600 ຄອບຄົວຄັດຄ້ານເຂື່ອນ ປາກລາຍ
2018.11.08
ປະຊາຊົນກວ່າ 600 ຄອບຄົວ ໃນ 4 ບ້ານຢູ່ເມືອງແມດແຂວງວຽງຈັນ ບໍ່ເຫັນດີນໍາແຜນການ ສ້າງເຂື່ອນປາກລາຍ ຢູ່ເມືອງປາກລາຍ ແຂວງໄຊຍະບູຣີ ຍ້ອນວ່າ ຖ້າຫາກເຂື່ອນດັ່ງກ່າວ ມີການກໍ່ສ້າງ ພວກເຂົາເຈົ້າທີ່ອາສັຍ ຢູ່ເຂດບ້ານໃຕ້ ໂຄງການເຂື່ອນ ຈະຕ້ອງຖືກ ໂຍກຍ້າຍ ໄປຢູ່ບ້ານຈັດສັນບ່ອນໃໝ່ ຊຶ່ງໄກຈາກບ້ານເດີມ 10 ຫາ 30 ຫຼັກ ແລະກັງວົນວ່າເມືອຍ້າຍໄປແລ້ວ ບໍ່ຮູ້ຈະເຣີ້ມຕົ້ນຊີວິດ ແບບໃດ. ດັ່ງເຈົ້າໜ້າທີ່ ທ້ອງຖິ່ນທ່ານນຶ່ງ ທີ່ບໍ່ປະສົງອອກຊື່ກ່າວວ່າ:
“ແຜນເພິ່ນເວົ້ານີ້ ກໍຖືກຍ້າຍໝົດ ຍ້າຍໄກເຕີບແຫຼະ ເບື້ອງປະຊາຊົນນີ້ ຂັດຂ້ອງແຫຼະເນາະ ບໍ່ຢາກເຮັດແຫຼະເນາະ ກໍຍ້ອນຄັນຖ້າວ່າ ເຮັດເຂື່ອນແລ້ວ ມັນກໍຊິເປັນນໍ້າຖ້ວມເນະ ແຜນເພີ່ນເວົ້ານີ້ ຢູ່ແຂວງວຽງຈັນ ນີ້ຄືວ່າມີ 4 ບ້ານພຸ້ນນະເນາະ ຫຼາຍເຕີບ ບ້ານນຶ່ງ 100 ປາຍໝົດນະ ບໍ່ຢາກຍ້າຍແຫລະເນາະ ບ້ານພໍ່ບ້ານແມ່ພາຢູ່ແຕ່ກິ້ເນາະ.”
ທ່ານກ່າວຕື່ມວ່າ ກຸ່ມບ້ານທີ່ຈະໄດ້ຮັບຜົນກະທົບ ຈາກເຂື່ອນປາກລາຍ ແລະຈະຕ້ອງຖືກຍ້າຍນັ້ນ ມີບ້ານນາອຸດົມໄຊ, ບ້ານປາກພານ, ບ້ານປາກຍັນ, ແລະ ບ້ານດອນໄຊງາມ. ຕາມແຜນການ ຫາກເຂື່ອນຖືກສ້າງ ພວກເຂົາເຈົ້າຕ້ອງຍ້າຍໄປຢູ່ ບ້ານຈັດສັນ ເຂດນາດີ ຊຶ່ງເຂດດັ່ງກ່າວ ນອກຈາກຢູ່ໄກບ້ານເດີມແລ້ວ ຍັງເປັນເຂດທີ່ດິນ ບໍ່ມີຄຸນນະພາບ ເຮັດໄຮ່ເຮັດນາ ບໍ່ໄດ້.
ນອກຈາກ ປະຊາຊົນເມືອງແມດ ແຂວງວຽງຈັນ ທີ່ຕ້ອງຖືກໂຍກຍ້າຍແລ້ວ, ປະຊາຊົນ ຢູ່ເມືອງປາກລາຍ ແຂວງໄຊຍະບູຣີ ທີ່ໄດ້ຮັບ ຜົນກະທົບ ຈາກເຂື່ອນດັ່ງກ່າວ ມີ 5 ບ້ານ ກໍບໍ່ຢາກໂຍກຍ້າຍຄືກັນ ເປັນຕົ້ນບ້ານປາກທັງ, ບ້ານດອນລີງ, ບ້ານທ່າລຽບ, ບ້ານທ່າມ່ວງ ແລະບ້ານໜອງໄຄ້. ດັ່ງເຈົ້າໜ້າທີ່ ເມືອງປາກລາຍ ທ່ານນຶ່ງກ່າວວ່າ:
“ເຂື່ອນນໍ້າຂອງ ຈຸດປາກລາຍນັ້ນ ກໍໄດ້ລົມກັບປະຊາຊົນແລ້ວ ເວົ້າເຣື້ອງອັນປະເມີນກະທົບ ແລະສິ່ງແວດລ້ອມນະ ກໍຄັນຖ້າວ່າໂຄງການ ເກິດຂຶ້ນແທ້ ເນາະ ປະຊາຊົນເຂົາເຈົ້າ ບໍ່ຢາກເຫັນດີຫັ້ນລະ ອັນນຶ່ງກໍເຂດບ້ານເຂົາເຈົ້າຖາວອນແລ້ວ ທໍາການຜລິດ ເຂົາເຈົ້າບ້ານມັນຢູ່ ໃກ້ຄຽງກັນເນາະ ມັນມີຫລາຍໝູ່ບ້ານ ມີຜົນກະທົບແຕ່ ສະເພາະ 2 ບ້ານ ກໍມັນຖືກຢູ່ 400 ປາຍຄອບຄົວແລ້ວກໍຮອດດອນລີງ ຮອດເຂດ ບ້ານມ່ວງນີ້ນະ.”
ທ່ານກ່າວຕື່ມວ່າ ປັດຈຸບັນ ແຜນການສ້າງເຂື່ອນປາກລາຍນັ້ນ ຍັງຢູ່ໃນຂັ້ນຕອນ ການປຶກສາຫາຣືກັນຢູ່.