ຄົນງານລາວ ມີໂອກາດໄປເຮັດວຽກ ຢູ່ອອສເຕຣເລັຽ

0:00 / 0:00

ຄົນ​ງານ​ລາວອາ​ຍຸລະ​ຫວ່າງ 20-50 ປີ ທີ່​ມີ​ທັກ​ສະ​ສີ​ມື​ແຮ​ງງານ​ໜ້ອຍ ຈະ​ມີ​ໂອ​ກາດ​ໄດ້​ໄປ​ເຮັດ​ວຽກໃນ​ຂ​ແນງ​ການ ​ກະ​ສິ​ກັມແບບ​ທັນ​ສ​ໄມ ຢູ່ປະ​ເທດອອ​ສ​ເຕຣ​ເລັຽ ຢ່າງ​ຖືກ​ກົດ​ໝາຍ, ແຕ່ທາງ​ການ​ລາວ ແລະ ອອ​ສ​ເຕຣເລັຽຍັງ​ບໍ່​ທັນ​ໄດ້ເຊັນ MOU ກັນ. ເຖິງວ່າ ລາວ​ຈະ​ເປັນ​ປະ​ເທດ​ກະ​ສິ​ກັມ ແລະ ຄົນ​ລາວມີ​ຄວາມ​ຄຸ້ນ​ເຄີຍ​ ກັ​ບການ​ເຮັດ​ກະ​ສິ​ກັມ​ ແບບ​ພື້ນ​ບ້ານ, ແຕ່ຖ້າ​ຄົນ​ງານ​ລາວ​ຈະ​ໄປ​ເຮັດ​ວຽກ​ ໃນ​ຂ​ແນງ​ການ​ກະ​ສິ​ກັມ​ແບບ​ທັນ​ສ​ໄມ ຢູ່​ປະ​ເທດອອ​ສ​ເຕຣ​ເລັຽ ເຂົາ​ເຈົ້າ​ຕ້ອງ​ໄດ້​ຮັບ​ການ​ຝຶກ​ອົບ​ຮົມ.

ເຈົ້າ​ໜ້າ​ທີ່​ຜ​ແນກ​ຈັດ​ຫາ​ງານ ຢູ່​ແຂວງ​ພາກ​ໃຕ້​ຂອງ​ລ​າວ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ສຽງ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 18 ເມ​ສາ ວ່າ:

" ສ່ວນ ​ຫຼາຍ​ກໍ​ມີ​ແຕ່​ວ່າ ເພິ່ນ​ປະ​ກາດ​ເອົາ ແລ້ວ​ເພິ່ນ​ຝຶກ​ເອົາ​ຫັ້ນ​ແຫຼະ. ອາ! ຄື​ໄປ​ຍີ່​ປຸ່ນ​ຈັ່ງ​ຊີ້​ເນາະ ເພິ່ນ​ກໍ​ບໍ່​ໄດ້​ມີ​ສື​ມີ​ແຮງ​ງານ​ແນວ​ໃດໆ ເພິ່ນ​ຕ້ອງ​ການ ກໍ​ມີ​ແຕ່​ວ່າ ປະ​ກາດ​ວ່າ​ ຊິຮັບ​ສ​ມັກ​ເອົາ​ແລ້ວ​ກໍ​ເອົາ​ໄປ​ຝຶກ ເອົາ​ຢູ່​ພຸ້ນຈັ່ງ​ຊັ້ນຫັ້ນ​ລະ. ຝຶກ​ເອົາ, ມັນ​ເປັນ​ຈັ່ງ​ຊັ້ນ ກໍ​ຝຶກ​ເອົາ​ຂັ້ນ​ຕົ້ນພື້ນ​ຖານ​ເລັກໆ ນ້ອຍໆ ຝຶກ​ຢູ່​ພຸ້ນ."

ໄລ​ຍະ​ໂຄວິດ-19 ຣະ​ບາດ, ຄົນ​ລາວ​ຈຳ​ນວນ​ຫຼາຍ ຜູ້ທີ່ ບໍ່​ມີ​ວຽກ​ເຮັດ​ງານ​ທຳ ແລະ ຂາດ​ລາຍ​ໄດ້ ກໍ​ມີ​ຄວາມ​ຄາດ​ຫວັງຢາກ​ໄປ​ເຮັດ​ວຽກ​ ຢູ່​ປະ​ເທດອອ​ສ​ເຕຣ​ເລັຽ ຖ້າ​ວ່າທາງ​ການອອ​ສ​ເຕຣ​ເລັຽ ແລະ ທາງ​ການ​ລາວຮ່ວມ​ກັນ​ເຮັດ MOU.

ເຖິງວ່າ​ມັນ​ກໍ​ເປັນ​ໂອ​ກາດໃຫ້​ຄົນ​ລາວ ໄດ້​ໄປ​ເຮັດ​ວຽກ​ກໍ​ຕາມ ແຕ່ບັນ​ຫາ​ນຶ່ງ​ກໍ​ຄື ຄ່າ​ໃຊ້​ຈ່າຍ​ໃນ​ການ​ແລ່ນ​ເອກ​ສານ ກໍ​ຄົງ​ຈະ​ສ້າງ​ຄວາມ​ກັງ​ວົນ​ ໃຫ້​ແກ່​ຜູ້​ທີ່​ຕ້ອງ​ການ​ຈະ​ໄປ.

ຊາວ​ລາວ​ທ່ານ​ນຶ່ງ ຜູ້​ທີ່​ສົນ​ໃຈໄປ​ເຮັກ​ວຽກ​ຢູ່​ຕ່າງ​ປະ​ເທດ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 18 ເມ​ສາ ວ່າ:

" ຄິດ ​ວ່າ ມັນ​ໜ້າ​ຈະ​ໂອ​ເຄກວ່າ ເສ​ຖ​ກິ​ຈສຳ​ລັບ​ສ່ວນ​ໂຕ ວຽກ​ກະ​ສິ​ກັມກໍ​ ເຮັດ​ໃຫ້​ທຸກ​ອັນ​ຫັ້ນແຫຼະເຈົ້າ ຄັນ​ເງື່ອນ​ໄຂເໝາະ​ສົມ ກໍ​ໂອ​ເຄ ກໍ​ຊິ​ລອງ​ເບິ່ງ ກໍ​ກັງ​ວົນ​ຄື​ກັນ​ແທ້ ເພາະ​ວ່າ ກໍ​ຊິ​ແລ່ນ​ໄດ້ ກໍ​ຊິ​ໝົດ​ຫຼາຍ​ເຕີບ​ຢູ່."

ທາງ​ກາ​ນ​ລາວ ແລະ ອອ​ສ​ເຕຣ​ເລັຽ ຍັງ​ບໍ່​ທັນ​ໄດ້​ກຳ​ນົດ​ຄ່າ​ໃຊ້​ຈ່າຍ ໃນ​ການ​ດຳ​ເນີນ​ການ​ຕ່າງໆ ອອກ​ມາ ແລະ ຕ້ອງ​ລໍ​ຖ້າ ທາງ​ການ​ອອ​ສ​ເຕຣ​ເລັຽ ອອກ​ຂໍ້​ກຳ​ນົດ​ທີ່​ເປັນ​ມາ​ຕ​ຖານ​ອອກ​ມາກ່ອນ ຈຶ່ງ​ຈະ​ສາ​ມາດ​ຮູ້​ໄດ້.

