ເສັ້ນຕາຍຟື້ນຟູປ່າໄມ້
2015.09.28
ຍັງ ອີກພຽງ 3 ເດືອນ ກໍ ຈະຮອດ ເສັ້ນຕາຍ ຂອງ ຄາດໝາຍ ການຟື້ນຟູ ປ່າໄມ້ ທີ່ວ່າ ຈະໃຫ້ ປົກຫຸ້ມ ເນື້ອທີ່ ທັງໝົດ ຂອງ ແຜ່ນດິນ ລາວ ເພິ່ມຂຶ້ນ ເປັນ 65% ໃນ ປີ 2015, ແຕ່ ຈະ ເປັນໄປໄດ້ ໜ້ອຍຫຼາຍ ພຽງໃດ ຂນະທີ່ ຫຼາຍຄົນ ເວົ້າວ່າ ເປັນໄປ ບໍ່ໄດ້ດອກ ເຖິງ ຣັຖບາລ ລາວ ຈະໄດ້ອອກ ແຈ້ງການ ຫ້າມ ບໍ່ໃຫ້ສົ່ງ ໄມ້ ໄປ ຕ່າງ ປະເທດ ຢ່າງ ເດັດຂາດ ກໍຕາມ.
ມາເຖິງ ດຽວນີ້ ຍັງເຫຼືອອີກ ພຽງ 3 ເດືອນ ກໍ ຈະຮອດ ກໍານົດ ເວລາ ຄາດໝາຍ ທີ່ ຜູ້ນຳພັກ ປະຊາຊົນ ປະຕິວັດ ລາວ ຊຶ່ງ ປົກຄອງ ປະເທສ ດ້ວຍ ຣະບອບ ຜະເດັດການ ເຄົ້າດຽວ ພັກດຽວ ວ່າ ຈະຟື້ນຟູ ປ່າໄມ້ ໃນ ທົ່ວ ປະເທສ ໃຫ້ ປົກຫຸ້ມ ເນື້ອທີ່ ທັງໝົດ ເພິ່ມຂຶ້ນ ເປັນ 65% ໃນ ປີ 2015 ນີ້, ຫຼາຍຄົນ ເວົ້າວ່າ ມັນເປັນໄປ ບໍ່ໄດ້ ດອກ. ຍ້ອນວ່າ ຕລອດ ຣະຍະ 40 ປີ ພາຍຫລັງ ທີ່ ໄດ້ມີການ ປ່ຽນແປງ ຣະບອບ ການປົກຄອງ ມານີ້ ຕົ້ນໄມ້ ແລະ ປ່າໄມ້ ໃນ ປະເທສ ລາວ ຖືກ ຕັດລົງ ໃນ ແຕ່ລະປີ ເປັນ ຈຳນວນ ຫຼວງຫຼາຍ ທັງ ທີ່ຖືກ ກົດໝາຍ ແລະ ຜິດ ກົດໝາຍ. ດັ່ງ ປະຊາຊົນ ລາວ ທ່ານນຶ່ງ ເວົ້າ ເມື່ອມໍ່ໆ ມານີ້ ວ່າ: ສຽງ…
ຣັຖບາລ ສ.ປ.ປ.ລາວ ຫຼາຍຊຸດ ຜ່ານມາ ແລະ ຊຸດ ປັດຈຸບັນ ໄດ້ອອກ ແຈ້ງການ ຫ້າມບໍ່ໃຫ້ ຕັດໄມ້ ແລະ ຫ້າມສົ່ງໄມ້ ອອກໄປ ຂາຍ ຕ່າງ ປະເທສ ຢ່າງ ເດັດຂາດ. ແຈ້ງການ ສະບັບ ຫລ້າສຸດ ນີ້ ກໍເປັນ ແຈ້ງການ ຂອງ ຫ້ອງວ່າ ການ ຣັຖບານ ສ.ປ.ປ.ລາວ ທີ່ ວາງອອກ ໃນ ວັນທີ 18 ສິງຫາ 2015 ເພື່ອ ໃຊ້ ແທນ ແຈ້ງການ ສະບັບ ລົງ ວັນທີ 30 ເມສາ 2015 ທີ່ ຫ້າມບໍ່ໃຫ້ ສົ່ງໄມ້ ອອກ ນອກ ປະເທດ ຢ່າງ ເດັດຂາດ. ແຈ້ງການ ສະບັບ ໃໝ່ ນີ້ ກຳນົດ ເອົາ ໄວ້ວ່າ "ບໍ່ ອະນຸຍາດ ໃຫ້ ສົ່ງອອກ ໄມ້ທ່ອນ, ໄມ້ ຕີຕັບ ອອກໄປ ຕ່າງ ປະເທດ ຢ່າງ ເດັດຂາດ, ໃຫ້ ປຸງແຕ່ງ ສໍາເຣັດ ຮູບ ແລ້ວຈຶ່ງ ສົ່ງອອກ” ໂດຍ ເວົ້າວ່າ ເພື່ອ ເພີ່ມ ມູລຄ່າ ໃຫ້ແກ່ ຜລິຕ ພັນໄມ້ ດ້ວຍການ ແປຮູບ ໄມ້ ກ່ອນສົ່ງ ອອກ ຂນະທີ່ ການສນອງ ໄມ້ທ່ອນ ໃຫ້ ໂຮງເລື່ອຍ ແລະ ໂຮງງານ ເຟີນີເຈີ ຢູ່ ພາຍໃນ ປະເທສ ບໍ່ພຽງພໍ ກັບ ຄວາມຕ້ອງການ ທີ່ ຫຼາຍເພິ່ມຂຶ້ນ ນຳ ເລື້ອຍໆ. ຕາມຄວາມ ເປັນຈິງ ແຈ້ງການ ທີ່ ວ່ານັ້ນ ເປັນພຽງແຕ່ ຮູບການ, ບໍ່ ສາມາດ ຈັດຕັ້ງ ປະຕິບັດ ໃຫ້ເກີດຜົລ ເປັນຈິງ ໄດ້. ດັ່ງ ຊາວລາວ ທ່ານ ນຶ່ງ ເວົ້າວ່າ: ສຽງ
ທີ່ຜ່ານມາ ຫຼາຍປີ ແລະ ໃນ ປັຈຈຸບັນ ທາງການ ລາວ ມີ ມະຕິ ຄຳສັ່ງ ອອກມາ ຫຼາຍສະບັບ ກ່ຽວກັບ ການຫ້າມ ຕັດໄມ້ ແລະ ສົ່ງໄມ້ ທ່ອນ ອອກໄປ ຕ່າງ ປະເທດ ແຕ່ ຫຼາຍຄົນ ຮວມທັງ ອົງການ ປົກປ້ອງ ສິ່ງແວດລ້ອມ ສາກົລ ຕ່າງໆ ກໍເວົ້າມາ ຕລອດວ່າ ຍັງມີ ການຕັດໄມ້ ແລະ ສົ່ງໄມ້ ທ່ອນ ອອກໄປ ຕ່າງ ປະເທດ ຢ່າງ ຫຼວງຫຼາຍ ຢູ່ ຍ້ອນ ຜູ້ມີ ອິດທິພົນ ຢູ່ເບື້ອງຫຼັງ ຂອງ ການຄ້າໄມ້ ຮວມທັງ ການຄ້າ ເຖື່ອນ ຊຶ່ງ ຫຼາຍໆຄົນ ກໍຮູ້. ດັ່ງ ປະຊາຊົນ ລາວ ທ່ານນຶ່ງ ເວົ້າວ່າ: ສຽງ
ເວົ້າ ສະເພາະ ໃນ ປີ 2015 ນີ້ ພຽງຣະຍະ 8 ເດືອນ ຣັຖບານ ລາວ ກໍໄດ້ ອອກ ແຈ້ງການ ກ່ຽວກັບ ການຫ້າມ ຕັດໄມ້ ແລະ ສົ່ງໄມ້ອອກ ໄປຂາຍ ຕ່າງ ປະເທດ ເຖິງ 2 ສະບັບ ແລ້ວ. ແຕ່ການ ຈັດຕັ້ງ ປະຕິບັດ ແຈ້ງການ ນັ້ນ ຫຼາຍ ຄົນ ເວົ້າວ່າ ຄົງຈະ ເປັນໄປ ເໝືອນເດີມ ຄືບໍ່ໄດ້ຮັບ ຜົລ. ດັ່ງນັ້ນ ຈຶ່ງ ເວົ້າໄດ້ ວ່າ ຄຳໝັ້ນ ສັນຍາ ຂອງ ທ່ານ ຈູມມາລີ ໄຊຍະສອນ ຜູ້ນຳ ສູງສຸດ ທີ່ ຜູກຂາດ ອໍານາດ ຢູ່ລາວ ໄດ້ໃຫ້ໄວ້ ຢູ່ ໃນ ກອງປະຊຸມ ໃຫຍ່ ຄັ້ງທີ 9 ຄືຄັ້ງ ຫລ້າສຸດ ຂອງ ພັກ ທີ່ວ່າ ຈະເຮັດໃຫ້ ເນື້ອທີ່ ປ່າໄມ້ ປົກຫຸ້ມ ເນື້ອທີ່ ຂອງ ປະເທດ ທັງໝົດ ໄດ້ ເຖິງ 65 ສ່ວນຮ້ອຍ ໃນ ປີ 2015 ແລະ 70 ສ່ວນຮ້ອຍ ໃນປີ 2020 ນັ້ນ ຈະເປັນໄປ ໄດ້ ແນວໃດ. ດັ່ງ ນັກ ວິຊາການ ລາວ ທ່ານນຶ່ງ ເວົ້າວ່າ: ສຽງ
