ອົງກອນສາກົລ ສຳຣວດ ປະຊາຊົນລາວ 91% ປະເຊີນຄ່າຄອງຊີບສູງ
ການສືກສາ ສຳຣວດຂອງ 13 ອົງກອນໃນ 14 ແຂວງພົບວ່າ 91% ຄົວເຮືອນ ປະສົບບັນຫາ ຄ່າຄອງຊີບສູງ ຈາກອັດຕຣາເງິນເຟີ້, ການປ່ຽນແປງດິນຟ້າອາກາດ ແລະ ການຣະບາດໂຄວິດ-19 ໃນໄລຍະຜ່ານມາ.
-
ໄຊຍາ
2023-09-22 -
-
-
Your browser doesn’t support HTML5 audio
ຈາກການສໍາຣວດ ຂອງອົງກອນສາກົລ ໃນປະເທດລາວພົບວ່າ ປະຊາຊົນລາວ 91% ແມ່ນປະສົບບັນຫາຄ່າຄອງຊີບສູງ ໃນຍຸກປັດຈຸບັນ. ບັນດາອົງການຈັດຕັ້ງທາງສັງຄົມ ທີ່ມີສ່ວນຮ່ວມໃນເຄືອຂ່າຍ ໂພຊະນາການ ຫຼື SUN CSA ໄດ້ເຜີຍແຜ່ກ່ຽວກັບຜົລກະທົບ ຂອງອັດຕຣາເງິນເຟີ້ ຕໍ່ການຄໍ້າປະກັນສະບຽງອາຫານໃນ ສປປ ລາວວັນທີ 10 ພຶສພາ 2023.
ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ກົມແຜນການ ແລະ ການຮ່ວມມື ຂອງ ກະຊວງອຸດສາຫະກັມ ແລະ ການຄ້າ ໄດ້ອອກຣາຍງານກ່ຽວກັບ ອັດຕຣາເງິນເຟີ້ປະຈຳເດືອນສິງຫາ 2023 ວ່າ ອັດຕຣາເງິນເຟີ້ຢູ່ທີ່ 25,9%. ແຕ່ອັດຕຣາແລກປ່ຽນ ເງິນກີບເປັນບາດໄທຍ ແລະ ໂດລ້າຣ໌ສະຫະຣັຖຍັງ ບໍ່ຫຼຸດລົງຍັງສ້າງຄວາມຊັບສົນ ໂດຍສະເພາະສິນຄ້າໃນທ້ອງ ຕລາດທົ່ວໄປຍັງແພງຫຼາຍ ຖ້າທຽບກັບລາຍຮັບປັດຈຸບັນໂດຍອ້າງອີງຈາກລາຍໄດ້ຂັ້ນຕໍ່າ.
ດັ່ງພະນັກງານ ຣັຖທີ່ບໍປະສົງອອກສື່ແລະຕຳແໜ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນຕົ້ນເດືອນກັນຍາ 2023 ວ່າ:
“ຄືສະພາບຄືດຽວນີ້ໝາຍຄວາມວ່າ ຫຍັງຄ່າເງິນກີບມັນບໍ່ຄ່ອຍດີປານໃດ ຫັ້ນນ່າກາເລີຍເຮັດໃຫ້ວ່າເງິນມັນມີໜ້ອຍກ່ອນເກົ່າ ຖ້າເຮົາມາເບີ່ງວ່າຢູ່ລາວກາບໍ່ທັມມະດາໃດພັກ-ຣັຖຂ ອງເຮົາກໍມີການປາບປາມແຕ່ວ່າເຮົາກາຜ່ານໄປໄດ້ເນາະ.”
ຜົລກະທົບຈາກອັດຕຣາແລກປ່ຽນ ໃນປັດຈຸບັນ ຫຼືເອີ້ນວ່າເງິນເຟີ້ນັ້ນ. ແນ່ນອນວ່າ ປະເທດລາວຍັງເປັນປະເທດນຳເຂົ້າ ກໍເຮັດໃຫ້ສິນຄ້າແພງໄປນຳຄື ດັ່ງແມ່ຄ້າຂາຍຜັກໃນຕລາດນະຄອນຫຼວງວຽງຈັນ ກ່າວວ່າລາຄາປ່ຽນໄປແຕ່ລະມື້. ເມື່ອກ່ອນເງິນຍັງບໍ່ທັນເຟີ້ ລາຄາຈະປ່ຽນຕາມລະດູການ ແຕ່ດຽວນີ້ເຂົາຈະອີງໃສ່ການແລກປ່ຽນ ເປັນຫຼັກໃນການກຳນົດລາຄາ.
