ໂຄງການແຫຼ່ງທ່ອງທ່ຽວ ວັງວຽງ ເຣີ່ມແທກດິນ
2019.02.11
ປັຈຈຸບັນ ໂຄງການພັທນາແຫລ່ງທ່ອງທ່ຽວ ຂອງບໍຣິສັດ ແອັມໂພລ໌ ເຣຍ໌ (ຮົງ ກົງ) ຈຳກັດ (Ample Ray (Hong Kong) Limited) ຮ່ວມກັບບໍຣິສັດທີ່ປຶກສາ ດ້ານການລົງທຶນ ແລະ ກໍ່ສ້າງ ເຂື່ອນໄຟຟ້າຈໍາກັດ ຜູ້ດຽວ, ຊຶ່ງເປັນຂອງ ນັກລົງທືນຈີນ ຢູ່ເມືອງວັງວຽງແຂວງວຽງຈັນ, ກໍາລັງລົງພື້ນທີ່ ແທກດິນຂອງປະຊາຊົນ ຢູ່ບ້ານຫ້ວຍສະເຫງົາ, ບ້ານພູດິນແດງ ແລະ ບ້ານປາກປອກ ແຕ່ທ້າຍເດືອນຜ່ານມາ ເພື່ອເອົາ ດິນຂອງ ຊາວບ້ານ ເປັນສ່ວນນຶ່ງ ຂອງ ໂຄງການ ພາຍຫລັງ ປະຊາຊົນຍິນຍອມ ໃຫ້ລົງແທກດິນ ຂອງພວກເຂົາເຈົ້າ, ດັ່ງປະຊາຊົນ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 11 ກຸມພາ ນີ້ວ່າ:
"ມາແທກ 2-3 ງວດແລ້ວ, ເຂົາລົງເອົາຂໍ້ມູນ ທິມງານທັງຄນະຮັບຜິດຊອບ, ທັງບໍຣິສັດ ເພິ່ນລົງເປັນງວດ, ຂໍ້ມູນດິນແຕ່ລະຕ່ອນຫັ້ນນະ ກໍໄດ້ໃຫ້ຄວາມຮ່ວມມືຫັ້ນແຫລະ.”
ປະຊາຊົນ ທ່ານນີ້ກ່າວຕື່ມວ່າ ທາງເຈົ້າໜ້າທີ່ ໂຄງການດັ່ງກ່າວ ຍັງບໍ່ບອກໃຫ້ປະຊາຊົນ ຮູ້ເທື່ອວ່າ ພວກເພີ່ນ ຈະເອົາດິນຊາວບ້ານຈັກ ຄອບຄົວ ແລະ ຈໍານວນ ໜ້ອຍຫຼາຍປານໃດ, ແຕ່ຈະບອກ ໃຫ້ຮູ້ພາຍຫຼັງ ທີ່ວັດແທກສໍາເຣັດ. ພ້ອມກັນນັ້ນ ກໍຈະຫາລືກັນ ກ່ຽວກັບເຣື້ອງ ຄ່າຊົດເຊີຍ ໃຫ້ແກ່ປະຊາຊົນ ຕາມຂັ້ນຕອນ, ຊຶ່ງປະຊາຊົນ ຫລາຍຄອບຄົວ ຫວັງວ່າ ທາງໂຄງການຈະຊົດເຊີຍ ແບບເປັນທັມແກ່ພວກ ເຂົາເຈົ້າ.
ກ່ຽວກັບເຣື້ອງນີ້, ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປຍັງ ຫ້ອງການ ຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ເມືອງວັງວຽງ ເພື່ອສອບຖາມ ຂໍ້ມູນ ເພີ້ມຕື່ມ, ຊື່ງເຈົ້າໜ້າທີ່ ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະສຽງ ກ່າວພຽງສັ້ນໆວ່າ ບໍຣິສັດດັ່ງກ່າວ ກໍາລັງລົງພື້ນທີ່ ແທກດິນ ຊາວບ້ານແທ້, ແຕ່ຍັງບໍ່ທັນ ຣາຍງານໃຫ້ທາງການຮູ້. ພ້ອມດຽວກັນນັ້ນ ວິທຍຸເອເຊັຍເສຣີ ກໍໄດ້ຕິດຕໍ່ໄປຫາ ບໍຣິສັດ ດັ່ງກ່າວ ແຕ່ປະກົດວ່າ ບໍ່ມີເບີຕິດຕໍ່ໄດ້ ຍ້ອນບໍຣິສັດນີ້ ຫາກໍເຂົ້າມາຢູ່ ເມືອງວັງວຽງ ບໍ່ໄດ້ດົນ.
ເຖິງຢ່າງໃດກໍຕາມ ອິງຕາມຂໍ້ມູນ ຈາກໜັງສືພິມ ທາງການລາວ ຣາຍງານວ່າ ໂຄງການພັທນາ ແຫລ່ງທ່ອງທ່ຽວ ຂອງບໍຣິສັດ ແອັມໂພລ໌ ເຣຍ໌ (ຮົງ ກົງ) ຈຳກັດ ຮ່ວມກັບບໍຣິສັດ ທີ່ປືກສາ ດ້ານການລົງທຶນ ແລະ ກໍ່ສ້າງ ເຂື່ອນໄຟຟ້າຈໍາກັດ ຜູ້ດຽວ, ຈະກວມເອົາທັງໝົດ 22 ບ້ານ ໃນເນື້ອທີ່ທັງໝົດ ປະມານ 7 ພັນເຮັກຕາຣ໌, ຊຶ່ງຈະໃຫ້ສໍາເຣັດ ໃນປີນີ້, ໂດຍໂຄງການ ດັ່ງກ່າວມີເປົ້າໝາຍ ຈະສ້າງຫຼາຍຢ່າງ ເປັນຕົ້ນ: ເຂດທ່ອງທ່ຽວ ອະນຸຮັກ ທັມມະຊາດ, ສູນການຄ້າ, ສູນວັທນະທັມ, ໂຮງແຮມ, ຫໍປະຊຸມນາໆຊາດ ແລະ ອື່ນໆ, ຊຶ່ງຈະໃຊ້ງົບປະມານ ການລົງທືນ ປະມານ 4 ຕຶ້ ດອນລາຣ໌ ສະຫະຣັຖ.