ຣັຖກອນຕ້ອງໄດ້ເງິນ ກ້ອງໂຕະ ວຽກຈຶ່ງແລ່ນ

ໄມຊູລີ
2017.12.26
F-Corrupt ຊາວລາວຍັງພົບພໍ້ ກັບຄວາມຫຼ້າຊ້າ ໃນການຍື່ນຂໍ ເອກກະສານ ຕາມຫ້ອງການຕ່າງໆ ຂອງຣັຖບານຢູ່ ຖ້າຢາກໄດ້ໄວ ຕ້ອງຍື່ນຄ່າ ນໍ້າຮ້ອນນໍ້າຊາ
Screen captured from express.co.uk

ປະຈຸບັນຊາວລາວໂດຍທົ່ວໄປ ຍັງພົບພໍ້ກັບຄວາມຫຼ້າຊ້າ ແບບບໍ່ມີເຫຕຜົລຢູ່ ທຸກໆຄັ້ງທີ່ໄປຍື່ນ ເອກກະສານ ຕາມຫ້ອງການ ຣັຖບານ ແຫ່ງຕ່າງໆ ເປັນຕົ້ນຫ້ອງການທີ່ດິນຂັ້ນເມືອງ, ຫ້ອງການອຸດສາຫະກັມ ແລະການຄ້າຂັ້ນເມືອງ, ແຕ່ຖ້າຫາກຢາກໃຫ້ໄວ ແມ່ນຕ້ອງໄດ້ ໃຫ້ສິນບົນ ເຈົ້າໜ້າທີ່ ຫຼືເອີ້ນວ່າ ໃຫ້ກິນນ້ຳກິນໃນ ແກ່ເຈົ້າໜ້າທີ່ ຜູ້ຮັບຜິດຊອບ ເອກກະສານນັ້ນ. ດັ່ງຊາວລາວທ່ານນຶ່ງ ໃນເຂດເມືອງ ໄຊເສດຖາ ໄດ້ກ່າວຕໍ່ຜູ້ສື່ຂ່າວ ເອເຊັຽເສຣີ ຕອນນຶ່ງເມື່ອບໍ່ດົນມານີ້ວ່າ:

“ສຳລັບເຮົາ ເຮົາຄິດວ່າມັນກະບໍ່ຍາກປານໃດ ເພາະວ່າແຕ່ລະເທື່ອ ທີ່ເຮົາໄປຍື່ນເອກກະສານ ເຮົາຫັ້ນນ່າເຮົາກະຊິມີການໃຫ້ ພະນັກງານ ກິນນ້ຳກິນໃນມັນກະເລີຍ ສະດວກສະບາຍສຳລັບເຮົາ. ແຕ່ສຳລັບຜູ້ອື່ນ ເຮົາກະໄດ້ຍິນຫຼາຍຄົນເວົ້າວ່າ ກະຢາກຊ້າແດ່ເຮັດຫຍັງກະຄາຫັ້ນ ຄາໜີ້ ຢູ່ຫັ້ນນ່າ. ມັນຂຶ້ນກັບໂຕຈິງ, ໂຕຢ່າງວ່າເອກກະສານ ຄັນເຮົາໄປຍື່ນມັນ ສຳຄັນສ່ຳໃດ? ຄັນເອກກະສານ ບໍ່ສຳຄັນ ມັນກະກິນເຝີ 50 ຫຼື 40 ພັນກີບໄປ, ຄັນມັນສຳຄັນແດ່ ກະແສນນຶ່ງ ແສນຫ້າ ຫ້າຮ້ອຍບາທ ໄປຊັ້ນນ່າ.”

ທ່ານກ່າວຕື່ມວ່າ ມັນກາຍເປັນເຣື້ອງ ທັມມະດາໄປແລ້ວ ສຳລັບຜູ້ທີ່ມາພົວພັນ ເອກກະສານ ກັບ ເຈົ້າໜ້າທີ່ພາກຣັຖ ຕ້ອງໄດ້ແນບເງິນໃສ່ ເອກກະສານ ເພື່ອໃຫ້ເຈົ້າໜ້າທີ່ ຜູ້ຮັບເອກກະສານນັ້ນ ອຳນວຍຄວາມສະດວກ ໃຫ້ໄວຂຶ້ນຕາມກຳນົດ, ແຕ່ຜູ້ທີ່ ບໍ່ຄ່ອຍໄດ້ມາພົວພັນ ກັບ ເຈົ້າໜ້າທີ່ ຫຼື ເຂົ້າມາພົວພັນເອົາ ເອກກະສານເປັນເທື່ອທຳອິດ ແລ້ວບໍ່ໄດ້ແນບເງິນໃສ່ ເອກກະສານ ກໍຈະປະສົພກັບ ຄວາມຫຼ້າຊ້ານີ້.