“ຜັກສະລັດກາດຽວນີ້ໂລນຶ່ງ ຊາວພັນຕາມທ້ອງຕລາດໝາກນາວ ຫັ້ນຊາວສອງພັນຫາຊາວສີ່ພັນວ່າຊີ້ສະ ຫອມປ້ອມບາງມື້ກາເຈັດສິບ ຂອງບ້ານເຮົາລະແປດສິບຂຶ້ນໜ້ອຍນຶ່ງ.”
ນັກວິຊາການທ່ານນຶ່ງ ໄດ້ລົງບົດຄວາມກ່ຽວກັບບັນຫາດັ່ງກ່າວ ຜ່ານ ໜັງສືພີມລາວພັທນາ ເມື່ອທ້າຍປີຜ່ານມາໂດຍມີເນື້ອໃນວ່າ. ລາຄາສິນຄ້າທຸກປະເພດຖີບໂຕຂຶ້ນ ຢ່າງໄວວາ ແລະສູງຜິດປົກກະຕິ. ອັນເນື່ອງມາຈາກການຜັນຜວນຂອງເສຖກິຈໂລກໂດຍລວມ. ທຸກຢ່າງຂຶ້ນລາຄາບໍ່ມີທ່າທີວ່າຈະຜ່ອນຄາຍລົງແມ່ນແຕ່ໜ້ອຍດຽວ. ຊຶ່ງມັນໄດ້ສົ່ງຜົນກະທົບ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານມີຄວາມຝືດເຄືອງຂຶ້ນນັບມື້, ຄ່າຄອງຊີບພັດຖີບໂຕສູງຂຶ້ນ ເງິນເດືອນພະນັກງານກໍມີຈຳກັດ.
ໃນບົດຄວາມຍັງລະບຸຕື່ມວ່າ ການແລກປ່ຽນ ແລະ ການໃຊ້ຈ່າຍສະກຸນເງິນຕ່າງປະເທດຢູ່ໃນ ສປປ ລາວ. ບັນຫານີ້ເປັນບັນຫາສຳຄັນ ໃນການສະກັດກັ້ນບໍ່ໃຫ້ເງິນກີບເຟີ້. ພວກເຮົາຈະເຫັນໄດ້ບັນດາ ປະເທດອ້ອມຂ້າງ ບໍ່ໄດ້ຈ່າຍເງິນຫຼາຍສະກຸນຄືປະເທດເຮົາ ຢູ່ປະເທດໃດຕ້ອງໃຊ້ເງິນປະເທດນັ້ນ ບໍ່ສາມາດອະນຸຍາດ ໃຫ້ໃຊ້ຈ່າຍສະກຸນເງິນອື່ນໄດ້ໂດຍລຳພັງ. ໂດຍບໍ່ແລກປ່ຽນເງິນກີບກ່ອນຈຶ່ງ ສາມາດຈ່າຍໃນ ສປປ ລາວໄດ້. ບໍ່ເຄີຍເຫັນປະເທດໃດເອົາເງິນປະເທດອື່ນ ມາໃຊ້ຈ່າຍແທນເງິນປະເທດຕົນເອງຄືກັບປະເທດລາວ ບັນຫານີ້ຣັຖບານລາວຕ້ອງເລັ່ງແກ້ໄຂ ທັນການ.
ຕໍ່ກັບບົດຄວາມດັ່ງກ່າວ ມັນກໍສອດຄ່ອງກັບປະຊາຊົນ ຊາວນະຄອນຫຼວງວຽງຈັນ ກໍໄດ້ອອກມາເວົ້າເຖິງບັນຫາຄ່າຄອງຊີບ ປັດຈຸບັນເຮັດແນວໃດຊິເອົາໂຕລອດ ເຊິ່ງຕອນນີ້ເຮັດວຽກຮັບເງິນເດືອນ ເປັນເງິນກີບແຕ່ພໍໄປຈ່າຍຊື້ເຄື່ອງຢູ່ຂອງກິນ ພັດໄລ່ລາຄາເປັນເງີນບາທ ທີ່ມີອັດຕຣາ ແລກປ່ຽນກຳລັງສູງຂຶ້ນ.