ພະ​ນັກ​ງານ​ຂອງ​ບໍ​ຣິ​ສັດ ຈັດ​ຫາ​ຄົນ​ງານ​ລາວ ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

"ໂຕນີ້ຫັ້ນ​ນ່າ ກໍ​ຂ້ອນ​ຂ້າງ​ຍາກ​ຫັ້ນ​ນ່າ ເອກ​ສານ​ທຸກ​ຢ່າງ​ຫັ້ນ​ນ່າ ມັນ​ຈະ​ເປັນ​ເຣື່ອງ​ການ​ຄຸ້ມ​ຄອງ​ຄົນ ມັນ​ຈະ​ຂຶ້ນ​ກັບ​ກະ​ຊວງ​ແຮງ​ງານ​ທັງ​ນັ້ນ ທຸກໆປະ​ເທດ​ເລີຍ ທີ່​ຈະ​ສົ່ງ​ອອກ​ໄປ​ຕ່າງ​ປະ​ເທດ. ເອີ! ຍັງ​ໃຫ້​ຄຳ​ຕອບ​ບໍ​ທັນ​ໄດ້ນ່າ ເຮົາ​ກໍ​ພະ​ຍາ​ຍາມ​ຖ້າ ທາງ​ອົດ​ສະ​ຕ​າ​ລີ ເພິ່ນ​ຈະ​ສົ່ງ Criteria ມາ​ໃຫ້​ພວກ​ເຮົາ​ກ່ອນ ໂຕ​ຢ່າງວ່າ ອັນ​ນ່າ ທີ່​ພັກ​ບໍ່ ໂຕ​ຢ່າງ​ຄ່າ​ອາ​ຫານບໍ່ ອີ່​ຫຍັງ​ຈັ່ງ​ໄດ໋ ກໍ​ຈະ​ສິ​ສາ​ມາດ​ເວົ້າ​ໄດ້​ວ່າ ຄ່າ​ໃຊ້​ຈ່າຍ​ມັນ​ຊິ​ຖືກ​ກ່ອນ."

ທີ່​ຜ່ານ​ມາ ການ​ເຄື່ອນ​ຍ້າຍ​ແຮງ​ງານ​ພາຍ​ໃນ​ລາວ ມີ​ທັງ​ການ​ເຄື່ອນ​ຍ້າຍຈາກ​ຊົນ​ບົດ​ເຂົ້າ​ມາ​ໂຕ​ເມືອງ ແລະ ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ ທັງ​ມີ​ເອກ​ສານ ແລະ ບໍ່​ມີ​ເອກ​ສານ​ການ​ເຮັດ​ວຽກ. ອີງ​ຕາມ​ຂໍ້​ມູນ​ຈາກ​ທາງ​ການ​ລາວ, ຄົນ​ງານ​ລາວ​ທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ ແບບ​ມີ​ເອກ​ສານ ຫຼື Work Permit ຢູ່​ປະ​ເທດ ໄທ​ຍ, ເກົາ​ຫຼີ ແລະ ຍີ່​ປຸ່ນ ມີ​ຈຳ​ນວນປະ​ມານ 200,000 ຄົນ ສ່ວນ​ວ່າ ຄົນ​ງານ​ລາວ​ທີ່​ເຮັດ​ວຽກ​ແບບບໍ່​ມີ​ເອກ​ສານ ສ່ວນ​ຫຼາຍ​ ແມ່ນ​ຢູ່​ປະ​ເທດ​ໄທ​ຍ.

ປັດ​ຈຸ​ບັນ ທາງ​ການ​ລາວ ແລະ ອອ​ສ​ເຕຣ​ເລັຽ ຍັງ​ບໍ່​ທັນ​ໄດ້​ເຮັດ MOU ຮ່ວມ​ກັນ ຢ່າງ​ເປັນ​ທາງ​ການ ຍ້ອນ​ວ່າ ຂຶ້ນ​ຢູ່​ກັບ​ເງື່ອນ​ໄຂຄວາມ​ຕ້ອງ​ການ​ແຮງ​ງານ​ ຂອງ​ປະ​ເທດອອ​ສ​ເຕຣ​ເລັຽເປັນ​ຫຼັກ, ແຕ່​ຢູ່​ໃນ​ປະ​​ເທດ​ອາ​ຊ້ຽນ ມີ​ແຕ່​ປະ​ເທດ​ວຽດ​ນາມ​ເທົ່າ​ນັ້ນ ທີ່​ໄດ້​ຮັບ​ອະ​ນຸມັດ​ໃຫ້​ສົ່ງ​ຄົນ​ງານ​ ໄປປະ​ເທດອອ​ສ​ເຕຣ​ເລັຽ ພາຍ​ໃນ​ປີ 2022.

