ຊາວລາວບໍ່ໝັ້ນໃຈ ຣັຖ ຈະປາບ ການສໍ້ຣາສ

ມະນີຈັນ
2017.04.24
f-gov ສໍານັກງານ ນາຍົກຣັຖມົນຕຣີ ທີ່ ນະຄອນຫຼວງວຽງຈັນ
screen captured you tube video

ຊາວລາວຫລາຍຄົນເວົ້າວ່າ ພວກຕົນບໍ່ເຊື່ອວ່າການຈັດຕັ້ງປະຕິບັດ ຄໍາສັ່ງຂອງນາຍົກຣັຖມົນຕຣີ ໃນການກໍາຈັດ ການສໍ້ຣາສບັງຫລວງ ແຕ່ ສູນກາງຮອດທ້ອງຖິ່ນ ຈະປະສົບຄວາມສໍາເຣັດໄດ້ ຍ້ອນຫນ່ວຍງານຕ່າງໆ ຂອງທາງການລາວຈະບໍ່ປະຕິບັດ ໜ້າທີ່ຂອງຕົນ ຢ່າງເອົາຈິງ ເອົາຈັງ, ການສໍ້ໂກງ ແລະການຊື້ຈ້າງກັນ ຍັງມີຢູ່ຫລວງຫລາຍ ຢູ່ໃນວົງການຂອງ ພັກແລະຣັຖ. ດັ່ງ ນາຍຄູຣ ຢູ່ເມືອງນໍ້າບາກ ແຂວງ ຫລວງພຣະບາງ ໄດ້ກ່າວ:

"ຍາກຢູ່ຕີ້ຄັນສິແກ້ນັ້ນ ຄັນເຮັດໄດ້ກໍດີ ຄັນເຂົາສິເຮັດແທ້ກ່າໄດ້ ຄັນເຂົາເຮັດມະລໍາມະກອຍກ່າຄືເກົ່າ, ຍາກຢູ່ບ່ອນວ່າເຂົາສິບໍ່ເຮັດຫັ້ນໂອ໋ ຂນາດຢູ່ເມືອງ ຕູຂ້ອຍນ້ອຍໆ ກ່າຍັງເປັນແນວນັ້ນຢູ່ແລ້ວ ຂະຫຍອນ ຢູ່ບ່ອນໃຫ່ຽບ່ອນໂຕ ກ່າແຮງຮ້າຍລະບໍ໋".

ເມື່ອບໍ່ນານມານີ້ ທ່ານ ພັນຄໍາ ວິພາວັນ ຜູ້ປະຈໍາການຄນະເລຂາທິການ ພັກປະຊາຊົນ ປະຕິວັດລາວ, ຮອງປະທານປະເທດ ກ່າວເນັ້ນວ່າ ຫົວໜ້າຫນ່ວຍງານຂອງ ພັກແລະຣັຖ ທຸກຂັ້ນ ຈະຕ້ອງຮັບຜິດຊອບ ແກ້ໄຂການທຸຈຣິດ ໃນຫນ່ວຍງານຂອງຕົນ ຫາກແກ້ໄຂບໍ່ໄດ້ກໍຈະຖືກ ພິຈາຣະນາ ປົດອອກຈາກຕໍາແຫນ່ງ.

ການທຸຈຣິດ, ການສໍ້ຣາສບັງຫລວງ ເກີດມີຂຶ້ນໃນທຸກຂແນງການ ໃນກົງຈັກການຈັດຕັ້ງ ຂອງພັກແລະຣັຖ. ເວົ້າສະເພາະ ຢູ່ເມືອງຮ່ອນ ແຂວງໄຊຍະບູລີ ກໍມີບັນຫາ ເຣຶ່ອງການຊື້ຈ້າງ ທັງຢູ່ໃນລະບົບ ການບັນຈຸເຂົ້າເປັນ ພະນັກງານຣັຖ. ພະນັກງານ ອາສາສມັກ ທີ່ເຮັດວຽກ ແບບບໍ່ໄດ້ເງິນເດືອນ ເພື່ອລໍຖ້າໂຄຕາບັນຈຸ ເຂົ້າເປັນຣັຖກອນມາໄດ້ 3 ປີແລ້ວ ແຕ່ບໍ່ຖືກບັນຈຸເຂົ້າ ເວົ້າວ່າລະຍະນີ້ ກະມີການປ່ຽນແປງ ຫລາຍຢູ່ ແຕ່ສະພາບ ຢູ່ທາງເມືອງຮ່ອນ ກໍຍັງຄືເກົ່າ:

"ບໍ່ຮູ້ວ່າເຂົາຈັດການກັນຢ່າງໃດ ໂດຍສະເພາະ ຢູ່ແຂວງໄຊຍະບູລີນີ້ ເຂົາຈັດການແບ່ງໂຕເລກ ຣັຖກອນແບບໃດ. ຢູ່ເມືອງອື່ນ ແຂວງອື່ນ ເຂົາກ່າຄືວ່າໄດ້ ກັນໝົດແລ້ວໃດ໋ ລຸ້ນນ້ອງເຂົາມາບໍ່ຮອດປີ ເຂົາກ່າໄດ້ກັນໝົດ ບາດເຮົາຢູ່ໄດ້ 3 ປີແລ້ວ ກ່າບໍ່ໄດ້. ວ່າງແລ້ວນີ້ກ່າມີບັນຫາ ໝູ່ຜູ້ນຶ່ງຢູ່ 5 ປີ ບໍ່ໄດ້ໂຕເລກຣັຖກອນ ແລ້ວກ່າຜູ້ຈົບມາໄດ້ແຕ່ປີນຶ່ງ ກ່າໄດ້ໂຕເລກຣັຖກອນ".

ວິທຍຸເອເຊັຽເສຣີ ໄດ້ຖາມຫຼາຍໆຄົນ ຫຼາຍອາຊີພຢູ່ລາວ ແລະຮູ້ວ່າພວກເຂົາເຈົ້າ ເຫັນດີນໍາມາດຕະການ ທີ່ທາງການລາວ ວາງອອກນັ້ນ. ແຕ່ພວກເຂົາເຈົ້າ ກໍເວົ້າໃນລັກສນະ ຄ້າຍຄືກັນວ່າ ບັນຫາດັ່ງກ່າວ ຍາກທີ່ຈະແກ້ໄຂໄດ້ ຍ້ອນວ່າ ທີ່ຜ່ານມາ ກໍມີຫຼາຍ ມະຕິຄຳສັ່ງ ແລະ ມີທັງກົດໝາຍ ວ່າດ້ວຍການຕ້ານ ການສໍ້ຣາສບັງຫລວງ ທີ່ກຳນົດມາດຕະການ ສະກັດກັ້ນ ແລະປາບປາມ ການທຸຈຣິດ, ການສ້ຳຣາສ ບັງຫລວງ ໃຫ້ໝົດໄປ ແຕ່ກໍຍັງປະຕິບັດບໍ່ໄດ້ ພໍເທົ່າໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.