“ຍຸກເຂົ້າຍາກໝາກແພງ ເອີ່ຍຄ່າຄອງຊີບສູງຫຼາຍຄົນບໍ່ຮູ້ວ່າ ຈະປັບໂຕເອງແນວໃດເພື່ອເຮັດໃຫ້ໂຕເອງ ຢູ່ລອດນໍ້າມັນກາແພງ ຄ່າຄອງຊີບການສູງຂຶ້ນສູງຂຶ້ນນັບມື້. ຫຼາຍໆ ຄົນກາອຸກໃຈວ່າຊັ້ນສະ ຈັກເຮັດຈັ່ງໃດເຮົາສິໄປລອດເນາະ”
ເຈົ້າໜ້າທີ່ຂແນງການຄ້າ ບໍ່ຂໍເປີດເຜີຍຕົນເອງໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ເຖິງວິທີແກ້ໄຂບັນຫາດັ່ງກ່າວໂດຍຣັຖບານໄດ້ອອກ 7 ມາຕການເພື່ອຮັບມືລາຄາສິນຄ້າ ອຸປະໂພກ-ບໍຣິໂພກ ແລະຄ່າຄອງຊີບທີ່ຈະມີການເໜັງຕີງ ໃນຕໍ່ໜ້າຄືເພີ່ມທະວີການຄຸ້ມຄອງ ລາຄາສິນຄ້າອຸປໂພກ-ບໍຣິໂພກດ້ວຍການສ້າງກົລໄກການຕິດຕາມ ລາຄາສິນຄ້າຢ່າງເປັນລະບົບ ຊຸກຍູ້ຂແນງການທີ່ກ່ຽວຂ້ອງ ໂດຍສະເພາະຮ່ວມກັບຂແນງການກະສິກັມ ແລະປ່າໄມ້ໃນການກຳນົດ ຕົ້ນທຶນແລະຄຸ້ມຄອງລາຄາ ການຜລິດໂດຍສະເພາະຕົ້ນທຶນການຜລິດ ທີ່ຕິດພັນກັບການປູກຝັງ ແລະລ້ຽງສັດໃຫ້ສຳເຣັດ ເປັນແຕ່ລະໄລຍະຮອດ 6 ເດືອນທ້າຍປີຮີບຮ້ອນຊຸກຍູ້ ຢ່າງແຂງແຮງທຸກຂແນງການທີ່ຢູ່ໃນຄະນະ 71/ນຍ ຕ້ອງເປັນເຈົ້າການໃນການຄຸ້ມຄອງ ລາຄາສິນຄ້າ ແລະການສນອງສິນຄ້າ ເພື່ອແຊກແຊງໃຫ້ລາຄາສິນຄ້າ ຄວບຄຸມບໍ່ຜັນຜວນໄວຕາມອັດຕຣາເງິນເຟີ້ສູງຂຶ້ນ ໃຫ້ສຳເຣັດແຕ່ລະໄລຍະຈົນຮອດທ້າຍປີ 2023 ການສ້າງຄວາມສະດວກໃນການເຄື່ອນຍ້າຍສິນຄ້າ ພາຍໃນປະເທດ ຫຼຸດຜ່ອນຂອດຂັ້ນເພື່ອຫຼຸດຜ່ອນ ຕົ້ນທຶນຂອງຜູ້ປະກອບການເພື່ອຫຼຸດຜ່ອນການເພີ່ງພາການນຳເຂົ້າ. ກະຊວງອຸດສາຫະກັມ ແລະ ການຄ້າຍັງຈະໄດ້ສຸມໃສ່ອຸດສາຫະກັມ ປຸງແຕ່ງທີ່ມີໜໍ່ແໜງເພື່ອດຶງດູດ ການລົງທຶນ ແລະຊຸກຍູ້ການເຊື່ອມໂຍງເຂົ້າ ຕ່ອງໂສ້ການຜລິດພາກພື້ນແລະສາກົລ ໃຫ້ຂຍາຍໂຕເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ການເຜີຍແຜ່ເຣື່ອງ ປະຊາຊົນລາວ 91% ຂອງຄົວເຮືອນປະສົບບັນດ້ານຄ່າຄອງຊີບ ເນື່ອງຈາກອັດຕຣາເງິນເຟີ້ໄດ້ຖືກເຜີຍແຜ່ ເມື່ອວັນທີ 10 ພຶສພາ 2023 ຜ່ານ ທີ່ນະຄອນຫຼວງວຽງຈັນ ໂດຍບັນດາອົງການຈັດຕັ້ງ ທາງສັງຄົມທີ່ມີສ່ວນຮ່ວມ ໃນເຄືອຂ່າຍໂພຊະນາການ ຫຼື SUN CSA ໄດ້ເຜິຍແຜ່ບົດສຶກສາກ່ຽວກັບຜົລກະທົບ ຂອງອັດຕຣາເງິນເຟີ້ຕໍ່ການຄໍ້າປະກັນ ສະບຽງອາຫານໃນສປປລາວ.
