ຣັຖວິສາຫະກິຈລາວ ກໍາລັງ ປະສົບບັນຫາ

ຣັຖບານລາວ ຈະປະຕິຮູບ ຣັຖວິສາຫະກິຈ ຕ່າງໆ ເພື່ອແກ້ໄຂ ຄວາມບໍ່ໂປ່ງໃສ ທີ່ເກີດຂຶ້ນກັບ ຣັຖວິສາຫະກິຈ.

ທ່ານ ບຸນໂຈມ ອຸບົນປະເສີດ ຣັຖມົນຕຣີ ກະຊວງການເງິນ ພາບຈາກ: ວີດີໂອ ລາວມີເດັຽ

ຣັຖບານລາວ ຈະປະຕິຮູບຣັຖວິສາຫະກິຈຕ່າງໆ ເພື່ອແກ້ໄຂຄວາມບໍ່ໂປ່ງໃສ ທີ່ເກີດຂຶ້ນກັບຣັຖວິສາຫະກິຈ ແລະແກ້ໄຂກົລໄກຕ່າງໆ ທີ່ເຮັດໃຫ້ຣັຖວິສາຫະກິຈຫຼຸບທຶນ ຫຼືຂາດທຶນ.

ເຈົ້າໜ້າທີ່ກະຊວງການເງິນ ຜູ້ທີ່ບໍ່ປະສົງອອກຊື່ ແລະສຽງ ໄດ້ກ່າວຕໍ່ເອເຊັຽເສຣີວ່າ ປະຈຸບັນຍັງບໍ່ເປີດເຜີຍ ຣາຍລະອຽດເພີ່ມເຕີມ ໄດ້ເທື່ອ ແລະ ຈະມີແຈ້ງການແບບເປັນທາງການ ຫຼັງຈາກພາກສ່ວນທີ່ກ່ຽວຂ້ອງໄດ້ ແຕ່ງຕັ້ງຄະນະປະຕິຮູບ ຣັຖວິສາຫະກິຈ ຕ່າງໆສຳເລັດແລ້ວ.

ການທີ່ຣັຖວິສາຫະກິຈຂາດທຶນ ຕ້ອງໄດ້ມີການປັບປຸງຍ້ອນວ່າ ເງິນຢູ່ໃນຣັຖວິສາຫະກິຈ ມີການຮົ່ວໄຫຼ, ຊາວລາວທ່ານນຶ່ງໄດ້ກ່າວ ຕໍ່ເອເຊັຽເສຣີ ໃນວັນທີ 12 ສິງຫາ ວ່າ:

"ການລົງທຶນ ແມ່ນຣັຖບານລົງທຶນ ໝົດ ຜົລກໍາໄລມັນຕໍ່າລົງນີ້ນ່າ ມັນຕ້ອງໄດ້ປັບປຸງຄື; ຄ່າໄຟຟ້າ ຣັຖເຮົາໄດ້ລົງທຶນໃນເວລາເຮົາ ໄປເຮັດມາແລ້ວ ກຳໄລຕ່ຳ ການຄຸ້ມຄອງມັນມີ ການຮົ່ວໄຫຼ ຄັນເຮົາບໍ່ປັບປຸງອັນໃໝ່ ເສຖກິຈ ຢູ່ໃນຊ້ວງໂຄວິດນີ້ ມັນກະຊິບໍ່ໄດ້ຮັບ ການແກ້ໄຂ."

ໃນໄລຍະຜ່ານມາ ຣັຖວິສາຫະກິຈ ສ່ວນຫຼາຍ ຈະໄດ້ກຳໄລໜ້ອຍ. ຊາວລາວອີກ ທ່ານນຶ່ງ ໄດ້ກ່າວວ່າ:

"ຄັນປະຕິຮູບໄດ້ ກໍເປັນຜົລດີຕໍ່ຣັຖບານ ສ່ວນຫຼາຍ ມັນກະເປັນແບບໄດ້ກຳໄລໜ້ອຍ ຄັນແມ່ນປະຕິຮູບໄດ້ ກະຖືວ່າເປັນການດີ."

ຍາງນາງກ່າວຕື່ມວ່າ ການປະຕິຮູບຣັຖວິສາຫະກິຈຕ່າງໆ ຢ່າງເປັນມືອາຊີບ ກໍຈະເປັນຜົລດີຕໍ່ ປະຊາຊົນນຳດ້ວຍ ເປັນຕົ້ນຖ້າມີ ການປະຕິຮູບ ໄຟຟ້າລາວ ກໍຈະເຮັດໃຫ້ການບໍຣິຫານ ໃນຣັຖວິສາຫະກິຈດັ່ງກ່າວ ເປັນຣະບົບຫຼາຍຂຶ້ນ ແລະ ຈະບໍ່ມີຂໍ້ຜິດພາດ ເກີດຂຶ້ນອີກ ໂດຍສະເພາະ ການຂຽນບິນຄ່າໄຟຟ້າ ແພງເກີນຄວາມເປັນຈິງ.

