ທາງການຈະຄວບຄຸມຣາຄາ ສິນຄ້າ
2017.12.14
ກົມການຄ້າພາຍໃນ ກະຊວງອຸດສາຫະກັມແລະການຄ້າ ສປປລາວ ຈະຄວບຄຸມຣາຄາສິນຄ້າຢ່າງເຂັ້ມງວດ ໃນລະຍະບຸນປີໃຫມ່ ສາກົນ ໂດຍຈະເລີ້ມແຕ່ນີ້ໄປຈົນຮອດ ກາງເດືອນ ມົກກະຣາ ປີ 2018. ຍ້ອນວ່າ ໃນຣະຍະເທສການ ປີໃໝ່ສາກົນ ທຸກໆປີ ພວກພໍ່ຄ້າແມ່ຄ້າ ມັກສວຍໂອກາດ ຂຶ້ນຣາຄາສິນຄ້າ, ບໍ່ເປັນໄປຕາມກົດຣະບຽບຂອງຣັຖ, ດັ່ງເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະການຄ້າ ກ່າວໃນວັນທີ 14 ທັນວາ ນີ້ວ່າ:
"ກໍຄືຍາມຈັ່ງຊິເນາະ ຂະເຈົ້າວ່າລາຄາເພີ່ມຂຶ້ນ ມັນຈະມີການເພີ່ມລາຄາຂຶ້ນເນາະ ມີການກິນປຽບ ມັນເປັນການກິນປຽບໃຫ້ກັບ ອັນຜູ້ ບໍຣິໂພຄເນາະ ທາງລັດເຮົາກໍໄດ້ມີ ມາດຕະການກຳນົດ ຫຼືວ່າໃຊ້ກົດໝາຍ ກໍ່ຄືມີການປັບປ່ຽນ ຣາຄາ ໃຫ້ມັນຄົງທີ່ເນາະ ຕັກເຕືອນກ່ອນ ເນາະ ຄັ້ງ 1 ເນາະ ຄັັ້ງທີ່ສອງ ກໍມີການຍຶດອຸປກອນ ຄັ້ງທີສາມ ມີການປັບໃໝ.”
ທ່ານກ່າວຕໍ່ໄປວ່າ ການຄວບຄຸມຣາຄາສິນຄ້ານີ້ ເຈົ້າໜ້າທີ່ຈະກວດກາ ຢ່າງເຂັ້ມງວດ ຢູ່ຕລາດ ນ້ອຍແລະໃຫຍ່ໃນ 9 ຕົວເມືອງ ຢູ່ ນະຄອນຫຼວງວຽງຈັນ. ຈະຄວບຄຸມຣາຄາສິນຄ້າ ຮວມທັງເຄື່ອງດື່ມ ທີ່ມືນເມົາ, ຊີ້ນສັດຕ່າງໆ ແລະສິນຄ້າທົ່ວໄປ ທີ່ພໍ່ຄ້າແມ່ຄ້າ ມັກຂຶ້ນຣາຄາເອງນັ້ນ ຍ້ອນວ່າມີນັກທ່ອງທ່ຽວ ຕ່າງປະເທສ ແລະຈາກຕ່າງແຂວງເຂົ້າມາທ່ຽວຫຼາຍ.
ການຄວບຄຸມຣາຄາສິນຄ້າທີ່ວ່ານີ້ ທ່ານບອກວ່າ ທາງກົມການຄ້າພາຍໃນ ໄດ້ເລີ່ມປະຕິບັດ ການກວດກາຣາຄາສິນຄ້າມາ 3 ປີແລ້ວ ແລະທຸກເທື່ອ ໄດ້ເຜີຍແຜ່ຣະບຽບການ ໃຫ້ພວກພໍ່ຄ້າຊາວຂາຍຮູ້ມາຕລອດ. ແຕ່ກໍຍັງພົບເລື້ອຍໆວ່າ ມີບາງຄົນລັກຂຶ້ນ ຣາຄາສິນຄ້າ ເກີນຣະບຽບຢູ່ ໂດຍສະເພາະ ພໍ່ຄ້າແມ່ຄ້າ ທີ່ຂາຍຊີ້ນສັດ, ອາຫານສົດ ດັ່ງທ່ານເວົ້າວ່າ:
"ຢ່າງຊີ້ນໝູ ໜິ ຍາມຈັ່ງຊີ້ເນາະ ກໍຈະມີການເພີ້ມຣາຄາຂຶ້ນ ຈາກ 35 ພັນເປັນ 40 ພັນ ຂະເຈົ້າວ່າຊີ້ນຣາຄາເພີ້ມຂຶ້ນເນາະ ເພາະວ່າມີ ຜູ້ບໍຣິໂພຄ ຫຼາຍສະນັ້ນມັນເຮັດໃຫ້ ມີການກິນປຽບ ຊີ້ນໝູນິ ນາຍຍົກຣັຖມົນຕຣີ ກໍມີການອອກມາຢູ່ວ່າ ກິໂລນື່ງບໍ່ເກີນ 30 ພັນ ລັດເຮົາ ກໍເລີຍຫັນມາ ກຳນົດໃຊ້ກົດໝາຍເນາະ.”
ທ່ານກ່າວຕື່ມອີກວ່າ ການຄວບຄຸມຣາຄາສິນຄ້າປະເພດເຄື່ອງດື່ມ ທີ່ມີທາດມືນເມົາ, ອາຫານສົດ ແລະເຄື່ອງຂອງທົ່ວໄປນັ້ນ ໄດ້ມີການ ກວດກາ ໃນຣະຍະທຸກເທສການ ຮວມທັງບຸນປີໃຫມ່ສາກົນ ແລະການກວດການັ້ນ ກໍມີເຈົ້າໜ້າທີ່ ຈາກກົມການຄ້າ ພາຍໃນ ໄປປະຈຳການ ຢູ່ຕາມຕລາດຕ່າງໆ ຕລາດນຶ່ງ ຫຼືສອງຄົນ. ນອກຈາກນີ້ ທາງກົມການຄ້າ ກໍຍັງຈັດທີມເຈົ້າໜ້າທີ່ ໄປກວດກາຣາຄາ ຊີ້ນສັດຕ່າງໆຢູ່ຕາມ ຟາມ ແລະຮ້ານຄ້າຂາຍສົ່ງ ເພື່ອບໍ່ໃຫ້ຂຶ້ນຣາຄາ ອັນທີ່ຈະສົ່ງຜົນກະທົບຕໍ່ພໍ່ຄ້າແມ່ຄ້າ ທີ່ຈະຮັບໄປຂາຍ ຕໍ່ຢູ່ຕລາດນັ້ນ.