ໂດຍການສຶກສາຄັ້ງນີ້ ດຳເນີນໂດຍ 13 ອົງກອນຢູ່ໃນ 14 ແຂວງແລະພົບວ່າ 91% ຂອງຄົວເຮືອນແມ່ນປະສົບບັນຫາດ້ານຄ່າຄອງຊີບ ເນື່ອງຈາກອັດຕຣາເງິນເຟີ້ ການແຜ່ຣະບາດ ຂອງພະຍາດໂຄວິດ-19 ແລະ ການປ່ຽນແປງຂອງດິນຟ້າອາກາດ. ຈາກຜົລຂອງການສຶກສາ ບັນດາອົງການຈັດຕັ້ງທາງສັງຄົມ ຈຶ່ງຢືນຢັນຄວາມໝາຍໝັ້ນທີ່ ຈະສືບຕໍ່ໃຫ້ໂຄງການ ສນັບສນູການດຳຣົງຊີວິດ ກະສິກັມ, ການສຶກສາ ແລະ ສຸຂພາບສຳລັບຄົວເຮືອນ ໃນປະ ເທດລາວ ແລະ ສນັບສນູນຊຸມຊົນທີ່ດ້ອຍໂອກາດ ທີ່ສຸດໃນລາວທີ່ໄດ້ຮັບຜົນກະທົບຈາກອັດຕຣາ ເງິນເຟີ້ຄ່າຄອງຊີບທີ່ສູງຂຶ້ນ ໃນລະດັບທີ່ແຕກຕ່າງກັນໄປ.
ການສໍາຣວດຄວາມໝັ້ນຄົງ ດ້ານສະບຽງອາຫານຄັ້ງນີ້ພົບວ່າ 47% ຂອງຄົວເຮືອນຂາດອາຫານ ຢ່າງໜ້ອຍນຶ່ງຄັ້ງໃນ 12 ເດືອນທີ່ຜ່ານມາ. 31% ຂອງຜູ້ຕອບແບບສອບຖາມ ເຄີຍໄດ້ອົດເຂົ້າ ຂອງຄົວເຮືອນບໍ່ສາມາດກິນອາຫານ ທີ່ດີຕໍ່ສຸຂພາບຫຼືມີໂພຊະນາການໄດ້ ຕລອດປີ ຜູ້ຕອບແບບສອບຖາມເຊື່ອວ່າ ສິ່ງທ້າທາຍຕໍ່ຄວາມໝັ້ນຄົງ ດ້ານສະບຽງອາຫານ ຂອງເຂົ້າເຈົ້າແມ່ນເຣື່ອງຈາກ ການເພີ່ມຂຶ້ນຂອງລາຄາອາຫານ (67%), ລາຍຮັບບໍ່ພຽງພໍ (66%) ແລະການເພີ່ມຂຶ້ນຂອງລາຄານໍ້າມັນ (63%). ຜູ້ຕອບແບບສອບຖາມໃຫ້ຮູ້ວ່າຄົວເຮືອນ ຂອງເຈົ້າຕ້ອງໃຊ້ມາຕການແກ້ໄຂ ທາງລົບເຊັ່ນ ການຊື້ອາຫານໜ້ອຍລົງ (71%), ການຊື້ຫາອາຫານໃຫ້ໄດ້ຫຼາຍຂຶ້ນ (65%), ກິນໜ້ອຍລົງ (52%), ຢືມເງິນ (41%) ແລະ ຂາຍຊັບສິນ (34%).
