ຍັງມີຄົນລາວ ລັກຂ້າມໄປເຮັດວຽກ ຢູ່ໄທຍຫຼາຍໃນແຕ່ລະເດືອນ

ເຫດການ ເຈົ້າໜ້າທີ່ໄທຍ ຈັບຄົນລາວທີ່ລັກເຂົ້າໄປໄທຍ (ເຂົ້າເມືອງຜິດກົດໝາຍ) ເມື່ອເດືອນ ມົກກະຣາ ປີ 2022.
ເຫດການ ເຈົ້າໜ້າທີ່ໄທຍ ຈັບຄົນລາວທີ່ລັກເຂົ້າໄປໄທຍ (ເຂົ້າເມືອງຜິດກົດໝາຍ) ເມື່ອເດືອນ ມົກກະຣາ ປີ 2022. (RFA)

0:00 / 0:00

ແຂວງຈໍາປາສັກ ຍັງມີຄົນງານ ພາກັນລັກຂ້າມໄປເຮັດວຽກ ຢູ່ປະເທດໄທຍຫລາຍຢູ່ ຄືເດືອນນຶ່ງບໍ່ຕໍ່າກວ່າ 40-50 ຄົນ. ໃນນັ້ນ ສ່ວນໃຫຍ່ຈະລັກຂ້າມ ຊາຍແດນທາງບົກ ທີ່ເປັນຊ່ອງທາງທັມມະຊາດ ຜ່ານພູຜາປ່າໄມ້ ໃນເຂດເມືອງໂພນທອງ ຊຶ່ງໃນນັ້ນ ມີທັງຜູ້ຖືກຕົວະຍົວະ ທີ່ຕ້ອງໄດ້ເສັຍຄ່ານາຍໜ້າຄົນລະປະມານ 10 ພັນບາດ ແລະທັງລັກຂ້າມໄປເອງ ເພາະຮູ້ເສັ້ນທາງນັ້ນດີ ອີງຕາມຄໍາເວົ້າຂອງທ່ານ ສົມ ບຸດຕະກຸນ ຮອງເຈົ້າແຂວງແຂວງຈໍາປາສັກ ທີ່ວິທຍຸກະຈາຍສຽງແຫ່ງຊາດລາວ ຣາຍງານໃນມື້ວັນທີ 7 ເມສານີ້ ແລະເຈົ້າໜ້າທີ່ຕໍາຣວດ ຢູ່ແຂວງຈໍາປາສັກທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກໍກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 11 ເມສານີ້ວ່າ:

" ເຈົ້າໜ້າທີ່ ເຮົາກໍບໍ່ສາມາດເຮັດໄດ້ທຸກພາກສ່ວນ ກະສະກັດກັ້ນໄດ້ແຕ່ບາງພາກສ່ວນ ກະມີຜູ້ລັກລອບຄືເກົ່າແຫລະ ສ່ວນນຶ່ງທາງມັນຫລາຍ ທາງທັມມະຊາດນັ້ນ ໂຕນີ້ນີ໋ ກໍມີຄົນຕົວະຍົວະຫລອກລວງໄປ. ເສັຽເງິນ, ເສັຽຄໍາ ຂຶ້ນກັບບ່ອນທີ່ເຈົ້າຈະໄປ ຄ່າໃຊ້ຈ່າຍກະເປັນໝື່ນພຸ້ນນ່າຕໍ່ຄົນ, ແລ້ວເຂົາໄປເອງກະມີ ສ່ວນນຶ່ງເຂົາມີພີ່ມີນ້ອງໄປກ່ອນ ກະເອີ ຊວນກັນໄປ. "

ທ່ານກ່າວຕື່ມວ່າ ທາງການແຂວງຈໍາປາສັກ ກໍມີມາດຕການປ້ອງກັນຢ່າງເຂັ້ມງວດ ຕາມຊາຍແດນທີ່ຕິດກັບແຂວງອຸບົນ ໂດຍມີທະຫານ ແລະຕໍາຣວດ ຍ່າງລາຕເວນຕາມຊາຍແດນຢູ່ຕລອດ, ແຕ່ອາຈບໍ່ທົ່ວເຖິງ ແລະທາງທັມຊາດກໍມີຫລາຍທາງ. ຖ້າຫາກເຈົ້າໜ້າທີ່ ພົບຜູ້ລັກລອບຂ້າມໄປຝັ່ງໄທຍ ຕາມກົດໝາຍ ກໍຈະຖືກສຶກສາອົບຮົມ ແລະປັບໃໝ, ແຕ່ບໍ່ເຖິງຂັ້ນຕິດຄຸກ. ດັ່ງນັ້ນ ຈຶ່ງເຮັດໃຫ້ພວກເຂົາເຈົ້າບໍ່ຫລາບ ແລະໃນປີ 2022 ນີ້ ກໍຈັບນາຍໜ້າຄົນລາວໄດ້ 2-3 ຄົນ ແລະໄດ້ຕັດສິນລົງໂທດ ຈໍາຄຸກຢ່າງຕໍ່າ 3 ປີຕາມລະບຽບກົດໝາຍ.

