່ ຂັ້ນເມືອງແລະຂັ້ນບ້ານ ກໍໄດ້ເອົາກຸ່ມ ດັ່ງກ່າວໄປອົບຮົມ ແນວຄິດແລ້ວ ຈຳນວນນຶ່ງ ແຕ່ກໍບໍ່ຫລາຍ ສ່ວນໃຫຍ່ຢູ່ ເມືອງປາກລາຍ ແລະເມືອງແກ່ນທ້າວ ໃກ້ກັບຊາຍແດນໄທ. ໃນການ ອົບຮົມນັ້ນ ຈະມີການຕັກ ເຕືອນ ບັນຫາ ທີ່ຈະເກີດຂຶ້ນກັບ ພວກຂະເຈົ້າ ນອກຈາກ ຈະຜິດກົດຫມາຍແລ້ວ ຍັງຈະຕົກເປັນເຫຍື່ອຂອງ ກຸ່ມຄ້າມະນຸດ ນຳອີກ ສ່ຽງຕໍ່ ການເອົາລັດເອົາປຽບ ແລະການທຳຮ້າຍ ຮ່າງກາຍ ຈາກນາຍຈ້າງ.
ເຈົ້າຫນ້າທີ່ ຍັງໄດ້ແນະນຳໃຫ້ພວກຂະເຈົ້າ ເຮັດຫນັງສືແບບຖືກຕ້ອງ ຖ້າຢາກໄປເຮັດວຽກ ຢູ່ຕ່າງປະເທດ ເພື່ອຄວາມປອດພັຍຂອງພວກ ຂະເຈົ້າ. ສຳລັບຜູ້ທີ່ໄປແບບມີ ຫນັງສືຜ່ານແດນ ທີ່ໄປແບບນັກທ່ອງທ່ຽວ ແລ້ວລັກເຮັດວຽກນັ້ນ ກໍຖືວ່າຜິດກົດໝາຍເຊັ່ນກັນ ຖ້າກັບບ້ານ ກໍຈະຖືກປັບໃຫມ. ດັ່ງເຈົ້າຫນ້າທີ່ ແຮງງານທ່ານນຶ່ງ ເວົ້າວ່າ:
"ຄັນຂະເຈົ້າໄປຖືກຕ້ອງຂະເຈົ້າຈະຜ່ານເມືອງ ຜ່ານຫຍັງໄປຫມົດ ຄັນວ່າໄປແບບບໍ່ຖືກຕ້ອງ ຂະເຈົ້າຈະໄປເຮັດ ພາສປອດ ເຮັດປາສປອດ ແລ້ວ ຂະເຈົ້າຈະໄປ ເລີຍຊີ້ນ່າ ແຕ່ວ່າເມື່ອເພີ່ນຮູ້ວ່າ ຜູ້ນີ້ໄປລັກ ເຮັດຫຍັງຢູ່ ຕ່າງປະເທດ 2 ປີ 3 ປີ ກັບຄືນມາ ກໍຖືກທາງເມືອງ ເພີ່ນ ກໍໄດ້ປັບຄືກັນ ຕົວນີ້ລ້ານປາຍສອງລ້ານ ກີບນີ້ແຫລະ".
ໃນປັດຈຸບັນ ຊາວຫນຸ່ມຍິງສາວລາວ ຍັງລັກໄປເຮັດວຽກ ໃນຕ່າງປະເທດ ຫລາຍຢູ່ຍ້ອນ ຄວາມທຸກຍາກ ໃນລາວ ບາງຄົນກໍໄປ ແບບນັກ ທ່ອງທ່ຽວ ແລ້ວຊອກຫາວຽກເຮັດ ແລະ ຫລາຍຄົນ ກໍໄປແບບຖືກຕ້ອງ ສຳລັບແມ່ຍິງນັ້ນ ບາງລາຍກໍໄປເຮັດວຽກ ຢູ່ຮ້ານກິນດື່ມ ຫລື ໃນ ສະຖານທີ່ ບັນເທີງຕ່າງໆ ໃນໄທ.