ແຮງງານລາວ ສົນໃຈໄປເຮັດວຽກ ຢູ່ຢີ່ປຸ່ນຍ້ອນຄ່າແຮງງານສູງ

ນີ້ເປັນພຽງຮູບປະກອບ ເຊິ່ງແມ່ນບັນຍາກາດ ພາຍໃນງານຕະຫລາດນັດພົບແຮງງານ ປີ 2022 ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ບ້ານໜອງໄຮ (TS), ເດືອນພະຈິກ ປີ 2022.
ນີ້ເປັນພຽງຮູບປະກອບ ເຊິ່ງແມ່ນບັນຍາກາດ ພາຍໃນງານຕະຫລາດນັດພົບແຮງງານ ປີ 2022 ທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ບ້ານໜອງໄຮ (TS), ເດືອນພະຈິກ ປີ 2022. (RFA)

0:00 / 0:00

ໃນຮອບສອງປີມານີ້, ມີແຮງງານລາວໃນຫຼາຍແຂວງສົນໃຈເດີນທາງໄປເຮັດວຽກຢູ່ປະເທດຢີ່ປຸ່ນເພີ່ມຂຶ້ນ. ຍອ້ນຄ່າຈ້າງແຮງງານພາຍໃນປະເທດຕົກຕໍ່າເຮັດໃຫ້ຄົນງານເຫຼືອເງິນບໍ່ພໍກຸ້ມກິນ. ດັ່ງຊາວໜຸ່ມລາວທີ່ເຮັດວຽກເປັນກຳມະກອນຢູ່ແຂວງຊຽງຂວາງທີ່ສົນໃຈເດີນທາງໄປເຮັດວຽກຢູ່ຢີ່ນປຸ່ນກ່າວຕໍ່ວິທະຍຸເອເຊັຽເສຣີໃນວັນທີ 25 ຕຸລາ 2024 ນີ້ວ່າ.

"ລາຍໄດ້ຢູ່ລາວນີ້ມັນບໍ່ກຸ້ມກິນ, ບາງອາຊີບນີ້ເຂົາກໍ່ເຮັດວຽກຢູ່ອັນຕາມໄຮ່ຕາມນານີ້ເຂົາກໍ່ບໍ່ໄດ້ເສັຍເງິນຫຼາຍເນາະ. ກຳມະກອນກໍ່ບໍ່ປານໃດເດ້, ລາຍໄດ້ບໍ່ຢາກກຸ້ມປານໃດເດ, ກໍ່ຢາກໄປຢູ່ແຕ່ວ່າເຫັນເຂົາປະກາດນີ້ເບິ່ງຄືເງົິນຫຼາຍເຄີຍມີຄົນຮູ້ຈັກໄປມາຢູ່ແລ້ວແຕ່ວ່າໄປອີກລະ ."

ສຳລັບສາເຫດທີ່ເຮັດໃຫ້ຄົນງານລາວສົນໃຈເດີນທາງໄປເຮັດວຽກຢູ່ຢີ່ປຸ່ນຍ້ອນໄດ້ຄ່າຈ້າງຂັ້ນຕໍ່າປປະມານ 23 ລ້ານກີບຕໍ່ເດືອນ. ຂະນະທີ່ການເຮັດວຽກຢູ່ລາວສ່ວນຫຼາຍແຮງງານຈະໄດ້ຮັບເງິນເດືອນປະມານ 3-4ລ້ານກີບຕໍ່ເດືອນ. ດັ່ງເຈົ້າໜາທີ່ພະແນກຈັດຫາງານຢູ່ແຂວງພາກເໜືອກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນວ່າ.

"ສໍາພາດແລ້ວກໍ່ກວດສຸຂະພາບແລ້ວຈຶ່ງເຂົ້າສູນ, ເຂົ້າສູນແລ້ວຈຶ່ງໄດ້ຮຽນອີກແລ້ວກໍຈະໄດ້ເສັງອີກແບບນີ້ຫັ້ນນ່າ. ແລ້ວພໍດີເຮົາໄປແບບໄລຍະຍາວເນາະມັນ 3 ຫາ 5 ປີແລ້ວນີ້ຫັ້ນນ່າ. ຖ້າເຮົາໄປເກົາຫຼີມັນຈະງ່າຍກ່ອນນ່າໄປແບບ 5 ເດືອນກໍ່ໄດ້ກັບມາແລ້ວ. ແຕ່ເຮັດວຽກຢູ່ລາວເຮົາກໍ່ມັນຂ້ອນຂ້າງສະພາບເສດຖະກິດປັດຈຸບັນນີ້ເນາະກໍ່ຄືຮູ້ກັນຫັ້ນແຫຼະເນາະ ."

