ມ.ປາກອູຊາວບ້ານບໍ່ພໍໃຈ ຄ່າຊົດເຊີຍ

ໄມຊູລີ
2018.06.25
F-Nam-Ou ສາຍລໍານໍ້າອູ
RFA/SN

ປະຊາຊົນ 25 ຄອບຄົວ ໃນ 4 ບ້ານ ທີ່ເຮືອນຊານ ແລະບ່ອນຝູກຝັງ ຂອງເຂົາເຈົ້າຖືກນໍ້າຖ້ວມ ຍ້ອນຜົນກະທົບ ຈາກເຂື່ອນນໍ້າອູ 1 ເມືອງປາກອູ ແຂວງຫລວງພຣະບາງ ບໍ່ພໍໃຈກັບຄ່າຊົດເຊີຍ ທີ່ຄນະຈັດສັນ ຕີຣາຄາໃຫ້ ແບບທີ່ເຫັນວ່າ ບໍ່ເໝາະສົມ. ດັ່ງຊາວບ້ານ ທີ່ໄດ້ຮັບຜົນກະທົບ ຜູ້ນຶ່ງກ່າວຕໍ່ ວິທຍຸເອເຊັຍເສຣີວ່າ:

“ເຂື່ອນນໍ້າອູ 1 ນີ້ເຂົາເຈົ້າ ໃຫ້ຄ່າຊົດເຊີຍນ້ອຍ ນ້ອຍຫລາຍ ຄືເຮືອນຫລັງນື່ງເນາະ ມູນຄ່າທີ່ດິນ ທັ້ງຫຍັງກໍຈະຢູ່ປະມານ 2 - 3 ຮ້ອຍລ້ານກີບ ທີ່ນີ້ເຂົາເຈົ້າໃຫ້ແຕ່ 90 ລ້ານ ຫາ 80 ລ້ານ ຊັ້ນນະ ແມ່ນກະທົບ ຣາຄາມັນຢາກຂ້ອນຂ້າງ ຈະຕໍ່າຫລາຍ ມັນຈະມີ ບາງຫລັງເຮືອນ ບ້ານຝ້າຍ ບ້ານຫ້ວຍເຫລືອງ ບໍ່ໄດ້ ຜົນກະທົບບໍ່ໄດ້ໝົດເນາະ ມັນຈະມີປະມານ 7-8 ຫລັງເຮືອນ ແລະບາງບ້ານ ມັນກໍຖືກ 4-5 ຫລັງເຮືອນ ເຮົາເອງກໍຍັງຖືກ ຜົນກະທົບເນາະ ແຕ່ວ່າກໍຍັງຕົກລົງກັນ ບໍ່ໄດ້ເທືອ.”

ທ່ານກ່າວຕື່ມວ່າ ຊາວບ້ານທີ່ຖືກນໍ້າຖ້ວມ ດິນທໍາມາຫາກິນແລະເຮືອນມີປະມານ 25 ຄອບຄົວ ໃນ 4 ໝູ່ບ້ານໃນນັ້ນເປັນຕົ້ນ ບ້ານຝ້າຍ ແລະບ້ານຫ້ວຍເຫຼືອງ ຊາວບ້ານກຸ່ມດັ່ງກ່າວ ຄືກຸ່ມທີ່ໄດ້ຮັບຜົນກະທົບຈາກເຂື່ອນ ແລະບໍ່ຍອມໂຍກຍ້າຍ ໄປຢູ່ບ້ານຈັດສັນຂອງໂຄງການ ແຕ່ຈະໄດຮັບຄ່າຊົດເຊີຍ ຄ່າຊື້ເຮືອນ ແລະທີ່ດິນປູກຝັງ ເປັນເງິນແທນ.

ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ ແຂວງຫລວງພຣະບາງ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຍເສຣີ ວ່າປັຈຈຸບັນ ທາງຄນະຈັດສັນ ກໍາລັງລົງໄປ ເກັບກໍາຂໍ້ມູນເຣື້ອງນີ້ຢູ່ ແຕ່ຍັງບໍ່ທັນ ສລຸບໄດ້ວ່າຈະຊົດເຊີຍເທົ່າໃດ ແຕ່ກໍຈະເຮັດຕາມ ຄວາມຕ້ອງການ ຂອງປະຊາຊົນ ເປັນຫລັກ:

“ໂອ້ປັຈຈຸບັນ ບ່ອນທີ່ນໍ້າຖ້ວມຫັ້ນ ພວກເຮົາກໍາລັງລົງກວດກາຄືນ ຍັງບໍ່ທັນສລຸບໄດ້ເທືອ ບັນດາຜົລປູກ ຂອງປະຊາຊົນຫັ້ນເນາະ ປະຊາຊົນບໍ່ຢາກຍ້າຍ ໄປຢູ່ບ້ານຈັດສັນກໍໄດ້ ຈ່າຍເບັ້ຍຈ່າຍເງິນ ໃຫ້ເຂົາເຈົ້າໄປກໍ່ສ້າງ ເອົາເອງຫັ້ນນະ ເຂົາເຈົ້າເຫັນດີໆ ເພາະວ່າ ພວກເຮົາກໍເອົາຕາມໃຈ ປະຊາຊົນເດ້ ເພິ່ນມັກແນວໃດ ກໍຕ້ອງໄດ້ ຈັດໃຫ້ເພິ່ນແນວນັ້ນ.”

ສໍາລັບປະຊາຊົນ ຜູ້ທີ່ໂຍກຍ້າຍ ມາຢູ່ບ້ານຈັດສັນ ເຂື່ອນນໍ້າອູ 1 ຈໍານວນ 350 ຄອບຄົວນັ້ນ ປັຈຈຸບັນ ກໍບໍ່ພໍໃຈ ດິນທໍາການຜລິດ ຂອງເຂົາເຈົ້າ ຍ້ອນດິນທີ່ໄດ້ມານັ້ນ ບໍ່ ມີຄຸນພາບ ແລະຄອບຄົວນຶ່ງໄດ້ບໍ່ຮອດ 1 ເຮັກຕາ.

ຢ່າງໃດກໍຕາມ ຕໍ່ບັນຫານີ້ ເຈົ້າໜ້າທີ່ ທາງການລາວ ໃຫ້ເຫດຜົນວ່າ ການຊົດເຊີຍທີ່ຜ່ານມານັ້ນ ເປັນການຊົດເຊີຍ ເທື່ອທໍາອິດຍັງບໍ່ ຊົດເຊີຍທັງໝົດເທື່ອ ປະຊາຊົນຕ້ອງໄດ້ ລໍຖ້າໄປກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.