ໂຄງການທ່ອງທ່ຽວຄົບ ວົງຈອນ ໜອງແປນ ຖືກຍົກເລີກ
2018.01.24
ອຳນາດການປົກຄອງ ນະຄອນຫລວງວຽງຈັນ ໄດ້ອອກຄຳສັ່ງ ຍົກເລີກສັນຍາ ໂຄງການພັທນາແຫລ່ງ ທ່ອງທ່ຽວໜອງແປນ ທີ່ເມືອງ ຫາດຊາຍຟອງ ນະຄອນຫລວງວຽງຈັນ ຍ້ອນບໍ່ມີຄວາມຄືບໜ້າ. ສວ່ນວ່າໜີ້ສິນກວ່າ 13 ລ້ານໂດລາ ທີ່ຍັງຄ້າງຄາ ຮວມທັງ ຄ່າຊົດເຊີຍ ທີ່ດິນປະຊາຊົນ ຣັຖໄດ້ທວງໃຫ້ ບໍຣິສັດ ຮັບຜິດຊອບສຳຣະ ທັງໝົດ.
ທ່ານ ສິນລະປະກອນ ພົມມະໄຊສີ ຮອງຫົວໜ້າຜແນກແຜນການ ແລະການລົງທຶນ ນະຄອນຫລວງວຽງຈັນ ໄດ້ກ່າວຕໍ່ສື່ມວນຊົນ ເມື່ອກາງ ເດືອນ ມົກກະຣາ ຜ່ານມາ ເພື່ອຢັ້ງຢືນການລຶບລ້າງ ໂຄງການພັທນາ ໜອງແປນ ວ່າ:
"ໂຄງການພັທນາໜອງແປນ ເມືອງຫາດຟອງ ນະຄອນຫລວງວຽງຈັນ ນີ້ພວກເຮົາໄດ້ເຊັນ ສັນຍາກັບບໍລິສັດ ເອເຊັຽການຄ້າ ລາວ-ສາກົນ ຈຳກັດ ແຕ່ວັນທີ 10 ເດືອນ ກໍຣະກະດາ 2014 ເຊີ່ງວ່າ ພາຍຫລັງເຊັນສັນຍາແລ້ວ ເຫັນວ່າໂຄງການ ດັ່ງກ່າວນີ້ກາບໍ່ມີ ຄວາມຄືບໜ້າ ກາເນື່ອງຈາກສາເຫດຕ່າງໆ ກາໃນໂຕຂອງ ບໍລິສັດແດ່, ສະນັ້ນອົງການປົກຄອງ ນະຄອນຫລວງວຽງຈັນ ພວກເຮົາຈຶ່ງໄດ້ຄົ້ນຄວ້າ ລະກາ ໄດ້ຕົກລົງ ໃຫ້ຍົກເລີກ ສັນຍາກັບບໍຣິສັດ ດັ່ງກ່າວນີ້."
ພາຍຫຼັງທີ່ໄດ້ປະກາດ ຍົກເລີກໂຄງການ, ພາກຣັດກໍ່ໄດ້ເລັ່ງທວງໜີ້ສິນ ທີ່ຍັງຄ້າງຄາຢູ່ ໃນນັ້ນກໍ່ມີໜີ້ສີນ ຂອງບໍຣິສັດກໍ່ສ້າງ ພ້ອມດ້ວຍ ຄ່າທີ່ດິນຂອງປະຊາຊົນ ຈຳນວນ 20 ຄອບຄົວ ທີ່ຖືກໂຄງການ ທີ່ຍັງບໍ່ໄດ້ຮັບຄ່າຊົດເຊີຍ. ທ່່ານກ່າວວ່າ:
"ບັນຫາຄ່າຊົດເຊີຍປະຊາຊົນຫັ້ນ ເນື່ອງຈາກວ່າມາຮອດປັດຈຸບັນນີ້ຫັ້ນ ໂຄງການນີ້ຖືກລົບລ້າງແລ້ວ ສະນັ້ນຍັງບໍ່ທັນມີ ບໍຣິສັດໃດ ຍື່ນມື ເຂົ້າມາລົງທຶນເທື່ອ ສະນັ້ນການຊົດເຊີຍ ຜົນກະທົບ ສິດໃຊ້ ແລະ ສິດນໍາໃຊ້ ຜົລປູກຂອງປະຊາຊົນ ຫັ້ນວ່າທັງນີ້ທັງນັ້ນ ຄນະກັມມະການ ພວກເຮົາ ກາຮີບຮ້ອນສະຫລຸບ ສັງລວມໜີ້ສີນຕ່າງ ທີ່ວ່າບໍຣິສັດ ສຳປະທານເກົ່າຫັ້ນ ໄດ້ຕິດໜີ້ບໍຣິສັດ ຮັບເໝົາຫຍ່ອຍ."
ໂຄງການພັທນາໜອງແປນ ເປັນການເຊັນສັນຍາຮ່ວມລະຫວ່າງ ຫ້ອງການປົກຄອງ ນະຄອນຫລວງວຽງຈັນ ກັບບໍຣິສັດ ເອເຊັຍການຄ້າ ລາວ-ສາກົນ ໂດຍເລີ້ມລົງມືກໍ່ສ້າງ ມາຕັ້ງແຕ່ ວັນທີ 3 ເມສາ 2015 ເປົ້າໝາຍແມ່ນພັທນາໃຫ້ເປັນ ແຫລ່ງທ່ອງທ່ຽວ ຄົບວົງຈອນຂອງ ອາຊຽນ ໃນເນືື້ອທີ່ສຳປະທານ ປະມານ 150 ເຮັກຕາ ໃນລະຍະສຳປະທານ 70 ປີ ແລະມູນຄ່າການກໍ່ສ້າງ 3 ຕື້ໂດລາ ສະຫະຣັດ.