ທ່ານກ່າວຕື່ມວ່າ, ເຖິງແມ່ນວ່າປະເທດລາວຈະເຮັດ MOU ໃນການຈັດສົ່ງແຮງງານໄປເຮັດວຽກຢູ່ໄທ, ເກົາຫຼີໃຕ້ ແລະ ຢີ່ປຸ່ນຢ່າງເປັນທາງການແລ້ວ. ແຕ່ແຮງງານລາວສ່ວນຫຼາຍກໍ່ຍັງມັກເດີນທາງໄປໄທຫຼາຍກ່ວາຍ້ອນຄ່າໃຊ້ຈ່າຍຖືກກ່ວາ, ແລະກໍ່ ເດີນທາງໄປເກົາຫຼີໃຕ້ຫຼາຍກ່ວາຍ້ອນມີເງື່ອນໄຂການຮັບຜູ້ສະມັກໜ້ອຍກ່ອນ. ສາເຫດທີ່ໄປຊອກເຮັດວຽກຢູ່ຕ່າງປະເທດຍ້ອນສະພາບເສດຖະກິດຂອງລາວພົບກັບຄວາມຫຍຸ້ງຍາກ. ໃນນັ້ນມີທັງໄປແບບຖືກກົດໝາຍແລະຜິດກົດໝາຍ. ດັ່ງແຮງງານລາວທີ່ສົນໃຈເດີນທາງໄປເຮັດວຽກຢູ່ຢີ່ປຸ່ນກ່າວວ່າ.

“ມີຫຼັກໆ ກໍ່ຈະເປັນພວກກະເສດ, ຕໍ່ມາກໍ່ຈະເປັນໂຮງງານ, ຕໍ່ມາກໍ່ຈະເປັນກໍ່ສ້າງແຕ່ສ່ວນຫຼາຍກໍຈະເປັນໜ້າວຽກ 20 ປາຍລ້ານ. ແມ່ນໆ ນອກຈາກບາງຄົນງົບໜ້ອຍອີ່ຫຍັງເຂົາເຈົ້າກໍ່ໄປໄທ, ບາງຄົນກໍ່ງົບອ່າວມີຫຼືວ່າຕັ້ງໃຈຢາກໄປຫາເງິນອີ່ຫຼີຊິນ່າຂະເຈົ້າກໍ່ມາສະມັກເຂົ້າໄປຢີ່ປຸ່ນ.”

ສຳລັບຜູ້ທີ່ຈະເດີນທາງໄປເຮັດວຽກຢູ່ຢີ່ປຸ່ນໄດ້ຈະຕ້ອງມີເງື່ອນໄຂທີ່ທາງປະເທດຢີ່ປຸ່ນກຳນົດຄົບຖ້ວນທັງນີ້ຖ້າຫາກໄດ້ຮັບການຄັດເລືອກແລ້ວລຳດັບຕໍ່ໄປຈະຕ້ອງຮຽນພາສາຢີ່ປຸ່ນຂັ້ນພື້ນຖານເພື່ອໃຫ້ສາມາດສື່ສານໄດ້.ດັ່ງພະນັກງານບໍລິສັດຈັດຫາງານສົ່ງແຮງງານໄປຢີ່ປຸ່ນກ່າວວ່າ.

“ໂດຍຈະຮຽນເປັນພື້ນຖານເລີຍເຈົ້າ, ຈະບໍ່ໄດ້ຍາກເນາະເວລາໄປຮອດພຸ້ນແລ້ວກໍ່ສື່ສານໄດ້, ເງິນເດືອນແມ່ນມັນກໍ່ຂຶ້ນຢູ່ກັບແຕ່ລະໜ້າວຽກເດີ້ເຈົ້າ, ມັນຈະບໍ່ຄືກັນເດີ້ເຈົ້າຂັ້ນຕໍ່າສູດກໍ່ຈະປະມານ 150,000 ເຢັນ. ຖ້າວ່າເປັນເງິນກີບກໍ່ປະມານ 20 ລ້ານກີບເນາະ, ປັດຈຸບັນນີ້ຄົນລາວກໍ່ແມ່ນສົນໃຈຫຼາຍເດີ້ເຈົ້າ.”