" ຈັບໄດ້ຜູ້ລະເມີດ ທາງເຮົາກໍມີການປັບໃໝໃສ່ໂທດຄືກັນ ແຕ່ຫາກມັນບໍ່ໝົດເປັນ. ມັນກະມີຈັບນາຍໜ້າໄດ້ 2-3 ລາຍ. ຄົນລາວຕົວະກັນໄປ ຂາຍກັນໄປ ຈັບດໍາເນີນຄະດີ ແຕ່ພວກນີ້ຕັດສິນກໍ 3 ປີຂຶ້ນເມືອເດ໋ ຂຶ້ນກັບຜົນເສັຽຫາຍເຮັດມາຈັກຄັ້ງ. "

ທ່ານໄດ້ກ່າວເຖິງວິທີການແກ້ໄຂບັນຫາດັ່ງກ່າວ ໂດຍທີ່ທາງການແຂວງ ໃຫ້ຄົນລາວ ທີ່ຫວ່າງງານລົງທະບຽນຝຶກວິຊາຊີບ ເພື່ອທີ່ຈະຫາວຽກໄດ້ງ່າຍ, ແຕ່ມັນກໍມີຂໍ້ຫຍຸ້ງຍາກຫລາຍຢ່າງ ຮວມທັງສູນຝຶກອົບຮົມ ຍັງບໍ່ທັນທົ່ວເຖິງ ຈຶ່ງເຮັດໃຫ້ຫລາຍຄົນ ທີ່ເຄີຍໄປເຮັດວຽກຢູ່ໄທຍ ພາກັນດີ້ນຮົນໄປຕື່ມອີກ ໃນຂະນະທີ່ຢູ່ລາວ ມີວຽກງານເຮັດບໍ່ໝັ້ນຄົງ ແລະຄ່າແຮງງານຢູ່ໄທຍ ກໍຫລາຍກວ່າຢູ່ລາວຫລາຍ.

ສ່ວນເຈົ້າໜ້າທີ່ຕໍາຣວດ ຊ່ອງເມັກ-ວັງເຕົ່າ ແຂວງອຸບົນທ່ານນຶ່ງ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 11 ເມສານີ້ວ່າ ປັດຈຸບັນ ດ່ານຊ່ອງເມັກ-ວັງເຕົ່າ ຍັງບໍ່ໃຫ້ຄົນລາວ ເດີນທາງເຂົ້າມາປະເທດໄທຍໄດ້, ແຕ່ທາງດ່ານຈະໃຫ້ຄົນລາວ ທີ່ຢູ່ຝັ່ງໄທຍກັບບ້ານຕົນເອງໄດ້ ແລະຖ້າຫາກມີຜູ້ລັກລອບເຂົ້າມາ ເຈົ້າໜ້າທີ່ ຕໍາຣວດ ກວດຄົນເຂົ້າເມືອງ ກໍຈະເຮັດບົດບັນທຶກ ແລະສົ່ງກັບທັນທີ ໃນໄລຍະທີ່ໂຄວິດ-19 ຍັງຣະບາດຢູ່ນີ້.

ທ່ານກ່າວວ່າ:

" ດ່ານເຂົາຍັງບໍ່ເປີດ ຄືຄົນຕ່າງປະເທດເຂົ້າມາບໍ່ໄດ້ ແຕ່ວ່າຄົນລາວທີ່ຢູ່ໄທຍ ຖ້າກັບລາວນີ້ ເຂົາກໍກັບຢູ່ ແຕ່ວ່າລາວມາໄທຍບໍ່ໄດ້ . ເຂົ້າມາຕາມແນວຊາຍແດນກໍມີທຸກບ່ອນ ດໍາເນີນຄະດີຫລົບໜີເຂົ້າເມືອງ ສົ່ງໃຫ້ ຕມ ເຂົາກໍຄົງຜັກດັນກັບ. "