ມີການ ຂົນໄມ້ ທັງໄມ້ ເຖື່ອນ ແລະ ໄມ້ ທີ່ ຖືກ ກົດໝາຍ ອອກໄປ ຂາຍ ຕ່າງ ປະເທດ ເປັນຕົນ ໄປ ວຽດນາມ ໃນ ແຕ່ລະປີ ຫລາຍແສນ ແມັດກ້ອນ. ຢູ່ແຂວງ ບໍລິຄຳໄຊ ແຂວງດຽວ ຣັຖບາລ ກໍ ອະນຸຍາດ ໃຫ້ ຕັດໄມ້ ໄປເຖິງ 4 ແສນ ແມັຕ ກ້ອນ. ຕາມ ຄຳເວົ້າ ຂອງ ສະມາຊິກ ສະພາ ແຫ່ງຊາດ ເມື່ອປີກາຍ. ການຕັດໄມ້ ທໍາລາຍ ປ່າ ຢ່າງ ຫຼວງຫຼາຍ ຢູ່ ສ.ປ.ປ.ລາວ ຫຼາຍຄົນ ເວົ້າວ່າ ໃຜໆກໍຮູ້ ແມ່ນແຕ່ ທ່ານ ທອງສິງ ທໍາມະວົງ ຜູ້ເປັນ ນາຍົກ ຣັຖມົນຕຣີ ຄົນ ປັດຈຸບັນ ກໍຍັງ ຮັບຮູ້ຢູ່ ໃນ ກອງປະຊຸມ ສະພາ ແຫ່ງຊາດ ທີ່ ຜ່ານມາ. ການຫ້າມ ບໍ່ໃຫ້ ຕັດໄມ້ ນັ້ນ ມີມາ ແຕ່ດົນ ແລ້ວ ແຕ່ບໍ່ມີ ຣັຖບາລ ຊຸດໃດ ຈະແກ້ໄຂ ໄດ້. ໃນ ສມັຍ ທ່ານ ບົວສອນ ບຸບຜາວັນ ເປັນ ນາຍົກ ຣັຖມົນຕຣີ ກໍວ່າຈະ ປາບປາມ ເອົາແທ້ ເອົາວ່າ ແຕ່ກໍຍັງ ບໍ່ສູ້ ຜູ້ມີ ອິດທິພົນ ອື່ນ ອີກ. ດັ່ງ ຊາວລາວ ທ່ານ ນຶ່ງ ເວົ້າວ່າ: ສຽງ
ແລະ ອີກທ່ານນຶ່ງ ກໍເວົ້າວ່າ ເປັນຍ້ອນ ມີການ ສໍ້ຣາສ ບັງຫຼວງ ຫຼາຍ ແລະ ກວດສອບ ກັນ ບໍ່ໄດ້: ສຽງ
ການຕັດ ໄມ້ ຢູ່ ສ.ປ.ປ.ລາວ ຫລາຍກວ່າ ການປູກ ແທນຄືນ. ອັນນີ້ມັນ ເປັນການ ຂັດກັບ ກົດໝາຍ ຂອງລາວ ເອງ ເປັນຕົ້ນ ກໍແມ່ນ ກົດໝາຍ ວ່າດ້ວຍ ປ່າໄມ້ ມາດຕຣາ 5 ທີ່ ກຳນົດ ເຖິງ ນະໂຍບາຍ ປົກປັກ ຮັກສາ, ຟື້ນຟູ ແລະ ພັທນາ ປ່າໄມ້ ແລະ ຜິດຕໍ່ ກົດໝາຍ ວ່າດ້ວຍ ການປົກປັກ ຮັກສາ ສິ່ງແວດລ້ອມ ຊຶ່ງ ມາດຕຣາ 16 ບົ່ງໄວ້ ເຖິງການ ຕອບສນອງ ການນຳໃຊ້ ໄມ້ ຢ່າງ ບໍ່ ບົກແຫ້ງ ຊຶ່ງ ມີການ ວິພາກ ວິຈານ ກັນວ່າ ມັນຈະບໍ່ ບົກແຫ້ງ ໄດ້ແນວໃດ ໃນເມື່ອ ຕັດ ຫຼາຍກວ່າ ປູກ ຄື ທີ່ຜ່ານມາ ແລະ ໃນ ປັດຈຸບັນ ນີ້.