ພິທີເປີດສນາມບິນ ອັດຕະປື

ອະວາຣີ
2015.05.29
f-image ພິທີເປີດສນາມບິນ ນານາຂາດ ແຂວງ ອັດຕະປື
RFA

ທາງການ ລາວ ຈະ ຈັດ ພິທີ ເປີດ ສນາມບິນ ນາໆຊາດ ອັດຕະປື ຢ່າງ ເປັນ ທາງການ, ໃນ ວັນເສົາ ນີ້ ໂດຍມີ ທ່ານ ຈູມມະລີ ໄຊຍະສອນ ປະທານ ປະເທດ ສປປລາວ ແລະ ທ່ານ ຈ່ອງຕັນຊ່າງ ປະທານ ປະເທດ ວຽດນາມ ເຂົ້າຮ່ວມ ເປັນ ສັກຂີ ພິຍານ.

ໂຄສົກ ກະຊວງ ການ ຕ່າງ ປະເທດ ວຽດນາມ ກ່າວວ່າ, ສນາມບິນ ອັດຕະປື ທີ່ ມີ ມູນຄ່າ 46 ລ້ານ ດອນລ່າ ສະຫະຣັຖ, ຈະຊ່ວຍ ສົ່ງເສີມ ຄວາມ ສຳພັນ ທີ່ ພິເສດ ຢູ່ແລ້ວ ຣະຫວ່າງ ວຽດນາມ ແລະ ລາວ ໃຫ້ ພິເສດ ຍິ່ງ ຂຶ້ນ, ແລະ ຈະ ຊຸກຍູ້ ສົ່ງເສີມ ໃຫ້ ວຽດນາມ ໄປ ລົງທຶນ ຢູ່ ລາວ ຫລາຍ ຂື້ນ.

ເມື່ອ ປະມານ 4 ປີ ກ່ອນ ຣັຖບານ ລາວ ອະນຸຍາດ ໃຫ້ ບໍຣິສັດ ຮ່ວງອັນ ຢະລາຍ ຂອງ ວຽດນາມ ສ້າງ ສນາມບິນ ນາໆຊາດ 2 ແຫ່ງ, ຄື ຢູ່ ແຂວງ ອັດຕະປື ແລະ ຢູ່ ແຂວງ ຫົວພັນ; ຈຸດປະສົງ ກໍເພື່ອ ສົ່ງເສີມ ການ ທ່ອງທ່ຽວ ແລະ ການ ລົງທຶນ.

ໜັງສືພິມ ທາງການ ຂອງ ວຽດນາມ ຣາຍງານ ໃນ ເວລາ ນັ້ນວ່າ, ວຽດນາມ ຢາກ ສ້າງ ສນາມບິນ ຢູ່ ແຂວງ ອັດຕະປື ແລະ ແຂວງ ຫົວພັນ ຂອງລາວ, ກໍ ເພາະວ່າ 2 ແຂວງນີ້ ມີ ບາງສິ່ງ ບາງຢ່າງ ລຶກລັບ ທີ່ ໜ້າ ສົນໃຈ. ຣັຖບານ ລາວ ຕົກລົງ ໃຫ້ ບໍຣິສັດ ຮ່ວງອັນ ຢະລາຍ ສ້າງ ສນາມບິນ ທັງ 2 ແຫ່ງ ກ່ອນ, ແລ້ວ ຣັຖບານ ລາວ ຈຶ່ງຈະ ໃຊ້ ໜີ້ ຄືນ ຕາມ ທີ ຫລັງ.

ບໍຣິສັດ ຮ່ວງອັນ ຢະລາຍ ເປັນ ບໍຣິສັດ ເອກກະຊົນ ໃຫຍ່ ທີ່ສຸດ ແຫ່ງນຶ່ງ ໃນ ວຽດນາມ, ແຕ່ກ່ອນ ເປັນ ບໍຣິສັດ ນ້ອຍໆ ທີ່ ຜລິດ ເຟີນີເຈີ ແຕ່ ປັດຈຸບັນ ມີເງິນ ທຶນ ຫລາຍ ຕື້ ດອນລ່າ ສະຫະຣັຖ, ໃນນັ້ນ ໄດ້ ລົງທຶນ ເຖິງ 1 ຕື້ ດອນລ່າ ແລ້ວ ຢູ່ ສປປລາວ, ຊຶ່ງ ສ່ວນຫລາຍ ແມ່ນ ລົງທຶນ ປູກ ຢາງພາຣາ ທີ່ມີ ພື້ນທີ່ ກວ້າງ ກວ່າ 1 ແສນ ເຮັກຕາ ຢູ່ ພາກໃຕ້ ຂອງ ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.