ຕໍ່ບັນຫາການຕິດຕໍ່ພົວພັນ ເຣື້ອງເອກກະສານ ໃນຫ້ອງການຂອງພາກຣັຖນີ້ ທ່ານ ທອງລຸນ ສີສຸລິດ, ນາຍົກຣັຖມົນຕຼີລາວ ກໍໄດ້ກ່າວຕໍ່ ພະນັກງານ ຫຼັກແຫຼ່ງ ໃນຫ້ອງການ ສຳນັກງານ ນາຍົກຣັຖມົນຕຼີ ເມື່ອຕົ້ນເດືອນທັນວາ ນີ້ວ່າ ພະນັກງານຣັຖ ຕ້ອງມີ ຄຳຕອບໃຫ້ກັບ ປະຊາຊົນ ທຸກໆຄັ້ງທີ່ ປະຊາຊົນມາຕິດຕໍ່ພົວພັນ ເອກກະສານ ແລະນັດໝາຍ ວັນເວລາໃຫ້ຈະແຈ້ງວ່າ ເອກກະສານ ໄປຮອດໃສແລ້ວ. ເພາະໃນໄລຍະຜ່ານມາ ມັກມີຫາງສຽງຕໍ່ວ່າ ເຈົ້າໜ້າທີ່ຣັຖ ເຣື້ອງເອກກະສານ ຫຼ້າຊ້າເລື້ອຍໆມາ:

“ປຶບ! ຍື່ນເອກກະສານ ມາຂໍຄຳເຫັນອັນນັ້ນອັນນີ້ ເຂົາຊິຖາມເບາະ ຫຼືວ່າເຮົາບອກໂລດວ່າ ມື້ນັ້ນມື້ນີ້ເຈົ້າມານຳເອົາເດີ້ ຂ້ອຍຊິພິຈາຣະນາ ໃຫ້ ບໍ່ກາຍມື້ນັ້ນມື້ນີ້. ຄັນເຂົາມາປຶບລະໄດ້ອີ່ຫຼີ ມີຄຳຕອບໃຫ້ເຂົາ, ຕອບໄດ້ ຕອບບໍ່ໄດ້ ອັນນີ້ໃຫ້ໄປປຶກສາ ຫາລືກັນຕື່ມ ເພາະວ່າຂັ້ນເທິງ ມີຄວາມເຫັນໃຫ້ແນວນີ້ ເຂົາກະພໍໃຈແລ້ວ. ຢ່າໃຫ້ຄົນໄປຈົ່ມຢູ່ທາງນອກ ວ່າ ໂອ່! ເຂົ້າໄປຫາຍາກແທ້ ຄືເຈົ້າຄືນາຍແທ້ ບໍ່ຢາກລົມນຳ ຜູ້ມາຫາ ຫຼືວ່າສແດງທ່າທີໃສ່ ເຂົາອັນນັ້ນອັນນີ້ ຢ່າໃຫ້ມັນເປັນແນວ ນັ້ນເທາະ.”

ບັນຫາເອກກະສານຫຼ້າຊ້າ ຍັງເປັນບັນຫາຊ້ຳເຮື້ອ ໃນຫຼາຍຫ້ອງການ ຂອງພາກຣັຖ ເຮັດໃຫ້ປະຊາຊົນ ບໍ່ໄດ້ໄດ້ຮັບ ຄວາມສະດວກໃນການ ຕິດຕໍ່ ພົວພັນນໍາວຽກງານ. ແລະນັບຕັ້ງແຕ່ນາຍົກຣັຖມົນຕຼີ ທອງລຸນ ສິສຸລິດ ເຂົ້າມາບໍຣິຫານປະເທສ ກໍເນັ້ນໃຫ້ ມີການປະຕິຮູບວົງການ ຣັຖການ ຢ່າງເຂັ້ມງວດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.