ກ່ຽວັບເຣື່ອງນີ້ ຄົນງານລາວຜູ້ນຶ່ງ ໃຫ້ຄວາມເຫັນວ່າ ສາເຫດທີ່ເຮັດໃຫ້ ຄົນງານລາວຫລາຍຄົນ ມັກລັກລອບເຂົ້າໄປເຮັດວຽກຢູ່ໄທຍ ກໍເນື່ອງຈາກວ່າ ຢູ່ລາວບໍ່ມີວຽກງານເຮັດ, ຄ່າຈ້າງກໍໜ້ອຍກວ່າຢູ່ໄທຍ, ການເຮັດເອກກະສານຖືກຕ້ອງ ກໍຫຍຸ້ງຍາກ, ຕ້ອງໄດ້ລໍຖ້າຫລາຍເດືອນ ໃນຂະນະທີ່ດ່ານສາກົນ ກໍຍັງບໍ່ເປີດເປັນປົກກະຕິເທື່ອ ແລະຖ້າຫາກຕ້ອງການຝຶກວິຊາຊີບ ກໍຕ້ອງໄດ້ເສັຍເງິນ ແລະບໍ່ຮູ້ວ່າຈະໄດ້ເຮັດວຽກ ຫລືບໍ່ ດັ່ງນັ້ນຫລາຍຄົນຈຶ່ງຈໍາເປັນ ຕ້ອງລັກໄປຫາວຽກເຮັດຢູ່ໄທຍ ໃນໄລຍະທີ່ເສຖກິດຫຍຸ້ງຍາກຫລາຍນີ້.

" ຍ້ອນເສຖກິດຫັ້ນແຫລະ ຢູ່ບ້ານເຮົາມັນກະຍາມນີ້ ບໍ່ຮູ້ຈະເຮັດຫຍັງແດ່ ດ່ານມັນກະບໍ່ເປີດ ແມ່ນຫຍັງມັນກໍຕ້ອງລັກລອບ ຄົນເຮົາມັນບໍ່ມີທີ່ ບໍ່ມີຫຍັງ ມັນກໍຕ້ອງລົງຫາງານຢູ່ໄທຍຫັ້ນແຫລະ ຄ່າແຮງງານຢູ່ໄທຍກໍສະຕາຣ໌ດຢູ່ທີ່ 500 ແມ່ນບໍ່ ເຮົາກໍເກັບໄດ້ມື້ລະແສນແລ້ວ ຢູ່ບ້ານເຮົາມັນກະ... ຄຸ້ມກວ່າ ສິໄປຝຶກວິຊາຊີບ ເຮົາຈະໄປສ້ອມຣົຖ ເຮົາກໍຕ້ອງໄປຈ້າງເຂົາອີກ. "

ຄົນງານລາວອີກຜູ້ນຶ່ງ ກໍເວົ້າໃນທຳນອງດຽວກັນນັ້ນວ່າ ສາເຫດທີ່ຍັງມີຄົນລາວ ລັກເຂົ້າໄປເຮັດວຽກຢູ່ໄທຍນີ້ ກໍຍ້ອນວ່າ ຢູ່ລາວບໍ່ມີວຽກເຮັດງານທຳ, ຖ້າຈະເຮັດເອກສານໃຫ້ຖືກຕ້ອງໄປ ກໍຫຍຸ້ງຍາກຫລາຍ.

" ມັນແບບການງານ ມັນກໍບໍ່ຄ່ອຍຫລາຍ ຄືຢູ່ປະເທດໄທຍ ...ຕອກດ່ານຂະເຂົ້າເຈົ້າ ກະບໍ່ໄດ້ເປີດ ມັນຍາກນໍາໂຕນີ້ ເຄີຍມາເຮັດວຽກຢູ່ໄທຍ ຢາກມາມັນກໍຕ້ອງຈໍາເປັນ. "

ແຂວງຈໍາປາສັກ ມີຫລາຍເມືອງ ທີ່ຕິດກັບແຂວງອຸບົນຂອງໄທຍ ຄືນອກຈາກເມືອງຈໍາປາສັກແລ້ວ ກໍຍັງມີເມືອງໂພນທອງ, ເມືອງຊະນະສົມບູນ, ເມືອງສຸຂຸມາ ແລະເມືອງມຸນລະປະໂມກ. ຈາກເມືອງເຫລົ່ານີ້ ມີຄົນງານລາວ ພະຍາຍາມຫລົບຫລີກ ເຈົ້າໜ້າທີ່ທາງການ ລັກຂ້າມໄປເຮັດວຽກຢູ່ ຝັ່ງໄທຫລາຍ ເຖິງແມ່ນວ່າຈະມີຕໍາຣວດ ແລະທະຫານຊາຍແດນ ກວດກາເຂັ້ມງວດຢູ່ກໍຕາມ. ບາງເທື່ອກໍຈັບໄດ້, ບາງເທື່ອກໍຈັບບໍ່ໄດ້ ຍ້ອນການກວດການັ້ນ ບໍ່ທົ່ວເຖິງ.