ສີນຄ້າຈີນປັ່ນປ່ວນ ຕລາດລາວ
2013.03.05
ກຸ່ມພໍ່ຄ້າ ແມ່ຄ້າລາວ ຢ້ານເສັຽ ທຸຣະກິດ ໃຫ້ແກ່ ສີນຄ້າ ຣາຄາຖືກໆ ຂອງຈີນ ທີ່ເຂົ້າມາ ໃນລາວ.
ຜູ້ປະກອບ ການຄ້າ ຊາວລາວ ທີ່ແຂວງ ໄຊຍະບູຣີ ທ່ານນຶ່ງ ເວົ້າວ່າ ທຸກມື້ນີ້ ກຸ່ມພໍ່ຄ້າ ແມ່ຄ້າ ຄົນລາວ ສ່ວນໃຫຍ່ ເປັນຫວ່ງ ຕໍ່ການ ຫລັ່ງໄຫລ ເຂົ້າມາຂອງ ກຸ່ມພໍ່ຄ້າຈີນ ເນຶ່ອງຈາກວ່າ ສິນຄ້າ ທີ່ພໍ່ຄ້າຈີນ ນຳເຂົ້າມາ ຂາຍໃນລາວ ນັ້ນ ຣາຄາ ຖືກກວ່າ. ປະຊາຊົນ ສ່ວນໃຫຍ່ ກໍຫັນໄປຊື້ ສິນຄ້າ ທີ່ຜລິດ ຈາກຈີນ ພໍ່ຄ້າລາວ ສ່ວນຫລາຍ ຈະເອົາສິນຄ້າ ມາຈາກໄທ ທີ່ມີ ຣາຄາ ສູງກວ່າ. ເຖິງວ່າ ຄຸນນະພາບ ຂອງສິນຄ້າ ຈາກຈີນ ຈະບໍ່ດີ ປານໃດ ແຕ່ຊາວບ້ານ ສ່ວນໃຫຍ່ ຈະຖືຣາຄາ ເປັນສິ່ງສຳຄັນ. ດັ່ງພໍ່ຄ້າລາວ ທ່ານນຶ່ງ ເວົ້າວ່າ:
"ຢ້ານກົວ ທາງດ້ານ ອະນາຄົດນີ້ ບາງເທື່ອ ກໍຊີ່ມີ ບັນຫາ ຕາມເຮົາຄິດ ເພາະວ່າ ເຂົາມາຢູ່ ຫລາຍ ສົມມຸດ ຄອບຄົວນີ້ ມາທຳທຸຣະກິດ ດີ ທີ່ນີ້ ຜູ້ອື່ນ ມາທ່ອງທ່ຽວ ເຫັນແລ້ວ ເມືອງລາວ ຄ້າຂາຍດີ ເຂົາກໍມາອີກ ຖ້າແກ້ໄຂ ໃຫ້ຜູ້ນຶ່ງ ຜູ້ນຶ່ງ ບໍ່ແກ້ໄຂ ກໍບໍ່ດີ ສຸດທ້າຍ ກໍເປັນບັນຫາ ຄິດວ່າ ດົນໄປ ກໍຈະມີ ບັນຫາ".
ທ່ານກ່າວ ຕໍ່ໄປວ່າ ກຸ່ມພໍ່ຄ້າ ຊາວຈີນ ສ່ວນໃຫຍ່ ຄິດວ່າ ຖ້າຂາຍ ສິນຄ້າ ຣາຄາຖືກ ຄົນລາວ ຜູ້ທີ່ມີລາຍໄດ້ ນ້ອຍ ຈະນິຍົມຊື້ ສິນຄ້າຈີນ ຫລາຍກວ່າ ສິນຄ້າໄທ ດ່ັງນັ້ນ ກຸ່ມດ່ັງກ່າວ ຈຶ່ງເຂົ້າມາ ຕັ້ງຮ້ານ ຂາຍສິນຄ້າ ຫລາຍສິ່ງ ຫລາຍຢ່າງ ເລີ້ມຕັ້ງແຕ່ ເຄຶ່ອງໃຊ້ ປະຈຳວັນ ໄປຮອດ ຣົຖຍົນ ແລະ ເຄຶ່ອງໄຊ້ ໄຟຟ້າ ພຶດຕິກັມ ດັ່ງກ່າວ ບໍ່ມີສະເພາະ ແຕ່ ແຂວງ ໄຊຍະບູຣີ ເທົ່ານັ້ນ ເປັນໄປທົ່ວ ປະເທດລາວ ໃນຣະຍະ ສີ່-ຫ້າ ປີ ຫລັງໆມານີ້ ເຮັດໃຫ້ ປະຊາຊົນລາວ ຫາຢູ່ຫາກິນ ຍາກຂຶ້ນ. ທ່ານ ກ່າວເພີ້ມ ອີກວ່າ:
"ທຸກມື້ນີ້ ເຣື້ອງການ ຄ້າຂາຍ ຫລາຍຄົນ ກໍຈົ່ມວ່າ ຫາກິນຍາກຂຶ້ນ ເພາະວ່າຈີນ ຂາຍເຄື່ອງ ບໍ່ມີຣາຄາ ແນ່ນອນ ເຮັດໃຫ້ ການຄ້າຂາຍ ຍາກຂຶ້ນ ແຕ່ວ່າເຣື້ອງ ອື່ນໆ ກໍຍັງບໍ່ທັນ ເຫັນຫລາຍ ປານໃດ ກໍເຫັນແຕ່ ບັນຫານີ້ ຢ່າງດຽວ".
ສະພາບການ ດັ່ງກ່າວ ສະແດງ ໃຫ້ເຫັນເຖິງ ການແຜ່ ອິດທິພົລ ທາງເສຖກິດ ຂອງຈີນ ລົງເລິກໄປເຖິງ ຣະດັບ ຊຸມຊົນ ໃນລາວ ແລະ ຫລາຍຄົນ ກໍສົງສັຍວ່າ ສິນຄ້າຣາຄາ ຖືກແບບນີ້ ພໍ່ຄ້າຈີນ ຈະໄດ້ກຳໄຣ ຢ່າງໃດ ຮ່ວມທັງຄ່າເຊົ່າ ຮ້ານ ແລະ ຄ່າໃຊ້ຈ່າຍ ປະເພດ ຕ່າງໆແລ້ວ ເຂົາຢູ່ລອດ ໄດ້ຢ່າງໃດ ນອກຈາກ ມີຈຸດປະສົງ ຢ່າງອຶ່ນ.