ນາງກ່າວຕື່ມວ່າສຳລັບແຮງງານລາວທີ່ເດີນທາງໄປເຮັດວຽກຢູ່ຢີ່ປຸ່ນເງິນເດືອນຂັ້ນພື້ນຖານທີ່ຈະໄດ້ຮັບຈະບໍ່ລວມເງິນລ່ວງເວລາ ແລະ ເງິນຂະຫຍັນ. ສະນັ້ນຈຶ່ງຖືວ່າເປັນລາຍໄດ້ທີ່ສູງເມື່ອທຽບໃສ່ການເຮັດວຽກຢູ່ລາວ.

ສະພາແຫ່ງຊາດລາຍງານເມື່ອເດືອນເມສາ 2024 ວ່ານັບແຕ່ປີ 2024 ຫາ 2029 ປະເທດຢີ່ປຸ່ນຕ້ອງການແຮງງານຕ່າງປະເທດມີທັກສະສູງ 800,000 ຄົນເປັນຕົ້ນຂະແໜງການຂົນສົ່ງທາງບົກ, ທາງລົດໄຟ, ປ່າໄມ້ ແລະ ອຸດສາຫະກຳ.

ທ່ານ ບຸນສວນ ໄຊຍະສີນ ຫົວໜ້າພະແນກຈັດຫາງານໄປຕ່າງປະເທດ ກະຊວງແຮງງານແລະສະຫວັດດີການສັງຄົມໃຫ້ຮູ້ວ່າໃນລະຫວ່າງປີ 2022 ຫາເດືອນມີຖຸນາ 2023 ປະເທດລາວສາມາດຈັດສົ່ງແຮງງານໄປເຮັດວຽກຢູ່ປະເທດຢີ່ປຸ່ນໄດ້ທັງໝົດ 720 ຄົນໃນນີ້ເປັນເພດຍີງ 255 ຄົນ.

ທະນາຄານໂລກປະຈຳລາວໄດ້ລາຍງານເມື່ອວັນທີ 05 ກັນຍາ 2024 ມີບາງຕອນກ່າວເຖິງແຮງງານວ່າ ໃນຈຳນວນແຮງງານລາວທີ່ໄປເຮັດວຽກຢູ່ຕ່າງປະເທດນັ້ນເຫດຜົນຕົ້ນຕໍແມ່ນເພື່ອຊອກຫາຄ່າຈ້າງທີ່ສູງກ່ວາ, ໂອກາດຈ້າງງານທີ່ດີກ່ວາ. ເຊີ່ງແຮງງານທີ່ໃຫ້ເຫດຜົນດັ່ງກ່າວແມ່ນເພີ່ມຂຶ້ນຈາກ 73% ໃນປີ 2023 ມາເປັນ 93% ໃນປີ 2024 ແລະ ສັດສ່ວນດັ່ງກ່າວໄດ້ເພີ່ມຂຶ້ນຈາກ 88% ເປັນ 99% ໃນຄອບຄົວທີ່ມີລາຍໄດ້ຕໍ່າ.

ທະນາຄານໂລກໄດ້ລະບຸເຖິງຄ່າແຮງງານໃນລາວວ່າ, ຈາກສະພາບອັດຕາເງິນເຟີ້ທີ່ສູງ, ການອ່ອນຄ່າຂອງເງິນກີບແລະຄ່າຈ້າງງານທີ່ເພີ່ມຂຶ້ນພຽງເຫຼັກນ້ອຍຍັງສືບຕໍ່ເປັນປັດໄຈຊຸກຍູ້ໃຫ້ປະຊາຊົນຫັນມາເຮັດອາຊີບທີ່ໃຫ້ຜົນຕອບແທນສູງຂຶ້ນ, ແຮງງານຫຼາຍຄົນໄດ້ຫັນປ່ຽນຈາກເຮັດວຽກຂະແໜງບໍລິການໄປເຮັດວຽກກະສິກຳແລະການຜະລິດ. ແຮງງານມີການຫັນຈາກການເປັນລູກຈ້າງຫຼືການເຮັດວຽກຄອບຄົວທີ່ບໍ່ໄດ້ຄ່າຈ້າງມາເຮັດອາຊີບອິດສະລະ. ໃນຂະນະດຽວກັນກຳລັງແຮງງານທີ່ເປັນແມ່ຍີງເພີ່ມຂຶ້ນ.