ອາກອນຊົມໃຊ້ສິນຄ້າແມ່ນ 10%

ມະນີຈັນ
2016.09.30
F-Immigration ການຂ້າມໄປມາ ຕາມຊາຍແດນ ລາວ-ໄທ ຫຼື ດ່ານກວດຄົນເຂົ້າເມືອງ ທີ່ແອອັດ
RFA/LX

ຊາວລາວ ພາກັນສັບສົນ ແລະ ບໍ່ເຫັນດີນໍາ ກະຊວງ ການເງິນ ທີ່ຈະເກັບ ອາກອນ ຊົມໃຊ້ເຖິງ 10 ເປີເຊັນ ຈາກຜູ້ຊື້ ສິນຄ້າ ຕາມ ດ່ານຊາຍແດນ ແລະ ສນາມບິນຕ່າງໆ, ໂດຍສະເພາະ ຕາມດ່ານ ຊາຍແດນ ລາວ-ໄທ, ສິນຄ້າ ໃນມູລຄ່າ ເກີນ 50 ໂດລາ ຫຼື 4 ແສນກີບ ຂຶ້ນໄປ ແມ່ນຕ້ອງ ເສັຽພາສີ ມູລຄ່າເພີ້ມ 10 ເປີເຊັນ. ທ່ານ ສົມດີ ດວງດີ, ຮອງ ນາຍົກຣັຖມົນຕຼີ ແລະ ຣັຖມົນຕຼີ ກະຊວງ ການເງິນ ຂອງລາວ ໄດ້ລົງນາມ ໃນຂໍ້ກຳນົດ ເມື່ອ ວັນທີ 30 ສິງຫາ 2016 ວ່າດ້ວຍການ ເກັບອາກອນ ມູລຄ່າເພີ້ມ ສຳລັບ ເຄື່ອງຂອງໃຊ້ ຕິດຕົວ ຜູ້ໂດຍສານ ໃນອັດຕຣາ 10 ເປີເຊັນ ຂອງມູລຄ່າ ສິນຄ້າ.

ຊາວລາວທ່ານນຶ່ງ ກ່າວຕໍ່ RFA ເມື່ອ ວັນທີ 27 ກັນຍາ 2016 ນີ້ ວ່າມັນຄົງເປັນ ເຣື້ອງທີ່ ບໍ່ຈຳເປັນ ທີ່ທາງການ ຈະມາເກັບ ພາສີ ນຳ ປະຊາຊົນລາວ ທີ່ຂ້າມ ໄປ-ມາ ເພື່ອຊື້ສິນຄ້າ ຈາກຝັ່ງໄທ ເພາະ ເປັນພຽງແຕ່ ເຄື່ອງໃຊ້ ສ່ວນຕົວ ເທົ່ານັ້ນ ແລະຍ້ອນສ່າ ສິນຄ້າ ຢູ່ໃນລາວ ແພງເກີນໄປ:

"ສ່ວນຂ້າພະເຈົ້ານີ້ ຄິດວ່າເຄື່ອງເລັກໆນ້ອຍໆ ທີ່ວ່າ ປະຊາຊົນ ເຮົາໄປຊື້ນີ້ ມັນບໍ່ຈຳເປັນ ຕ້ອງເກັບ ກະໄດ້ເນາະ ເພາະວ່າ ຂະເຈົ້າ ເອົາມາໃຊ້ ສ່ວນໂຕເດ. ຄັນເກັບ ມັນຕ້ອງເກັບ ຜູ້ທີ່ຈະເອົາມາ ຄ້າຂາຍພຸ້ນ ມັນກະຕ້ອງ ໄປເບິ່ງ ຣະບຽບການ ອີກເນາະ ເຂົາເອີ້ນວ່າ ມັນແກ້ໄຂເດ, ອັນນີ້".

ທ່ານກ່າວຕື່ມວ່າ ຜ່ານມາ ກໍ່ສັງເກດ ເຫັນມີ ພໍ່ຄ້າ-ແມ່ຄ້າ ຈຳນວນນຶ່ງ ຖືໂອກາດ ໃຊ້ ຊ່ອງຫວ່າງນີ້ ທຳມາຫາກິນ ຊຶ່ງຕໍ່ໄປ ຈະເຮັດ ບໍ່ໄດ້ອີກ:

"ເຮົາໄປຈຳກັດ ຮັດແຄບຫຼາຍ ກະເຮັດໃຫ້ ແມ່ຄ້າຈຳນວນນຶ່ງ ມັນກະໄດ້ຮັບ ຜົລກະທົບ ແທ້ ຂະເຈົ້າ ກະຫາກິນ ແນວນີ້ ນຳສູ່ມື້ເດ, ແມ່ນບໍ່ລະ? ລະມາຕັດ ຊ່ອງທາງ ຫາກິນ ຂອງຂະເຈົ້າ ລະເຂົາ ຊິໄປ ເຮັດຫຍັງ ລະບາດນີ້, ຢ້ານແຕ່ວ່າ ໄປເຮັດເຖື່ອນ ກ່ອນເກົ່າ ຫັ້ນຕີ໋, ມັນແຮ່ງຊິ ມີບັນຫາ".

