ທາງຣົດໄຟຍັງບໍ່ຊົດເຊີຍ ຊາວເມືອງ ກາສີ
2018.09.13
ປະຊາຊົນ 50 ປາຍຄອບຄົວ ຢູ່ບ້ານວຽງແກ້ວ ເມືອງກາສີ ແຂວງວຽງຈັນ ທີ່ຈະໂຍກຍ້າຍບ່ອນຢູ່ອາສັຍ ຍ້ອນໂຄງການສ້າງທາງຣົດໄຟ ລາວ-ຈີນ ນັ້ນຢາກຮຽກຮ້ອງ ໃຫ້ພາກສ່ວນກ່ຽວຂ້ອງ ຈ່າຍຄ່າຊົດເຊີຍ ແລະຊອກທີ່ດິນບ່ອນໃໝ່ ໃຫ້ເພື່ອໃຫ້ພວກຂະເຈົ້າ ປຸກເຮືອນຢູ່, ດັ່ງເຈົ້າໜ້າທີ່ເມືອງກາສີ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 13 ກັນຍາ ນີ້ວ່າ:
“ບ້ານວຽງແກ້ວເຮົາມີຢູ່ 50 ປາຍຫຼັງຄາເຮືອນ ມີດິນນາດິນສວນດິນປຸກສ້າງ ພ້ອມດ້ວຍເຮືອນຫັ່ນແຫຼະ ຊາວບ້ານສ່ວນຫຼາຍ ເພິ່ນກະ ຮຽກຮ້ອງຢາກໃຫ້ຊອກພື້ນທີ່ຫັ້ນແຫຼະ ປຸກສ້າງເຮືອນ.”
ທ່າວກ່າວຕື່ມວ່າ ບ້ານວຽງແກ້ວ ເປັນບ້ານນຶ່ງໃນເມືອງກາສີ ທີ່ຈະຖືກຜົນກະທົບ ຈາກໂຄງການສ້າງທາງຣົດໄຟ ລາວ-ຈີນ ແລະມີ ຣາຍງານວ່າ ທາງການ ຄິດໄລ່ຄ່າຊົດເຊີຍແລ້ວ ແຕ່ຍັງບໍ່ແນ່ວ່າຈະຈ່າຍ ຄ່າຊົດເຊີຍເມື່ອໃດ.
ກ່ຽວກັບເຣື້ອງນີ້ ວິິທຍຸເອເຊັຍເສຣີ ໄດ້ພຍາຍາມຕິດຕໍ່ໄປຫາ ພາກສ່ວນຮັບຜິດຊອບ ກ່ຽວກັບການໃຫ້ຄ່າຊົດເຊີຍປະຊາຊົນ ຢູ່ເມືອງກາສີ ເພື່ອຂໍຮູ້ຣາຍຣະອຽດ ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ຍັງບໍ່ສະດວກໃຫ້ຂໍ້ມູນ.
ກ່ອນໜ້ານີ້ ເມື່ອວັນທີ 29 ສິງຫາ ທີ່ຜ່ານມາ ທາງການແຂວງວຽງຈັນ ໄດ້ໂອນເງິນຜ່ານບັນຊີທະນາຄານ ໃຫ້ແກ່ປະຊາຊົນ 13 ຄອບຄົວ ຢູ່ບ້ານຫີນເຫີບໃຕ້ ເມືອງຫີນເຫີບ ທີ່ໄດ້ຮັບຜົນກະທົບຈາກໂຄງການ ສ້າງທາງຣົດໄຟລາວ-ຈີນ ໃນຣະຍະການກໍ່ສ້າງ ຣະຫວ່າງ ນະຄອນຫຼວງວຽງຈັນ ຫາເມືອງໂພນໂຮງ, ຊຶ່ງທັງ 13 ຄອບຄົວ ດ່ັງກ່າວ ໄດ້ຄ່າຊົດເຊີຍຮວມທັງໝົດ ປະມານ 7.79 ຕື້ກີບ.