ເຈົ້າ​ໜ້າ​ທີ່​ພັ​ທ​ນາ​ສີ​ມີ​ແຮງ​ງານ ແລະ ການ​ຈັດ​ຫາ​ງານ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ຕຳ​ແໜ່ງ ໄດ້​ກ່າວ​ວ່າ:

" ອໍ ! ຍັງ​ບໍ່​ທັນ​ເທື່ອ​ເນາະ ເພາະ​ວ່າ ດຽວນີ້ ລາວ​ເຮົາ​ຍັງ​ລໍ​ຖ້າ​ການ​ອະ​ນຸ​ມັດ ກະ​ສິ​ກັມ​ໃຫ້​ປະ​ເທດ​ລາວ ເພາະ​ ທາງ​ການອົດ​ສະ​ຕາ​ລີ ຍັງ​ບໍ່​ທັນ​ອະ​ນຸ​ມັດ​ໃຫ້​ປະ​ເທດ​ລາວເທື່ອ​ວ່າ ຂັ້ນ​ຕອນ​ການ​ພິ​ຈາ​ຣະ​ນາຂອງ​ອັນ​ນ່າ ຣັ​ຖ​ບານ​ອົດ​ສະ​ຕາ​ລີ. ອາ​ຊ້ຽນ ເພິ່ນ​ອະ​ນຸ​ມັດ​ໃຫ້​ແຕ່​ວຽດ​ນາມ​ປີນີ້​ແຫຼ ປີ 2022 ນີ້​ແຫຼະ ແຕ່​ຍັງ​ບໍ​ທັນ​ຮູ້​ວ່າ ເປັນ​ໄລ​ຍະ​ເວ​ລາ​ໃດ. ອາ, ເພິ່ນ​ກໍ​ອະ​ນຸ​ມັດ​ເປັນ​ລາຍ​ປະ​ເທດ ອີງ​ຕາມ Demand ຄວາມ​ຕ້ອ​ງ​ການ​ແຮງ​ງານ ຂອງ​ອົດ​ສະ​ຕາ​ລີ ​ຫັ້ນ​ນ່າ."

ທ່ານ ກ່າວ​ຕື່ມ​ວ່າ ໄລ​ຍະ​ຜ່ານ​ມາ ທາງ​ການອອ​ສ​ເຕຣ​ເລັຽ ໄດ້​ເຮັດ MOU ຮ່ວມ​ກັບ​ວຽດ​ນາມ​ແລ້ວ ເພື່ອ​ສົ່ງ​ຄົນ​ງານ​ວຽດ​ນາມ 1,000 ຄົນ ໄປ​ເຮັດ​ວຽກ​ຢູ່ ອອ​ສ​ເຕຣ​ເລັຽ ໃນ​ໂຄງ​ການ​ກະ​ສິ​ກັມເປັນ​ຕົ້ນ ​ພືດ​ສວນ, ນົມ, ຂົນ​ສັດ, ທັນ​ຍາ​ພືດ, ການ​ປະ​ມົງ ແລະ ປ່າ​ໄມ້ ລວມ​ເຖິງ​ການ​ສ​ນັບ​ສ​ນູນ ແລະ ການ​ແປ​ຮູບ​ຂັ້ນ​ຕົ້ນ, ເຊິງ​ຄົນ​ງານ​ຈະ​ໄດ້​ຮັບ​ຄ່າ​ຈ້າງ​ຂັ້ນ​ຖື້ນ​ຖານ​ ແຕ່ 3,200-4,000 ໂດ​ລາຣ໌ອອ​ສ​ເຕຣ​ເລັຽ ຫຼື ປະ​ມານ 2,400-3,000 ໂດ​ລາຣ໌ສະ​ຫະ​ຣັ​ຖ ຕໍ່​ເດືອນ.

