ຊາວລາວວ່າ ລາວ ຍັງຈະ ດ້ອຍພັທນາ ປີ 2024

ໄຊຍາ
2018.11.19
ເສັ້ນທາງ ເມືອງໂພນທອງ ແຂວງ ຈໍາປາສັກ
RFA/PN

ມາເຖິງປັດຈຸບັນ ປະຊາຊົນລາວ ຍັງບໍ່ເຊື່ອວ່າ ສປປລາວ ຈະສາມາດຫລຸດພົ້ນອອກຈາກການເປັນປະເທສ ດ້ອຍພັທນາ ທີ່ສຸດໄດ້ ໃນປີ 2024, ດັ່ງຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ວ່າ:

"ຖານະທີ່ເຮົາເປັນປະຊາຊົນນີ້ນໍ ເຮົາເຫັນວ່າມັນບໍ່ທັນເຖິງຂນາດນັ້ນດອກ ເພາະວ່າພັທນາທາງດ້ານ ໂຄງຮ່າງຖນົນຫົນທາງມັນກໍຍັງບໍ່ດີພໍ ທີ່ຈະວ່າຫລຸດພົ້ນຄວາມທຸກຍາກ ທີ່ຈະມາເຖິງນີ້ໜ່າ ມັນຍັງໄກ ເປັນຕົ້ນການສຶກສາ ຫລືວ່າສຸຂອະນາມັຍ ຄົນລາວນີ້ແຮງຍາກແຮງຈົນ ບາດສຸຂອະນາມັຍ ຜູ້ທີ່ເປັນປະຊາຊົນຕາດໍາໆ ນີ້ແຮງໄດ້ໃຊ້ຈ່າຍຮ້ອຍສ່ວນຮ້ອຍ."

ປະຊາຊົນຫລາຍຄົນເວົ້າເຖິງບັນຫາຫຍຸ້ງຍາກ ທາງດ້ານໂຄງຮ່າງພື້ນຖານ ພາຍໃນປະເທສ ທີ່ຍັງບໍ່ສະດວກສະບາຍ ເປັນຕົ້ນຖນົນຫົນທາງ, ໄຟຟ້າ, ນໍ້າປະປາ, ການສຶກສາ ແລະ ສາທາຣະນະສຸຂ ທີ່ຣັຖບາລລາວ ຈະຕ້ອງໄດ້ແກ້ໄຂ ໃຫ້ຕົກໄປກ່ອນ.

ພ້ອມກັນນັ້ນກໍຍັງເຫັນວ່າ ຣັຖບາລ ຄວນແກ້ໄຂບັນຫາ ການສໍ້ຣາດບັງຫລວງ ຂອງເຈົ້າໜ້າທີ່ ພັກ-ຣັຖ ທຸກຂັ້ນ ໃນໂຄງການລົງທຶນຕ່າງໆ ແລະ ຮີບຮ້ອນແກ້ໄຂບັນຫາ ໜີ້ສິນ ສາທາຣະນະ ທັງພາຍໃນ ແລະ ຕ່າງປະເທສໃຫ້ໄດ້.

ເຈົ້າໜ້າທີ່ໂຄງການຫລຸດພົ້ນຄວາມທຸກຍາກ ແຂວງສາລະວັນ ກ່າວໃນມື້ດຽວກັນນັ້ນວ່າ ປະຊາຊົນຢູ່ແຂວງນີ້ ຫລາຍກວ່າ 5 ພັນຄອບຄົວ ຍັງທຸກຍາກຫຼາຍ ໂດຍສະເພາະຢູ່ເມືຶອງຕະໂອ້ຍ ແລະເມືອງສະມ້ວຍ ຍ້ອນວ່າໂຄງຮ່າງພື້ນຖານທຸກຢ່າງຍັງບໍ່ມີ ການພັທນາ, ການຮັບຮູ້ ຂໍ້ມູນທາງດ້ານໂພຊນາການ, ສຸຂອະນາມັຍບໍ່ມີຫລາຍ ແລະ ການສຶກສາກໍຍັງເຂົ້າໄປບໍ່ທົ່ວເຖິງ ດັ່ງທີ່ທ່ານກ່າວວ່າ:

"ຖືວ່າກໍນອນຢູ່ໃນເມືອງທຸກຍາກ ຂອງທົ່ວປະເທສນັ້ນແຫລະ ປະຊາຊົນກໍກວມເອົາອັດຕຣາສ່ວນ ຄວາມທຸກຍາກກາຍເຄິ່ງນຶ່ງນໍ ປະມານ 70% ພຸ້ນແຫລະ ເພາະວ່າບ້ານທຸກຍາກ ນີ້ຍັງກວມເອົາ 30 ບ້ານ ພົ້ນທຸກມີແຕ່ 26 ບ້ານຈາກ 56 ໝູ່ບ້ານ."

ຣາຍງານປະຈໍາປີ 2107 ຂອງທະນາຄານໂລກ ຣະບຸວ່າ ຣະດັບຄວາມທຸກຍາກ ຂອງ ສປປລາວ ຍັງສູງ. ຫາກຕ້ອງການໃຫ້ຣະດັບ ຄວາມທຸກຍາກຫລຸດໜ້ອຍລົງ ຄວນລົງທຶນໃສ່ການສຶກສາ ຂັ້ນພື້ນຖານ ແລະສົ່ງເສີມດ້ານການເງິນ ພ້ອມທັງຂຍາຍຂໍ້ມູນ ຂ່າວສານ, ການບໍຣິການ ແລະ ສ້າງຄວາມເຂັ້ມແຂງ ທາງສັງຄົມນໍາດ້ວຍ.

ຕາມແຜນພັທນາປະເທສ ຣັຖບາລ ສປປລາວ ວາງເປົ້າມາຍເອົາໄວ້ວ່າ ຈະເຮັດໃຫ້ ສປປ ລາວ ຫລຸດພົ້ນອອກຈາກຄວາມທຸກຍາກ ໃນປີ 2020. ຕໍ່ມາປ່ຽນມາເປັນປີ 2024.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.