ຊາວລາວ ອີກທ່ານນຶ່ງ ກໍ່ໃຫ້ທັສນະວ່າ ເປັນຫ່ວງນໍາ ການເພີ້ມ ຂັ້ນຕອນ ໃນການເກັບ ພາສີນີ້ ຊຶ່ງມັນຍິ່ງ ຈະເຮັດໃຫ້ ການສັນຈອນ ຂ້າມຂົວ ຕາມດ່ານ ຊາຍແດນ ນັບມື້ນັບ ແອອັດ ຂຶ້ນຫຼາຍອີກ:

"ແຕ່ລະເທື່ອຫັ້ນ, ກ່ອນໜ້າ ບໍ່ມີໂຕນີ້, ວັນເສົາ ວັນທິດ ຣົດກະຍັງ ແອອັດແລ້ວ. ຣົດຕິດ ເປັນຈົນຮອດ ສົ້ນຂົວ ເບື້ອງນັ້ນພຸ້ນ ຂະໜາດໄປແຈ້ງ ພາສປອດຊື່ໆ. ເຈົ້າແຮ່ງໄປ ເພີ້ມຂັ້ນຕອນ ໄປເພີ້ມ ໂຕນີ້ຂຶ້ນອີກ ມັນກະແຮ່ງ ຊັກຊ້າຂຶ້ນອີກ".

ຂໍ້ກຳນົດໃໝ່ ຂອງກະຊວງການເງິນ ທີ່ຈະມີການ ເກັບພາສີ ເພີ້ມ 10 ເປີເຊັນນີ້ ຄາດວ່າ ຈະເລີ້ມ ບັງຄັບໃຊ້ ໃນ ເດືອນຕຸລາ 2016 ນີ້. ແຕ່ທາງການລາວ ເອງ ກໍ່ຍັງບໍ່ໄດ້ ອອກມາ ຊີ້ແຈງ ຢ່າງ ຈະແຈ້ງວ່າ ຍ້ອນເຫຕຜົນ ອັນໃດ ຈຶ່ງໄດ້ມີ ຂໍ້ກຳນົດ ສະບັບນີ້ ອອກມາ. ມີພຽງ ຣະບຸສັ້ນໆ ແນບທ້າຍ ຂໍ້ກຳນົດວ່າ ທາງການລາວ ຢາກປ້ອງກັນ ການສວາຍໃຊ້ ຊ່ອງຫວ່າງ ຂອງການ ຂ້າມໄປ ຊື້ສິນຄ້າ ທີ່ປະເທສ ເພື່ອນບ້ານ ໃນໝູ່ ພໍ່ຄ້າ-ແມ່ຄ້າ ຈຳນວນນຶ່ງ ທີ່ຂ້າມໄປ ປະເທສ ເພື່ອນບ້ານ ແລ້ວຊື້ສິນຄ້າ ເຂົ້າມາຂາຍ ໃນລາວ ໂດຍທີ່ບໍ່ໄດ້ ເສັຽພາສີ, ອັນຖືເປັນ ການເອົາປຽບ ບໍຣິສັດ ທີ່ ນຳສິນຄ້າ ເຂົ້າມາຂາຍ ຢ່າງຖືກຕ້ອງ ແລະ ເສັຽພາສີ ໃຫ້ ຣັຖບານ ຕາມກົດໝາຍ.

ເຣື່ອງການເກັບຄ່າ ພາສີ ເພີ່ມ 10 ສ່ວນຮ້ອຍ ນີ້ RFA ໄດ້ໂທຣະສັບ ຖາມ ເຈົ້າໜ້າທີ່ ພາສີ ໄດ້ຮັບ ຄໍາຕອບວ່າ ທາງ ເຈົ້າໜ້າທີ່ ດ່ານ ໄດ້ແຈ້ງໄປ ຍັງຂັ້ນເທິງ ແລ້ວ ແລະວ່າ ຂັ້ນເທິງ ຈະເປັນຜູ້ ແຈ້ງການເອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.