ກ່ຽວ​ກັບ​ເຣື່ອງນີ້, ວິທຍຸເອ​ເຊັຽ​ເສ​ຣີ ໄດ້​ຕິດ​ຕໍ່​ຫາ​ເຈົ້າ​ໜ້າ​ທີ່​ເຮັດ​ວຽກ ​ດ້ານ​ແຮງ​ງານ​ຂອງ​ສະ​ຖານ​ທູດອອ​ສ​ເຕຣ​ເລັຽ ປະ​ຈຳ​ປະ​ເທດ​ລາວ ເພື່ອ​ຖາມ​ລາຍ​ລະ​ອຽດ​ກ່ຽວ​ກັບ​ການ​ເຮັດ MOU ໃນ​ການ​ອະ​ນຸ​ຍາດ​ຄົນ​ງານ​ລາວ ​ໄປ​ເຮັດ​ວຽກ​ຢູ່​ປະ​ເທດອອ​ສ​ເຕຣ​ເລັຽ ແຕ່ບໍ່​ສາ​ມາດ​ຕິດ​ຕໍ່​ໄດ້.

ໃນ​ວັນ​ທີ 3 ທັນ​ວາ 2021, ຍາ​ນາງ ໃບ​ຄຳ​ ຂັດ​ຕິ​ຍະ ຣັ​ຖ​ມົນ​ຕ​ຣີ ກະ​ຊວງ​ແຮງ​ງານ ແລະ ສວັດ​ດີ​ການ​ສັງ​ຄົມ ໄດ້​ພົບ​ກັບ ທ່ານ ໂພ​ລ ແຄ​ລີ ທູດອອ​ສ​ເຕຣ​ເລັຽ ປະ​ຈຳ​ປະ​ເທດ​ລາວ ກ່ຽວ​ກັບ​ການ​ສົ່ງ​ອອ​ກ​ຄົນ​ງານ​ລາວ ໄປ​ເຮັດ​ວຽກ​ໃນ​ຂ​ແນງ​ກະ​ສິ​ກັມ ຢູ່ປະ​ເທດອອ​ສ​ເຕຣ​ເລັຽ ຍ້ອນ​ວ່າ ຣັ​ຖ​ບານອອ​ສ​ເຕຣ​ເລັຽ ປະ​ສົບ​ບັນ​ຫາ​ຂາດ​ແຄນແຮງ​ງານ ທີ່​ມີ​ສີ​ມື​ລະ​ດັບ​ກາງ ແລະ ຕ່ຳ ຈຳ​ນວນ​ຫຼາຍ ແລະ ຄາດ​ວ່າ ຈະ​ຂ​ຍາຍ​ໄປ​ໄປ​ສູ່​ຂ​ແນງ​ການ​ອື່ນໆ ເປັນ​ຕົ້ນ ການ​ປະ​ມົງ, ປ່າ​ໄມ້ ແລະ ການ​ປຸງ​ແຕ່ງ​ຊີ້ນ ເຊິ່ງ​ທາງ​ການອອ​ສ​ເຕຣ​ເລັຽ ມີ​ແຜນ​ຈະ​ເລີມ​ພິ​ຈາ​ຣະ​ນາ​ ນຳ​ເຂົ້າ​ຄົນ​ງານ​ຈາກ​ປະ​ເທດ​ລາວ ໃນ​ກາງ​ປີ 2022.