ຊາວລາວສົນເທການອອກຫວຍ ພັທນາ
2016.11.01
ປັຈຈຸບັນ ປະຊາຊົນ ສ່ວນຫຼາຍ ໝັ້ນໃຈວ່າ ການອອກຫວຍ ຂອງ ບໍຣິສັດ ຣັຖວິສາຫະກິດ ຫວຍພັທນາ ບໍ່ມີຄວາມ ໂປ່ງໃສ ບໍຣິສັດ ອາດມີການ ເລືອກເລກ ໃຫ້ອອກຕາມ ທີ່ຕ້ອງການ ຍ້ອນວ່າ ຫວຍ ທີ່ອອກນັ້ນ ມີແຕ່ເລກ ທີ່ຄົນຊື້ນ້ອຍ ທີ່ສຸດ. ດັ່ງຄົນລາວ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ວ່າ:
“ຜູ້ເປັນເຈົ້າຂອງຫວຍ ທີ່ເປັນບໍຣິສັດ ເອກກະຊົນ ຫັ້ນນະ ຂ້າພະເຈົ້າ ນີ້ ຕັ້ງຂໍ້ສັງເກດ ວ່າ ເຂົາເຈົ້າ ໜ້າຊິຮູ້ ວ່າເລກໃດ ທີ່ຄົນຊື້້ ຫຼາຍ ກ່ວາໝູ່ ແລ້ວເຂົາ ບໍ່ອອກຫັ້ນນະ ເພາະ ເວລາອອກ ແລ້ວ ມັນຈະອອກ ໂຕຄົນຊື້ ນ້ອຍທີ່ສຸດ”.
ປະຊາຊົນຜູ້ນີ້ ກ່າວຕໍ່ໄປວ່າ ສາເຫດ ທີ່ ຕົນເຊື່ອວ່າ ການອອກຫວຍ ມີການ ໂກງກັນ ກໍຍ້ອນວ່າ ປັຈຈຸບັນ ຣະບົບ ອອກຫວຍ ແບບ electronic ສາມາດ ເບິ່ງໄດ້ວ່າ ເລກໃດ ຄົນຊື້ນ້ອຍ ຊື້ຫຼາຍ ຈຶ່ງເຮັດໃຫ້ ຜູ້ອອກຫວຍ ສາມາດ ເລືອກໄດ້ວ່າ ຄວນອອກ ເລກໃດ ນອກຈາກນີ້ ກໍອາດມີການ ຖ່ວງນໍ້າຫນັກ ລູກບານ ນັ້ນ, ຊື່ງ ທີ່ຜ່ານມາ ກອງສລາກກິນແບ່ງ ຂອງໄທ ກໍເຄີຍສາທິດ ວິທີການ ແບບນີ້ ໃຫ້ເບິ່ງແລ້ວ.
ຢ່າງໃດກໍຕາມ ປັຈຈຸບັນ ເຣື້ອງ ໂກງຫວຍ ເປັນເຣື້ອງທີ່ ສ້າງຄວາມສົນໃຈ ແກ່ ປະຊາຊົນລາວ ຢ່າງຫຼວງຫຼາຍ ບໍ່ວ່າ ທາງສັງຄົມ ອອນລາຍ ກໍມີຜູ້ອອກ ຄວາມເຫັນວ່າ ມີການ ລອກ ເລກຫວຍ ແທ້. ຕໍ່ບັນຫານີ້ ທາງ ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ ໄປຍັງ ບໍຣິສັດ ຫວຍພັທນາ ເມື່ອວັນທີ 31 ຕຸລາ ແຕ່ ທາງເຈົ້າໜ້າທີ່ ໄດ້ປະຕິເສດ ອອກຄວາມເຫັນ. ປັຈຈຸບັນ ບໍຣິສັດ ຫວຍພັດທນາ ໄດ້ປະກາດ ແລ້ວວ່າ ຈະອອກ ຫວຍ ຫລຸດລົງ ເຫລືອ 2 ຄັ້ງຕໍ່ອາທິດ ຈາກ 3 ຄັ້ງ ຕໍ່ອາທິດ.