ໃນອົງການຈັດຕັ້ງຣັຖ ແລະ ຫົວໜ່ວຍຣັຖວິສາຫະກິຈລາວ ໄດ້ມີການສ້າງລະບົບເຄືອຍາດ ເຂົ້າມາເຮັດວຽກນຳກັນ ຊຶ່ງກໍ່ໃຫ້ເກີດ ການເກື້ອກູນກັນ. ນັກທຸຣະກິຈ ແລະການເງິນ ທ່ານນຶ່ງ ໄດ້ກ່າວວ່າ:

"ມັນເປັນແບບວ່າ ສົມມຸດ ຂ້ອຍເປັນນາຍທະຫານ ຂ້ອຍກະຢາກດຶງເອົາລູກຂ້ອຍ ສົມມຸດວ່າ ເຈົ້າຢູ່ທະນາຄານ ເຈົ້າກະສາມາດ ເອົາລູກເຈົ້າສືບທອດໄດ້ຜູ້ນຶ່ງ ແກ້ໄຂເທື່ອລະເລັກ ເທື່ອລະໜ້ອຍ ແຕ່ວ່າ ບໍ່ມີຣັຖວິສາຫະກິຈ ໂຕໃດ ທີ່ຈະປະຕິຮູບ ເສັ້ນສາຍນີ້ ອອກໄດ້."

ຣັຖວິສາຫະກິຈ ປະສົບກັບບັນຫາ ຂາດທຶນມາຫຼາຍປີ ຍ້ອນວ່າ ຂາດຄົນຮັບຜິດຊອບ ໃນເວລາເກີດບັນຫາ. ທ່ານ ບຸນໂຈມ ອຸບົນປະເສີດ ຣັຖມົນຕຣີ ກະຊວງການເງິນ ໄດ້ກ່າວຢູ່ໃນ ກອງປະຊຸມສໄມສາມັນ ເທື່ອທີ 1 ຂອງ ສະພາແຫ່ງຊາດ ຊຸດທີ 9 ໃນວັນທີ 6 ສິງຫາ 2021 ຕອນນຶ່ງວ່າ:

"ພວກເຮົາກະເຫັນວ່າຜ່ານມານີ້ ແມ່ນບັນຫາທີ່ຣັຖວິສາຫະກິຈ ເຮົາຫຼຸບທຶນນີ້ແມ່ນຍ້ອນກົລໄກ ການຄຸ້ມຄອງຜ່ານມາຫຼາຍພາກສ່ວນ ໃຜກະຢາກຄຸ້ມຄອງ ແຕ່ໃນໂຕຈິງແລ້ວ ບໍ່ມີໃຜຮັບຜິດຊອບ ໃນເວລາມັນຂາດທຶນມາ ຣັຖບານກະໄດ້ຕັດສິນໃຈ ຕໍ່ໄປນີ້ ສຳລັບ ຣັຖວິສາຫະກິຈໃດ ທີ່ເປັນຍຸທສາດ ຜູ້ອຳນວຍການນັ້ນຈະແມ່ນຣັຖກອນ ສ່ວນຮອງອຳນວຍການ ຕໍ່ໄປນີ້ ແມ່ນວ່າຈ້າງຜູ້ເປັນມືອາຊີບ ມາເຮັດໝົດ."

ທ່ານ ບຸນໂຈມ ຣັຖມົນຕຣີກະຊວງການເງິນ ກ່າວຕື່ມອີກວ່າ: ສຳລັບຣັຖວິສາຫະກິຈໃດທີ່ບໍ່ເປັນຍຸທສາດ ແມ່ນໃຫ້ກອງປະຊຸມສະພາ ບໍຣິຫານຂອງແຕ່ລະ ຣັຖວິສາຫະກິຈນັ້ນໆ ເປັນຜູ້ເລືອກຜູ້ອຳນວຍການ ຊຶ່ງຖ້າຜູ້ໃດເຂົ້າຮັບຕຳແໜ່ງ ຜູ້ອຳນວຍການຣັຖວິສາຫະກິຈ ນັ້ນໆແລ້ວ ແຕ່ດຳເນີນທຸຣະກິດຫຼຸບທຶນ ໃນປີນີ້ ປີໜ້າກໍໃຫ້ໄລ່ອອກທັນທີ ແລະ ບໍ່ມີການ ຈ້າງເຮັດວຽກຕໍ່ອີກ.

ປັດຈຸບັນຢູ່ປະເທດລາວ ມີຣັຖວິສາຫະກິຈທັງໝົດ 41 ແຫ່ງ ແຕ່ທີ່ເປັນເປັນຍຸທສາດຄື ຣັຖວິສາຫະກິຈໄຟຟ້າລາວ, ຣັຖວິສາຫະກິຈ ນ້ຳປະປາ, ຣັຖວິສາຫະກິຈການບິນລາວ ແລະ ຣັຖວິສາຫະກິຈຫວຍພັທນາ.

ມີຣັຖວິສາຫະກິຈພຽງ 10 ແຫ່ງທີ່ສາມາດດໍາເນີນການ ຕໍ່ໄປໄດ້ໃນເວລາດຽວກັນ ຣັຖບານຈະປະຕິຮູບ ແລະຟື້ນຟູຣັຖວິສາຫະກິຈ ທີ່ຂາດທຶນ-ຢຸດສງັກ ໃຫ້ສາມາດດຳເນີນການໄດ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org