ຄົວເຮືອນທີ່ຕອບແບບສອບຖາມ ຍັງໃຫ້ຮູ້ວ່າມີກນຫຼຸດຜ່ອນການໃຊ້ຈ່າຍ ດ້ານການສຶກສາ 15% ມີເດັກນ້ອຍຂາດໂຮງຮຽນ ຫຼື ປະລະການຮຽນ 13% ແລະ ຫຼຸດຜ່ອນການໃຊ້ຈ່າຍ ໃນການຮັກສາສຸຂພາບທີ່ຈຳເປັນ 12% ນອກຈາກນີ້ການສຳຣວດອື່ນໆ ກ່ຽວກັບຄວາມ ໝັ້ນຄົງດ້ານສະບຽງອາຫານ ເມື່ອບໍ່ດົນມານີ້ພົບບັນຫາຄ້າຍຄືກັນ ຈາກບົດຣາຍງານການຕິດຕາມປະຈຳເດືອນ ຂອງ WFP ພົບວ່າ 12% ຂອງຄົວເຮືອນໃນລາວ ແມ່ນບໍ່ຄໍ້າປະກັນດ້ານສະບຽງອາຫານ ການສຳຣວດຂອງອົງການ ສຸພານິມິດເມື່ອບໍ່ດົນມານີ້ຍັງພົບວ່າ ໃນ 9 ແຂວງ ມີປະຊາຊົນ 35% ທີ່ບໍ່ເຄີຍໄດ້ກິນອາຫານ ໝົດມື້ຢ່າງໜ້ອຍນຶ່ງຄັ້ງໃນປີຜ່ານມາ.
ທ່ານ ສຸລິສັກ ທຳນຸວົງ ຫົວໜ້າກົມມນະໂຍບາຍ ເງິນຕຣາກ່າວວ່າ ຈາກການແກ້້ໄຂບັນຫາ ຂອງຣັຖບານໃນຊຸມປີຜ່ານມາເຊັ່ນ ການເປີດປະເທດນັ້ນ ຊຶ່ງກໍຄາດວ່າອັດຕຣາການ ຂຍາຍໂຕທາງເສຖກິຈຂອງລາວຈະຢູ່ໃນລະດັບ 4,5% ໃນປີ 2023 ຈາກລະດັບ 4.4% ໃນປີ 2022.
ສໍາລັບອັດຕຣາເງິນເຟີ້ເຖິງວ່າຈະຍັງຢູ່ໃນລະດັບສູງແຕ່ກໍມີທ່າອ່ຽງຫຼຸດລົງ ເພື່ອຮັກສາສະຖຽນລະພາບການເງິນ-ເງິນຕຣາແຫ່ງຊາຕ ໃຫ້ໝັ້ນທ່ຽງຫຼຸດຜ່ອນຜົລກະທົບ ຕໍ່ການດຳຣົງຊີວິດ ຂອງປະຊາຊົນ ແລະ ບັນລຸຕາມເປົ້າໝາຍ ທີ່ສະພາແຫ່ງຊາຕກຳນົດໄວ້ ໃນຕໍ່ໜ້າປີ 2023 ທະນາຄານແຫ່ງ ສປປ ລາວ ຈະດຳເນີນນະໂຍບາຍເງິນຕຣາ ໃນທິດທາງທີ່ຮັດກຸມກ່ວາເກົ່າ ແລະຄຸ້ມຄອງການແລກປ່ຽນເງິນຕຣາ ໃຫ້ເຂັ້ມງວດຂຶ້ນ. ນອກຈາກນີ້ຍັງໄດ້ສຸມໃສ່ ສ້າງສະພາບແວດລ້ອມໃນການເພີ່ມ ການສນອງເງີນຕຣາຕ່າງປະເທດ ໃຫ້ເຂົ້າສູ່ລະບົບເສຖກິຈ ໃຫ້ຫຼາຍຂຶ້ນຄຽງຄູ່ກັບການຄຸ້ມຄອງ ແລກປ່ຽນເງິນຕຣາຕ່າງປະເທດ ແບບຊະຊາຍ ແລະ ມາຕການການຄວບຄຸມລາຄາສິນຄ້າ. ຊຶ່ງໃນປັດຈຸບັນຣັຖບານໄດ້ແຕ່ງຕັ້ງ ຄະນະກະຊວງອຸດສາຫະກັມ ແລະການຄ້າເປັນໃຈກາງ ແລະມີກະຊວງກ່ຽວຂ້ອງລວມ ທະນາຄານແຫ່ງ ສປປ ລາວ ເປັນຜູ້ຄົ້ນຄ້ວາກຳນົດ ໂຄງສ້າງລາຄາສິນຄ້າແຕ່ລະປະເພດ ທີ່ກະທົບໄວ ແລະ ສິນຄ້ານຳເຂົ້າໂດຍສະເພາະ ສິນຄ້າໝວດສະບຽງອາຫານ, ໝວດການຜລິດກະສິກັມ.