ບ້ານຊຽງດາປະຕິເສດ ຄ່າ ຊົດເຊີຍ
2018.07.19
ມາເຖິງປັດຈຸບັນຊາວບ້ານ ບ້ານຊຽງດາ ຜູ້ທີ່ໄດ້ຮັບຜົລກະທົບ ຈາກໂຄງການເຂດເສຖກິດພິເສດ ບຶງທາດຫລວງ ນະຄອນຫລວງວຽງຈັນ ຍັງບໍ່ຍອມຮັບເອົາເງິນຄ່າຊົດເຊີຍຄວາມເສັຽຫາຍ ທີ່ທາງການລາວກໍານົດໃຫ້ ແລະບໍ່ຍອມໂຍກຍ້າຍອອກຈາກບ້ານ ຍ້ອນຄ່າຊົດເຊີຍ ທີ່ ຈະໄດ້ນັ້ນໜ້ອຍເກີນໄປ.
ກ່ຽວກັບບັນຫາທີ່ວ່ານີ້ ເຈົ້າໜ້າທີ່ຫ້ອງການສົ່ງເສີມແລະຄຸ້ມຄອງ ເຂດເສຖກິດພິເສດ ນະຄອນຫລວງວຽງຈັນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 19 ກໍຣະກະດາ ນີ້ວ່າ:
"ຕາມທີ່ເຮົາໄດ້ຣາຍງານຫັ້ນ ກະແມ່ນວ່າ 91% ກໍສິຫລາຍກວ່າ 91 ແລ້ວນໍ ເປັນດິນເປົ່າຫວ່າງ ມັນຕອນດິນ ກັບຄອບຄົວ ມັນຈະມີ ຂໍ້ມູນຕ່າງຫາກ."
ນາງກ່າວຕື່ມອີກວ່າ ເຫດຜົລທີ່ປະຊາຊົນບ້ານຊຽງດາ ບໍ່ຍອມຮັບເອົາເງິນ ຄ່າຊົດເຊີຍ ທີ່ທາງການສປປລາວ ກໍານົດໃຫ້ 10 ໂດລາ ສະຫະຣັຖ ຕໍ່ດິນ 1 ຕາຣາງແມັດ ທີ່ປະຊາຊົນຈະເສັຍໄປນັ້ນ ກໍຍ້ອນວ່າ ດິນໃນເຂດນັ້ນ ມີມູນຄ່າສູງ ຄື 300 ໂດລາ ສະຫະຣັຖ ຕໍ່ 1 ຕາຣາງແມັດ.
ດິນຈໍານວນນຶ່ງ ທີ່ຖືກຜົລກະທົບຈາກໂຄງການ ເຂດເສຖກິດພິເສດ ບຶງທາດຫລວງ ເປັນດິນຂອງຜູ້ມີອໍານາດ ຢູ່ ສປປລາວ. ມາເຖິງ ປັດຈຸບັນ ທາງການລາວ ສາມາດຈ່າຍຄ່າຊົດເຊີຍ ຄວາມເສັຍຫາຍໄປແລ້ວ 91% ໃນຂນະທີ່ໄດ້ວາງໃຫ້ ບໍຣິສັດຈີນ ອອກຜັງເມືອງ ແລະປະເມີນຜົລກະທົບ ຕໍ່ສິ່ງແວດລ້ອມໃໝ່.
ປັດຈຸບັນ ບັນຍາກາດຢູ່ເຂດເສຖກິດພິເສດ ບຶງທາດຫລວງ ງຽບເຫງົາ ຜູ້ທີ່ຊື້ ແລະຢູ່ຄອນໂດໃນເຂດນັ້ນ ກໍມີໜ້ອຍ, ຄົນງານທີ່ກໍ່ສ້າງ ຕຶກອາຄານ ກໍມີພຽງ 9 ຫາ 10 ຄົນ ໃນຂນະທີ່ເຈົ້າໜ້າທີ່ ຫ້ອງການສົ່ງເສີມ ແລະຄຸ້ມຄອງ ເຂດເສຖກິດພິເສດ ກະຊວງແຜນການ ແລະການລົງທຶນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວ ກັນນັ້ນວ່າ ການສ້າງສາພັທນາ ກໍຄ່ອຍເປັນຄ່ອຍໄປ:
"ແຕ່ລະເຂດມັນກໍຄ່ອຍໆພັທນາໄປຕາມແຜນຍຸທສາດ ຂອງຂະເຈົ້າຫັ້ນແລ້ວ ຕ່າງແຕ່ວ່າ ຜູ້ລົງທຶນກໍເລີ້ມ ທະຍອຍກັນເຂົ້າມາຢູ່ຫັ້ນນະ."
ມາເຖິງປັດຈຸບັນ ໂຄງການເຂດເສຖກິດພິເສດບຶງທາດຫລວງ ສໍາເຣັດການກໍ່ສ້າງຕຶກຄອນໂດມິນຽມ 11 ຫລັງ, ສູງ 17 ຊັ້ນ ຊຶ່ງໃນນັ້ນ ເປີດຂາຍແລ້ວ 4 ຫລັງ ໃນຣາຄາເລີ້ມແຕ່ 1 ແສນໂດລາ ສະຫະຣັຖຂຶ້ນໄປ. ສ່ວນທີ່ເຫລືອ ຢູ່ໃນຣະຫວ່າງ ການກໍ່ສ້າງ ແລະຕົບແຕ່ງ ພາຍໃນ.